(VOVWORLD) -ຊາວເຜົ່າ ປາໂກ ແມ່ນຊົນເຜົ່າ ມີບັນດາຈຸດ ວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸທີ່ເປັນເອກະລັກສະເພາະ, ອຸດົມສົມບູນ ແລະ ມີຫລາຍຮູບຫລາຍສີ. ຄຽງຂ້າງງານບຸນຕ່າງໆ ດ້ວຍບັນດາຮີດຄອງປະເພນີທີ່ເປັນເອກະລັກສະເພາ, ຊາວເຜົ່າປາໂກ ມີສາງທຳນອງເພງພື້ນເມືອງ ວາດຟ້ອນທີ່ອຸດົມສົມບູນ ດ້ວຍຫລາຍຮູບການທີ່ແຕກຕ່າງກັນ. ບົດຂຽນຂອງນັກຂ່າວໂຕຕວນທີ່ມີຫົວຂໍ້ວ່າ: ສິລະປະດົນຕີພື້ນເມືອງຂອງຊາວເຜົ່າ ປາໂກ
ເຈົ້າກົກເຈົ້າເຫລົ່າໃນບ້ານເປົ່າຂຸ່ຍເຂົາຄວາຍ
ພາບ:dantri
|
ຊາວເຜົ່າ ປາໂກ ດຳລົງຊີວິດຕົ້ນຕໍຢູ່ບັນດາເຂດພູສູງ, ຊີວິດແມ່ນຕິດພັນກັບທຳມະຊາດ, ພູຜາປ່າໄມ້, ສະນັ້ນ ປະຊາຄົມຊາວເຜົ່າ ປາໂກ ຍັງຄົງຮັກສາຮີດຄອງປະເພນີ, ຈຸດວັດທະນະທຳທີ່ເປັນມູນເຊື້ອຂອງປູ່ຍ່າຕາຍາຍປະໄວ້ໃຫ້. ໃນວິວັດແຫ່ງການອອກແຮງງານທຳການຜະລິດ, ຊາວເຜົ່າ ປາໂກ ໄດ້ໃຫ້ກຳເນີດບັນດາຮູບການດົນຕີພື້ນເມືອງອຸດົມສົມບູນ, ສະແດງໃຫ້ເຫັນຢ່າງຈະແຈ້ງໃນບັນດາການເຄື່ອນໄຫວງານບຸນປະຈຳປີຄື: ພິທີບູຊາເທວະດາຟ້າແຖນ, ບຸນເຂົ້າໃຫມ່, ບຸນປຸກສ້າງເຮືອນໃຫມ່… ໃນບັນດາງານບຸນນັ້ນ, ຊາວເຜົ່າ ປາໂກ ເຄີຍຝາກຝັງອາລົມຈິດຂອງຕົນເຖິງດິນຟ້າ ດ້ວຍບັນດາທຳນອງເພງພື້ນເມືອງທີ່ເປັນມູນເຊື້ອຄື: ຈາເຈີບ, ອາເຢັນ, ກາເລີຍ, ອວາດ, ຕາໂອຍ…ຊາວເຜົ່າ ປາໂກ ກໍ່ມີຫົວຄິດປະດິດສ້າງ ແລະ ເກັບຮັກສາບັນດາປະເພດເຄື່ອງດົນຕີເພື່ອເພີ່ມ ລັກສະນະມີຊີວິດຊີວາໃຫ້ບັນດາທຳນອງເພງພື້ນເມືອງຄື: ຕີແຣວ, ອາມາມ, ອັງກືວ, ອັງເກມ, ອາແບນ, ຕາລື, ຕັງກອຍ… ພິເສດ ໃນບັນດາງານບຸນຂອງຊາວເຜົ່າປາໂກ ສຽງກອງ, ສຽງຄອງແມ່ນສິ່ງທີ່ຂາດບໍ່ໄດ້ ຍ້ອນຕາມຄວາມສຳນຶກຂອງຊາວເຜົ່າ ປາໂກ ແລ້ວ, ສຽງກ້ອງ, ສຽງຄ້ອງທີ່ດັ່ງກ້ອງກັນວານ ແມ່ນທົດແທນໃຫ້ຄຳສະບາຍດີບັນດາເທວະດາຟ້າແຖນ, ແມ່ນຄຳເຊື້ອເຊີນປະຊາຊົນໃນບ້ານມາຮ່ວມມ່ວນຊື່ນໃນງານບຸນ.
ສິ່ງທີ່ສັງເກດເຫັນຢ່າງງ່າຍດາຍທີ່ສຸດໃນດົນຕີພື້ນເມືອງຂອງຊາວເຜົ່າ ປາໂກ ນັ້ນແມ່ນບັນດາຈັງຫວະໃນສຽງດົນຕີ, ວາດຟ້ອນ ຍາມໃດກໍ່ສ່ອງແສງເຖິງທຸກສິ່ງທຸກຢ່າງໃນຊີວິດ. ເປັນຕົ້ນແມ່ນ ທຳນອງເພງ ຈາເຈີບ (ແມ່ນການຂັບກ້ຽວກັນ) ທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ປາໂກ. ບັນດາທຳນອງເພງ ປຽບເຫມືອນການເລົ່າເລື່ອງກ່ຽວກັບຊີວິດປະຈຳວັນຂອງຊາວເຜົ່າ ປາໂກ. ນັກສິລະປະການ ໂຮ່ວັນເຊັບ ຢູ່ ຕາແສງ ຮົ່ງກີມ ເມືອງ ອາເລືອຍ ແຂວງ ເທື່ອທຽນເຫ້ວ ແມ່ນຜູ້ຮູ້ຈັກການຮ້ອງລຳທຳເພງພື້ນເມືອງມາແຕ່ຄາວຍັງນ້ອຍ. ທ່ານ ໂຮ່ວັນເຊັບ ບໍ່ພຽງແຕ່ຮ້ອງເພງມ່ວນເທົ່ານັ້ນ ຫາກຍັງແມ່ນຜູ້ເກັບຮັກສາຫລາຍທຳນອງເພງບູຮານໄຫວ້ຫລາຍຢ່າງອີກດ້ວຍ. ສະເພາະ ບົດເພງ ຈາເຈີບ (ຂັບກ້ຽວກັນ) ກໍ່ໄດ້ແບ່ງເປັນ 3 ປະເພດ: ຈາເຈີບ ສະຫງວນໃຫ້ແກ່ບ່າວສາວ, ຜູ້ອາຍຸສູງ ແລະ ລະຫວ່າງຜູ້ອາຍຸສູງນຳກັນ. ບັນດາທຳນອງເພງ ຈາເຈີບ ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ. ນັກສິລະປະການ ໂຮ່ວັນເຊັບ ຖືວ່າ: ເພື່ອໃຫ້ລູກຫລານມີຄວາມເຂົ້າໃຈແຈ້ງກ່ຽວກັບມູນເຊື້ອຂອງລຸ້ນພໍ່ລຸ້ນອ້າຍ ນັ້ນແມ່ນດົນຕີ, ສະນັ້ນ ຄວນຟື້ນຟູບັນດາບົດເພງພື້ນເມືອງ, ວາດຟ້ອນ, ເປີດຊຸດຮຽນເພື່ອສອນໃຫ້ລຸ້ນຫນຸ່ມ, ເປັນຕົ້ນແມ່ນລູກຫລານເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈ ແລະ ປະກອບກຳລັງເຫື່ອແຮງໃນການຮັກສາສີສັນວັດທະນະທຳພື້ນເມືອງຂອງຊາດ. ນັກສິລະປະການ ໂຮ່ວັນເຊັບ ແບ່ງປັນວ່າ:
“ຂ້າພະເຈົ້າມີຄວາມປິຕິຊົມຊື່ນ ເພາະວ່າ ຕົນເອງໄດ້ສືບທອດການຮ້ອງລຳທຳເພງຈາກວົງຕະກູນ. ຫລັງຈາກນັ້ນ ຕົນເອງໄດ້ຂະຫຍາຍອອກ. ຮຽນການຂັບຮ້ອງເພງພື້ນເມືອງນີ້ແມ່ນຍາກຫລາຍ ແຕ່ມື້ນີ້ ຂ້າພະເຈົ້າມີຄວາມປິຕິຊົມຊື່ນຫລາຍ ເພາະລຸ້ນຫນຸ່ມປະຈຸບັນເຂົາເຈົ້າເຮັດໄດ້, ຮຽນໄວທີ່ສຸດ.”
ເຄື່ອງດົນຕີພື້ນເມືອງ ຊາວເຜົ່າປາໂກ ເຄີຍນຳໃຊ້ໃນງານບຸນຕ່າງໆ
ພາບ: ອິນເຕີແນັດ
|
ຄຽງຂ້າງບັນດາທຳນອງເພງພື້ນເມືອງ, ຊາວເຜົ່າ ປາໂກ ກໍ່ມີລະບົບເຄື່ອງດົນຕີອຸດົມສົມບູນທີ່ສຸດ. ຊີວິດແມ່ນຕິດພັນກັບພູຜາປ່າໄມ້, ສະນັ້ນ ຊາວເຜົ່າ ປາໂກ ໄດ້ນຳໃຊ້ໄມ້ໃຜ່, ໄມ້ເຮ້ຍທີ່ມີຢູ່ແລ້ວໃນທຳມະຊາດເພື່ອຜະລິດເປັນບັນດາປະເພດເຄື່ອງດົນຕີ. ພິເສດ ໃນການດຳເນີນຊີວິດງານບຸນຂອງຊາວເຜົ່າ ປາໂກ ສິ່ງທີ່ຂາດບໍ່ໄດ້ນັ້ນແມ່ນ ຂຸ່ຍເຂົາຄວາຍແມ່ນປະເພດເຄື່ອງດົນຕີທີ່ເປັນເອກະລັກສະເພາະຂອງປະຊາຊົນຢູ່ເຂດພູດອຍ ແລະເຮັດດ້ວຍເຂົາຄວາຍເພື່ອເອົາມາເປົ່າ. ໃນວົງຄະນາຍາດຊາວເຜົ່າ ປາໂກ, ຂຸ່ຍເຂົາຄວາຍ ມີຄວາມໝາຍດ້ານຈິດວິນຍານທີ່ສຳຄັນ ແມ່ນສະແດງໃຫ້ເຫັນສິດອຳນາດຂອງເຈົ້າກົກເຈົ້າເຫລົ່າໃນບ້ານນັ້ນ. ສະນັ້ນ ເຂົາຍິ່ງກົ່ງເທົ່າໃດ, ຄຸນຄ່າຍິ່ງສູງເທົ່ານັ້ນ. ໃນດົນຕີພື້ນເມືອງ, ສຽງຂຸ່ຍເຂົາຄວາຍ ກໍ່ແມ່ນສຽງດົນຕີຂຶ້ນຕົ້ນໃຫ້ບັນດາລາຍການສະແດງສິລະປະ. ທ່ານ ໂຮ່ຢູຍ, ນັກສິລະປະການເປົ່າ ຂຸ່ຍເຂົາຄວາຍ ໃຫ້ຮູ້ວ່າ:
“ຂຸ່ຍເຂົາຄວາຍເຄີຍເປົ່າໃນບັນດາງານບຸນໃຫຍ່, ແລະ ນຳໃຊ້ໃນພິທີ Arieuping ຫລືງານບຸນຂອງບ້ານ.”
ປະຈຸບັນ ເຖິງວ່າຈະໄປເຮັດໄຮ່ໄຖນາ, ຫລືເຂົ້າຮ່ວມການດຳເນີນຊີວິດໃນງານບຸນຕ່າງໆ ຫລືໃນການອອກແຮງງານທຳການຜະລິດ ບັນດາທຳນອງເພງພື້ນເມືອງຍັງຄົງມີຄວາມໃກ້ຊິດສະຫນິດສະຫນົມ ແລະ ສຽງກອງສຽງຄ້ອງດັງກ້ອງກັງວານໄປທົ່ວເຂດພູຜາປ່າໄມ້ຢູ່ສາຍພູຫລວງ. ໃນງານບຸນຕ່າງໆ, ສຽງດົນຕີ, ສຽງແຄນດັງກ້ອງກັງວານໄປທົ່ວ ຍິ່ງປຸກລຸກຄວາມເມົາມົວໃນການຮ້ອງລຳທຳເພງຂອງຜູ້ເຖົ້າຜູ້ແກ່, ບ່າວສາວຊາວເຜົ່າ ປາໂກ. ເຂົາເຈົ້າຂັບຮ້ອງເພງພື້ນເມືອງເພື່ອສະແດງໃຫ້ເຫັນຄວາມເບີກບານມ່ວນຊື່ນພາຍຫລັງລະດູເກັບກ່ຽວໄດ້ຮັບຜົນດີ, ການຮ້ອງລຳທຳເພງແມ່ນສະແດງໃຫ້ເຫັນວ່າມີຄວາມຜາສຸກຈາກຄວາມນິຍົມຮ້ອງລຳທຳເພງພື້ນເມືອງຂອງຊາວຜູ້ອອກແຮງງານ. ໃນຊຸມປີຜ່ານມາ, ຂະແຫນງວັນນະຄະດີແຂວງ ເທື່ອທຽນເຫ້ວ ແລະ ແຂວງ ກວ໋າງຈີ້ ຊື່ງແມ່ນສະຖານທີ່ມີຊາວເຜົ່າ ປາໂກ ດຳລົງຊີວິດເປັນຈຳນວນຫລວງຫລາຍ ໄດ້ມີຫລາຍຮູບການເພື່ອຟື້ນຟູ ແລະ ເສີມຂະຫຍາຍວັດທະນະທຳບໍ່ແມ່ນວັດຖຸ, ບັນດາທຳນອງເພງພື້ນເມືອງຂອງຊາວເຜົ່າ ປາໂກ.