(VOVWORLD) -ແຕ່ດົນນານມາແລ້ວ ວົງຄະນາຍາດຊາວເຜົ່າ ເກີຕູ ດຳລົງຊີວິດຢູ່ລຽບຕາມສາຍພູຫລວງ ເຂດໄຕງວຽນ ມີຊື່ສຽງດ້ວຍສິລະປະປະຕິມາກຳແກະຄວັດສະຫລັກຮູບຕ່າງໆເພື່ອຕັ້ງຢູ່ສຸສານ. ສຸສານ ແມ່ນກິດຈະກຳສະຖາປັດຕະຍະກຳທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ເກີຕູ ແມ່ນບ່ອນຮັກສາອັດຖິຂອງຜູ້ລ່ວງລັບໄປ. ສຸສານ ແຕ່ລະຫລັງຂອງຊາວເຜົ່າ ເກີຕູ ແມ່ນມີຄວາມລັບກ່ຽວກັບນິດໄສໃຈຄໍ, ຄວາມນິຍົມຊົມຊອບໃນຄາວຍັງມີຊີວິດຢູ່ຂອງຜູ້ທີ່ລ່ວງລັບໄປນັ້ນ.
ສຸສານຂອງຊາວເຜົ່າ ເກີຕູ ຢູ່ ຕາແສງ ອາຕີງ ,ເມືອງ ດົງຢາງ |
ໝູ່ບ້ານທີ່ເປັນມູນເຊື້ອຂອງຊາວເຜົ່າເກີຕູ ຕັ້ງ ຢູ່ຈອມພູສູງ ຂຶ້ນກັບຕາແສງ ອາຕຽງ ເມືອງ ໄຕຢາງ ແຂວງ ກວ໋າງນາມ. ໃນກຸ່ມສະຖາປັດຕະຍະກຳໝູ່ບ້ານ ລວມມີ ເຮືອນພື້ນເມືອງ 12 ຫລັງ, ລະບົບ ສຸສານ ຖືກຕັ້ງໃກ້ກັບປະຕູໂຂງ ເຮັດໃຫ້ແຂກເມື່ອມາຢ້ຽມຢາມກໍ່ລ້ວນແຕ່ມີຄວາມສົນ. ສຸສານ ມີຄວາມສູງປະມານ 2 ແມັດ, ຫລັງຄາຊັນດ້ວຍບັນດາລວດລາຍເປັນຮູບສີ່ຫລ່ຽມ ທາສີແດງ, ສີຂຽວ, ສີຂາວ. ສອງຟາກທາງເຂົ້າ ແມ່ນຮູບຫົວໄກ່ຜູ້ 2 ຫົວ, ມຸ່ງຫນ້າສູ່ສອງທິດ. ສຸສານ ຫລັງນີ້ຖືກປຸກສ້າງດ້ວຍ ເສົາ 4 ເສົາ. ຄານສອງຄານທີ່ກ່າຍຢູ່ເທິງຫລັງຄາແມ່ນຮູບງູເຫລືອມ . ເສົາ ຖືກແກະຄວັດສະຫລັກຮູບປາຝາ, ງູ, ໂຕແລນ….ແລ້ວຕັ້ງຮູບຄວັດແກະສະຫລັກຜູ້ເຖົ້າຜູ້ແກ່, ຜູ້ຫນຸ່ມ, ທີ່ມີໃບຫນ້າຫງ່ວມເຫງົາ, ຜູ້ໄຫ້, ຜູ້ຕີກອງຕີຄ້ອງ, ຜູ້ຮ້ອງເພງພື້ນເມືອງ, ແທງຄວາຍໃສ່… ເຈົ້າກົກເຈົ້າເຫລົ່າ ເບີເລີຍໂບ ຢູ່ ບ້ານ ອາເດີ ຕາແສງ ອາຕຽງ ເມືອງ ໄຕຢາງ ໃຫ້ຮູ້ວ່າ: ຢູ່ ສຸສານ ທຸກໆການດຳເນີນຊີວິດ, ການຜະລິດ, ຊີວິດປະຈຳວັນຂອງຊາວເຜົ່າ ເກີຕູ ຈະໄດ້ຮັບການວາດພາບຈາກບັນດານັກສິລະປະການຜ່ານຮູບແກະສະຫລັກຕ່າງໆຢ່າງມີຊີວິດຊີວາ.
“ຢູ່ໃນສຸສານ ມີຄວາຍ, ໄກ່, ໝາໃສ່ ຢ່າງຫລວງຫລາຍ. ສ່ວນຮູບຄົນ ແມ່ນຮູບຂອງຜູ້ມີໃບຫນ້າຫງ່ວມເຫງົາ, ຜູ້ໄຫ້, ຜູ້ຕີກອງຕີຄ້ອງ, ຜູ້ຮ້ອງເພງພື້ນເມືອງ, ແທງຄວາຍ…ສຸສານ ແມ່ນກິດຈະກຳງາມທີ່ສຸດ ແລະ ຊາວເຜົ່າ ເກີຕູ ກໍ່ມັກທີ່ສຸດ. ເຂົາເຈົ້າມີຄວາມສຳນຶກວ່າ ເມື່ອເຂົາເຈົ້າຕາຍໄປແລ້ວ ມີພຽງແຕ່ແມ່ນຮ່າງກາຍ ຕາຍໄປ ຫາກວິນຍານຍັງຄົງຕົວຢູ່. ເພາະສະນັ້ນ ພຽງແຕ່ຜູ້ຮັ່ງມີ ແລະ ບາງເທື່ອກໍ່ຕ້ອງກະກຽມມາເປັນເວລາ 5,6 ປີ ຈຶ່ງປຸກສ້າງສຸສານ ໄດ້.”
ອ້າຍ ອາດາຍັດ ນັກສິລະປະການປະຕິມາກຳ ຂອງຕາແສງ ອາເວືອງ ເມືອງ ໄຕຢາງ ໃຫ້ຮູ້ວ່າ: ສຸສານ ໄດ້ຮັບຖືວ່າແມ່ນໂສມຫນ້າຂອງເຈົ້າຂອງເຮືອນ. ຜູ້ຮັ່ງມີ, ຜູ້ມີຖານະບົດບາດໃນສັງຄົມ, ຜູ້ເກັ່ງກ້າຫລືບໍ່ນັ້ນ ພຽງແຕ່ສັງເກດຜ່ານສຸສານ ກໍ່ສາມາດຄາດເດົາໄດ້.
“ໃນສຸສານ ມີຊັບສິນເຄື່ອງຂອງອັນລ້ຳຄ່າຫລາຍຢ່າງ ຊື່ງຜູ້ຍັງມີຊີວິດຢູ່ຫາມາໄດ້ສິ່ງໃດນັ້ນ ຂ້າພະເຈົ້າ ກໍ່ແກະຄວັດສະຫລັກສິ່ງນັ້ນໃຫ້. ຕົວຢ່າງ ເຂົາເຈົ້າລ່າເນື້ອໄດ້ເສືອ, ເສືອດາວ, ຂ້າພະເຈົ້າ ກໍ່ຕ້ອງແກະສະຫລັກໂຕນັ້ນ. ໝາຍຄວາມວ່າ ຄິດເຖິງສິ່ງທີ່ປູ່ຍ່າຕາຍາຍຫາມາໄດ້, ສະແດງໃຫ້ເຫັນກຳລັງແຮງ ແລະ ນ້ຳໃຈອົງອາດກ້າຫານຂອງມະນຸດ.”
ສິລະປະແກະຄວັດສະຫລັກສຸສານຂອງຊາວເຜົ່າ ເກີຕູ
ພາບ:dantri
|
ຢູ່ອ້ອມແອ້ມສຸສານ ມີຫນ້າກາກຮ້າຍຫລາຍອັນ ແລະ ໄດ້ທາສີດຳ, ສີແດງ. ຊາວເຜົ່າ ເກີຕູ ເອີ້ນວ່າ ນັ້ນແມ່ນ ເກີໄປ. ເຈົ້າກົກເຈົ້າເຫລົ່າເວົ້າວ່າ ບັນດາຫນ້າກາກເຫລົ່ານັ້ນໄດ້ຮັບການແກະຄວັດສະຫລັກ ເພື່ອແນໃສ່ຂັບໄລ່ຜີສາງ ສະກັດກັ້ນສິ່ງທີ່ຊົ່ວຮ້າຍ, ຮັກສາວິນຍານຜູ້ລ່ວງລັບໄປ. ຄຽງຄູ່ກັນນັ້ນ ຍັງມີຮູບມັງກອນຕົນໂຕແມ່ນຮູບງູ, ຫົວແມ່ນຮູບຫົວໄກ່ຜູ້, ຫາງແມ່ນຮູບຫາງປາ ແລະ ຖືກແກະຄວັດສະຫລັກຈາກດ້ານຫນ້າຮອດດ້ານຫລັງຂອງສຸສານ ແມ່ນສັນຍາລັກມີລັກສະນະສຶກສາ. ຊື່ງເປັນຕົວແທນໃຫ້ເທວະດານ້ຳຂັບໄລ່ສິ່ງທີ່ຊົ່ວຮ້າຍ, ປົກປັກຮັກສາຄວາມສະຫງົບສຸກໃຫ້ຊາວບ້ານກໍຄືວິນຍານຂອງຜູ້ທີ່ລ່ວງລັບໄປ. ອ້າຍ ອານາຍັດ ໃຫ້ຮູ້ວ່າ:
“ເຈົ້າກົກເຈົ້າເຫລົ່າ ເຄີຍເອົາຮູບພາບຂອງໂຕມັງກອນນີ້ເພື່ອໄປສຶກສາໃຫ້ທຸກຄົນໃນໝູ່ບ້ານດຳລົງຊີວິດຢູ່ໃນສິນກິນໃນທຳ. ບໍ່ໃຫ້ເນລະຄຸນກັບຜູ້ອື່ນ ຖ້າບໍ່ດັ່ງນັ້ນຈະຖືກໂຕມັງກອນນີ້ລົງໂທດ ”
ຢູ່ໃນສຸສານ ແມ່ນໂລງເຮັດດ້ວຍໄມ້ເພື່ອບັນຈຸອັດຖິ. ພື້ນໂລງບໍ່ໄດ້ແກະສະຫລັກ, ຝາໂລງ ແມ່ນແຕ້ມຮູບ ປາຝາ, ໂຕແລນ, ຮູບວົງມົນ, ດອກໄມ້ສີເຫລືອງ, ສີແດງ. ຢູ່ສອງສົ້ນທາງຫົວ ແລະ ທາງຕີນໂລງແມ່ນ ຫົວຄວາຍ ໂດຍນັກສິລະປະການຄວັດແກະສະຫລັກຢ່າງລະອຽດລະອໍ. ປອ ລືວຮຸ່ງ, ຮອງຜູ້ອຳນວຍການ ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ ໃຫ້ຮູ້ວ່າ: ເພື່ອປຸກສ້າງສຸສານ ນາຍຊ່າງຕ້ອງແມ່ນຜູ້ມີຄວາມເກັ່ງກ້າ. ກ່ອນນີ້ ໂລງແມ່ນເຄື່ອງສີນສອດອັນລ້ຳຄ່າເພື່ອໃຫ້ລູກເຂີຍມອບໃຫ້ພໍ່ແມ່ຂອງເມຍ.
“ລູກເຂີຍເຮັດໂລງໃຫ້ພໍ່ຂອງເມຍ ນັ້ນແມ່ນສິ່ງທີ່ດີງາມ ແລະ ໄດ້ຮັບຄວາມຊົມເຊີຍຈາກວົງຄະນາຍາດ. ຖ້າຫາກກ່ອນນີ້ ລູກເຂີຍປຸກສ້າງ ສຸສານ ໃຫ້ພໍ່ຂອງເມຍ ແນ່ນອນວ່າ ຄອບຄົວຝ່າຍຍິງຈະຕົກລົງໃຫ້ຜູ້ບ່າວນັ້ນໄດ້ແຕ່ງງານກັບລູກສາວຂອງພວກເຂົາຕື່ມອີກຜູ້ຫນຶ່ງ.”
ກິດຈະກຳສຸສານ ແມ່ນສຳຄັນທີ່ສຸດສຳລັບຊາວເຜົ່າ ເກີຕູ. ຄວາມຮັ່ງມີ, ມີສິດອຳນາດ, ຖານະບົດບາດ ລ້ວນແຕ່ສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານ ສຸສານ . ເພາະສະນັ້ນ ຊະນິດໄມ້ຊື່ງຊາວເຜົ່າ ເກີຕູ ເລືອກເຟັ້ນເພື່ອປຸກສ້າງສຸສານ ຕ້ອງແມ່ນປະເພດ ດີທີ່ສຸດ. ທຳມະດາແມ່ນໄມ້ແດງທັງປ້ອງກັນປວກ ທັງແຂງ ແລະ ມີຄວາມທົນທານນັບຮ້ອຍປີ.
ມາຮອດປະຈຸບັນ ຊາວເຜົ່າ ເກີຕູ ຍັງຄົງຮັກສາຫລາຍຮີດຄອງປະເພນີທີ່ມີມາແຕ່ດົນນານ, ພົ້ນເດັ່ນແມ່ນສິລະປະຈິດຕະກຳ, ປະຕິມາກຳ ແລະ ສິລະປະແກະຄວັດສະຫລັກຮູບປະເພດຕ່າງໆ ໃນນັ້ນ ມີສິລະປະແກະສະຫລັກຢູ່ສຸສານ. ສຸສານ ແລະ ໂລງແມ່ນຫນຶ່ງໃນບັນດາກິດຈະກຳສະຖາປັດຕະຍະກຳມີລັກສະນະການເຫລື້ອມໃສພື້ນເມືອງ ອ່ວາຍຫນ້າມາຫາປູ່ຍ່າຕາຍາຍຂອງຊາວເຜົ່າ ເກີຕູ. ເຖິງຢ່າງໃດກໍຕາມ, ອີງໃສ່ແຕ່ລະໝູ່ບ້ານ, ແຕ່ລະເຂດ, ຖານະບົດບາດຂອງຜູ້ຕາຍ, ນິດໄສໃຈຄໍຂອງຜູ້ຍັງມີຊີວິດຢູ່ ແລະ ຄວາມເກັ່ງກ້າສາມາດຂອງຊ່າງແກະຄວັດສະຫລັກ ໄດ້ສ້າງສຸສານ ແລະ ໂລງຂອງເຜົ່າ ເກີຕູ ຢູ່ແຕ່ລະເຂດມີຫລາຍຮູບຫລາຍແບບ.