(vovworld) - ຊາວເຜົ່າ ມນົງ ແມ່ນໜຶ່ງໃນບັນດາຊົນເຜົ່າທີ່ມີມາກ່ອນໝູ່ຢູ່ເຂດໄຕງວຽນ ແລະ ຮັກສາວັດທະນະທຳທີ່ເປັນມູນເຊື້ອຫຼາຍຢ່າງຂອງຊົນເຜົ່າຕົນໄວ້ໄດ້. ນັ້ນແມ່ນບັນດາງານບຸນທີ່ເປັນມູນເຊື້ອ ແລະ ສາງວັດທະນະທຳພື້ນເມືອງທີ່ເປັນເອກະລັກສະເພາະຄື: ກອນເລື່ອງປະຫວັດສາດ, ຕີຄ້ອງ, ເພງພື້ນເມືອງ.
ງານບຸນຕີຄ້ອງຂອງຊາວເຜົ່າ ມນົງ
(ພາບອິນເຕີແນດ)
ໂດຍແມ່ນຊາວຊົນເຜົ່າທີ່ດຳລົງຊີວິດຕິດພັນກັບທຳມະຊາດ, ມາຮອດປະຈຸບັນ, ຊາວເຜົ່າ ມນົງ ຍັງຄົງມີຄວາມເຊື່ອໝັ້ນຕໍ່ເທວະດາຟ້າແຖນ. ເຂົາເຈົ້າເຊື່ອໝັ້ນວ່າ, ເທວະດາຟ້າແຖນມີຢູ່ທຸກແຫ່ງ. ເທວະດາທີ່ດິນແມ່ນບັນດານໃຫ້ຄອບຄົວ; ເທວະດາເຕົາໄຟຮັກສາໄຟເພື່ອແຕ່ງກິນ; ເທວະດາປ່າຊ່ວຍລ້ຽງສັດ ສະໜອງທັນຍາຫານໃຫ້ມະນຸດ, ເທວະດາພູ, ເທວະດາຫ້ວຍ, ຕາດນຳ້ຊ່ວຍຮັກສາແຫ່ງນຳ້ໃຫ້ໝູ່ບ້ານ; ເທວະດາເຂົ້າ ແລະ ເທວະດາພືດບັນດານໃຫ້ການປູກຝັງໄດ້ຮັບຜົນດີ ແລະ ຕົ້ນໄມ້ໃບຫຍ້າຂຽວສົດງົດງາມ, ຟ້າຜ່າເທິງຟ້າລົງໂທດຜູ້ກະທຳຜິດ. ຕາມຮີດຄອງແລ້ວ, ພາຍຫຼັງລະດູການເກັບກຽວ, ບັນດາໝູ່ບ້ານຂອງຊາວເຜົ່າ ມນົງ ກໍ່ຈັດຕັ້ງງານບຸນຕ່າງໆ, ເພື່ອແນໃສ່ສະແດງຄວາມຮູ້ບຸນຄຸນຕໍ່ເທວະດາຟ້າແຖນ, ບັນພະບຸລຸດ, ພໍ່ເຖົ້າແມ່ເຖົ້າທີ່ໄດ້ບັນດານໃຫ້ທຸກຄົນມີເຂົ້າເຕັມກະຖາງ, ງົວຄວາຍເຕັມເດີນບ້ານ. ບັນດາງານບຸນຄື: ງານບຸນເຫຼົ້າໄຫ, ງານບຸນເຂົ້າຈີ່, ງານແຕ່ງດອງ, ພິທີຢັ້ງຢືນເປັນຄົນເຕີບໃຫຍ່, ພິທີບູຊາຊ້າງ... ເຕັມໄປດ້ວຍສີສັນຂອງວົງຄະນາຍາດຊາວເຜົ່າທີ່ດຳລົງຊີວິດດ້ວຍການປູກເຂົ້ານາທາມ, ລ່າເນື້ອ... ປ້າ ເລືອງທິເຊີນ, ຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າແຂວງດັກລັກ, ໃຫ້ຮູ້ວ່າ:
“ປະຈຸບັນຍັງມີຫຼາຍງານບຸນຄື: ງານບຸນເຂົ້າຈີ່, ງານບຸນພາວະນາຂໍໃຫ້ຝົນຕົກ ແລະ ລະດູການເກັບກ່ຽວໄດ້ຮັບຜົນດີ. ໃນນັ້ນງານບຸນອຳລາຜູ້ຕາຍແມ່ນງານບຸນທີ່ຊາວ ມນົງ ຢູ່ເຂດ ແອອາສຸບ, ບ້ານດົນ, ແຂງດັກລັກຖືເປັນສຳຄັນທີ່ສຸດ. ສ່ວນງານບຸນແຂ່ງຊ້າງຂອງຊາວເຜົ່າ ມນົງ ໄດ້ກາຍເປັນງານບຸນຂອງແຂວງ. ນອກນັ້ນຍັງມີງານບຸນຫົດນຳ້ໃຫ້ຊ້າງ, ງານບຸນບູຊາພາວະນາຂໍໃຫ້ຊ້າງມີສຸຂະ ພາບເຂັ້ມແຂງອີກດ້ວຍ “.
ງານເຂົ້າຈີ່ຂອງຊາວເຜົ່າ ມນົງ
(ພາບອິນເຕີແນດ)
ຊົວເຜົ່າ ມນົງ ຖືເປັນສຳຄັນງານບຸນອຳລາຄົນຕາຍທີ່ສຸດ, ເພາະວ່າຕາມແນວຄວາມຄິດຂອງເຂົາເຈົ້າແລ້ວ, ຜູ້ທີ່ຫາກໍ່ຕາຍໄປວີນຍານຂອງເຂົາເຈົ້າຍັງພົວພັນກັບຜູ້ມີຊີວິດຢູ່. ສະນັ້ນພາຍຫຼັງຈັດພິທີງານສົບໃຫ້ຄົນຕາຍແລ້ວ, ຄອບຄົວຍັງຈັດພາເຂົ້າບູຊາໃຫ້ເຂົາເຈົ້າຢູ່. ພາຍຫຼັງ 3 – 5 ປີ, ປະຊາຊົນໃນບ້ານຈິ່ງຈັດພິທີອຳລາຄົນຕາຍ. ຕາມຮີດຄອງປະເພນີແລ້ວ, ພາຍຫຼັງພິທີອຳລາຄົນຕາຍ, ຊາວເຜົ່າ ມນົງ ບໍ່ເຕື້ອງເຖິງຄົນຕາຍນັ້ນອີກ ແລະ ຖືວ່າຄົນຕາຍໄດ້ໄປສູ່ຊາດອື່ນແລ້ວ. ໃນພິທີອຳລາຄົນຕາຍ, ເຂົ້າເຈົ້າໄດ້ຕີຄ້ອງ, ຟ້ອນລຳທຳເພງ, ຟ້ອນຕຸກກະຕາ ແລະ ລະຫຼິ້ນພື້ນເມືອງ... ປ້າ ຫງວຽນທິງອກ, ນັກຄົ້ນຄ້ວາກ່ຽວກັບຊົນເຜົ່າຢູ່ແຂວງດັກລັກ, ໃຫ້ຮູ້ວ່າ:
“ອີງໃສ່ເງື່ອນໄຂເສດຖະກິດຂອງແຕ່ລະຄອບຄົວເພື່ອຈັດພິທີອຳລາຄົນຕາຍ. ຄອບຄົວຄົນຕາຍຕ້ອງຂ້າໝູ, ໄກ່ເພື່ອເຊີນຊາວບ້ານມາກິນ ແລ້ວໃຫ້ຄົນເຂົ້າປ່າເອົາໄມ້ມາຄວັດຮູບເພື່ອຕັ້ງຢູ່ສຸສານ. ບັນດາຮູບຄວັດເຫຼົ່ານັ້ນຍາມໃດກໍ່ຕິດພັນກັບຊີວິດຂອງຄົນຕາຍຄື: ຮູບຊ້າງ, ຮູບນົກ, ຮູບຄົນຕຳ່ເຂົ້າ, ໃຫ້ລູກດູດນຳ້ນົມ, ຮູບຄົນຕີຄ້ອງ... ເພື່ອສະແດງອາລົມຈິດຕໍ່ຄົນຕາຍ.“
ຊາວເຜົ່າ ມນົງຄວັດຮູບເພື່ອຕັ້ງຢູ່ສຸສານຂອງຄົນຕາຍ
(ພາບອິນເຕີແນດ)
ມາຮອດປະຈຸບັນ, ຊາວເຜົ່າ ມນົງ ຍັງຄົງຮັກສາສີສັນວັດທະນະທຳ ທີ່ເປັນ ເອກະລັກສະເພາະຂອງຊົນເຜົ່າຕົນໄວ້, ໃນນັ້ນຊາວເຜົ່າ ມນົງ ຢູ່ບ້ານດົນ ຍັງຄົງຮັກສາອາຊີບລ້ຽງ ແລະ ເຝິກແອບຊ້າງ. ພິເສດ, ເຂົາເຈົ້າຍັງອະນຸລັກຮັກສາທຳນອງເພງພື້ນເມືອງທີ່ອ່ອນຊ້ອນໄວ້, ໃນນັ້ນວັນນະກຳ “Ot Rong“ ຂອງຊົນເຜົ່າ ມນົງ ໄດ້ຮັບຖືວ່າແມ່ນຊຸດວັນນະກຳທີ່ມີມາແຕ່ດົນນານ, ສ່ອງແສງໃຫ້ເຫັນວິວັດແຫ່ງການພັດທະນາຂອງສັງຄົມບັນດາເຜົ່າຢູ່ເຂດໄຕງວຽນ, ໃນນັ້ນມີຊາວ ເຜົ່າ ມນົງ.
ປະຈຸບັນ, ວົງຄະນາຍາດຊາວເຜົ່າ ມນົງ ຢູ່ຫຼາຍແຫ່ງຍັງຄົງຮັກສາວັດທະນະທຳທີ່ເປັນເອກະລັກຂອງຊົນເຜົ່າຕົນໄວ້ ແລະ ອຳນາດການປົກຄອງ, ກໍ່ຄືບັນດາຂະແໜງການທີ່ກ່ຽວຂ້ອງຢູ່ທ້ອງຖີ່ນຕ່າງໆກໍ່ເອົາໃຈໃສ່ທີ່ສຸດເຖິງວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອນີ້ໄວ້. ປ້າ ເລືອງທິເຊີນ, ຜູ້ອຳນວຍການຫໍພິພິດທະພັນຊົນເຜົ່າແຂວງ ດັກລັກໃຫ້ຮູ້ຕື່ມອີກວ່າ:
“ລັດໄດ້ຜັນຂະຫຍາຍຫຼາຍມາດຕະການ, ຮູບການເພື່ອອະນຸລັກຮັກສາ, ຂະແໜງວັດທະນະທຳກໍ່ຟື້ນຟູບັນດາງານບຸນທີ່ເປັນມູນເຊື້ອ, ຈັດຕັ້ງການສອນວິຊາຊີບ, ຟ້ອນ, ຕີຄ້ອງ,.. ແຕ່ສິ່ງສຳຄັນແມ່ນຍູ້ແຮງວຽກງານໂຄສະນາ, ຂົນຂວາຍປະຊາຊົນເພື່ອໃຫ້ເຂົາເຈົ້ານິຍົມວັດທະນະທຳທີ່ເປັນມູນເຊື້ອຂອງຊົນເຜົ່າຕົນ“.
ກ່ອນເລື່ອງປະຫວັດສາດຂອງຊາວເຜົ່າ ມນົງ
(ພາບອິນເຕີແນດ)
ຢູ່ທ້ອງຖີ່ນຕ່າງໆ, ບັນດາອົງການກ່ຽວຂ້ອງຍັງເປີດຄ້າຍປະດິດແຕ່ງດົນຕີ, ວັນນະຄະດີ, ຈິດຕະກຳ, ຈັດງານປະກວດຂັບຮ້ອງເພງພື້ນເມືອງ, ເຕັ້ນລຳ ແລະ ເລົ່າເລື່ອງປະຫວັດສາດ... ການເຄື່ອນໄຫວແທດຈິງເຫຼົ່ານັ້ນພວມຊ່ວຍປະຊາຊົນຊາວເຜົ່າ ມນົງ ຮັກສາວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນໃນທ່າອ່ຽງເຊື່ອມໂຍງ ແລະ ພັດທະນາໄວ້.