(vovworld) - ຊົນເຜົ່າ H're ແມ່ນຊົນເຜົ່າສ່ວນໜ້ອຍທີ່ດຳລົງຊີວິດຢູ່ເຂດພູຜາປ່າໄມ້ທຳມະຊາດ, ດັ່ງນັ້ນຈຶ່ງມີພື້ນຖານວັດທະນະທຳອຸດົມສົມບຸນ ແລະ ເປັນເອກະລັກສະເພາະ. ວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າ H're ທັງມີສີສັນສະເພາະ, ທັງຊ້ອນແຝງຫຼາຍຈຸດທີ່ເປັນເອກະລັກສະເພາະຂອງບັນດາເຜົ່າຢູ່ເຂດພູຫຼວງ, ໄຕງວຽນ.
(ພາບປະກອບ)
ຊາວເຜົ່າ H're ດຳລົງຊີວິດດ້ວຍອາຊີບປູກເຂົ້ານາທາມ ແລະ ເຂົ້ານາໄຮ່ເປັນຕົ້ນ, ສ່ວນການຫາປາ, ຕີເຫຼັກ, ຕຳ່ຜ້າແມ່ນອາຊີບສຳຮອງ. ການປູກເຂົ້ານາທາມ ແລະ ເຂົ້ານາໄຮ່ຂອງເຂົາເຈົ້າໄດ້ພັດທະນາເຖິງລະດັບສູງ. ຊາວເຜົ່າ H're ຮູ້ນຳໃຊ້ຮ່ອມພູ, ທີ່ດິນຢູ່ແຄມແມ່ນ້ຳ ແລະ ເລືອກເຟັ້ນເຂົ້ານາທາມເປັນແນວປູກຕົ້ນຕໍ. ຊາວເຜົ່າ H're ອາໄສຄົງທີ່ຕາມແຕ່ລະໝູ່ບ້ານ ແລະ ໝູ່ບ້ານທີ່ເປັນມູນເຊື້ອຂອງຊາວເຜົ່າ H're ມີຊື່ເອີ້ນຕາມຊື່ໂນນພູ, ຫ້ວຍນ້ຳທຳມະຊາດ, ບ່ອນທີ່ເຂົ້າເຈົ້າຢູ່ອາໄສ. ຊາວເຜົ່າ H're ຢູ່ເຮືອນຮ້ານ, ແຕ່ລະໝູ່ບ້ານມີເຮືອນຮ້ານແຕ່ 40-50 ຫຼັງ ໃນນັ້ນຜູ້ທີ່ເປັນຫົວໜ້າໝູ່ບ້ານແມ່ນເຈົ້າກົກເຈົ້າເຫຼົ່າ. ກ່ອນນີ້ຊາວເຜົ່າ H're ບໍ່ມີນາມສະກຸນ. ປະຈຸບັນເຂົາເຈົ້າໃສ່ນາມສະກຸນ ດິງ, ຟ້າມ, ຫງວຽນ. ຜູ້ຊາຍຊາວເຜົ່າ H're ເຄີຍນຸ່ງກະຕ່ຽວ, ເສື້ອສີດຳ, ແຂນຍາວ, ໃສ່ກະດູມຢູ່ທາງໜ້າ. ສ່ວນແມ່ຍິງຊາວເຜົ່າ H're ນຸ່ງກະໂປ່ງ, ເສື້ອ 5 ປ່ຽງ, ຍ້ອມສີຟ້າເຂັ້ມ, ແຂນຍາວ ແລະ ຄັບ, ໃສ່ກະດູມຢູ່ຕີນເສື້ອເບື້ອງຂວາ, ທັງສັນຫຼັງ ແລະ ບ່າເສື້ອລ້ວນແຕ່ປັກດ້ວຍເສັ້ນໄໝສີຂາວ ແລະ ສີແດງ.
ໂດຍແມ່ນຜູ້ປູກເຂົ້າ, ຊາວເຜົ່າ H're ມີຊີວິດທາງດ້ານວັດທະນະທຳ ແລະ ຈິດໃຈອຸດົມສົມບຸນທີ່ສຸດ. ແຕ່ລະປີ, ຊາວເຜົ່າ H're ມີຫຼາຍພິທີບູຊາເທວະດາຟ້າແຖນເຊັ່ນ: ເທວະດາເຂົ້າ, ເທວະດາພູ, ເທວະດາແມ່ນ້ຳ, ເທວະດາຝົນ, ເທວະດາໄມ້, ພາວະນາຂໍໃຫ້ດິນຟ້າອາກາດເອື້ອອຳນວຍຄວາມສະດວກ, ຕົ້ນໄມ້ສວຍສົດງົດງາມ, ລະດູການເກັບກ່ຽວໄດ້ຮັບຜົນດີ, ຊາວບ້ານຢູ່ເຢັນເປັນສຸກ. ຊາວເຜົ່າ H're ກໍ່ມີພິທີບູຊາຄວາຍ ຫຼືພິທີ “ກິນຄວາຍ“ ຄືດັ່ງປະເພນີລວມຢູ່ສາຍພູຫຼວງ - ໄຕງວຽນ. ຊາວເຜົ່າ H're ມັກແຕ່ງກະວີ, ນິຍົມຂັບຮ້ອງ ແລະ ຫຼິ້ນເຄື່ອງດົນຕີຫຼາຍປະເພດ. ກາຈອຍ ແລະ ກາເລວ ແມ່ນທຳນອງເພງພື້ນເມືອງທີ່ຊິນເຄີຍຂອງຊາວເຜົ່າ H're. ເລື່ອງລາວບູຮານເຄີຍເຕື້ອງເຖິງຄວາມຮັກສັດຊື່ບໍລິສຸດ, ການແຂ່ງປັນຍາລະຫວ່າງຄົນດີກັບຄົນຮ້າຍ, ລະຫວ່າງຄົນຮັ່ງມີກັບຄົນທຸກຍາກ. ເຄື່ອງດົນຕີຂອງຊາວເຜົ່າ H're ມີຫຼາຍປະເພດຄື: ພິນ ບຣຸກ, ຈິງກາລາ, ປີ່ລິງລາ, ຕາເລ໋ຍ, ແຄນຣາວາຍ, ຣາງ໋ອຍ, ເປີແປນ, ກອງ… ໃນບັນດາເຄື່ອງດົນຕີຂອງຊາວເຜົ່າ H're, ສິ່ງລ້ຳຄ່າທີ່ສຸດແມ່ນຄ້ອງ. ທ່ານ ດິງຊວນຫາຍ, ຊາວເຜົ່າ H're, ໃຫ້ຮູ້ວ່າ: ສຳລັບຊາວເຜົ່າ H're, ຄ້ອງແມ່ນສາຍໃຈ, ແມ່ນຈິດວີນຍານຂອງຊາວເຜົ່າ H're. ທ່ານ ດິງຊວນຫາຍ, ໃຫ້ຮູ້ວ່າ:
“ປະຈຸບັນຊຸດຄ້ອງບໍ່ມີຫຼາຍອີກ, ມີຫຼາຍຄອບຄົວໄດ້ນຳໄປຂາຍແລ້ວ, ແຕ່ຄອບຄົວຂ້າພະເຈົ້າຍັງຄົງຮັກສາໄວ້ໃຫ້ລຸ້ນລູກລຸ້ນຫຼານ, ເພາະວ່ານີ້ແມ່ນຊັບສິນໂດຍພໍ່ແມ່ປະໄວ້. ຂ້າພະເຈົ້າກໍ່ໄດ້ສອນໃຫ້ລູກຫຼານວິທີຕີຄ້ອງເພື່ອສາມາດຕີຄ້ອງພ້ອມກັບອ້າຍນ້ອງໃນບ້ານໄດ້, ຖ້າບໍ່ເຮັດຄືແນວນັ້ນ, ບັນດາທຳນອງດົນຕີໃນການຕີຄ້ອງຈະເສື່ອມຫາຍໄປ“.
(ພາບປະກອບ)
ຍ້ອນມີສະຕິຮັກສາ ແລະ ເສີມຂະຫຍາຍວັດທະນະທຳທີ່ເປັນເອກະລັກສະເພາະຂອງຕົນ, ຊາວເຜົ່າ H're ຈຶ່ງສາມາດຟື້ນຟູ ແລະ ຮັກສາເຄື່ອງດົນຕີຂອງຊົນເຜົ່າຕົນໄວ້ຫຼາຍປະເພດ. ພິເສດແມ່ນນັກສິລະປະພື້ນເມືອງ ດິງງອກຊູ, ຢູ່ແຂວງ ກວາງຫງາຍ, ເປັນຜູ້ສາມາດປະດິດ ແລະ ຫຼິ້ນເຄື່ອງດົນຕີຂອງຊາວເຜົ່າ H're ໄດ້ນັບສິບປະເພດ. ນັກສິລະປະ ດິງງອກຊູ ເວົ້າຄວາມໃນໃຈສູ່ຟັງວ່າ:
“ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກລັດ, ການຮັກສາສີສັນຊົນເຜົ່າແມ່ນບັນຫາສຳຄັນທີ່ສຸດ. ຂ້າພະເຈົ້າພະຍາຍາມຮັກສາສີສັນຊົນເຜົ່າ H're ໃຫ້ລຸ້ນລູກ, ລຸ້ນຫຼານຂອງຕົນໄວ້ຕະຫຼອດໄປ. ຖ້າເຮັດບໍ່ໄດ້ມັນຈະຖືກເສື່ອມຫາຍໄປ“.
ປະຈຸບັນ, ພ້ອມກັບການພັດທະນາເສດຖະກິດ, ຊາວເຜົ່າ H're ຍັງມີຄວາມເອົາໃຈໃສ່ທີ່ສຸດເຖິງການອະນຸລັກຮັກສາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ. ການຮັກສາວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງຊາວເຜົ່າ H're ນັ້ນ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຄົ້ນໄປດ້ວຍສີສັນຊາດ.