ສາລາບ້ານຂອງຊາວເຜົ່າຊ໋ານຈີ


(vovworld) - ກໍ່​ເຊັ່ນ​ດຽວ​ກັບ​ຊາວ​ກິ​ງ, ສຳລັບ​ຊາວ​ເຜົ່າ ຊ໋ານຈີ, ສາລາ​ບ້ານ​ແມ່ນ​​ແຫ່ງ​ບູຊາ ​ແລະ ດຳ​ເນີນ​ບັນດາ​ພິທີ​ເຊື່ອ​ຖື​ອັນສັກສິດ​ຂອງ​ບ້ານ, ສາລາ​ບ້ານ​ກໍ່​ແມ່ນ​ບ່ອນ​ບູຊາຜີ​ຫຼັກບ້ານ ​ແລະຜູ້​ມີ​ຄຸນງາມຄວາມດີຕໍ່​ບ້ານ. ຖ້າ​ຫາກ​ສາລາ​ບ້ານ​ຂອງ​ຊາວ​ກິ​ງມີ​ບົດບາດ​ສຳຄັນ​ໃນ​ການ​​ເຄື່ອນ​ໄຫວ​ປະຊາ​ຄົມ, ​ແມ່ນ​ແຫ່ງ​ຈັດ​ຕັ້ງ​ບັນດາ​ເຫດການ​ຂອງ​ບ້ານ​ຕາ​ແສງ​ແລ້ວ, ສາລາ​ຂອງ​ຊາວ​ເຜົ່າ​ຊ໋ານຈີ ພັດ​ມີ​ບົດບາດ​ດ້ານ​ຈິດ​ວິນ​ຍານ ​ແລະ ​ເປັນ​​ແຫ່ງທຳ​ພິທີ​ບູຊາ​ເປັນ​ຕົ້ນ. ຕາມ​ປົກກະຕິ, ​ແຕ່ລະປີ​ພຽງ​ແຕ່​ຈັດພິທີ​ບູຊາ​ເທື່ອ​ດຽວ​ໃນ​ວັນ​ທີ 2 ​ເດືອນ​ຈຽງເທົ່າ​ນັ້ນ​. ບົດ​ຂຽນ​ຂອງ​ລານ​ແອ​ງ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ.

ສາລາບ້ານຂອງຊາວເຜົ່າຊ໋ານຈີ - ảnh 1

ພາບປະກອບ

    ຢູ່​ຕາ​ແສງ​ກຽນ​ລາວ, ​ເຊິ່ງ​ແມ່ນ​ແຫ່ງ​ດຳລົງ​ຊີວິດ​ຂອງ​ຊາວ​ເຜົ່າ ຊ໋ານຈີ, ​ໃນບ້ານ​ໃດ​ກໍ່​ມີ​ສາລາ. ສາລາ​ບ້ານ​ແມ່ນ​ແຫ່ງບູຊາຜີ​ຫຼັກບ້ານ, ​ແລະຜູ້​ມີ​ຄຸນງາມຄວາມດີຕໍ່​ບ້ານ. ສາລາ​ບ້ານ​ຖືກກໍ່ສ້າງຕາມ​ແບບ​ທຳ​ມະ​ດາ​ງ່າຍດາຍ, ​ດ້ວຍ​ດິນ​ຈີ່, ປູນ ​ແລະ ຂີ້​ຊາຍ. ສັງ​ເກດ​ຈາກ​ທາງ​ນອກ​ກໍ່ເຫັນ​ວ່າ​ສາລາ​ບ້ານ​ຄື​ດັ່ງ​ເຮືອນ​ຢູ່​ຂອງ​ປະຊາຊົນ. ຢູ່​ທາງ​ໃນ​ກໍ່​ບໍ່​​​ໄດ້​ຮັບ​ການປະດັບ​ປະດາ​ຕົກ​ແຕ່ງຢ່າງສະຫງ່າ​ຜ່າ​ເຜີຍ, ບໍ່​ມີ​ພະພຸດທະ​ຮູບ, ບໍ່​​ແຂວນປ້າຍ​ຄຳ​ຜະຫຍາ, ຫາກ​ມີ​ພຽງ​ແທ່ນ​ບູຊາ​, ຢູ່​ເທິງ​ຕັ້ງ​ໂຖ​ປັກ​ທູບ​ເທົ່າ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບ່ອນປຸກສ້າງ​ສາລາບ້ານ ພັດ​ໄດ້​ຮັບ​ການ​ເລືອກ​ເຟັ້ນຢ່າງ​ລະອຽດ​ທີ່​ສຸດ. ທ່ານ ​ເລິ​ມວັນ​​ແອງ, ​ໃຫ້​ຮູ້​ວ່າ:

    “ສາລາ​ບ້ານ​ທ້າຍ​ສະຕະວັດ​ທີ່ 19, ຕົ້ນ​ສະຕະວັດ​ທີ 20 ຖືກ​ກໍ່ສ້າງຢູ່​​ເຂດດິນ​ດີທີ່​ສຸດ​​ໃນບ້ານ ​ແລະ ​ໄດ້​ຮັບ​ການ​ຮັກສາ​ໄວ້​ຈົນ​ເຖິງ​ປະຈຸ​ບັນ, ດ້ວຍ​ການ​ບຸລະນະ​ປະຕິສັງຂອນມາ​ຫຼາຍ​ຄັ້ງ”.

    ​ເຖິງ​ວ່າສາລາ​ບ້ານ​ບໍ່​ມີ​ສີສັນ​ພິ​ເສດ​ສະ​​ເພາະກ່ຽວ​ກັບສະຖາປັດຕະຍະ ກຳກໍ່ຕາມ, ​ແຕ່​ຊາວ​ເຜົ່າ ຊ໋ານຈີ​ພັດ​ມີ​ບັນດາ​ສິ່ງ​ຄະລຳ​ທີ່​ກ່ຽວຂ້ອງ​ເຖິງ​ສາລາ​ບ້ານ​ທີ່​ສັກສິດ​ຂອງ​ປະຊາ​ຄົມ​ຕົນຢ່າງ​ເຂັ້ມ​ງວດ. ທ່ານ ຫຼີຮົ່ງວຽນ, ຫົວໜ້າ​ຄະນະ​ປະຕິບັດ​ວຽກ​ງານ​ແນວ​ໂຮມ​ບ້ານ ຫໍ້, ​ໃຫ້​ຮູ້​ວ່າ:

    “ງານບຸນສາລາ​ບ້ານຖືກຈັດ​ໃນ​ວັນ​ທີ 2 ​ເດືອນ​ຈຽງ. ທຸກ​ຄອບຄົວ​ໃນ​ບ້ານ​ລ້ວນ​ແຕ່​ເຂົ້າ​ຮ່ວມ​ ​ແລະ ປະກອບ​ເງິນ, ​ເຄື່ອງ​ຂອງ​ບູຊາ​ເພື່ອ​ທຳ​ພິທີ, ດ້ວຍ​ຄວາມ​ປາຖະໜາ​ວ່າຜີ​ຫຼັກ​ບ້ານຈະ​ບັນດານ​ໃຫ້​ປະຊາຊົນ​ບ້ານ​ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ, ມີຊີວິດ​ອິ່ມໜຳສຳລານ, ດິນ​ຟ້າ​ອາກາດ​ອຳນວຍ​ຄວາມ​ສຳ​ດວກ. ນີ້​ກໍ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ປະຊາຊົນ​ປຶກສາ​ຫາລື​ວຽກ​ງານ​ສຳຄັນບາງ​ຢ່າງ​ຂອງ​ບ້ານ​ເພື່ອ​ຜັນ​ຂະຫຍາຍ​ໃນ​ປີ“.

    ຕາມ​ທ່ານ ​ເລິ​ມວັນ​ແອງ, ນອກຈາກ​ງານ​ບຸນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 2 ​ເດືອນ​ຈຽງ​ແລ້ວ, ​ເມື່ອ​​​ມີ​ວຽກ​ງານ​ສຳຄັນທີ່​ກ່ຽວຂ້ອງ​ເຖິງ​ປະຊາ​ຄົມ, ​ເຂົາ​ເຈົ້າ​ກໍ່​ຈັດ​ພິທີ​​ບູຊາໃນສາລາ​ບ້ານ​ອີກ.

    “ສຳລັບບັນດາ​ບັນຫາ​ສຳຄັນ​​ຈຳ​ເປັນ​ຕ້ອງ​​ໄດ້​ຮັບ​ການປຶກສາ​ຫາລື​ໃນ​ບ້ານ, ​ເຂົາ​ເຈົ້າ​ຈະ​ຈັດ​ພິທີ​ເພື່ອ​ພາວະນາຂໍ​ຜີ​ຫຼັກ​ບ້ານບັນດານ​ໃຫ້​ປະຊາຊົນ​ມີ​ຊີວິດ​ຢູ່​ເຢັນ​ເປັນ​ສຸກ, ການ​ທຳ​ມາ​ຫາ​ກິນ​ໄດ້​ຮັບ​ຜົນ​ດີ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ດ້ານ​ຈິດ​ວິນ​ຍານທີ່​ມີ​ລັກສະນະ​ປະຊາ​ຄົມ​ສູງ​ສຸດ“.

    ມາ​ຮອດ​ປະຈຸ​ບັນ, ຊາວ​ເຜົ່າ ຊ໋ານຈີ​ຍັງ​ຄົງ​ປະຕິບັດ​ບັນດາ​ສິ່ງ​ຄະລຳ​ດ້ວຍ​ຄວາມ​ນັບຖື​ຢູ່​. ໃນ​ປີ, ຄອບຄົວ​ໃດ​ມີຄົນເສຍ​ຊີວິດ, ຄອບຄົວ​ນັ້ນ​ຈະ​ບໍ່​ໄດ້​ເຂົ້າສາລາ​ບ້ານ. ປ້າ ຫຼີທິນາມ, ຊາວບ້ານ​ຫໍ້, ​ໃຫ້​ຮູ້​ວ່າ:

    “​ເຄື່ອງ​ຂອງທີ່​ນຳ​ມາ​ບູຊາ​ຢູ່​ສາລາ​ບ້ານ​ມີ​ແກ້ວ​ເຫຼົ້າ, ​ເຂົ້າຕົ້ມ, ບາງ​ຄອບຄົວ​ກໍ່​ນຳ​ເອົາ​ຖ້ວຍ​ຊີ້ນ ຫຼື​ຖ້ວຍ​ເຝີມາ​ບູຊາ. ​ເຄື່ອງ​ຂອງ​ບູຊາ​​ໂດຍ​ຜູ້​ຊາຍຕົ້ມ​ເອງ. ສິ່ງ​ດັ່ງກ່າວຕ້ອງປະຕິບັດ​ຢ່າງ​ເຂັ້ມ​ງວດ, ຖ້າ​ລະ​ເມີດ​ຈະ​ຖືກ​ລົງ​ໂທດ ​ແລະ ທັງ​ໝູ່​ບ້ານ​ຈະ​ຖືກ​ຮັບ​ຜົນ​ຮ້າຍ“.

    ຕາມ​ປົກກະຕິ, ຜູ້​ຊາຍ​ເຄີຍ​​ແຕ່ງ​ເຄື່ອງ​ຂອງ​ບູຊາ. ທ່ານ ​ເລິ​ມວັນ​ແອ​ງ ​ໃຫ້​ຮູ້​ວ່າ, ຜູ້​ຊາຍຕ້ອງ​ຕື່ນ​ນອນ​ແຕ່​ຮຸ່ງ​ເຊົ້າ​​ເພື່ອແຕ່ງ​ອາຫານນຳ​ໄປບູຊາ​ຢູ່​ສາລາບ້ານ. ກ່ອນ​ອຶ່ນໝົດ​ອາຫານ​ຕ້ອງ​ສະອາດ, ​ໃນ​ການ​ແຕ່ງອາຫານ, ​ວັດຖຸ, ​ເຄື່ອງ​ຂອງ​ໃຊ້​ເພື່ອ​ປຸງ​ແຕ່ງ​ຕ້ອງ​ສະອາດ.

    “ນັບ​ແຕ່​ກ່ອນ​ມາ​ນີ້, ຂ້າພະ​ເຈົ້າ​ເຄີຍ​ເຮັດ​ວຽກ​ນີ້. ຂ້າພະ​ເຈົ້າ​ຄິດ​ວ່າ, ລຸ້ນກ່ອນ​ຢາກ​ໃຫ້​ແມ່ຍິງ​ພັກຜ່ອນ​ໃນ​ຊຸ່ມ​ວັນ​ບຸນປີ​ໃໝ່, ​​ເພື່ອ​ມີ​ເວລາ​ເບິ່ງ​ແຍງ​ລູກ​ຫຼານ ​ແລະ ຜູ້​ຊາຍ​ກໍ່​ຕ້ອງ​ຮູ້​ວຽກ​ງານ​ຂອງ​ແມ່ຄົວ​ແມ່ນ​ຄື​ແນວ​ໃດ“.

    ມາ​ຮອດ​ປະຈຸ​ບັນ, ​ເມື່ອ​ຊີວິດ​ໄດ້​ມີ​ການ​ປ່ຽນ​ແປງ​, ທັນ​ສະ​ໄໝ​ກວ່າ, ​ແຕ່​ຊາວ​ເຜົ່າ ຊ໋ານຈີ​ຍັງ​ຄົງ​ຮັກສາ​ບັນດາ​ພິທີ​ໂດຍບັນພະບຸລຸດ​​ປະ​ໄວ້. ​​ເຂົາ​ເຈົ້າ​ທຸກ​ຄົນ​ຕ່າງ​ກໍ່​ປາຖະໜາ​ວ່າ, ຖ້າ​ຕົນ​ເອງ​ປະຕິບັດ​ຢ່າງ​ຖືກຕ້ອງ, ທັງ​ຄອບຄົວ ​ແລະ ປະຊາ​ຄົມ​ບ້ານ​ຕາ​ແສງ​ຂອງ​ຕົນ​ຈະ​ປະສົບ​ຄວາມ​ໂຊກ​ດີ, ທຳ​ມາ​ຫາ​ກິນ​​ໄດ້​ຮັບ​ຜົນ​ດີ ​ແລະ ດິນ​ຟ້າ​ອາກາດກໍ່​ອຳນວຍ​ຄວາມ​ສະດວກ. ​ໂດຍ​ຜ່ານ​ຫຼາຍ​ລຸ້ນຄົນ, ສາລາ​ບ້ານ​ຂອງ​ຊາວ​ເຜົ່າ​ ຊ໋ານຈີຍັງ​ຄົງ​ແມ່ນ​ບ່ອນ​ອີງ​ດ້ານ​ຈິດ​ວີນຍານ​ທີ່​ໝັ້ນຄົງ​ຂອງ​ປະຊາ​ຄົມ​ຊົນ​ເຜົ່າ​ນີ້, ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ, ມີ​ມານະ​ຈິດ​ໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ຊີວິດ​ຄອບຄົວກໍ່ຄືຊົນ​ເຜົ່າ​ຂອງ​ຕົນ.

 

ຕອບກັບ

ຂ່າວ/ບົດ​ອື່ນ