vovworld - ເມື່ອທຽບໃສ່ຊົນເຜົ່າອື່ນໆທີ່ດຳລົງຊີວິດຮ່ວມກັນຢູ່ແຂວງຟູ໋ອຽນຄື: ຊົນເຜົ່າຈຳ, ຊົນເຜົ່າບານາ... ຊາວຊົນເຜົ່າເອເດ ຢູ່ເມືອງຊົງຮີ່ງ ຍັງຄົງຮັກສາອາຊີບຕຳ່ຜ້າພື້ນເມືອງໄວ້ໄດ້ ແລະ ພັດທະນາຈົນຮອດປະຈຸບັນ. ໃນເຮືອນຍາວຂອງຊົນເຜົ່າຕົນ, ຄຽງຂ້າງເຄື່ອງມື, ອຸປະກອນຕ່າງໆຄື: ກະພາ, ເຄື່ອງລ່າເນື້ອນັ້ນ, ແມ່ນກີ່ຕຳ່ຫູກຜ້າແພພື້ນເມືອງ. ນອກຈາກເວລາໄປເຮັດໄຮ່ແລ້ວ, ແມ່ຍິງຊົນເຜົ່ນເອເດ ເຄີຍຕິດພັນກັບວຽກງານຕຳ່ຫູກຜ້າແພພື້ນເມືອງ.
ປ້າ ມີ໋ເບີລືກຳລັງຕຳ່ຫູກຜ້າແພພື້ນເມືອງຂອງຊົນເຜົ່າເອເດ
ປະຈຸບັນ, ຢູ່ບ້ານຕ່າງໆຂອງຊົນເຜົ່າເອເດ ໃນເມືອງຊົງຮີ່ງ ຍັງຄົງຮັກສາອາຊີບຕຳ່ຜ້າແພພື້ນເມືອງໄວ້ຢູ່. ບັນດາແມ່ຍິງຊົນເຜົ່າເອເດ ຍັງເມົາມົວກັບວຽກງານນີ້ເພື່ອສ້າງເປັນແຜ່ນແພດ້ວຍລວດລາຍທີ່ເປັນເອກະລັກສະເພາະ. ປ້າ ມີ໋ເບີລື, ປີນີ້ອາຍຸເກືອບ 70 ປີ, ແຕ່ປ້າໄດ້ຕິດພັນກັບວຽກງານຕຳ່ຜ້າແພພື້ນເມືອງມາເປັນເວລາເກືອບ 50 ປີແລ້ວ .
“ນັບແຕ່ເວລາຂ້າພະເຈົ້າຮູ້ຕຳ່ຜ້າພື້ນເມືອງ ໄດ້ມີກີ່ຕຳຫູກນີ້ແລ້ວ ແລະ ມັນໄດ້ຕິດພັນກັບຂ້າພະເຈົ້າມາຮອດປະຈຸບັນ. ເມື່ອມີອາຍຸ 18, 20 ປີ, ຂ້າພະເຈົ້າໄດ້ຮຽນວິທີຕຳ່ຫູກຈາກແມ່ ແລະ ບັນດາຜູ້ເຖົ້າແກ່ໃນບ້ານ. ກ່ອນນີ້ແມ່ຍິງຊົນເຜົ່າເອເດ ຖ້າບໍ່ຮູ້ຕຳ່ຫູກ ຈະຖືກຕີລາຄາວ່າແມ່ນຜູ້ບໍ່ມີສີມືດີ. ໂສ້ງເສື້ອຂອງທຸກຄົນໃນຄອບຄົວ ລ້ວນແຕ່ໂດຍແມ່ຍິງເຮັດເອງ“.
ກີ່ຕຳ່ຫູກຂອງຊົນເຜົ່າເອເດ ຕ່າງກັບຊົນເຜົ່າອື່ນໆ, ມັນເຮັດດ້ວຍໄມ້ໄຜ່. ເມື່ອແມ່ຍິງຊົນເຜົ່າເອເດຕຳ່ຫູກ, ເຂົາເຈົ້າຈະສ້າງເປັນລວດລາຍຕາມເສັ້ນຍາວເຊິ່ງໄດ້ຈັດກຽມກ່ອນແລ້ວ. ດັ່ງນັ້ນເມື່ອຈັດກຽມເສັ້ນຍາວເຂົາເຈົ້າຕ້ອງຄິດໄລ່ບັນດາເສັ້ນສີຄືແນວໃດໃຫ້ເໝາະສົມ ເພື່ອສ້າງເປັນລວດລາຍຕາມແນວຄວາມຄິດຂອງຕົນ. ປ້າມີ໋ເບີລືໃຫ້ຮູ້ວ່າ, ຄວາມສາມາດຂອງບັນດານັກສິລະປະການຊາວຊົນເຜົ່າເອເດ ນັ້ນແມ່ນ ບໍ່ຕ້ອງການອອກແບບກ່ອນ, ຫາກທຸກສິ່ງທຸກຢ່າງລ້ວນແຕ່ມີຢູ່ໃນຕົວຂອງຜູ້ຕຳ່ຫູກ. ສິ່ງສຳຄັນແມ່ນຕ້ອງມີຄວາມຊຳນານ ແລະ ມີສຸຂະພາບແຂງແຮງ.
“ຢາກມີແຜ່ນແພທີ່ສວຍງາມ, ກ່ອນອື່ນໝົດແມ່ນຕ້ອງນັ່ງຂະໜານກັບກີ່ຕຳ່ຫູກ, ຕີນຕ້ອງຖີບແຮງ, ມືຕ້ອງບັນຊາຢ່າງແນ່ວແນ່. ສ່ວນລວດລາຍໃນແຜ່ນແພ ແມ່ນຂຶ້ນກັບຄວາມນິຍົມຂອງຜູ້ເຮັດ“.
ປ້າ ມີ໋ເບີລືກຳກຽມຕຳ່ຫູກຜ້າແພພື້ນເມືອງຂອງຊົນເຜົ່າເອເດ
ຜ່ານຫຼາຍເຊັ່ນຄົນ, ມາຮອດປະຈຸບັນຊາວເຜົ່າເອເດ ຍັງຄົງຕຳ່ຫູກບັນດາແຜ່ນແພທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນຢູ່. ປະລິຍາເອກຊົນເຜົ່າວິທະຍາ, ທ່ານນາງ ທູຍູງ ເມີໂລຢວນຢູ, ໃຫ້ຮູ້ວ່າ:
“ລວດລາຍທີ່ເປັນມູນເຊື້ອຂອງຊາວເຜົ່າເອເດ ສ່ອງແສງໃຫ້ເຫັນໂລກທຳມະຊາດຢູ່ອ້ອມຂ້າງເຂົາເຈົ້າ. ຕົວຢ່າງຄືຕົ້ນໄມ້ໃບຫຍ້າ, ສັດ...ປະຈຸບັນ, ແມ່ຍິງເອເດ ຫຼາຍຄົນໄດ້ຕຳ່ຫູກລວດລາຍທີ່ຄວັດເທິງຂຸມຜີໃສ່ກະໂປ່ງຂອງຕົນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ແນວຄິດຂອງເຂົາເຈົ້າໄດ້ມີການປ່ຽນແປງ “.
ຈຸດພິເສດສະເພາະໃນຜ້າແພພື້ນເມືອງຂອງຊາວເຜົ່າເອເດ ແມ່ນສະແດງອອກຜ່ານວິທີປະສານສີ. ເພື່ອສ້າງເປັນເສັ້ນໄໝທີ່ມີສີແຕກຕ່າງກັນ, ເຂົາເຈົ້າຕ້ອງຍ້ອມສີດ້ວຍໃບໄມ້, ເປືອກ ແລະ ຮາກໄມ້ປ່າຕາມປະສົບການທີ່ມີມາກ່ອນນີ້ຫຼາຍເຊັ່ນຄົນ, ຕົວຢ່າງຄືຢາກມີສີຄາມເຂົາເຈົ້າໃຊ້ເປືອກຕົ້ນຄາມ, ຢາກມີສີເຫຼືອງ ແມ່ນໃຊ້ຂີ້ໝີ້ນ... ຊົນເຜົ່າເອເດ ສ່ວນຫຼາຍໃຊ້ສີດຳ ແລະ ສີຂາວເປັນພື້ນໃຫ້ຜ້າແພພື້ນເມືອງຂອງຕົນ, ເພາະວ່າເຂົາເຈົ້າຢາກໃຫ້ຊີວິດຂອງຕົນເຈືອຈານພ້ອມກັບທຳມະຊາດ, ພູຜາປ່າໄມ້, ໄຮ່ ແລະ ດິນແດນບ່ອນທີ່ເຂົາເຈົ້າດຳລົງຊີວິດ. ປະລິຍາເອກຊົນເຜົ່າວິທະຍາ, ທ່ານນາງ ທູຍູງ ເມີໂລຢວນຢູ, ໃຫ້ຮູ້ວ່າ:
“ໂສ້ງເສື້ອຂອງຊາວເຜົ່າເອເດ ສ່ວນຫຼາຍແມ່ນມີສີດຳ ແລະ ແດງ. ແຕ່ກະໂປ່ງຂອງແມ່ຍິງເອເດ ພັດມີ 5 ສີຕົ້ນຕໍຄື: ສີດຳ, ສີແດງ, ສີເຫຼືອງ, ສີຟ້າທະເລ ແລະ ສີຂຽວຂອງຕົ້ນໄມ້, ເພາະວ່າທັງ 5 ສີດັ່ງກ່າວຊາວເຜົ່າເອເດ ສາມາດປະດິດເອງໄດ້“.
ຜົວເມຍອະດີດນັກຮົບເກົາShi ພ້ອມກັບຊຸດເສື້ອຂອງຊົນເຜົ່າເອເດ
ຢາກມີ ກະໂປງ, ເສື້ອຜືນໜຶ່ງ, ແມ່ຍິງຊົນເຜົ່າເອເດ ຕ້ອງຕຳ່ຫູກຜ້າແພພື້ນເມືອງໃນເວລາ 4 ເດືອນ, ບາງເທື່ອຈະຍາວກວ່າອີກ, ອີງໃສ່ລັກສະນະແຍບຍົມ, ລະອຽດລະອໍຂອງຜ້າແພ. ດັ່ງນັ້ນ, ກ່ອນຈະຕຳ່ຫູກ, ແມ່ຍິງຊົນເຜົ່າເອເດ ໄດ້ຄິດໄລ່ເຖິງການຈັດກຽມລວດລາຍຢ່າງລະອຽດ, ເພື່ອພາຍຫຼັງຕຳ່ຫູກສຳເລັດ, ບັນດາລວດລາຍຈະເໝາະສົມ, ພໍດີກັບກະໂປ່ງ ແລະ ເສື້ອ, ນັ້ນແມ່ນຄວາມເກັ່ງກ້າສາມາດຂອງແມ່ຍິງຊົນເຜົ່າເອເດ.