ອາ​ຊີບຕີ​ເຫຼັກ​ຂອງຊາວ​ ນຸ່ງ​ອານຢູ່​ແຂວງ ກາວ​ບັ່ງ

(VOVWORLD) -  ຟຸກແຊນ ແມ່ນຕາແສງໜຶ່ງຢູ່ເຂດພູດອຍ ຂຶ້ນກັບເມືອງ ກວ໋າງອວຽນ ແຂວງ ກາວບັ່ງ ເຊິ່ງພໍ່ແມ່ປະຊາົນ ເຜົ່າ ນຸ່ງ ດຳລົງຊີວິດຢູ່ປັດຈຸບັນ ຟຸກແຊນ ມີ 420 ຄອບຄົວ ໂດຍມີປະຊາົນ ເຜົ່າ ນຸ່ງ ປະມານ 2.000 ຄົນ ເຊິ່ງໄດ້ແບ່ງເປັນຫຼາຍແຊງນ້ອຍຄື ນຸ່ງອານນຸ່ງອິງນຸ່ງລ່ອຍ… ພໍ່ແມ່ປະຊາົນ ເຜົ່າ ນຸ່ງຢູ່ແຫ່ງນີ້ ມີປະຫວັດສາດການພັດທະນາມາແຕ່ດົນນານ ມີຮີດຄອງປະເພນີວັດທະນະທຳທີ່ເປັນເອກະລັກສະເພາະພິເສດຊາວ ນຸ່ງອານ ູ່ທີ່ນີ້ ມີອາຊີບຕີເຫຼັກດ້ວຍມືທີ່ເປັນມູນເຊື້ອ ເຊິ່ງມີຊື່ສຽງໃນທົ່ວປະເທດ.

    

ອາ​ຊີບຕີ​ເຫຼັກ​ຂອງຊາວ​ ນຸ່ງ​ອານຢູ່​ແຂວງ ກາວ​ບັ່ງ - ảnh 1ພິທີຮັບຮອງເອົາອາຊີບຕີເຫຼັກຂອງຊາວ ນຸ່ງອານ, ຕາແສງ ຟຸກແຊນ ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ. (ພາບ: nhandan.com.vn)

ຢູ່ລຽບຕາມທາງຫລວງເລກ 3 ຫ່າງຈາກນະຄອນ ກາວບັ່ງໄປ ປະມານ 30 ກິໂລແມັດ, ແຂກທ່ອງທ່ຽວສາມາດພົບເຫັນໝູ່ບ້ານອາຊີບຕີເຫຼັກ ຟຸກແຊນ ຢູ່ ກວ໋າງອວຽນ ໄດ້ຢ່າງງ່າຍດາຍ. ຢູ່ເຕົາຫຼອມເຫຼັກ ຍາມໃດກໍໄຟ,ລູກແດງຮຸ່ນໆ ແລະ ຍາມໃດກໍມີສຽງທັບ , ສຽງຕໍ່ດັງກ້ອງກັງວານໄປທົ່ວພູປ່າປ່າໄມ້. 

ຟຸກແຊນ ແມ່ນໜູ່ບ້ານອາຊີບຕີເຫຼັກທີ່ມີປະຫວັດສາດພັດທະນາກ່ອນນີ້ 200 ປີ. ທຳອິດ, ໜູ່ບ້ານອາຊີບຕີເຫຼັກ ເຮັດພຽງແຕ່ບັນດາເຄື່ອງມືທຳການກະເສດ,ເຄື່ອງຮັບໃຊ້ໃຫ້ແກ່ການຜະລິດກະສິກຳ ແລະ ຮັບໃຊ້ໃນຊີວິດປະຈຳວັນເທົ່ານັ້ນ. ຍ້ອນມີຄຸນນະພາບດີ, ຊື່ສຽງຂອງໜູ່ບ້ານອາຊີບຕີເຫຼັກຈິ່ງຄ່ອຍໆຊ່າລືໄປໄກ, ຜະລິດຕະພັນໄດ້ຮັບຄວາມນິຍົມຊົມຊອບຈາກຜູ້ຊົມໃຊ້. ປັດຈຸບັນ, ຜະລິດຕະພັນຂອງໜູ່ບ້ານອາຊີບນີ້ແມ່ນບັນດາປະເພດມີດ, ພ້າ, ມີດຕັດ, ເຄື່ອງມືທຳການກະເສດ ແລະ ບັນດາຜະລິດຕະພັນຂອງໜູ່ບ້ານອາຊີບທີ່ໄດ້ຮັບການຈຳໜ່າຍຢ່າງຫຼວງຫຼາຍຢູ່ບັນດາແຂວງພາກເໜືອ ແລະ ເຂດໄຕງວຽນ. ລຸງ ເລືອງວັນເກືື່ອງ ແມ່ນໜຶ່ງໃນບັນດານາຍຊ່າງຢູ່ໃນໝູ່ບ້ານຕີເຫຼັກໃຫ້ຮູ້ວ່າ: ຄອບຄົວລຸງເຮັດອາຊີບຕີເຫຼັກທີ່ເປັນມູນເຊື້ອຈາກປູ່ຍ່າຕາຍາຍປະໄວ້ໃຫ້. ປັດຈຸບັນ, 3 ອ້າຍນ້ອງຂອງລຸງ ກໍຍັງສືບຕໍ່ເຮັດວຽກຢູ່ເຕົາຫຼອມເຫຼັກຂອງຄອບຄົວຕົນ, ມື້ໜຶ່ງ ສາມາດຕີມີດ ພ້າ ແລະ ເຄື່ອງມືຮັບໃຊ້ໃຫ້ແກ່ການຜະລິດກະເສດໄດ້ 13 – 15 ຢ່າງ. ລຸງ ເລືອງວັນເກືື່ອງ ແບ່ງປັນວ່າ:

        “3 ອ້າຍນ້ອງແບ່ງເປັນຄູ່ປ່ຽນກັນເຮັດ, ເພື່ອເຮັດມີດໄດ້ນັ້ ຢ່າງໜ້ອຍຕ້ອງມີ 2 ຄົນຕີ, ຢູ່ ເຕົາຫຼອ 2 ເຕົາ ແຕ່ລະເທື່ອເຮັດມີດໄດ້ປະມານ 4 ດວງ ແລະ ເຄື່ອງມືທຳການກະເສດນວນໜຶ່ງ ເຊິ່ງໃຊ້ເວລາເຮັດປະມານ 3 ຊົ່ວໂມງ”.

        ຕາມລຸງ ເກືື່ອງ ແລ້ວ, ເພື່ອເຮັດມີດທີ່ຄົມໄດ້ນັ້ນ, ຊາວເຜົ່າ ນຸ່ງ ກໍມີເຄັດລັບວິທີເຮັດສະເພາະ. ເຄັດລັບນັ້ນ ເລີ່ມຈາກວັດຖຸດິບ. ວັດຖຸດິບໃຊ້ຕີມີດ ໄດ້ເອົາມາຈາກບັນດາແໜບລົດໂອໂຕທີ່ເປ່ເພແລ້ວ, ພິເສດ ແມ່ນແໜບລົດຈິບດີທີ່ສຸດ. ຄຽງຄູ່ກັນນັ້ນ ຕ້ອງມີບັນດາປະເພດເຫຼັກ ແລະ ຖ່ານ (ໄມ້) ທີ່ໄດ້ມາດຕະຖານຄົບຖ້ວນ. ແຫຼ່ງເຫຼັກທີ່ນຳມາເປັນວັດຖຸດິບ ແມ່ນເກັບຊື້ມາຈາກແຂວງ ຫວິ໊ງຟຸກ ບ່ອນທີ່ເປັນສາງລົດເກົ່າ ແລະ ມີແຫຼ່ງຖ່ານເຜົາ. ຢູ່ບ່ອນອື່ນ, ປົກກະຕິ ເຂົາເຈົ້າໃຊ້ຖ່ານຫີນເຜົາໃຫ້ມີອຸນນະພູມສູງ, ແຕ່ຢູ່ໝູ່ບ້ານ ຟຸກແຊນ ພັດໃຊ້ຖ່ານຟືນຈາກບັນດາປະເພດໄມ້ເນື້ອແຂງຄື ໄມ້ສີສຽດ ຈຶ່ງຊ່ວຍໃຫ້ຮັກສາຄວາມຮ້ອນ ແລະ ເຮັດໃຫ້ຖ່ານເປັນສີແດງ. ຕາມບັນດາຜູ້ເຄີຍເຮັດອາຊີບນີ້ແລ້ວ, ໃຊ້ຖ່ານຟືນຈຶ່ງເຮັດງ່າຍ ແລະ ເຫຼັກຈະອອກສີເປັນເອກະລັກສະເພາະຂອງມັນ. ເພື່ອຮັກສາຄວາມຮ້ອນໄດ້ນັ້ນ, ເຕົາຫຼອມເຫຼັກຕ້ອງເຮັດດ້ວຍຫີນ ແລ້ວໃຊ້ເຟືອງ ແລະ ຂີ້ແກບ ເຮັດເປັນວັດສະດຸສ້າງເຕົາ. ຄຽງຄູ່ກັນນັ້ນ ກໍຕ້ອງເວົ້າເຖິງເຕັກນິກໃນການໃຊ້ ແນວຮອງຄ້ອນ, ການຕີເຫຼັກທີ່ສະໝ່ຳສະເໜີ ແລະ ເພື່ອຕີມີດ, ພ້າໄດ້ນັ້ນ ກໍຕ້ອງມີການຝຶກຝົນ, ໃຊ້ຄ້ອນຕີປະມານ 24 -30 ເທື່ອຈຶ່ງໄດ້ຜະລິດຕະພັນຕາມຄວາມຕ້ອງການ. ຕາມບັນດາຜູ້ເຄີຍເຮັດອາຊີບນີ້ມາເປັນເວລາຫຼາຍປີໃນໝູ່ບ້ານແລ້ວ, ອາຊີບຫຼອມເຫຼັກຫັດຖະກຳຢູ່ ຟຸກແຊນ ເກືອບວ່າບໍ່ມີສູດໃດໆ ແຕ່ສ່ວນຫລາຍແມ່ນອີງໃສ່ຄວາມຮັບຮູ້ອັນຍອດຍິ່ງຂອງຫູ ແລະ ຕາຂອງຊ່າງພ້ອມກັບປະສົບການ, ໃນນັ້ນ ກໍມີທັກສະສະເພາະຂອງໝູ່ບ້ານ ນັ້ນແມ່ນຕີມີດດ້ວຍຕາ, ຄວາມສາມາດໃນການຮັບຮູ້ເຖິງຜະລິດຕະພັນຜ່ານສາຍຕາ. ລຸງ ຫງອກວັນກິມ, ຊ່າງເກັ່ງຂອງໝູ່ບ້ານ ໃຫ້ຮູ້ວ່າ: ນັບແຕ່ແຫຼ່ງວັດຖຸດິບ ທຳອິດກໍຕ້ອງຄັດເລືອກຂະໜາດຂອງແໜບວ່າຈະໃຊ້ເຮັດເປັນຜະລິດຕະພັນຫຍັງ, ວິວັດການຝຶກຝົນ, ຊ່າງຕີເຫຼັກກໍຕ້ອງບັນລຸລະດັບຈັງຫວະຕີຄ້ອນ, ໃຊ້ຕາເບິ່ງເພື່ອສ້າງຄວາມລຽບພຽງ, ເຖິງລະດັບໃດຈຶ່ງບັນລຸຕາມຄວາມຕ້ອງການ, ຂັ້ນຕອນທັງໝົດນີ້ ມີພຽງແຕ່ອີງໃສ່ປະສົບການຂອງຊ່າງເທົ່ານັ້ນ. ລຸງ ຫງອກວັນກິມ ໃຫ້ຮູ້ວ່າ:

        ຕ້ອງຫຼອມເຫຼັກໃຫ້ແດໄດ້ຕາມຄວາມຕ້ອງການ, ຖ້າແດງເກີນໄປກໍບໍ່ດີ, ເມື່ອຫຼອມເຫຼັກແມ່ນບໍ່ຄິດໄລ່ເວລາ ແຕ່ຕ້ອງສັງເກດເບິ່ງດ້ວຍຕາ ເພື່ອບັນລຸໄດ້ ຄວາມແດງຖືກຕາມລະດັບຂອງເຫຼັກ, ບໍ່ໃຫ້ເຫຼັກເປື່ອຍ, ເຮັດໄດ້ແນວນັ້ ມີດຈຶ່ງແຂງ ແລະ ຄົມ”.

        ມາຮອດປັດຈຸບັນ, ຕາແສງ ຟຸກແຊນ ມີ 6/10 ຄຸ້ມໝູ່ບ້ານອາຊີບຕີເຫຼັກ ດ້ວຍເຕົາຫຼອມເຫຼັກ 157 ເຕົາ, ແກ້ໄຂວຽກເຮັດງານທຳໃຫ້ ກວ່າ 300 ແຮງງານ ດ້ວຍລາຍຮັບ 5 ລ້ານ ດົງ/ຄົນ/ເດືອນ, ອັນໄດ້ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນເຂດໃຫ້ດີຂຶ້ນ. ອາຊີບຕີເຫຼັກຢູ່ຕາແສງ ຟຸກແຊນ ມີຈຸດທີ່ເປັນເອກະລັກສະເພາະຫຼາຍຢ່າງ, ນັບແຕ່ໂຄງປະກອບຂອງເຕົາ, ຈັງຫວະຕີຄ້ອນຕີ, ເຕັກນິກໃນການຕີເຫຼັກ ຕະຫຼອດຮອດຄຸນນະພາບຂອງຜະລິດຕະພັນ. ອາດເວົ້າໄດ້ວ່າ ນີ້ແມ່ນໜຶ່ງໃນບັນດາໝູ່ບ້ານຫັດຖະກຳທີ່ເປັນເອກະລັກທີ່ສຸດຢູ່ແຂວງ ກາວບັ່ງ ກໍຄືຢູ່ ຫວຽດນາມ. ກໍຍ້ອນມີໝູ່ບ້ານອາຊີບຕີເຫຼັກທີ່ເປັນເອກະລັກສະເພາະນີ້ ຈຶ່ງເຮັດໃຫ້ແຕ່ລະປີ ມີຈຳນວນແຂກທ່ອງທ່ຽວມາຢ້ຽມຊົມຕາແສງ ຟຸກແຊນ ຢ່າງຫຼວງຫຼາຍ, ອັນໄດ້ນຳມາເຊິ່ງລາຍຮັບໃຫ້ແກ່ປະຊາຊົນພໍສົມຄວນ. ດ້ວຍຄວາມໝາຍປະຫວັດສາດ, ວັດທະນະທຳສຳຄັນໃນການດຳລົງຊີວິດຂອງຊາວ ນຸ່ງອານ, ວັນທີ 29 ມັງກອນ 2019, ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ມີຂໍ້ຕົກລົງສະບັບເລກທີ 446 ຮັບຮອງເອົາອາຊີບຕີເຫຼັກຂອງຊາວ ນຸ່ງອານ, ຕາແສງ ຟຸກແຊນ ເປັນມໍລະດົກວັດທະນະທຳບໍ່ແມ່ນວັດຖຸແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ