ອາຊີບປູກເຂົ້ານາທາມຂອງຊົນເຜົ່າກີງ

(vovworld)-ໃນວົງຄະນາຍາດ 54 ຊົນເຜົ່າດຳລົງຊີວິດຮ່ວມກັນໃນປະເທດ ຫວຽດນາມນັ້ນ, ແຕ່ດົນນານມາແລ້ວ​,ຊົນເຜົ່າກີງ ໄດ້ເຕົ້າໂຮມກັນຕັ້ງຖີ່ນຖານບ້ານຊ່ອງຢູ່ເຂດດິນແດນ​ທີ່ຂຶ້ນກັບເຂດທົ່ງພຽງແມ່ນ້ຳແດງທາງພາກເຫນືອຫວຽດນາມ ແລະ ຕິດພັນກັບອາຊີບປູກເຂົ້ານາທາມ. ຜ່ານຫລາຍໄລຍະແຫ່ງການພັດທະນາ, ອາຊີບປູກເຂົ້ານາທາມບໍ່ພຽງແຕ່ຜະລິດແຫລ່ງທັນຍາຫານກຸ້ມຕົນເອງເທົ່ານັ້ນ ຫາກຍັງສ້າງພື້ນຖານວັດທະນະທຳ, ປະຫວັດສາດທີ່ເປັນມູນເຊື້ອ​ເຂັ້ມຂົ້ນ​ໄປດ້ວຍສີສັນຊົນເຜົ່າອີກດ້ວຍ, ສິ່ງດັ່ງກ່າວໄດ້ສ້າງເປັນພື້ຖານອະລິຍະທຳແຫ່ງການປູກເຂົ້ານາທາມຢູ່ແມ່ນ້ຳແດງ.

          ຕາມ​ບັນ​ດາ​ເອ​ກະ​ສານ​ຄົ້ນ​ຄ້​ວາ​ແລ້ວ, ເຂດ​ທົ່ງ​ພຽງ​ແມ່ນ້ຳແດງ​ຖືກ​ຄູນ​ປ້ານ​ດ້ວຍດິນ​ສັນ​ດອນ​ຂອງແມ່ນ້ຳ​ໃຫຍ່ສອງ​ລຳ​ນັ້ນ​ແມ່ນ​ແມ່ນ້ຳແດງ ແລະ ແມ່ນ້ຳທາຍ​ບີ່ງ ແລະ ກໍ​ແມ່ນ​ສະ​ຖາ​ນ​ທີ່​ຊື່ງ​ຊາວ​ຫວຽດ​ບູຮານ​ຕັ້ງ​ພູມ​ລຳ​ເນົາ. ບັນພະບຸລຸດ​ຂອງ​ຊາວ​ຫວຽດ​ກໍ​ແມ່ນ​ບັນ​ດາ​ຜູ້​ທຳ​ອິດທີ່​ຫັນ​ຕົ້ນ​ເຂົ້າ​ທຳ​ມະ​ຊາດ​​ເປັ​ນ​ແນວ​ພັນເຂົ້າ​ທີ່ພວມປູກ​ໃນ​ປະຈຸບັນ. ຊາວ​ຫວຽດ​ນາມ ໄດ້​ນຳ​ໃຊ້​​ເງື່ອນ​ໄຂ​​ທຳ​ມະ​ຊາດຂອງ​ເຂດ​ຊຸ່ມຮ້ອນ​ ມີ​​ຝົນ​ຕົກ​ຫລາຍ, ມີ​ຫນອງ​ບຶງ​ແລະແມ່ນ​້ຳລຳເຊຫລາຍ​ລຳ​ເພື່ອລ້ຽງ​ຊີບ​ດ້ວຍ​ການປູກ​ເຂົ້າ​ນາ​ທາມ. ຊາວ​ຫວຽດ ໄດ້​ຖື​ເຂົ້າ​ເປັນ​ແຫລ່ງ​ທັນ​ຍາ​ຫານ​ຕົ້ນ​ຕໍ, ການ​ປູກ​ຜັກພືດ​, ໝາກ​ໄມ້, ຫາ​ປາ​ຕາມ​ຮູບ​ແບບ​​ກຸ້ມ​ຕົນ​ເອງ. ສະ​ນັ້ນ ໃນ​ຄາບ​ເຂົ້າ​ຂອງ​ຊາວ​ຫວຽດ ສ່ວນ​ຫລາຍ​ແມ່ນ​ເຂົ້າ​ຈ້າວ, ​ຜັກ ​ແລະ ສິນ​ໃນ​ນ້ຳຊະ​ນິດ​ຕ່າງໆ. ໃນ​ປະ​ຫ​ວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາ,  ຊົນ​ເຜົ່າ​ກີງ​ແມ່ນ​ຊົນ​ເຜົ່າ​ທີ່ມີ​ບົດ​ຮຽນ​ຫລາຍ​ຢ່າງ​ໃນ​ການ​ປູກ​ເຂົ້າ​ນາ​ທາມ, ກໍ່​ສ້າງ​ຊົນ​ລະ​ປະ​ທານ, ຄັນ​ຄູ, ຂຸດ​ຄອງ​ເໝືອງ, ມີ​ເຕັກ​ນິກ​ໃນ​ການ​ເພີ່ມ​ລະ​ດູ​ການ​ປ​ູກ​ຝັງ​ ​ເພື່ອ​ປູກ​ເຂົ້າ​​ໄດ້ຫລາຍ​ລະ​ດູ​ການໃນ​ປີ. ໂດຍ​ຕິດ​ພັນ​ກັບອາ​ຊີບ​ປູກ​ເຂົ້າ​ນາ​ທາມ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ແມ່ນ​ອີງ​ໃສ່​ເງື່ອນ​ໄຂ​ທຳ​ມະ​ຊາດ, ສະ​ນັ້ນ​ຜ່ານ​ການ​ເວ​ລາ​ໄດ້​ສ້າງ​ເປັນ​ຫລາຍ​ຮີດ​ຄອງ​ປະ​ເພ​ນີ, ການ​ເຫລື້ອມ​ໃສ​ດ້ານ​ຈິດ​ວິນ​ຍານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຄື: ໄຫວ້​ບູ​ຊາ​ບັນພະບຸລຸດ, ໄຫ​ວ້​ບູ​ຊາ​ເທວະ​ດາ​ຟ້າ​ແຖນ, ສ້າງ​ເປັນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາວ​ເຜົ່າ​ກີງ. ມີ​ຫລາຍ​ຮູບ​ການສິ​ລະ​ປະ​ວັດ​ທະ​ນະ​ທຳຄື: ຂັບ​ແຈ່ວ, ສິ​ລະ​ປະ​ສະ​ແດ​ງ​ຕຸກ​ກະ​ຕານ້ຳ… ໄດ້​ຢືນ​ຢັນ​ລັກ​ສະ​ນະ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ປະ​ຊາ​ຊົນ​​ໃນເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ.

ອາຊີບປູກເຂົ້ານາທາມຂອງຊົນເຜົ່າກີງ - ảnh 1
ອາຊີປູກເຂົ້ານາມທາມນຳມາເຊິ່ງຊີວິດອີ່ມໜຳສຳລານໃຫ້ແກ່ປະຊາຊົນ
ພາບ: internet

          ​ໂດຍແມ່ນ​ຊົນ​ເຜົ່າ​ທີ່​ມີ​ຕົ້ນ​ກຳ​ເນີ​ດມາ​ແຕ່​ດົນ​ນານ, ຍາມ​ໃດ​ຊາວ​ຫວຽດ​ກໍ​ນຳ​ຫ​ນ້າ​ໃນ​ການ​ຟີ​ຊີກ​ທຳ​ມະ​ຊາດ, ​​ບຸກ​ເບີກ​ທີ່​ດິນ​ເພ​ື່ອ​ພັດ​ທະ​ນາ​ອາ​ຊີບ​ປູກ​ເຂົ້າ. ຕາມ​ການ​ເວ​ລາ, ບັນ​ດາ​ທົ່ງ​ນາ​ໃຫ​ຍ່ຂອງ ຫວຽດ​ນາມ​ ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ແດງ​ທາງ​ພາກ​ເຫ​ນືອ, ເຂດ​ທົ່ງ​ພຽງ​ທາງ​ທິດ​ເຫ​ນືອ​ພາກ​ກາງ ແລະ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ລ້ວນ​ແຕ່​​ໂດຍຊາວ​ເຜົ່າ​ກີງ​ທຳ​ການ​ຜະ​ລິດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ອາ​ຊີບ​ປູກ​ເຂົ້າ​ນາ​ທາມຢູ່ ຫວຽດ​ນາມ ປະ​ກອບ​ສ່ວນ​ລ້ຽງ​ຊີບ​​ໃຫ້ຫລາຍ​ລຸ້ນ​ຄົນ, ແຕ່​ອາ​ຊີບ​ປູກ​ເຂົ້າ​ພຽງ​ແຕ່​ມີ​ການ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ​ເມື່ອ​ກ່ອນນີ້ 20 ປີ ​ເຊິ່ງ​ແມ່ນ​ຈຸດ​ເວລາ​ທີ່ ລັດ​ຫວຽດ​ນາມ​​ປະ​ກາດ​ໃຊ້​ນະ​ໂຍ​ບາຍມອບ​ທີ່​ດິນ​ປູກ​ເຂົ້າ ແລະ ມອບ​ສິດ​ເປັນ​ເຈົ້າ​ໃຫ້​ແກ່​ຊາວ​ກະ​ສິ​ກອນ. ​ນະ​ໂຍ​ບາຍນີ້​ໄດ້​ສ້າງບາດ​ກ້າວ​ບຸກ​ທະ​ລຸ​ໃຫ້​ແກ່​ຂະ​ແຫນງ​ຜະ​ລິດ​ເຂົ້າ​. ສາດ​ສະ​ດາ, ດ​ຣ ຫວໍ​ຕອ​ງ​ຊວນ ​ນັກ​ຄົ້ນ​ຄ້ວາ​ຂົງ​ເຂດ​ກະສິກຳ ໃຫ້​ຮູ້​ວ່າ:

          ນັບແຕ່ຊຸມປີ 1989 ຢູ່ຫວຽດນາມ ໄດ້ເລີ່ມ​​ສົ່ງອອກເຂົ້າສານ, ຈາກໄລຍະຂາດແຄນທັນຍາຫານຫັນໄປສູ່ໄລຍະມີເຂົ້າສານສົ່ງອອກ. ​ນີ້ຜົນ​ແຫ່ງການປະສານສົມທົບລະຫວ່າງວິທະຍາສາດສ້າງ​​ແນວພັນເຂົ້າໃຫມ່ທີ່​​ໃຫ້ສະມັດຕະພາບສູງ ແລະ ການລົງທຶນ​ກໍ່ສ້າງບັນດາກິດຈະກຳຊົນລະປະທານຂອງລັດ ກໍ່ຄືການປະກາດໃຊ້ບັນດານະໂຍບາຍເໝາະສົມ ໄດ້ສົ່ງເສີມພໍ່ແມ່ຊາວກະສິກອນຜະລິດເຂົ້າສານເປັນຈຳນວນຫລວງຫລາຍທັງສ້າງຄວາມຮັ່ງມີ​ໃຫ້ແກ່ຄອບຄົວ ທັງມີເຂົ້າ​​ສົ່ງອອກ.

          ດ້ວຍ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ຢ່າງ​ເໝາະ​ສົມ, ໃນ​ໄລຍະ​ເວລາ​ພຽງ​ສອງ​ທົດ​ສະ​ວັດ​ເທົ່າ​ນັ້ນ, ຈາກ​ປະ​ເທດ​ຂາດ​ແຄນ​ເຂົ້າ, ຫວຽດ​ນາມ ໄດ້​ກາຍ​ເປັນ​ຫ​ນຶ່ງ​ໃນ​ບັນ​ດາ​ປະ​ເທດ​ນຳ​ຫ​ນ້າ​​ໂລກໃນ​ການ​ສົ່ງ​ອອກ​ເຂົ້າສານ. ປີ 2012, ຫວຽດ​ນາມ ໄດ້​ສົ່ງ​ອອກ​ເຂົ້າ​ສານກວ່າ 7 ລ້ານ​ໂຕນ ແລະ​ແມ່ນ​ປະ​ເທດສົ່ງ​ອອກ​ເຂົ້າ​ສານຢືນ​ອັນ​ດັບ 2 ຂອງ​ໂລກ​. ໃນ​ຊຸມ​ປີມໍ່ໆ​ມານີ້, ການ​ຜັນ​ຂະ​ຫ​ຍາຍ​ໂຄງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ຕິດ​ພັນ​ກັບ​ມາດ​ຖານ​ລະ​ອ​ຽດ​ກ່ຽວ​ກັບ​ການ​ວາງ​ແຜນ​ກຳ​ນົດ, ສ້າງ​ບັນ​ດາ​ທົ່ງ​ນາ​​ຂະ​ຫ​ນາດ​ໃຫ​ຍ່, ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິກ​ເຂົ້າ​ໃນ​ການ​ຜະ​ລິດ ໄດ້ ແລະ ພວມ​ສ້າງ​ບາດ​ກ້າວ​ຫັນ​ປ່ຽນ​ໃຫມ່, ປະ​ກອບ​ສ່​ວນ​ເພ​ີ່ມ​ສະ​ມັດ​ຕະ​ພາບ ແລະ ມູນ​ຄ່າ​ສົ່ງ​ອອກ​ເຂົ້າ​ສານ. ແຜ​ນ​ນະ​ໂຍ​ບາຍ​ຫັນ​ອາ​ຊີບ​ປູກ​ເຂົ້າ​ເປັນ​ທັນ​ສະ​ໄຫມ​ພວມ​ໄດ້​ຮັບ​ການ​ຕອບ​ສະ​ຫນອງ​ຈາກ​ພໍ່​ແມ່​ຊາວ​ກະ​ສິ​ກອນ​ໃນ​ທຸກ​ທ້ອງ​ຖິ່ນ. ​ປ້າ ຫງວຽນ​ທິ​ຕາມ, ຊາວ​ກະ​ສິ​ກອນ​ຢູ່​ຕາ​ແສງ ອຽນ​ໂນ້ຍ, ເມືອງ ກວກອ​ວາຍ ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ:

          ເລື່ອງ​ນຳ​ກົນ​ຈັກ​ເຂົ້າ​ທຳ​ການ​ຜະ​ລິດ​ແມ່ນ​ມີ​ຄວາ​ມ​ຈຳ​ເປັນ​ທີ່​ສຸດ​ສຳ​ລັບ​ຊາວ​ກະ​ສິ​ກອນ​ຢູ່​ຕາ​ແສງ​ພວກ​ຂ້າ​ພະ​ເຈົ້າ. ເພາະ​ວ່າ​ເມື່ອ​ມ​ີ​ກົນ​ຈັກ​ຈະ​ຊ່ວຍ​ຫລຸດ​ຜ່ອນ​ກຳ​ລັງ​ອອກ​ແຮງ​ງານ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ເວົ້າ​ລວມ ແລະ ຄອບ​ຄົວ​ຂ້າ​ພະ​ເຈົ້າ​ເວົ້າ​ສະ​ເພາະ. ນຳ​ກົນ​ຈັກ​ເຂົ້າ​ທົ່ງ​ນາ​ກໍ​​ເປັນ​ການຫລຸດ​ຜ່ອນ​ລາຍ​ຈ່າຍ​ໄດ້​ຫລາຍ​ພໍ​ສົມ​ຄວນ, ຕົວ​ຢ່າງ​ຄື​: ຂັ້ນ​ຕອນ​ຕົກ​ກ້າ, ຫົດ​ນ້ຳ…”

          ກ່ອນນີ້, ຕົ້ນ​ເຂົ້າ, ເມັດ​ເຂົ້າ​ພຽງ​ສາ​ມາດ​ນຳ​ມາ​ເຊິ່ງ​ຄວາມ​ອິ່ມ​ໜຳ​ສຳ​ລານ​ໃຫ້​ແກ່​ມະ​ນຸດ​ເທົ່າ​ນັນ, ​ແຕ່ປະ​ຈຸ​ບັນ​ໄດ້​ກາຍ​ເປັນ​ສິ​ນ​ຄ້າ​ມີ​ມູ​ນ​ຄ່າ​ສູງ ສ້າງ​ຄວາມ​ຮັ່ງ​ມີ​ໃຫ້​ແກ່​ຊາວ​ກະ​ສິ​ກອນ. ບັນດາ​ນະ​ໂຍ​ບາຍ​ທີ່​ເໝາະ​ສົມ​ໄດ້​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫ​ນ້າ​ໃນ​ການ​ຜະ​ລິດ​ເຂົ້າ​ສານ ພ້ອມ​ກັບ​ບັນ​ດາ​ສັນ​ຍານ​ອັນ​ຕັ້ງ​ຫ​ນ້າ​ຂອງ​ຕະ​ຫລາດ​ສົ່ງ​ອອກ, ​ໄດ້ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ນັບ​ມື້​ນັບ​ມີ​ຄວາມ​ອ່​ຸນ​ອ່ຽນ​ໃຈ, ຕິດ​ພັນ​ກັບ​ອາ​ຊີບ​ຜະ​ລິດ​ເຂົ້າ​ສານ. ລຸງ ຫງວຽນ​ຫືວ​ລ່າຍ, ຊາວ​ກະ​ສິ​ກອນ​ຢູ່​ແຂວງ ອານ​ຢາງ ຊື່ງ​ແມ່ນ​ແຂວງ​ຫ​ນຶ່ງ​​ຜະ​ລິດ​ເຂົ້າ​ເປັນ​ຈຳ​ນວນ​ຫລວງ​ຫລາຍຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ໄດ້​ແບ່ງ​ປັນ​ວ່າ:

          “ກ່ອນນີ້ ພວກ​ຂ້າ​ພ​ະ​ເຈົ້າ​ປູກ​ເຂົ້າ​ແບບ​ສະ​ເພາະ​ຕ່າງ​ຫາກ ບໍ່​ເປັນ​ເອ​ກະ​ພາບ​ກັນ, ບ່ອນ​ລະ​ແນວ ແຕ່​ປະ​ຈຸ​ບັນ ພວກ​ຂ້າ​ພະ​ເຈົ້າ​ສຸ​ມ​ໃສ່​ຜະ​ລິດ​ຮ່ວມ​ກັນ ດ້ວຍ​ການ​ປູກ​ເຂົ້າ​ແນວ​ພັນດຽວ.

ອາຊີບປູກເຂົ້ານາທາມຂອງຊົນເຜົ່າກີງ - ảnh 2
ຫວຽດນາມແມ່ນຫນຶ່ງໃນບັນດາປະເທດສົ່ງອອກເຂົ້າສານ
ຫລາຍກວ່າໝູ່ຢູ່ໃນໂລກ
ພາບ:internet

          ໃນ​ວົງ​ຄະ​ນາ​ຍາດ 54 ຊົນ​ເຜົ່າ​ຢູ່​ຫວຽດ​ນາມ, ປະ​ຈຸ​ບັນ ຊົນ​ເຜົ່າ​ກີງມີ​ຫ​ນ້າ​ຢູ່​ທຸກ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ. ໃນ​ໄລ​ຍະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ໂລກ, ເຂົ້າ​ສານ​ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ແຫລ່ງ​ທັນ​ຍາ​ຫານ​ລ້ຽງ​ດູ​ມະ​ນຸດ​ເທົ່າ​ນັ້ນ ຫາກ​ ຍັງ​ແມ່ນ​ພື້ນ​ຖານ​ສ້າງ​ເປັນ​ວັດ​ທະ​ນະ​ທຳ​ທີ່​ເຂັ້ນ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຫວຽດ​ນາມອີກ​ດ້ວຍ.

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ