(vovworld) - ໃນບັນດາຊົນເຜົ່າຢູ່ໄຕງວຽນ, ຊາວເຜົ່າ ມນົງ ມີຊື່ສຽງດ້ວຍອາຊີບລ່າເນື້ອ, ຝຶກລ້ຽງຊ້າງປ່າ. ສຳລັບເຂົາເຈົ້າ, ຊ້າງບໍ່ພຽງແຕ່ແມ່ນຊັບສົມບັດໃຫຍ່ຂອງຄອບຄົວເທົ່ານັ້ນ, ຫາກຍັງມີທີ່ຕັ້ງສຳຄັນໃນຊີວິດທາງດ້ານວັດຖຸ, ວັດທະນະທຳ, ຈິດໃຈອີກດ້ວຍ. ຊ້າງໄດ້ຮັບຖືວ່າແມ່ນສະມາຊິກໃນປະຊາຄົມ. ເພາະສະນັ້ນ, ທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງເຖິງຊີວິດຂອງໂຕຊ້າງລ້ວນແຕ່ໄດ້ຮັບການປະຕິບັດຕາມປະເພນີທີ່ເປັນມູນເຊື້ອຂອງຊາວເຜົ່າ ມນົງ.
(ພາບ: ອິນເຕີແນດ)
ບັນດາເອກະສານປະຫວັດສາດຢູ່ຫໍພິພິດທະພັນຊົນເຜົ່າແຂວງດັກລັກ ສະແດງໃຫ້ເຫັນວ່າ, ອາຊີບລ່າເນື້ອ, ຝຶກລ້ຽງຊ້າງປ່າຂອງຊາວເຜົ່າ ມນົງ ໂດຍທ່ານ Y Thu K' Nul (ຫຼືເອີ້ນວ່າຄູຊານຸບ) ຢູ່ບ້ານດົນ ເປັນຜູ້ກໍ່ຕັ້ງ. ເມື່ອຍັງມີຊີວິດ, ທ່ານ Y Thu K' Nul (1827-1937) ລ່າເນື້ອຊ້າງປ່າໄດ້ເກືບ 500 ໂຕ. ປະຈຸບັນ, ຢູ່ບ້ານດົນ ແລະ ຫໍພິພິດທະພັນຊົນເຜົ່າຢູ່ນະຄອນບວນມາທວດ, ແຂວງດັກລັກ ຍັງຄົງຮັກສາເລື່ອງລາວ, ຮູບພາບ, ອຸປະກອນລ່າເນື້ອຊ້າງໃນເມື່ອກອນຈຳນວນໜຶ່ງໄວ້. ອ້າຍ ດ່າວມິງງອກ, ພາລະກອນຫໍພິພິດທະພັນຊົນເຜົ່າແຂວງດັກລັກ, ໃຫ້ຮູ້ວ່າ:
“ອາຊີບລ່າເນື້ອ, ຝຶກລ້ຽງຊ້າງປ່າຕິດພັນກັບຊາວຊົນເຜົ່າ ມນົງ. ເຂົາເຈົ້າມີປະສົບການມາແຕ່ດົນນານ. ກ່ອນນີ້, ເພື່ອລ່າເນື້ອຊ້າງປ່າ, ຊາວເຜົ່າ ມນົງ ຕ້ອງນຳໃຊ້ຊ້າງໃນຄອບຄົວ 5-6 ໂຕ ແລະ ຜູ້ທີ່ມີປະສົບການເກືອບ 10, ໂດຍຜູ້ໜຶ່ງທີ່ມີຄຸນນະທາດນຳໜ້າ ແລະ ພຽງແຕ່ລ່າຊ້າງນ້ອຍທີ່ມີອາຍຸ 2-4 ປີເທົ່ານັ້ນ, ເພາະວ່າໃນເກນອາຍຸນີ້ຈຶ່ງສາມາດລ້ຽງ ແລະ ເຝິກສອນໄດ້ງ່າຍ “.
(ພາບ: ອິນເຕີແນດ)
ເມື່ອຈັບຊ້າງປ່າໂຕນ້ອຍມາໄດ້, ເຂົາເຈົ້າຈະນຳມາໃຫ້ຜູ້ທີ່ມີປະສົບການລ້ຽງ ແລະ ຝຶກສອນຊ້າງໂຕນັ້ນ. ເວລາຝຶກສອນອາດຈະແກ່ຍາວແຕ່ 5-7 ເດືອນ, ບາງໂຕຕ້ອງແກ່ຍາວເຖິງສອງສາມປີ. ເມື່ອຊ້າງນ້ອຍໄດ້ຮູ້ຄວາມແລ້ວຈຶ່ງນຳເມືອບ້ານໄດ້. ເວລານັ້ນທັງໝູ່ບ້ານຈະຈັດພິທີເຂົ້າບ້ານໃຫ້ຊ້າງ. ໃນພິທີເຈົ້າກົກເຈົ້າເຫຼົ່າກໍ່ຕັກເຕືອນລູກຫຼານວ່າ “ຊີວິດຊ້າງປຽບເໝືອນຊີວິຄົນ“ ໝາຍຄວາມວ່ານັບແຕ່ເຂົ້າບ້ານຕະຫຼອດຮອດເວລາເສຍຊີວິດ ທຸກຄົນຕ້ອງຖືຊ້າງຄືດັ່ງສະມາຊິກໃນປະຊາຄົມ. ໃນພິທີ, ເຂົາເຈົ້າໄດ້ພາວະນາໃຫ້ຊ້າງ “ຮູ້ຄວາມ, ດຸໝັ່ນ, ຊ່ວຍປະຊາຊົນປູກເຂົ້າ, ປູກສາລີເທິງ ໄຮ່“.
ປະຈຸບັນ, ຕາມກົດໝາຍຫວຽດນາມ ແລະ ສົນທິສັນຍາສາກົນກ່ຽວກັບການຮັກສາສັດປ່າແລ້ວ, ການລ່າເນື້ອຊ້າງປ່າໄດ້ຖືກຫ້າມແລ້ວ, ແຕ່ອາຊີບຝຶກລ້ຽງຊ້າງຂອງຊາວເຜົ່າ ມນົງ ຍັງມີຢູ່. ມາຮອດປະຈຸບັນ, ຢູ່ບ້ານດົງ ແລະ ຕາແສງລຽນເຊີນ, ເມືອງລາກ ຍັງລ້ຽງຊ້າງ 50 ກວ່າໂຕ. ຊາວເຜົ່າ ມນົງ ຢູ່ບ້ານດົນ ແລະ ແຂວງດັກລັກ ຍັງຄົງຮັກສາປະເພນີທີ່ເປັນມູນເຊື້ອຫຼາຍຢ່າງສຳລັບຊ້າງ. ທ່ານ ດ່າມນັງລອງ, ຜູ້ໄດ້ຮັບການກຳເນີດ ແລະ ເຕີບໃຫຍ່ໃນຄອບຄົວທີ່ມີ 4 ລຸ້ນຄົນເຮັດອາຊີບຝຶກຊ້າງຢູ່ບ້ານດົນ, ແຂວງດັກລັກ, ໃຫ້ຮູ້ວ່າ:
“ສຳລັບຊາວເຜົ່າ ມນົງ ພວກຂ້າພະເຈົ້າ, ນອກຈາກຄຸນຄ່າດ້ານວັດຖຸແລ້ວ, ໂຕຊ້າງຍັງມີຄຸນຄ່າດ້ານຈິດໃຈ, ວັດທະນະທຳດ້ານຈິດວີນຍານອີກ. ມາຢ້ຽມຢາມໄຕງວຽນ ໃນຍາມຝົນຕົກ, ທ່ານຈະເຫັນຊາວເຜົ່າຢູ່ທີ່ນີ້ຈັດພິທີບູຊາ ແລະ ແຈ້ງໃຫ້ຊ້າງຮູ້ວ່ານີ້ແມ່ນຍາມເລີ່ມມີອາຫານໃຫ້ຊ້າງແລ້ວ. ທ້າຍລະດູຝົນ, ຕົ້ນລະດູແລ້ງຊາວເຜົ່າ ມນົງ ກໍ່ຈັດພິທີບູຊາ ແລະ ແຈ້ງໃຫ້ຊ້າງຮູ້ວ່າ, ລະດູແລ້ງ, ອາຫານໃນທຳມະຊາດຄ່ອຍໆໝົດໄປແລ້ວ, ເຮັດຄືແນວນັ້ນເພື່ອລະດົມໃຫ້ຊ້າງພະຍາຍາມຜ່ານຜ່າຄວາມຫຍຸ້ງຍາກ. ຊາວເຜົ່າ ມນົງ ພວກຂ້າພະເຈົ້າມີການພົວພັນກັບຊ້າງໃນວຽກງານ, ນັບທັງແບ່ງປັນທາງດ້ານວັດຖຸກັບຊ້າງອີກດ້ວຍ“.
(ພາບ: ອິນເຕີແນດ)
ຝູງຊ້າງໄດ້ຮັບການຝຶກລ້ຽງຢູ່ແຂວງດັກລັກ ໄດ້ກາຍເປັນສັນຍາລັກພິເສດຂອງປະຊາຊົນຢູ່ທີ່ນີ້. ຊ້າງໄດ້ເຂົ້າຮ່ວມການເຄື່ອນໄຫວທັງໝົດໃນຊີວິດຂອງງຊາວເຜົ່າ ມນົງ. ຊ້າງພ້ອມກັບເຂົາເຈົ້າໄປເຮັດໄຮ່, ຂົນສົ່ງເຂົ້າສານ, ແກ່ໄມ້, ຊ່ວຍປະຊາຊົນປຸກສ້າງເຮືອນຢູ່… ພິເສດ, ສຳລັບນັກທ່ອງທ່ຽວທີ່ມາຢ້ຽມຢາມບ້ານດົນ ຫຼືເທດສະບານລຽນເຊີນ, ເມືອງລາກ, ຈະບໍ່ມີຫຍັງປະທັບໃຈກວ່າໄດ້ຂີ່ຊ້າງໄປຢ້ຽມຢາມໝູ່ບ້ານ, ຊົມພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫຖານຂອງເຂດໄຕງວຽນ. ເມື່ອເວົ້າເຖິງຊ້າງໄຕງວຽນ, ທ່ານ ອີຕິງ, ຊາວເຜົ່າ ມນົງ ຢູ່ບ້ານຢູນ, ຕາແສງລຽນເຊີນ ເລົ່າສູ່ຟັງວ່າ:
“ຊ້າງໂຕນີ້ມີຊື່ວ່າ ອີມຳ (ໝາຍຄວາມວ່າພາກພູມໃຈ). ໃນປ່າມັນກິນໃບໄມ້, ແຕ່ຢູ່ບ້ານມັນກິນໝາກກ້ວຍ, ອ້ອຍ ແລະ ຕ້ອງໃຫ້ຊ້າງດື່ມນຳ້ປົນເກືອເພື່ອໃຫ້ມັນຈື່ຈຳບ້ານບໍ່ປະໄປແຫ່ງອື່ນ. ເຮົາຕ້ອງຮັກແພງມັນຈຶ່ງສາມາດບັນຊາມັນໄດ້“.
(ພາບ: ອິນເຕີແນດ)
ໃນຊຸມປີມໍ່ໆມານີ້, ໃນທ່າອ່ຽງພັດທະນາ, ເນື້ອທີ່ປ່ານັບມື້ນັບຮັດແຄບເຂົ້າ ແລະ ຈຳນວນຊ້າງກໍ່ນັບມື້ນັບໜ້ອຍລົງ, ປະຊາຊົນ ແລະ ອຳນາດການປົກຄອງແຂວງດັກລັກ ພວມປະຕິບັດຫຼາຍມາດຕະການເພື່ອອະນຸລັກຮັກສາ ແລະ ພັດທະນາຝູງຊ້າງ. ປີ 2009 ພະແນກກະສີກຳ ແລະ ພັດທະນາຊົນນະບົດແຂວງດັກລັກ ກໍ່ໄດ້ມີໂຄງການສ້າງຕັ້ງສູນອະນຸລັກຮັກສາຊ້າງຢູ່ປ່າສະຫງວນ Yorkdon ດ້ວຍມູນຄ່າ 60 ຕຶ້ດົ່ງ. ເລື່ອງສ້າງຕັ້ງສູນອະນຸລັກຮັກສາຊ້າງນີ້ ບໍ່ພຽງແຕ່ເພື່ອລະດົມການປະກອບສ່ວນຂອງລັດ ແລະ ປະຊາຄົມທ້ອງຖີ່ນໃນການພັດທະນາຝູງຊ້າງເທົ່ານັ້ນ, ຫາກຍັງປະກອບສ່ວນກຳນົດທິດທາງ, ສະຕິ, ຄວາມຮັບຜິດຊອບໃຫ້ສະມາຊິກແຕ່ລະຄົນໃນການອະນຸລັກຮັກສາຝູງຊ້າງ ຄືດັ່ງຮັກສາມໍລະດົກວັດທະນະທຳຢູ່ໄຕງວຽນ.