(vovworld) - ຊາວເຜົ່າກຶມມຸມີປະເພນີປູກຝັງດ້ວຍການປູກຝັງ, ເຮັດໄຮ່ໄຖນາ ແລະ ຊີວິດການເປັນຢູ່ຍາມໃດກໍ່ຕິດພັນຢ່າງສະໜິດແໜ້ນກັບທຳມະຊາດເຂດພູຜາປ່າໄມ້. ໃນວິວັດແຫ່ງການອອກແຮງງານປະດິດສ້າງ, ຊາວເຜົ່າກຶມມຸໄດ້ສ້າງເປັນເຄື່ອງໃຊ້, ເຄື່ອງມືຫັດຖະກຳຕ່າງໆທີ່ເຮັດດ້ວຍໄມ້ໄຜ່, ໄມ້ເຮ້ຍ, ເຊິ່ງເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນ.
(ພາບປະກອບ)
ຕາມຮີດຄອງປະເພນີທີ່ມີມາກ່ອນນີ້ນັບຮ້ອຍປີ, ຊາວເຜົ່າກຶມມຸ ດຳລົງຊີວິດແບບເຄື່ອນທີ່, ເມື່ອປູກຝັງ, ເຮັດໄຮ່ໄຖນາ, ເຂົາເຈົ້ານຳໃຊ້ເຄື່ອງມືຜະລິດແບບປະຖົມປະຖານເຊັ່ນ: ພ້າມີດ, ໄມ້ຄ້ອນ ແລະ ລ່າເນື້ອ, ເກັບຜັກ, ໝາກໄມ້ເປັນຕົ້ນ. ນອກນັ້ນຊົນເຜົ່ານີ້ຍັງມີບັນດາອາຊີບຫັດຖະກຳທີ່ມີລັກສະນະກຸ້ມຕົນເອງ, ນັ້ນແມ່ນອາຊີບຖັກສານ. ຢູ່ບາງແຫ່ງເຂົາເຈົ້າຍັງຮູ້ອາຊີບຕີເຫຼັກ, ຊ່າງໄມ້, ຕ່ຳຫູກ. ຈາກຄວາມຫຍຸ້ງຍາກລຳບາກໃນການອອກແຮງງານທຳການຜະລິດ, ດ້ວຍຈິດໃຈເຈືອຈານເຂົ້າກັບທຳມະຊາດ, ຊາວເຜົ່າກຶມມຸໄດ້ສ້າງເປັນເຄື່ອງໃຊ້ຫັດຖະກຳຕ່າງໆຢ່າງມີຫົວຄິດປະດິດສ້າງ. ອາຊີບຖັກສານຂອງຊາວເຜົ່າກຶມມຸພັດທະນາທີ່ສຸດ ແລະ ບັນລຸໄດ້ລະດັບເຕັກນິກສູງ. ບັນດາເກົ້າອີ້, ພາເຂົ້າ, ແອບເຂົ້າ, ກະພາ, ເຊິ່ງແມ່ນເຄື່ອງໃຊ້ທົ່ວໄປລ້ວນແຕ່ເຮັດດ້ວຍໄມ້ໄຜ່, ໄມ້ເຮ້ຍ, ແລະ ຫວາຍ, ຜ່ານສີມືອັນປານີດຂອງບັນດານັກສິລະປະການ, ໄດ້ກາຍເປັນເຄື່ອງໃຊ້ທີ່ສວຍງາມໃນຄອບຄົວ, ຊ້ອນແຝງຈິດວິນຍານອັນສັກກະລະບູຊາຂອງເຂດພູຜາປ່າໄມ້. ປະຈຸບັນ, ອາຊີບຖັກສານພວມກາຍເປັນອາຊີບ ຫາເງິນລ້ຽງຊີບຕົ້ນຕໍຂອງຊາວເຜົ່າ ກຶມມຸ. ທ່ານ ແຊວວັນແຮ, ຊົນເຜົ່າ ກຶມມຸ, ໃຫ້ຮູ້ວ່າ: ປະຈຸບັນຊາວເຜົ່າກຶມມຸດຳລົງຊີວິດຢູ່ຫຼາຍທ້ອງຖີ່ນທີ່ແຕກຕ່າງກັນ.
“ຊາວເຜົ່າກຶມມຸເຄີຍຖັກສານ, ຜູ້ໃດກໍ່ຮູ້ຖັກສານ ແລ້ວສອນໃຫ້ລູກຫຼານຮູ້ຈັກອີກເພື່ອພ້ອມກັນເຮັດ. ປະຈຸບັນເຂົາເຈົ້າຖັກສານເຄື່ອງຕ່າງໆເພື່ອນຳໄປຂາຍ, ຖ້າຂາຍບໍ່ໝົດຈະນຳມາໃຊ້ໃນຄອບຄົວ“.
ຊາວເຜົ່າກຶມມຸສາມາດຖັກສານເຄື່ອງໃຊ້ຫຼາຍປະເພດເຊັ່ນ: ເຄື່ອງບັນຈຸ, ອຸປະກອນຂົນສົ່ງ, ເຄື່ອງມືໃນການຜະລິດ, ການຫາປາ ກໍ່ຄືເຄື່ອງໃຊ້ໃນພິທີບູຊາອີກ. ເຄື່ອງຂອງທັງໝົດເຫຼົ່ານັ້ນ ລ້ວນແຕ່ໄດ້ຮັບການຖັກສານຢ່າງລະອຽດລະອໍ. ເຄື່ອງຖັກສານຫັດຖະກຳຂອງຊາວເຜົ່າກຶມມຸ ບໍ່ພຽງແຕ່ງາມເທົ່ານັ້ນ, ຫາກຍັງສາມາດນຳໃຊ້ໄດ້ໃນໄລຍະຍາວອີກດ້ວຍ. ອີງຕາມຄວາມຕ້ອງການໃນການນຳໃຊ້, ຊາວເຜົ່າກຶມມຸສາມາດຖັກສານດ້ວຍຫຼາຍວິທີທີ່ແຕກຕ່າງກັນ, ແຕ່ເມື່ອຖັກສານກະພາ, ເກົ້າອີ້ແມ່ນຕ້ອງການດ້ານເຕັກນິກສູງກວ່າ. ທ່ານ ຫງວຽນຈູງແທງ, ຜູ້ຄົ້ນຫາ, ຮຽບຮຽງບັນດາວັດຖຸ, ເຄື່ອງໃຊ້ຂອງຊາວເຜົ່າສ່ວນໜ້ອຍ, ໃຫ້ຮູ້ວ່າ:
“ໃນບັນດາເຄື່ອງຖັກສານຂອງຊາວເຜົ່າກຶມມຸ, ແອງແມ່ນອຸປະກອນຂົນສົ່ງທີ່ເຄີຍໃຊ້ທົ່ວໄປ ແລະ ຖືກຖັກສານຢ່າງລະອຽດລະອໍທີ່ສຸດ. ແອງຄ້າຍຄືກັນກັບກະພາຂອງຊາວເຜົ່າມົ້ງ ແລະ ປາກແອງ ພັດມີເຊືອກມັດໃຫຍ່ ຢູ່ໃຈກາງມີແພຮອງ, ພາດຜ່ານໜ້າຜາກ, ທັງສ້າງເປັນບ່ອນອີງຢູ່ສັນຫຼັງ ແລະ ໜ້າຜາກ, ທັງສ້າງຄວາມສົມດູນລະຫວ່າງກຳລັງກາຍກັບນ້ຳໜັກສິນຄ້າໃນແອງ“.
ຊາວເຜົ່າກຶມມຸຍັງຖືວ່າ, ເມື່ອຖັກສານກະພາບັນຈຸເຂົ້າເປືອກ ຫຼືຕິບເຂົ້າ ແມ່ນຄວນສານເປັນລວດລາຍຕື່ມອີກ, ເຮັດຄືແນວນັ້ນ, ເຈົ້າຂອງບັນດາເຄື່ອງໃຊ້ດັ່ງກ່າວຈຶ່ງຫາເງິນລ້ຽງຊີບໄດ້ດີ. ນອກຈາກອາຊີບຖັກສານເກົ້າອີ້, ພາເຂົ້າດ້ວຍຫວາຍແລ້ວ, ເຄື່ອງຖັກສານອື່ນໆຫຼາຍປະເພດຂອງຊາວເຜົ່າກຶມມຸໄດ້ກາຍເປັນສິນຄ້າເພື່ອແລກປ່ຽນຊື້ຂາຍໃນການດຳລົງຊີວິດປະຈຳວັນຂອງບັນດາຊົນເຜົ່າອ້າຍນ້ອງຮ່ວມດຳລົງຊີວິດນຳກັນອີກ.
(ພາບປະກອບ)
ໄມ້ໄຜ່, ໄມ້ເຮ້ຍ, ບໍ່ພຽງແຕ່ໃຊ້ເພື່ອຖັກສານເຄື່ອງໃຊ້ສອຍໃນການດຳລົງຊີວິດເທົ່ານັ້ນ, ຫາກຍັງສ້າງເປັນເຄື່ອງດົນຕີນຳໃຊ້ໃນງານບຸນຕ່າງໆຂອງຊາວເຜົ່າກຶມມຸອີກດ້ວຍ. ເພື່ອຜະລິດບັນດາເຄື່ອງໃຊ້ ຫຼື ເຄື່ອງດົນຕີດ້ວຍໄມ້ໄຜ່ໄມ້ເຮ້ຍ, ແມ່ນຕ້ອງມີຝີມືດີ, ມີປະສົບການ ແລະ ມີຄວາມສຸດຈິດສຸດໃຈຂອງຜູ້ຖັກສານອີກ. ທ່ານ ກົງເຢິ່ນ, ຊາວເຜົ່າກຶມມຸ, ໃຫ້ຮູ້ວ່າ:
“ເມື່ອຜະລິດບັນດາເຄື່ອງດົນຕີດ້ວຍໄມ້ໄຜ່ ແມ່ນຕ້ອງມີຄວາມຊຳນານຈຶ່ງສາມາດເຮັດໄດ້. ຂ້າພະເຈົ້າຢ້ານວ່າລຸ້ນໜຸ່ມບໍ່ສາມາດເຮັດເຄື່ອງຫັດຖະກຳທີ່ເປັນມູນເຊື້ອຂອງຊາວເຜົ່າຕົນໄດ້ອີກ, ດັ່ງນັ້ນຂ້າພະເຈົ້າຈຶ່ງຕ້ອງສອນວິທີເຮັດເພື່ອໃຫ້ພວກຫຼານ, ພວກນ້ອງຮັກສາອາຊີບນີ້ຂອງຊົນເຜົ່າຕົນໄວ້“.
ເຖິງວ່າຈະແມ່ນອາຊີບສຳຮອງກໍ່ຕາມ, ແຕ່ອາຊີບຖັກສານເຄື່ອງໃຊ້ດ້ວຍໄມ້ໄຜ່ໄມ້ເຮ້ຍພັດສ້າງເປັນລາຍຮັບຕົ້ນຕໍໃຫ້ແກ່ຊາວເຜົ່າກຶມມຸ. ໂດຍສະເພາະແມ່ນເມື່ອບັນດາສະຫະກອນເຄື່ອງຖັກສານດ້ວຍຫວາຍ ແລະ ໄມ້ໄຜ່ຂອງຊາວເຜົ່າກຶມມຸໄດ້ຮັບການສ້າງຂຶ້ນໄດ້ປະກອບສ່ວນສົ່ງເສີມອາຊີບຫັດຖະກຳທີ່ເປັນມູນເຊື້ອໃຫ້ພັດທະນາ, ນຳມາເຊິ່ງຜະລິດຕະພັນສິນຄ້າທີ່ມີມູນຄ່າ.