(vovworld)- ອາຊີບຫັດຖະກຳພື້ນເມືອງຂອງຊາວຫວຽດນາມ ມີມາແຕ່ດົນນານແລ້ວ ແລະ ຕິດພັນກັບພື້ນຖານອະລິຍະທຳແຫ່ງການປູກເຂົ້ານາທາມ ແລະ ຕິດພັນກັບຊື່ໝູ່ບ້ານຫັດຖະກຳ, ຖະໜົນອາຊີບຜະລິດເຄື່ອງຫັດຖະກຳ ແລະສະແດງອອກ ຜ່ານຜະລິດຕະພັນຫັດຖະກຳທີ່ສວຍງາມ, ລະອຽດລະອໍ ແລະ ເປັນເອກະລັກສະເພາະ. ອາຊີບຫັດຖະກຳບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດເທົ່ານັ້ນ ຫາກຍັງແມ່ນຮີດຄອງປະເພນີ, ຈຸດວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງເຂດບ້ານນາຫວຽດນາມ ອີກດ້ວຍ.
ໂດຍຕິດພັນກັບພື້ນຖານອະລິຍະທຳແຫ່ງການປູກເຂົ້ານາທາມ, ບັນດາໝູ່ບ້ານຫັດຖະກຳຢູ່ຫວຽດນາມ ສ່ວນຫລາຍແມ່ນເຕົ້າໂຮມຢູ່ເຂດທົ່ງພຽງແມ່ນ້ຳແດງ, ຢູ່ ຮ່າໂນ້ຍ, ບັກນີງ, ທາຍບີ່ງ, ນາມດີ້ງ... ຈາກນັ້ນພັດທະນາຕາມໄລຍະປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ກ່ອນນີ້ ເສດຖະກິດຂອງຊາວຫວຽດເດີມ ແມ່ນອີງໃສ່ການປູກເຂົ້ານາທາມເປັນຕົ້ນ, ສະນັ້ນ ນອກຈາກວຽກໄຮ່ການນາ, ເມື່ອມີເວລາຫວ່າງ, ຊາວກະສິກອນເຄີຍຜະລິດເຄື່ອງນຳໃຊ້ໃນຄອບຄົວເຮັດດ້ວຍຫວາຍ, ໄມ້ໄຜ່ຫລືຜະລິດອຸປະກອນຮັບໃຊ້ການຜະລິດເຮັດດ້ວຍເຫລັກ, ທອງ. ຜ່ານໄລຍະເວລາ, ບັນດາອາຊີບຫັດຖະກຳໄດ້ພັດທະນາຕາມຂອບຂະຫນາດຄອບຄົວ ແລ້ວຄ່ອຍໆສ້າງເປັນກຸ່ມຜະລິດເຄື່ອງຫັດຖະກຳ, ໝູ່ບ້ານຫັດຖະກຳ ຊື່ງຜະລິດສະເພາະເຄື່ອງຫັດຖະກຳປະເພດຫນ່ຶງ. ມີໝູ່ບ້ານຜະລິດສະເພາະເຄື່ອງປັ້ນດິນເຜົາ, ຕຳ່ສາດ, ຕຳ່ແພໄຫມ, ຄວັດແກະສະຫລັກໄມ້, ຫລໍ່ທອງແດງ ແລະອື່ນໆ.
ຖະຫນົນຮ່າງບາກ
ພາບ:internet
|
ນະຄອນຫລວງ ຮ່າໂນ້ຍ ດ້ວຍປະຫວັດສາດນັບພັນປີແຫ່ງທັງລອງ ດົງໂດ ຊື່ງແມ່ນບ່ອນເຕົ້າໂຮມຫລາຍໝູ່ບ້ານຫັດຖະກຳ, ໃນນັ້ນມີໝູ່ບ້ານຫັດຖະກຳດ້ວຍປະຫວັດສາດດົນນານກວ່າໝູ່ໃນທົ່ວປະເທດ. ພິເສດ ຮ່າໂນ້ຍມີຖະໜົນເກົ່າ 36 ສາຍ, ຊື່ງ ຊື່ເອີ້ນຂອງແຕ່ລະສາຍນັ້ນແມ່ນເລີ່ມຈາກສັບທີ່ວ່າ: ຮ່າງ ແມ່ນເວົ້າເຖິງອາຊີບຜະລິດເຄື່ອງຫັດຖະກຳປະເພດຫນຶ່ງ. ນີ້ແມ່ນບັນດາຕາແສງຜະລິດເຄື່ອງຫັດຖະກຳມີຕົ້ນກຳເນີດຈາກບັນດາໝູ່ບ້ານຫັດຖະກຳພື້ນເມືອງຢູ່ຫລາຍທ້ອງຖິ່ນໃນປະເທດຫວຽດນາມມາເຕົ້າໂຮມຢູ່ເຂດດິນແດນ ທັງລອງເພື່ອທຳມາຫາກິນ. ປະຈຸບັນ ມີຖະຫນົນຫລາຍສາຍຍັງຄົງຮັກສາຊື່ເອີ້ນພ້ອມກັບອາຊີບຫັດຖະກຳພື້ນເມືອງຄື: ຮ່າງບາກ ແມ່ນຜະລິດຄຳເງິນ, ຮ່າງທຽກ ແມ່ນຕີເຫລັກ, ຮ່າງດົງ ແມ່ນຫລໍ່ທອງແດງ. … ແຕ່ບາງຖະຫນົນຍັງຮັກສາຊື່ເອີ້ນເດີມຄື: ຖະຫນົນຮ່າງບ່ວມ, ຮ່າງເກີນ, ຮ່າງກວາດຫລື ຮ່າງລ້ອງ ແຕ່ອາຊີບຫັດຖະກຳຖືກສູນເສຍໄປແລ້ວ. ເຖິງຢ່າງໃດກໍຕາມ, ຢູ່ບັນດາຖະຫນົນດັ່ງກ່າວຍັງຄົງຮັກສາຮ່ອງຮອຍວັດທະນະທຳ, ປະຫວັດສາດທີ່ກ່ຽວຂ້ອງເຖິງບັນດາກຸ່ມ, ໝູ່ບ້ານຜະລິດເຄື່ອງຫັດຖະກຳພື້ນເມືອງມາແຕ່ດົນນານ. ສາດສະດາຈານ, ດຣ ໂງດືກທີ້ງ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງໃຫ້ຮູ້ວ່າ:
“ມີບາງຖະຫນົນບໍ່ຜະລິດເຄື່ອງຫັດຖະກຳອີກແລ້ວ ຕົວຢ່າງຄື: ຖະຫນົນຮ່າງກວາດ(ວີ) ບໍ່ຜະລິດວີ ແຕ່ຊື່ເອີ້ນຍັງເຮັດໃຫ້ທຸກຄົນຈື່ຈຳໄດ້ວ່າໃນເມື່ອກ່ອນຢູ່ແຫ່ງນີ້ແມ່ນຜະລິດວີ, ແລະ ຍັງຄົງຮັກສາວິຖີຊີວິດຂອງໝູ່ບ້ານຫັດຖະກຳໃນເມື່ອກ່ອນ.”
ຍ້ອນຈຸດພິເສດແມ່ນຜະລິດກະສິກຳ ແລະ ມີການພົວພັນລະຫວ່າງບ້ານຕາແສງ, ຊາວກະສິກອນຫວຽດນາມ ເຄີຍເຊີດຊູລັກສະນະກຸ້ມຕົນເອງເພິ່ງຕົນເອງ, ມີຄວາມສາມັກຄີໃນວົງຄະນາຍາດ, ສະນັ້ນ ໝູ່ບ້ານຫລາຍແຫ່ງໄດ້ສ້າງບັນດາອາຊີບຫັດຖະກຳທີ່ເປັນເອກະລັກດ້ວຍເຄັດລັບສະເພາະ. ເຄັດລັບຂອງໝູ່ບ້ານຫັດຖະກຳນັ້ນໄດ້ສືບທອດຈາກຄົນລຸ້ນນີ້ໄປສູ່ຄົນລຸ້ນອື່ນ, ສະນັ້ນ ຜ່ານຫລາຍຮ້ອຍປີ, ມີຫລາຍອາຊີບຫັດຖະກຳພື້ນເມືອງບໍ່ພຽງແຕ່ໄດ້ຮັບການຮັກສາໄວ້ເທົ່ານັ້ນ ຫາກຍັງພັດທະນາອີກດ້ວຍ. ປະຈຸບັນ ຫວຽດນາມ ຍັງມີຫລາຍໝູ່ບ້ານພວມຮັກສາອາຊີບຫັດຖະກຳຕົ້ນຕໍຄື: ຜະລິດພາບຂັດມັນ, ເຄື່ອງປັ້ນດິນເຜົາ, ຫຍິບປັກຖັກແສ່ວ, ຈັກສານ, ຕຳ່ແຜ່ນ, ຜະລິດພາບພື້ນເມືອງ, ໄມ້, ຫີນ. ໃນນັ້ນມີໝູ່ບ້ານຫັດຖະກຳຫລາຍແຫ່ງທີ່ພົ້ນເດັ່ນຄື: ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາບາດຈ່າງ, ໝູ່ບ້ານຕຳ່ແພໄຫມ ວ້ານຟຸກ, ໝູ່ບ້ານຟອກຄຳເງິນ ກຽວກີ້ (ຢູ່ຮ່າໂນ້ຍ), ໝູ່ບ້ານຜະລິດພາບດົງໂຮ່, ໝູ່ບ້ານຄວັດແກະສະຫລັກໄມ້ ດົ່ງກີ້(ແຂວງບັກນີງ), ໝູ່ບ້ານຜະລິດພາບຂັດມັນ ກາດດັ່ງ (ແຂວງນາມດີ້ງ), ໝູ່ບ້ານຫີນສິລະປະ ນອນເນືອກ(ດາຫນັງ). ທ່ານ ຫງວຽນຫືວນາມ, ເຈົ້າຂອງຮາກຖານຟອກເງິນຄຳຢູ່ໝູ່ບ້ານ ກຽວກີ້ ໃຫ້ຮູ້ວ່າ:
“ອາຊີບນີ້ແມ່ນອາຊີບພື້ນເມືອງຂອງຄອບຄົວມີມາແຕ່ປູ່ຍ່າຕາຍາຍຂອງພວກຂ້າພະເຈົ້າ, ມາຮອດປະຈຸບັນ ຂ້າພະເຈົ້າກຳໄດ້ເຕັກໂນໂລຊີຟອກເງິນຄຳຂອງທ້ອງຖິ່ນ ແລະ ຂ້າພະເຈົ້າກໍໄດ້ສອນອາຊີບນີ້ໃຫ້ແກ່ລູກຫລານໃນຄອບຄົວແລ້ວ.”
ນັກທ່ອງທ່ຽວຊົມນາຍຊ່າງຕີເງິນຄຳຢູ່ຖະຫນົນຮ່າງບາກ
ພາບ: internet
|
ຜະລິດຕະພັນຂອງໝູ່ບ້ານຫັດຖະກຳບໍ່ພຽງແຕ່ແມ່ນການແລກປ່ຽນສິນຄ້າເທົ່ານັ້ນ ຫາກຍັງມີຄຸນຄ່າທາງດ້ານວັດທະນະທຳ, ປະຫວັດສາດອີກດ້ວຍ. ໃນນັ້ນ ມີໝູ່ບ້ານຫັດຖະກຳ, ຕາແສງຫັດຖະກຳ ໄດ້ກາຍເປັນສະຖານທີ່ດູດດື່ມໃນບັນດາລາຍການທ່ອງທ່ຽວປະຫວັດສາດວັດທະນະທຳ ແລະ ທ່ອງທ່ຽວໝູ່ບ້ານຫັດຖະກຳ.
ປະຈຸບັນ ຢູ່ ຫວຽດນາມ ມີໝູ່ບ້ານອາຊີບ 4.500 ແຫ່ງ, ໃນນັ້ນມີໝູ່ບ້ານອາຊີບຫັດຖະກຳ 400 ແຫ່ງ. ບັນດາໝູ່ບ້ານດັ່ງກ່າວພວມສ້າງວຽກເຮັດງານທຳໃຫ້ແກ່ຄົນງານປະມານ 12 ລ້ານຄົນ, ນອກນັ້ນ ຍັງສ້າງວຽກເຮັດງານທຳໃຫ້ແກ່ຄົນງານຊົນນະບົດເມື່ອສິ້ນສຸດລະດູການນັບລ້ານຄົນ. ຜະລິດຕະພັນໂດຍບັນດານາຍຊ່າງຂອງໝູ່ບ້ານຫັດຖະກຳຜະລິດ ໄດ້ປະກອບສ່ວນນຳວົງເງິນສົ່ງອອກຂຶ້ນເຖິງກວ່າ 1 ຕື້ USD/ປີ. ບັນດາຜະລິດຕະພັນຫັດຖະກຳພື້ນເມືອງບໍ່ພຽງແຕ່ຕິດພັນກັບຊີວິດການເປັນຢູ່ຂອງປະຊາຊົນເທົ່ານັ້ນ ຫາກຍັງຕອບສະຫນອງຄວາມຕ້ອງການດ້ານວັດທະນະທຳຂອງມະນຸດອີກດ້ວຍ. ມີໝູ່ບ້ານຫັດຖະກຳຫລາຍແຫ່ງບໍ່ພຽງແຕ່ຜະລິດເປັນສິນຄ້າເທົ່ານັ້ນ ຫາກຍັງຜະລິດເຄື່ອງສິລະປະຫັດຖະກຳມີລັກສະນະວັດທະນະທຳພື້ນເມືອງທີ່ເປັນເອກະລັກຄື: ໝູ່ບ້ານຜະລິດ ຕໍ່ແຮ(ເຄື່ອງລະຫລິ້ນ ໃຫ້ແກ່ເດັກນ້ອຍ ເຮັດດ້ວຍດິນ) ຢູ່ ຮ່າໂນ້ຍ ຫລື ໝູ່ບ້ານແກະຄວັດສະຫລັກ, ຜະລິດຕຸກກະຕາ ຢູ່ ແຂວງ ນາມດີ້ງ, ທາຍບີ່ງ… ບັນດາໝູ່ບ້ານຫັດຖະກຳແມ່ນສະຖານທີ່ອະນຸລັກຮັກສາມໍລະດົກວັດທະນະທຳບໍ່ມີຮູບຮ່າງ ແລະ ມີຮູບຮ່າງກໍຄືແມ່ນສະຖານທີ່ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາຢ້ຽມຊົມ.