ເຂັ້ມຂົ້ນສີສັນວັດທະນະທຳໃນປະເພນີແຕ່ງດອງ ຂອງຊາວເຜົ່າຈຳ ຖືສາສະໜາອິດສະລາມ

(VOVWORLD) -ແຂວງ ອານຢາງ ມີບັນດາພິທີກຳທີ່ເປັນເອກະລັກ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳທ້ອງຖິ່ນ ໃນນັ້ນພົ້ນເດັ່ນຂຶ້ນແມ່ນປະເພນີແຕ່ງດອງຂອງຊາວເຜົ່າ ຈຳ ຖືສາສະໜາອິດສະລາມ. ງານດອງຂອງຊາວເຜົ່າຈຳ ຖືສາສະໜາອິດສະລາມໃນແຂວງ ອານຢາງ ໄດ້ມີມາແຕ່ດົນນານ ແລະ ຍັງຄົງຮັກສາບັນດາຄວາມເປັນເອກະລັກສະເພາະ ຈົນຮອດທຸກວັນນີ້
ເຂັ້ມຂົ້ນສີສັນວັດທະນະທຳໃນປະເພນີແຕ່ງດອງ ຂອງຊາວເຜົ່າຈຳ ຖືສາສະໜາອິດສະລາມ - ảnh 1ເຈົ້າບາວ ແລະ ເຈົ້າສາວໄປໂບດທຳພິທີສົມລົດ

    ງານດອງຖືກດຳເນີນເປັນເວລາ 3 ວັນ: ມື້ທຳອິດ ແມ່ນວັນເຕົ້າໂຮມຍາດພີ່ນ້ອງ, ເຮັດເຂົ້າໜົມ. ເຂົ້າໜົມທີ່ໃຊ້ໃນງານດອງລວມມີ ເຂົ້າໜົມສາມປະເພດ ນັ້ນແມ່ນເຂົ້າໜົມ ຮາໂບມ ເຂົ້າໜົມ ຕາປາຍກາກາ, ເຂົ້າໜົມເກີຕີກະລິງ ແລະ ເຂົ້າກາຣີ. ໃນມື້ທີສອງທັງສອງຄອບຄົວຝ່າຍເຈົ້າບ່າວ ແລະ ເຈົ້າສາວກໍ່ທຳພິທີສວດມົນພາວະນາຢູ່ແຕ່ລະຄອບຄົວ, ຜູ້ຕາງໜ້າຈະຂຶ້ນກ່າວຄຳອວຍພອນ ແລະ ພາວະນາໃຫ້ເຈົ້າບ່າວເຈົ້າສາວມີຄວາມຢູ່ເຢັນເປັນສຸກ ຫຼັງຈາກນັ້ນຈຶ່ງເຊື້ອເຊີນຊາວບ້ານມາຮັບປະທານອາຫານ. ໃນມື້ທີສາມ ຊຶ່ງແມ່ນມື້ນຳສົ່ງເຈົ້າບ່າວ, ຄອບຄົວຝ່າຍເຈົ້າບ່າວກໍ່ນຳສົ່ງເຈົ້າບ່າວໄປຮອດເຮືອນເຈົ້າສາວ. ນາງ ຣີເຊີຣ໊າ ຊາວເຜົ່າຈຳ ຖືສາສະໜາອິດສະລາມໃນແຂວງ ອານຢາງ ຖືວ່າ:

     “ຕາບໃດທີ່ຄອບຄົວເຈົ້າສາວຍອມຮັບຕໍ່ຄອບຄົວເຈົ້າບ່າວ, ເຂົາເຈົ້າຈຶ່ງເຊື້ອເຊີນໝໍພອນມາເຮັດເງິນຄຳ ເຊິ່ງລ້ວນແຕ່ອີງຕາມເງື່ອນໄຂເສດຖະກິດຄອບຄົວຂອງເຈົ້າບ່າວ, ຖ້າຫາກວ່າເປັນຄອບຄົວທີ່ຮັ່ງມີກໍ່ໃຫ້ຫຼາຍ, ຄອບຄົວທຸກຍາກກໍ່ໃຫ້ໜ້ອຍ. ຖ້າຫາກເປັນຄອບຄົວທີ່ຮັ່ງມີກໍ່ໃຫ້ຄອບຄົວເຈົ້າສາວຄຳສອງບາດເຄິ່ງ, ຖ້າຫາກບໍ່ມີກໍ່ໃຫ້ເລັກໜ້ອຍກໍ່ໄດ້”.

      ໃນງານດອງຂອງຊາວເຜົ່າຈຳ ຖືສາສະໜາອິດສະລາມ, ພິທີກຳທີ່ສຳຄັນທີ່ສຸດແມ່ນພິທີມອບໂອນ. ໂດຍທົ່ວໄປແລ້ວ ພິທີກຳນີ້ຈະຖືກຈັດຂຶ້ນຢູ່ເຮືອນຂອງເຈົ້າສາວ ຫຼື ຢູ່ສະຖານທີ່ບູຊາ. ຈຸດປະສົງຂອງພິທີກຳນີ້ ແມ່ນພໍ່ຂອງເຈົ້າສາວຈະມອບໂອນໜ້າທີ່ປົກປ້ອງເບິ່ງແຍງດູແລໃຫ້ເຈົ້າບ່າວ ເພື່ອອູ້ມຊູຊ່ວຍເຫຼືອລູກສາວຂອງຕົນ                              

      ມີພິທີກຳອີກອັນໜຶ່ງທີ່ສຳຄັນພໍສົມຂອງຊາວເຜົ່າຈຳ ຖືສາສະໜາອິດສະລາມໃນແຂວງອານຢາງ ນັ້ນແມ່ນພິທີເກັບເງິນຫຼຽນເງິນຢູ່ສະຖານທີ່ຈັດງານດອງ ພາຍຫຼັງຮັບປະທານອາຫານຄ່ຳ. ເຂົາເຈົ້າຈະນຳເອົາເງິນຫຼຽນເງິນສິບຫຼຽນໃສ່ຊາມນ້ຳ, ແລ້ວຄູ່ຜົວເມຍຈະພ້ອມກັນເກັບເອົາເງິນຫຼຽນເງິນນີ້. ຖ້າຫາກຜູ້ໃດເກັບໄດ້ຫຼາຍກວ່າກໍ່ໝາຍຄວາມວ່າ ຜູ້ນັ້ນຈະມີສຽງເວົ້າຕັດສິນໃນຊີວິດຄອບຄົວໃນພາຍພາກໜ້າ. ໃນມື້ຈັດງານດອງຂອງຄູ່ບ່າວສາວກໍ່ແມ່ນວັນເບີກບານມ່ວນຊື່ນຂອງພໍ່ແມ່ພີ່ນ້ອງໃນໝູ່ບ້ານ. ເຂົາເຈົ້າພ້ອມກັນມາອູ້ມຊູຊ່ວຍເຫຼືອສອງຄອບຄົວເຈົ້າສາວ ແລະ ເຈົ້າບ່າວ ເພື່ອໃຫ້ງານດອງປະສົບຜົນສຳເລັດ. ນາງ ຊາທີໜາ ຊາວເຜົ່າຈຳ ຖືສາສະໜາອິດສາລາມຢູ່ແຂວງ ອານຢາງ ເລົ່າສູ່ຟັງວ່າ:

        “ເຈົ້າບ່າວໃນມື້ແຕ່ງດອງ ກໍ່ນຸ່ງຖືສວຍງາມທີ່ສຸດ ເພື່ອໄປຕ້ອນຮັບເຈົ້າສາວ. ແຕ່ປາງກ່ອນ ເມື່ອເຈົ້າບ່າວໄປຮັບເຈົ້າສາວ ແມ່ນຂີ່ລົດລໍ້ໄປເຮືອນເຈົ້າສາວ ແຕ່ປັດຈຸບັນເຈົ້າບ່າວຂີ່ລົດໂອໂຕ”.

      ພາຍຫຼັງງານດອງ, ເຈົ້າບ່າວຈະຢູ່ເຮືອນເຈົ້າສາວສາມຄືນທຳອິດ, ຫຼັງຈາກນັ້ນກໍ່ຂຶ້ນກັບຄວາມເຫັນດີເຫັນພ້ອມຂອງທັງສອງຄອບຄົວ ຈຶ່ງຈະຕັດສິນວ່າ ເຈົ້າບ່າວຈະຢູ່ເຮືອນເຈົ້າສາວ ຫຼື ວ່າ ເຈົ້າສາວໄປຢູ່ເຮືອນເຈົ້າບ່າວ. ຕາມປະເພນີຂອງຊາວເຜົ່າຈຳ ຖືສາສະໜາອິດສະລາມແລ້ວ ອ້າຍບ່າວເມື່ອແຕ່ງງານກໍ່ເຄີຍຢູ່ນຳເຮືອນເຈົ້າສາວ ເພາະສະນັ້ນກໍ່ເຄີຍດຳເນີນພິທີນຳສົ່ງອ້າຍບ່າວໄປແຕ່ງງານ. ລຸງ ຮາຢີສາລີ໊ ຊາວເຜົ່າຈຳຖືສາສະໜາອິດສະລາມຢູ່ແຂວງ ອານຢາງ ໃຫ້ຮູ້ວ່າ:

       “ຕາມປະເພນີຂອງສາສະໜາອິດສະລາມ, ເມື່ອຈັດແບ່ງຊັບສົມບັດໃນຄອບຄົວ, ເພດຊາຍໄດ້ສອງສ່ວນ, ສຳລັບເພດຍິງໄດ້ສ່ວນໜຶ່ງ. ດັ່ງນັ້ນເມື່ອແຕ່ງງານເພດຊາຍຕ້ອງໄປຢູ່ເຮືອນຂອງເມຍເພື່ອລ້ຽງເມຍ ແລະ ເບິ່ງແຍງພໍ່ແມ່ຂອງເມຍ ເພາະວ່ານີ້ແມ່ນໜ້າທີ່ຮັບຜິດຊອບ”.

     ໃນທຸກວັນນີ້ ງານດອງຂອງຊາວເຜົ່າຈຳ ຖືສາສະໜາອິດສະລາມຍັງຄົງຮັກສາມູນເຊື້ອແບບດັ້ງເດີມ ແຕ່ກໍ່ມີສ່ວນຕິດແທດກັບຊີວິດຍຸກປັດຈຸບັນ. ຊຸດອາພອນກໍ່ມີການປ່ຽນແປງເລັກໜ້ອຍ ເພື່ອແທດເໝາະກັບຊີວິດຍຸກທັນສະໄໝ ຄືສີສັນຮູບຊົງຕາມຄວາມນິຍົມຊົມຊອບຂອງເຈົ້າສາວ ແລະ ເຈົ້າບ່າວ, ເຄື່ອງເອ້ຢ້ອງຂອງເຈົ້າສາວ ເຈົ້າບ່າວກໍ່ອີງໃສເງື່ອນໄຂເສດຖະກິດຄອບຄົວຂອງເຂົາເຈົ້າ. 

ຕອບກັບ

ຂ່າວ/ບົດ​ອື່ນ