(vovworld) - ຍ້ອນຊີວິດໃກ້ຊິດຕິດພັນກັບພູຜາປ່າໄມ້, ດັ່ງນັ້ນເຄື່ອງດົນຕີທັງໝົດຂອງຊາວເຜົ່າບານາລ້ວນແຕ່ເຮັດດ້ວຍວັດຖຸທີ່ມີຢູ່ແລ້ວໃນທຳມະຊາດເຊັ່ນ: ຫີນ, ໄມ້, ໄມ້ໄຜ່, ໄມ້ເຮ້ຍ, ໃບໄມ້, ເປືອກໝາກນຳເຕົ້າແຫ້ງ... ເຖິງວ່າເຄື່ອງດົນຕີເຫຼົ່ານັ້ນໄດ້ຮັບການຜະລິດແບບງ່າຍດາຍກໍ່ຕາມ, ແຕ່ພັດເປັນເອກະລັກສະເພາະກ່ຽວກັບຮູບແບບ ແລະ ນຳ້ສຽງ, ເຂັ້ມຄົ້ນໄປດ້ວຍສີສັນສະເພາະຂອງຊົນເຜົ່າບານາ.
ຊຸດຄ້ອງຂອງຊົນເຜົ່າບານາ
ກ່ອນນີ້ນັບຮ້ອຍປີ, ຊາວເຜົ່າບານາໄດ້ຜະລິດເຄື່ອງດົນຕີບາງປະເພດ, ສະແດງໃຫ້ເຫັນຄວາມໃກ້ຊິດຕິດແທດລະຫວ່າງມະນຸດກັບທຳມະຊາດ. ມາຮອດປະຈຸບັນ, ຊາວເຜົ່າບານາຍັງຜະລິດ ແລະ ຮັກສາເຄື່ອງດົນຕີທີ່ເປັນເອກະລັກສະເພາະບາງປະເພດໄວ້ໄດ້... ໃນເຄື່ອງດົນຕີຈຳນວນນັ້ນ, ພົ້ນເດັ່ນກວ່າໝູ່ແມ່ນຄ້ອງ ແລະ ກອງ.
ຄ້ອງແມ່ນເຄື່ອງດົນຕີທີ່ເຮັດດ້ວຍທອງ, ຮູບມົນ, ມີເສັ້ນຜ່າກາງແຕ່ 20 – 60 cm. ຄ້ອງຊຸດໜຶ່ງຂອງຊາວເຜົ່າບານາລວມມີຄ້ອງໃຫຍ່ 3 ໜ່ວຍ, ຢູ່ໃຈກາງມີຫົວ ແລະ ຄ້ອງນ້ອຍປະມານສິບໜ່ວຍ. ເມື່ອຕີຄ້ອງ, ຊາວເຜົ່າບານາເຄີຍເອົາຜ້າພັນໄມ້ຕີເພື່ອລັ່ນ. ຄ້ອງຍິ່ງໃຫຍ່ເທົ່າໃດສຽງຍິ່ງຕຳ່ເທົ່ານັ້ນ, ກົງກັນຂ້າມຄ້ອງຍິ່ງນ້ອຍເທົ່າໃດສຽງຍິ່ງສູງເທົ່ານັ້ນ. ໃນໂອກາດງານບຸນຕ່າງໆ, ສຽງຄ້ອງຂອງຊາວເຜົ່າບານາກໍ່ດັງກ້ອງກັງວານໄປທົ່ວຢ່າງຟົດຟື້ນ, ອັນໄດ້ປະກອບສ່ວນເຮັດໃຫ້ວັດທະນະທຳຄ້ອງໄຕງວຽນອຸດົມສົມບຸນຍິ່ງຂຶ້ນ. ນີ້ກໍ່ແມ່ນໜຶ່ງໃນບັນດາປັດໃຈເພື່ອໃຫ້ຄະນະກຳມະການວັດທະນະທຳສຶກສາ ແລະ ວິທະຍາສາດສະຫະປະຊາຊາດ (unesco) ຮັບຮອງວ່າເປັນມໍລະດົກວັດທະນະທຳຂອງໂລກ.
ໃນການເຄື່ອນໄຫວດົນຕີຂອງຕົນ, ຊາວເຜົ່າບານາຍັງຜະລິດເຄື່ອງດົນຕີທີ່ເປັນເອກະລັກສະເພາະຫຼາຍປະເພດອີກຄື: ຕຼຶງ, ຕິງນິງ, ກະນີ, ຫຼືເຄື່ອງດົນຕີດ້ວຍໄມ້ໄຜ່ໄມ້ເຮ້ຍຄື: ກຼົງປຸດ, ກຼອງປຸດ, ດິງເຢີງ, ດິງຮໍ... ອ້າຍດ່າວມິງງອກ, ຢູ່ຫໍພິພິດຕະພັນຊົນເຜົ່າແຂວງດັກລັກ, ໃຫ້ຮູ້ວ່າ:
“ເຄື່ອງດົນຕີເຫຼົ່ານັ້ນເຄີຍນຳໃຊ້ໃນພິທີງານບຸນວັດທະນະທຳ, ໃນຄຳ່ຄືນທີ່ບ່າວສາວຂັບກ້ຽວກັນ, ມີເຄື່ອງດົນຕີບາງປະເພດແມ່ນໃຊ້ສະເພາະໃນໂອກາດຄອບຄົວ, ໝູ່ເພືອ່ນເຕົ້າໂຮມກັນ, ຫຼືໃນຄຳ່ຄືນທີ່ຜູ້ເຖົ້າຂັບໃຫ້ຜູ້ໜຸ່ມຟັງເທົ່ານັ້ນ.“
ຊຸດຄ້ອງຂອງຊົນເຜົ່າບານາ
ໃນຊີວິດຂອງຊາວເຜົ່າບານາ, ຕຼຶງແມ່ນເຄື່ອງດົນຕີທົ່ວໄປ, ທີ່ເຮັດດ້ວຍລຳໄມ້ໄຜ່, ໄມ້ເຮ້ຍ, ດ້ວຍຂະໜາດໃຫຍ່ນ້ອຍທີ່ແຕກຕ່າງກັນ ແລະ ຕິດໃສ່ກັນດ້ວຍເສັ້ນຫວາຍຕາມລຳດັບຈາກລຳໃຫຍ່ ແລະ ຍາວຫາລຳນ້ອຍ ແລະ ສັ້ນ.ເມື່ອຫຼິ້ນເຄື່ອງດົນຕີປະເພດນີ້ດ້ວຍໄມ້ຕີ, ມັນຈະອອກສຽງສູງຕຳ່ທີ່ແຕກຕ່າງກັນຄືດັ່ງສຽງນຳ້ຫ້ວຍໄຫລ, ສຽງນຳ້ຕົກຕາດ, ສຽງລົມພັດໃສ່ປ່າໄມ້ໄຜ່ໄມ້ເຮ້ຍ. ທ່ານ ອາເງີ, ຊາວເຜົ່າບານາຢູ່ແຂວງດັກລັກ, ໃຫ້ຮູ້ວ່າ:
“ເຄື່ອງດົນຕີ ຕຼຶງ ບໍ່ໃຊ້ໃນຄອບຄົວ, ຫາກພຽງແຕ່ໃຊ້ ກຼົງປຸດເທົ່ານັ້ນ. ເຄື່ອງດົນຕີ ຕຼຶງກ່ອນນີ້ຖືກປະກອບດ້ວຍລຳໄມ້ໄຜ່, ໄມ້ເຮ້ຍພຽງ 7 – 8 ລຳ, ແຕ່ປະຈຸບັນພັດປະກອບດ້ວຍຫຼາຍລຳ, ດັ່ງນັ້ນຈຶ່ງສາມາດເສບດົນຕີຫຼາຍບົດໄດ້ “.
ເຄື່ອງດົນຕີ ກຼົງປຸດ
ໃນເຄື່ອງດົນຕີປະເພດຕ່າງໆຂອງຊາວເຜົ່າບານາ, ຕິງນິງ ໄດ້ຮັບຖືວ່າແມ່ນເຄື່ອງດົນຕີພິເສດສະເພາະທີ່ສຸດ. ຕິງນິງເຮັດດ້ວຍໄມ້ໄຜ່ລຳດຽວ, ຫົວທັງສອງເບື້ອງລ້ວນແຕ່ມີຂໍ້ປິດ, ເຊິ່ງປະກອບດ້ວຍເຊືອກແຕ່ 10 – 18 ສາຍ. ກ່ອນນີ້ຊາວເຜົ່າບານາໃຊ້ໃຍໄໝຖູຂີ້ເຜິ້ງເຮັດເປັນເຊືອກ. ເພື່ອເຮັດໃຫ້ເຄື່ອງດົນຕີປະເພດນີ້ມີສຽງດັງກ້ອງກວ່າ, ນັກສິລະປະກຳບາງທ່ານໄດ້ນຳໝາກນຳເຕົ້າແຫ້ງເຄິ່ງໜ່ວຍ ຕິດໃສ່ຕື່ມອີກ. ສຽງຕິງນິງສູງ ແລະ ບໍ່ຟົດຟື້ນຄືສຽງ ຕຼືງ ແລະ ຜູ້ຊາຍຊາວເຜົ່າບານາເຄີຍໃຊ້ຕິງນິງໃນຍາມຄຳ່ຄືນເພື່ອນັດພົບກັນກັບຜູ້ສາວ.
ໃນວິວັດແຫ່ງການອອກແຮງງານ, ທຳການຜະລິດ ແລະ ພິຊິດທຳມະຊາດ, ຊາວເຜົ່າບານາ ຍັງຜະລິດເຄື່ອງດົນຕີທີ່ເປັນເອກະລັກສະເພາະຫຼາຍປະເພດອີກເຊັ່ນ ເປີແຈດ, ແຣງແຮວ. ນີ້ແມ່ນເຄື່ອງດົນຕີເຮັດດ້ວຍໄມ້ໄຜ່ໄມ້ເຮ້ຍໃຊ້ແຮງນຳ້, ແຮງລົມເພື່ອສ້າງເປັນສຽງ. ນອກນັ້ນເຂົາເຈົ້າຍັງມີຂຸ່ຍຫຼາຍປະເພດຄື: ດິງບຸດ, ດິງເຢີງ, ດິງຮໍ...ອີກ.
ເມື່ອມາຢ້ຽມຢາມບ້ານຕ່າງໆຂອງຊາວເຜົ່າບານາໃນໂອກາດງານບຸນລະດູບານໃໝ່, ໃນບັນຍາກາດພູຜາປ່າໄມ້ທີ່ກວ້າງໃຫຍ່ໄພສານນັ້ນ, ເພື່ອນຈະໄດ້ຮັບຊົມ ແລະ ຟັງດົນຕີທີ່ເປັນເອກະລັກສະເພາະຂອງຊາວເຜົ່າບານາ. ບັນຍາກາດງານບຸນເຫຼົ່ານັ້ນບໍ່ພຽງແຕ່ສະແດງໃຫ້ເຫັນສີສັນຊົນເຜົ່າເທົ່ານັ້ນ, ຫາກຍັງສະແດງຄວາມໜຸ່ມແໜ້ນ, ຄວາມນິຍົມດົນຕີ, ຄວາມຮັກຊີວິດຂອງຊາວເຜົ່າບານາອີກດ້ວຍ.