(vovworld)- ຊາວເຜົ່າເບີ່ເຣົາ ນິຍົມຫຼີ້ນຄ້ອງ ແລະ ບັນດາເຄື່ອງດົນຕີພື້ນເມືອງ. ຄ້ອງຂອງຊາວເຜົ່າເບີ່ເຣົາມີຫຼາຍປະເພດທີ່ແຕກຕ່າງກັນ ແລະ ໄດ້ນຳໃຊ້ໃນໂອກາດຕ່າງກັນ, ເພື່ອຈຸດປະສົງທີ່ແຕກຕ່າງກັນ. ລາຍການສີສັນ 54 ຊົນເຜົ່າພາກນີ້ຈະແນະນຳບົດຂອງນັກຂ່າວໂຕຕວນ ດ້ວຍຫົວຂໍ້ວ່າ: ເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າເບີ່ເຣົາ.
ຄ້ອງທາຂອງຊາວເຜົ່າເບີ່ເຣົາ
(ພາບ:dulichgo.blogspot.com)
ເຄື່ອງດົນຕີພື້ນເມືອງຂອງຊາວເຜົ່າເບີ່ເຣົາລວມມີ: ຄ້ອງ ແລະ ພິນດິດປະເພດຕ່າງໆ, ແຄນ, ຂຸ່ຍ... ຊື່ງຜະລິດຈາກບັນດາວັດຖຸທີ່ມີຢູ່ແລ້ວໃນທຳມະຊາດຄື: ຫີນ, ໄມ້ໄຜ່, ໄມ້ເຮັ້ຍ ຫຼືຈາກໂລຫະປະສົມຄື: ຂາງ, ກົ່ວ, ທອງ. ໃນຈຳນວນບັນດາເຄື່ອງດົນຕີເຫຼົ່ານັ້ນ, ຄ້ອງທາຖືກຖືວ່າ ແມ່ນເຄື່ອງດົນຕີອັນລ້ຳຄ່າທີ່ສຸດຂອງຊາວເຜົ່າເບີ່ເຣົາ. ປະຈຸບັນ, ຄ້ອງທາພຽງແຕ່ມີຢູ່ບ້ານດັກເມ, ຕາແສງເບີ່ອີ, ເມືອງຫງອກໂຮ່ຍ ແຂວງກອນຕູມ ເທົ່ານັ້ນ. ທ່ານລຶວແອງຮຸ່ງ, ຮອງຜູ້ອຳນວຍການຫໍພິພິຕະພັນຊົນເຜົ່າວິທະຍາຫວຽດນາມ, ທັງແມ່ນນັກຄົ້ນຄ້ວາບັນດາຊົນເຜົ່າສ່ວນໜ້ອຍຫວຽດນາມ ຢູ່ໄຕງວຽນ ໃຫ້ຮູ້ວ່າ:
“ຊຸດຄ້ອງທາ ຂອງຊາວເຜົ່າເບີ່ເຣົາມີພຽງສອງອັນເທົ່ານັ້ນ ແຕ່ຄຸນຄ່າຂອງມັນພັດເທົ່າກັບຄວາຍນັບສີບໆໂຕ. ຕາມແນວຄວາມຄິດຂອງປະຊາຊົນບັນດາເຜົ່າຢູ່ເຂດໄຕງວຽນແລ້ວ, ທຸກສິ່ງທຸກຢ່າງລ້ວນແຕ່ມີຈິນວິນຍານ, ມີພະລັງຊີວິດພາຍໃນຢູ່, ຄ້ອງທາກໍ່ມີຈິດວິນຍານສະເພາະຂອງມັນເຊັ່ນດຽວກັນ“
(ພາບປະກອບ:dantocviet.vn)
ຄ້ອງທາແມ່ນປະເພດເຄື່ອງດົນຕີທີ່ຂາດບໍ່ໄດ້ໃນງານບຸນຕ່າງໆຂອງຊາວເຜົ່າເບີ່ເຣົາ. ມີແຕ່ຜູ້ຊາຍຈຶ່ງມີສິດລັ່ນຄ້ອງທາ. ໃນແນວຄວາມຄິດຂອງຊາວເຜົ່າເບີ່ເຣົາ, ຄ້ອງທາບໍ່ພຽງແຕ່ແມ່ນເຄື່ອງດົນຕີເທົ່ານັ້ນ, ຫາກຍັງແມ່ນເທວະດາ, ແມ່ນບັນພະບູລຸດຂອງເຂົາເຈົ້າອີກດ້ວຍ. ສະນັ້ນ, ຕາມພາສາຂອງຊາວເຜົ່າເບີ່ເຣົາ, ບໍ່ມີຄຳສັບລັ່ນຄ້ອງທາ, ຫາກຕ້ອງເວົ້າວ່າ: ທາເປີຍ (ໝາຍຄວາມວ່າ: ເຊີນທາເວົ້າ). ເພື່ອເຊີນທາເວົ້າ, ກ່ອນອື່ນໝົດຕ້ອງຈັດພິທີເຊີນທາກິນ, ດື່ມ. ຄ້ອງທາແມ່ນພາຫະນະເຊື່ອມຕໍ່ໂລກມະນຸດ ແລະ ໂລກຂອງເທວະດາຟ້າແຖນ. ເມື່ອສຽງຄ້ອງດັງຂຶ້ນ, ບັນດາເທວະດາແມ່ນ້ຳ, ເທວະດາຫ້ວຍກໍ່ເປັນພະຍານຫຼັກຖານນຳມາເຊິ່ງໂຊກໝານໃຫ້ແກ່ປະຊາຊົນໃນບ້ານ, ເຂົ້າສານ, ເຂົ້າເປືອກເຕັມກະເຊົ້າ, ໂລກລະບາດ ແລະ ຄວາມອຶດຫິວກໍ່ຈະຖືກຍູ້ໃຫ້ຖອຍໄປ. ຍ້ອນເຫດນັ້ນ, ຄ້ອງທາເຄີຍຖືກນຳໃຊ້ໃນໂອກາດຕ້ອນຮັບແຂກ, ງານບຸນເຂົ້າເຮືອນຣົງໃໝ່, ອວຍພອນຍາມເຂົ້າໃໝ່ ຫຼືງານບຸນຕ່າງໆ.
ໃນຊຸດຄ້ອງທາ, ໜ່ວຍນ້ອຍເອີ້ນວ່າຄ້ອງເມຍ ແລະ ໜ່ວຍໃຫ່ຍກ່ວາເອີ້ນວ່າຄ້ອງຜົວ. ໂດຍຕ່າງກັບວິທີລັ່ນຄ້ອງຂອງຫຼາຍຊົນເຜົ່າຢູ່ໄຕງວຽນຄື: ທັງລັ່ນຄ້ອງ ທັງຍ່າງເປັນວົງມົນ ແລະ ເຕັ້ນຕາມຈັງຫວະທຳນອງສຽງຄ້ອງ, ສ່ວນຄ້ອງທາຂອງຊາວເຜົ່າເບີ່ເຣົາພັດຖືກແຂວນຄົງທີ່ເທິງຖ້ານຊູ. ຜູ້ລັ່ນຄ້ອງ ຕ້ອງນັ່ງເທິງໜ້າດິນເພື່ອລັ່ນ, ຄອງທາສາມາດລັ່ນສະເພາະປະເພດດຽວ ຫຼື ປະສົມກັບເຄືອ່ງດົນຕີປະເພດອື່ນໆ, ນັບທັງສຽງຮ້ອງຂອງຄົນກໍ່ໄດ້ ເພື່ອສ້າງເປັນດົນດີປະສານສຽງຂອງເຜົ່າໄຕງວຽນ
ນອກຈາກຄ້ອງທາ, ຊາວເຜົ່າເບີ່ເຣົາຍັງມີເຄື່ອງດົນດີພິເສດສະເພາະປະເພດອື່ນໆຄື: ແຄນ, ຂຸ່ຍ, ຫລືພິນຕຣຶງ, ກລົງປຸດ, ດິງຕຸກ, ຕິງນິນ (ເຮັດດ້ວຍໄມ້ໄຜ່, ໄມ້ເຮັ້ຍ)....ພິນມບິນ (ເຮັດດ້ວຍໄມ້), ເຄື່ອງດົນຕີເຫຼົ່ານັ້ນຖືກນຳໃຊ້ໃນໂອກາດ ແລະ ຈຸດເວລາທີ່ແຕກຕ່າງກັນ. ມີບາງປະເພດພຽງແຕ່ນຳໃຊ້ໃນໂອກາດງານບຸນ, ການດຳເນີນຊີວິດວົງຄະນາຍາດ, ມີບາງປະເພດໃຊ້ໃນເຂດໄຮ່ນາ, ມີປະເພດແມ່ນພາຫະນະເພື່ອສະແດງຄວາມຮັກລະຫວ່າງບ່າວສາວ, ມີບາງປະເພດທັງເພື່ອບັນເທິງ ທັງເພື່ອຂັບໄລ່ສັດປ່າ... ໃນຈຳນວນເຫຼົ່ານີ້, ພິນກລົງປຸດ ແມ່ນເຄື່ອງດົນຕີທີ່ປະກອບດ້ວຍລຳໄມ້ເຮັ້ຍທີ່ແຕກຕ່າງກັນລວມ 5-7 ລຳ, ເຂົາເຈົ້າຈະຕົບມືຢູ່ປາກລຳເຮັ້ຍເພື່ອສ້າງເປັນທຳນອງດົນຕີທີ່ເປັນເອກະລັກສະເພາະເຜົ່າໄຕງວຽນ.ເມື່ອກ່ອມລູກ ຫລືໃນງານດອງ, ຊາວເຜົ່າເບີ່ເຣົາກໍ່ນຳໃຊ້ເຄື່ອງດົນຕີທີ່ເໝາະສົມເພື່ອປະສານ ພ້ອມກັບທຳນອງເພງພື້ນເມືອງ.
ພ້ອມກັບຄ້ອງຂອງຊາວຊົນເຜົ່າສ່ວນໜ້ອຍຢູ່ໄຕງວຽນ, ຄ້ອງທາ ແລະ ບັນດາເຄືອ່ງດົນຕີພື້ນເມືອງອື່ນໆຂອງຊາວເຜົ່າເບີ່ເຣົາ ໄດ້ຮັບການຮູ້ຈັກຈາກຫຼາຍຄົນຜ່ານບັນດາການເຄື່ອນໄຫວແລກປ່ຽນວັດທະນະທຳພາຍໃນ ແລະ ຕ່າງປະເທດ. ບັນດາເຄື່ອງດົນຕີນີ້ບໍ່ພຽງແຕ່ໄດ້ສະແດງໃຫ້ເຫັນສີສັນວັດທະນະທຳພິເສດສະເພາະ ຂອງຊາວເຜົ່າເບີ່າເຣົາ ເທົ່ານັ້ນ, ຫາກຍັງປະກອບສ່ວນເຮັດໃຫ້ພື້ນຖານດົນຕີພື້ນເມືອງຂອງບັນດາຊົນເຜົ່າຫວຽດນາມ ມີຄວາມອຸດດົມສົມບູນ, ຫຼາຍຮູບຫຼາຍແບບກ່ວາອີກດ້ວຍ./.