(vovworld) - ຊາວເຜົ່າຢ້າວເຄົາຫຼືເອື້ນວ່າກິມມ່ຽນ, ແມ່ນໜຶ່ງໃນບັນດາໝວດເຜົ່າຢ້າວທີ່ຍ້າຍມາຫວຽດນາມກ່ອນໝູ່, ດັ່ງນັ້ນເຂົາເຈົ້າຈຶ່ງໄດ້ຮັບຖືວ່າແມ່ນໝວດຕົ້ນຕໍຂອງຊົນເຜົ່າຢ້າວ.
ຊາວເຜົ່າຢ້າວເຄົາ
(ພາບ: ອິນເຕີແນດ)
ຍ້ອນເງື່ອນໄຂປະຫວັດສາດ, ຊາວເຜົ່າຢ້າວເຄົາຈຶ່ງຍ້າຍມາອາໄສຢູ່ແຂວງລາຍເຈົາ ແລະ ຕັ້ງຖີ່ນຖານຄົງທີ່ຢູ່ຕາແສງຕ່າງໆໃນເມືອງສິ່ນໂຮ່ຄື: ຕາຜີ່ນ, ພັງໂຊລິນ, ຕາຫງາວ, ລ່າງໂມ, ຫ້ວຍຫຼວງ. ອະທິບາຍກ່ຽວກັບຊື່ເອີ້ນຂອງຊົນເຜົ່າຕົນ, ປ້າ ເຕິ໋ນມີ້ຫວານ ຢູ່ຕາແສງຕ່າຜີ່ນເວົ້າວ່າ:
”ໃນເມື່ອກ່ອນຊາວເຜົ່າຂອງຕົນບໍ່ຮູ້ຕຳ່ຜ້າ ແລະ ຜະລິດເສັ້ນໄໝ, ພຽງແຕ່ຊື້ຜ້າແພ, ເສັ້ນໄໝຂອງຊາວເຜົ່າຜູ້ໄທ, ຊາວເຜົ່າລຶ, ຊາວເຜົ່າລ້ານແຕນມາຫຍິບໂສ້ງ, ເສື້ອ, ສິ້ນເທົ່ານັ້ນ. ດັ່ງນັ້ນຈຶ່ງເອີ້ນວ່າເຄົາ (ພາສາຫວຽດນາມແມ່ນຫຍິບ) ”.
ຕາມການຄົ້ນຄ້ວາຂອງ ດຮ ວີວັນອານ, ຫົວໜ້າຫ້ອງຄົ້ນຄ້ວາ, ຮຽບຮຽງພາກພື້ນອາຊີຕາເວັນອອກສ່ຽງໃຕ້, ສັງກັດຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມແລ້ວ, ຊາວເຜົ່າຢ້າວເຄົາຄວາມຈິງແມ່ນຊາວເຜົ່າຢ້າວແດງ.
“ເຂົາເຈົ້າອະທິບາຍວ່າ, ຊາວເຜົ່າຢ້າວຢູ່ທີ່ນີ້ມີແຕ່ຫຍິບໂສ້ງເສື້ອຕະຫຼອດວັນ. ເຂົາເຈົ້າຖືກຈັດໃນໝວດຊາວເຜົ່າຢ້າວແດງ. ເສື້ອຂອງຜູ້ຍິງຍາມໃດກໍ່ມີລາຍດອກສີແດງ. ແຕ່ເມື່ອຈັດເປັນໝວດເຂົາເຈົ້າພັດບໍ່ຮັບຮອງຕົນເອງແມ່ນຊົນເຜົ່າຢ້າວແດງ, ຫາກແມ່ນເຜົ່າຢ້າວເຄົາ ຫຼືເອີ້ນວ່າກິມມ່ຽນ, ໝາຍຄວາມວ່າໝວດເຜົ່າຢ້າວທີ່ຍ້າຍມາຫວຽດນາມກ່ອນໝູ່“.
ຊາວເຜົ່າຢ້າວເຄົາ
(ພາບ: ອິນເຕີແນດ)
ເມືອງຊິ່ນໂຮ່, ແຂວງລາຍເຈົາ ແມ່ນແຫ່ງທີ່ມີຊາວເຜົ່າຢ້າວຫຼາຍຄົນດຳລົງຊີວິດ, ພິເສດແມ່ນຊາວເຜົ່າຢ້າວເຄົາ. ຕາມພາສາທ້ອງຖີ່ນ, ສິ່ນໂຮ່ໝາຍຄວາມວ່າແຫ່ງມີຫ້ວຍຫຼາຍລຳ. ໂດຍດຳລົງຊີວິດຢູ່ເຂດພູສູງ, ແຕ່ມີແຫຼ່ງນຳ້ຫຼວງຫຼາຍ, ດັ່ງນັ້ນປະເພນີດຳລົງຊີວິດ, ທຳການຜະລິດຂອງຊາວເຜົ່າຢ້າວເຄົາກໍ່ແຕກຕ່າງກັບໝວດເຜົ່າຢ້າວອື່ນໆ. ໃນມື້ໜຶ່ງອາກາດຢູ່ສິ່ນໂຮ່ ມີ 4 ລະດູຄື: ລະດູບານໃໝ່, ລະດູຮ້ອນ, ລະດູໃບໄມ້ຫຼົ່ນ ແລະ ລະດູໜາວ. ອຸນຫະພູມສະເລ່ຍໃນປີແມ່ນ 22 ອົງສາ. ແຕ່ອາກາດຢູ່ທີ່ນີ້ພັດຮ້າຍແຮງຍ້ອນມີນຳ້ໝອກ, ເຝື້ອໝອກໃນລະດູຮ້ອນ ແລະ ນຳ້ແກ່ງໃນລະດູຝົນ. ຍ້ອນເຫດນັ້ນ, ເມື່ອປຸກສ້າງເຮືອນ, ເຂົາເຈົ້າເອົາໃຈໃສ່ທີ່ສຸດເຖິງວັດຖຸ ແລະ ວິທີເຮັດ. ດຮ ວີວັນອານ, ໃຫ້ຮູ້ວ່າ:
“ວັດຖຸກໍ່ສ້າງເຮືອນແມ່ນໄມ້, ໄມ້ໄຜ່ ແລະ ຫຼັງຄາມຸງດ້ວຍຫຍ້າ. ເຮືອນຕຳ່, ປ່ອງຢ້ຽມບໍ່ຫຼາຍ. ປະຈຸບັນຢູ່ສິ່ນໂຮ່ມີຫຼາຍຄອບຄົວໄດ້ກໍ່ສ້າງເຮືອນດ້ວຍດິນຈີ່ ແລະ ມຸງດ້ວຍໂປຼຊີມັງ, ຫຼືດິນຂໍ. ແທ່ນບູຊາຕັ້ງຢູ່ຫ້ອງກາງ. ຖ້າຄອບຄົວໃດຖືຜີ ຫຼື ໝໍຢາກໍ່ຕັ້ງແທ່ນບູຊາຜີ ແລະ ຜູ້ສ້າງອາຊີບຕື່ມອີກອັນໜຶ່ງຢູ່ຕິດກັບແທ່ນບູຊາບັນພະບຸລຸດ“.
ຊາວເຜົ່າຢ້າວເຄົາ
(ພາບ: ອິນເຕີແນດ)
ເງື່ອນໄຂທຳມະຊາດຢູ່ເມືອງສິ່ນໂຮ່ ກໍ່ສົ່ງຜົນສະທ້ອນເຖິງການຜະລິດ, ເສດຖະກິດຂອງຊາວເຜົ່າຢ້າວເຄົາ. ຖ້າຫາກບັນດາໝວດຊົນເຜົ່າຢ້າວຖືສາລີເປັນແຫຼ່ງທັນຍາຫານຕົ້ນຕໍ, ຊົນເຜົ່າຢ້າວເຄົາພັດຖືເຂົ້ານາທາມເປັນຕົ້ນ. ລ້ຽງສັດສ່ວນຫຼາຍແມ່ນງົວ, ຄວາຍ, ພິເສດແມ່ນໂຕແບ້. ບາງຄອບຄົວມີຟາມລ້ຽງແບ້ນັບຮ້ອຍໂຕ. ເຖິງວ່າອາຊີບຕຳ່ຜ້າບໍ່ພັດທະນາກໍ່ຕາມ, ແຕ່ຍ້ອນດຳລົງຊີວິດຢູ່ເຂດທີ່ມີອາກາດໜາວເຢັນໃນເຂດພູພຽງສິ່ນໂຮ່, ຊາວເຜົ່າຢ້າວເຄົາກໍ່ຮູ້ປູກຕົ້ນຝ້າຍ ແລະ ປັກແສ່ວຢູ່.
ເຄື່ອງນຸ່ງຂອງຊາວເຜົ່າຢ້າວເຄົາມີສີຄາມເປັນຕົ້ນ. ຜູ້ຍິງຊົນເຜົ່າຢ້າວເຄີຍນຸ່ງເສື້ອຍາວ ແລະ ຮັດສາຍແອວ, ແລະໃຊ້ຜ້າພັນຫົວສີດຳ, ຍາວ 5 ວາແຂນ, ກວ້າງແຕ່ 25 – 30 cm. ຊີວິດຂອງຊາວເຜົ່າຢ້າວເຄົາໃນປະຈຸບັນເຖິງວ່າໄດ້ເຊື່ອມໂຍງເຂົ້າກັບການພັດທະນາຂອງສັງຄົມ, ດ້ວຍການນຳໃຊ້ເຕັກນິກທີ່ກ້າວໜ້າໃນການປູກຝັງ ແລະ ລຽງສັດແລ້ວກໍ່ຕາມ, ແຕ່ເອື້ອຍນ້ອງຜູ້ຍິງຍັງເມົາມົວກັບການປັກແສ່ວເຄື່ອງນຸ່ງຢູ່. ສິ່ງດັ່ງກ່າວປະກອບສ່ວນຮັກສາວັດທະນະທຳທີ່ເປັນມູນເຊື້ອຂອງຊາວເຜົ່າຢ້າວເວົ້າລວມ ແລະ ຊາວເຜົ່າຢ້າວເຄົາເວົ້າສະເພາະໄວ້.