(vovworld) - ຊາວເຜົ່າໄຢ໋ມີສາງສຸພາສິດ, ຄຳຜະຫຍາ, ຄຳທວາຍທີ່ເປັນເອກະລັກສະເພາະ, ທີ່ເລົ່າກ່ຽວກັບເລື່ອງນິທານ ຫຼືອະທິບາຍບັນດາປະກົດການໃນທຳມະຊາດ ແລະ ສັງຄົມ. ໃນສາງວັດທະນະທຳ ສິລະປະທີ່ອຸດົມສົມບຸນນີ້, ຍັງມີທຳນອງເພງພື້ນເມືອງຂອງຊາວເຜົ່າໄຢ໋ອີກ. ຊາວເຜົ່າໄຢ໋ຖືວ່າ, ຂັບຮ້ອງເພື່ອຟັງ, ຫາກບໍ່ແມ່ນເພື່ອຊົມ. ຍ້ອນເຫດນັ້ນການຂັບຮ້ອງຍາມໃດກໍ່ດຶງດູດຫຼາຍຄົນເຂົ້າຮ່ວມ.
ຊາວເຜົ່າໄຢ໋ສະແດງສິລະປະ
ເພງພື້ນເມືອງຂອງຊາວເຜົ່າໄຢ໋ ປະກອບດ້ວຍຫຼາຍຮູບແບບ, ແຕ່ລະຮູບແບບມີຫຼາຍບົດ, ຫຼາຍທຳນອງທີ່ແຕກຕ່າງກັນ, ເນື້ອໃນຂອງເພງພື້ນເມືອງເຄີຍສ່ອງແສງເຖິງຊີວິດການເປັນຢູ່, ດ້ວຍແນວຄິດຈິດໃຈຂອງຊາວເຜົ່າໃນເຂດພູດອຍ, ມີບາງບົດເພງໄດ້ຍ້ອງຍໍທຳມະຊາດ, ຍ້ອງຍໍຄວາມຮັກລະຫວ່າງຄູ່ບ່າວສາວ, ບາງບົດເພງສຳລັບຄົນຮັ່ງມີ, ບາງບົດເພງສຳລັບຄົນທຸກຍາກ. ເພງພື້ນເມືອງຂອງຊາວເຜົ່າໄຢ໋ມີສາມຮູບແບບຕົ້ນຕໍ, ນັ້ນແມ່ນຂັບຂ້າງພາເຫຼົ້າ, ຂັບກ້ຽວ, ແລະ ຂັບສົ່ງກັນ. ເຂົາເຈົ້າຂັບເພງພື້ນເມືອງໃນການເຄື່ອນໄຫວສັງຄົມທັງໝົດເຊັ່ນ: ໃນງານສົບ, ງານແຕ່ງດອງ, ໃນພິທີອວຍພອນ, ໃນພິທີງານບຸນຕ່າງໆ, ພິເສດແມ່ນໃນຂະນະທີ່ບ່າວສາວສະແດງຄວາມຮັກ. ທ່ານ ເຊິ່ງຈ໋າງ, ຜູ້ຄົ້ນຫາບັນດາບົດເພງພື້ນເມືອງບູຮານຂອງຊາວເຜົ່າໄຢ໋, ຢູ່ຕາແສງຕາວານໄຢ໋, ເມືອງຊາປາ, ແຂວງລາວກາຍ, ໃຫ້ຮູ້ວ່າສະພາະໃນງານດອງກໍ່ມີສາມບົດເພງທີ່ແຕກຕ່າງກັນ.
“ໃນຄາບເຂົ້າກັບໝູ່ເພື່ອນຢູ່ຄອບຄົວເຈົ້າສາວ, ໝູ່ເພື່ອນຂັບເພື່ອຕັກເຕືອນນາງສາວ, ຫຼືບາງຄົນຂັບຮ້ອງເພື່ອສະແດງຄວາມເສຍດາຍເມື່ອເພື່ອນຂອງຕົນຕ້ອງໄປບ່ອນອື່ນ. ຕໍ່ມາ, ແມ່, ປ້າ, ອາ ຫຼືເອື້ອຍເຈົ້າສາວຈະຂັບຕັກເຕືອນນາງສາວໄປຄອບຄົວເຈົ້າບ່າວຕ້ອງມີແບບແຜນກິນຢູ່, ຮັບໃຊ້ພໍ່ແມ່, ເຮັດວຽກໄຮ່ການນາຄືແນວໃດ…ສ່ວນນາງສາວກໍ່ຂັບຮ້ອງສະແດງຄວາມຂອບຄຸນຕໍ່ພໍ່ແມ່, ຜູ້ທີ່ໄດ້ກຳເນີດ ແລະ ລ້ຽງດູຕົນເອງ. ເມື່ອຄອບຄົວເຈົ້າບ່າວມາຮອດປະຕູ, ເຂົາເຈົ້າກໍ່ຂັບຮ້ອງຂໍໃຫ້ຄອບຄົວເຈົ້າສາວເປີດປະຕູໃຫ້ເຂົ້າເຮືອນ. ສ່ວນຄອບຄົວເຈົ້າສາວຈະຖາມຄອບຄົວເຈົ້າບ່າວມາເຮັດຫຍັງ, ທັງສອງຄອບຄົວຂັບຖາມຕອບກັນ, ຫຼັງຈາກນັ້ນເຂົາເຈົ້າຈຶ່ງເປີດປະຕູໃຫ້ຄອບຄົວເຈົ້າບ່າວເຂົ້າ.“.
ຂັບຮ້ອງໃນງານດອງຂອງຊາວເຜົ່າໄຢ໋ ແມ່ນປະເພນີທີ່ດີ ແລະ ຍັງຄົງຮັກສາໄວ້ເຖິງປະຈຸບັນ. ບັນດາບົດເພງໃນໂອກາດນີ້ກໍ່ໄດ້ຮັບການປັບປຸງ, ເພີ່ມເຕີມນັບມື້ນັບອຸດົມສົມບຸນ, ແທດຈິງກວ່າອີກ. ນີ້ກໍ່ແມ່ນຄວາມງາມໃນຊີວິດທາງດ້ານຈິດໃຈຂອງຊາວເຜົ່າໄຢ໋.
“ໃນໂອກາດບຸນປີໃໝ່, ໝູ່ເພືອ່ນມາຢ້ຽມຢາມກັນ,ເຂົາເຈົ້າຈັດພາເຂົ້າເຊີນແຂກ. ໃນຄາບເຂົ້າ, ເຂົາເຈົ້າສາມາດຂັບຮ້ອງ, ລະຫຼິ້ນ, ອວຍພອນກັນ. ເມື່ອດື່ມເຫຼົ້າກໍ່ຂັບຮ້ອງນຳກັນແຕ່ກໍ່ຕ້ອງຕາມລຳດັບ, ທຳອິດຕ້ອງຂັບຮ້ອງຂໍອະນຸຍາດນາຍບ້ານ, ອວຍພອນນາຍບ້ານ, ແລ້ວອວຍພອນ ຄອບຄົວເຈົ້າຂອງເຮືອນໃຫ້ມີສຸຂະພາບເຂັ້ມແຂງ, ມີຄວາມສຸກ, ຫຼັງຈາກນັ້ນຈຶ່ງອວຍພອນໝູ່ເພື່ອນ, ຍ້ອງຍໍເຫຼົ້າ, ຊີ້ນ ແລະ ຍ້ອງຍໍນຳ້ໃຈເພືອ່ນມິດ“.
ບັນດາບົດເພງພື້ນເມືອງເຄີຍປະກົດໃນພິທີງານບຸນຕ່າງໆ ແລະມີທີ່ຕັ້ງສຳຄັນໃນສາງວັດທະນະທຳຂອງຊົນເຜົ່າໄຢ໋. ສຳລັບຊາວເຜົ່າໄຢ໊, ບັນດາບົດເພງພື້ນເມືອງມີການກະທົບຢ່າງແຮງເຖິງຈິດໃຈຂອງແຕ່ລະຄົນ, ໃນສາຍພົວພັນ ແລະ ໃນສະຕິຂອງວົງຄະນາຍາດ. ຜ່ານເພງພື້ນເມືອງແຕ່ລະບົດ, ເຂົາເຈົ້າກໍ່ຝາກຝັງຄວາມມຸ້ງມາດປາຖະໜາຂອງຕົນ.
ຖະຫວາຍເຄື່ອງຂອງບູຊາເທວະດາຟ້າແຖນໃນງານບຸນລົງທົ່ງຂອງຊາວເຜົ່າໄຢ໋
ຂັບເພງພື້ນເມືອງມີຫຼາຍຮູບການ, ແຕ່ຮູບການທີ່ເຂົາເຈົ້າເຄີຍໃຊ້ກວ່າໝູ່, ນັ້ນແມ່ນຂັບກ້ຽວກັນຂອງຄູ່ບ່າວສາວ. ຊາວເຜົ່າໄຢ໋ຖືເປັນສຳຄັນພິທີຂັບກ້ຽວກັນທີ່ສຸດ, ເພາະວ່າຂັບແບບນີ້ຄືດັ່ງພິທີບັງຄັບ, ສະແດງໃຫ້ເຫັນໂສມໜ້າຂອງໝູ່ບ້ານ ກໍ່ຄືຄວາມຮັກແພງແຂກຄົນຂອງບ່າວສາວໃນໝູ່ບ້ານ, ເມື່ອມີເພື່ອນຈາກທາງໄກມາຢາມ. ທ່ານເຊິ່ນຈ໋າງ, ອະທິບາຍວ່າ:
“ແຂກມາຢາມ 2, 3 ວັນ, ຖ້າບໍ່ມີໄຜຂັບຮ້ອງ, ເມື່ອກັບເມືອ, ເຂົາເຈົ້າຈະຂັບຈົ່ມວ່າໝູ່ບ້ານບໍ່ຮັກແພງແຂກ. ເພງພື້ນເມືອງມີແຕ່ຂັບໃນຍາມກາງຄືນເທົ່ານັ້ນ ແລະ ສາມາດຂັບ 2 ຄືນ, 3 ຄືນນຳກັນ, ແຕ່ບໍ່ຂັບບົດເພງເກົ່າຄືນໃໝ່ອີກ“.
ສຽງເພງພື້ນເມືອງແມ່ນຂາດບໍ່ໄດ້ໃນຊີວິດປະຈຳວັນຂອງຊາວເຜົ່າໄຢ໋. ເຂົາເຈົ້າຂັບຮ້ອງໃນຍາມໂສກເສົ້າ, ຍາມເບີກບານມ່ວນຊື່ນ, ນັບທັງເວລາກຳລັງເຮັດວຽກ. ເມື່ອມີສອງຫຼືຫຼາຍຄົນເຂົ້າຮ່ວມ, ເຂົາເຈົ້າຍິ່ງຂັບຮ້ອງຫຼາຍກວ່າອີກ. ປ້າ ມ້າທິຫຽນ, ຊາວເຜົ່າໄຢ໋ ຢູ່ຊາປາ, ໃຫ້ຮູ້ວ່າ:
“ພົບກັນຢູ່ກາງທາງ, ພິເສດແມ່ນພົບກັນຍາມເຊົ້າໃນຕະຫຼາດນັດເຂົາເຈົ້າຈະຂັບຖາມກັນມາແຕ່ໃສ, ຢູ່ບ້ານໃດ, ຍາມແລງກັບເມືອບ້ານຈະຂັບສົ່ງກັນ.“
ເພງພື້ນເມືອງຂອງຊາວເຜົ່າໄຢ໋ບໍ່ສັບສົນ, ຫາກທຳມະດາງ່າຍດາຍຄືດັ່ງຕົວເຂົາເຈົ້າເອງ. ໃນບົດເພງມີເມກ, ລົມ, ພະຈັນ, ດວງດາວ, ຕາດນຳ້, ໃບຫຍ້າ.... ແຕ່ເວົ້າລວມແລ້ວແມ່ນອີງໃສ່ທຳມະຊາດເພື່ອເວົ້າເຖິງອາລົມຈິດລະຫວ່າງຄົນກັບຄົນ.
ຊາວເຜົ່າໄຢ໋ຂັບຮ້ອງໃນຍາມກາງຄືນ, ໃນຄາບເຂົ້າທຳມະດາ, ເຊິ່ງແມ່ນເວລາທີ່ຄອບຄົວເຕົ້າໂຮມກັນເພື່ອສັ່ງສອນລູກເຕົ້າຮູ້ກ່ຽວກັບການປະພຶດຕໍ່, ຮູ້ເບິ່ງແຍງພໍ່ຕູ້ແມ່ຕູ້, ພໍ່ແມ່. ນີ້ແມ່ນວັດທະນະທຳທີ່ເປັນມູນເຊື້ອມາແຕ່ດົນນານ, ແມ່ນການດຳເນີນຊີວິດທີ່ເຕັມໄປດ້ວຍວັດທະນະທຳມະນຸດຂອງຊາວເຜົ່າໄຢ໋. ນັ້ນແມ່ນຂົວຕໍ່ເພື່ອຕິດພັນທຸກຄົນນຳກັນ, ສ້າງເປັນວົງຄະນາຍາດແຫ່ງຄວາມສາມັກຄີ.