(VOVWORLD) -ຊາວເຜົ່າ ຮ່າຍີ່ດຳ ຢູ່ ເມືອງ ບາດຊາດ, ແຂວງ ລ່າວກາຍ ດຳລົງຊີວິດຢູ່ເຂດພູສູງດ້ວຍຄວາມສູງ 2.000 ກວ່າແມັດ, ຢູ່ທີ່ນີ້ອາກາດໜາວຕະຫຼອດປີ ແລະ ມີນ້ຳໝອກຫຼາຍກວ່າແສງແດດ.
ຮູບພາບເຮືອນຮູບດອກເຫັດຂອງຊາວເຜົ່າ ຮ່າຢີ່ດຳ ລ່າວກາຍ
|
ບົນເສັ້ນທາງໄປຜ່ານ ຕາແສງ ນ້ຳປຸງ, ອີຕີ໋ ຂອງເມືອງ ບາດຊາດ, ແຂວງ ລ່າວກາຍ, ບັນດາເຮືອນຝາດິນຂອງຊາວເຜົ່າ ຮ່າຍີ່ດຳ ແມ່ນລຽບງ່າຍ, ຫຼັງຄາປົກຄຸມໄປດ້ວຍເທົາສີຂຽວພາຍໃຕ້ກຸ່ມເມກໝອກ. ເມື່ອຕາເວັນຂຶ້ນ, ນ້ຳໝອກຄ່ອຍໆສະຫຼາຍໄປ, ບັນດາເຮືອນທີ່ມີລັກສະນະຄືດັ່ງຮູບດອກເຫັດຂະໜາດໃຫຍ່ທີ່ຕັ້ງຢູ່ຕາມເນີນພູໄດ້ຄ່ອຍໆປະກົດຂຶ້ນ ເຮັດໃຫ້ເຮົາຕົກຕະລຶງຄືໄດ້ຫຼົງໄຫຼເຂົ້າໄປໃນໝູ່ບ້ານບູຮານສະໄໝກ່ອນ. ເພື່ອສ້າງບັນດາເຮືອນທີ່ມີລັກສະນະຄືດັ່ງຮູບດອກເຫັດນີ້ໄດ້ ຊາວເຜົ່າ ຮ່າຍີ່ດຳ ກໍມີວິທີປຸກສ້າງແບບພິເສດສະເພາະ. ຂໍເຊີນບັນດາທ່ານ ແລະ ເພື່ອນມິດ ຊອກຮູ້ວິທີການປຸກສ້າງເຮືອນຂອງຊາວເຜົ່າ ຮ່າຍີ່ດຳ ໂດຍຜ່ານບົດຂຽນຂອງນັກຂ່າວ ຮ໋າຍຮວ່ຽນ ແລະ ເລິມແທງ ດ້ວຍຫົວຂໍ້ “ເຮືອນຮູບດອກເຫັດທີ່ເປັນເອກະລັກສະເພາະຂອງຊາວເຜົ່າ ຮ່າຍີ່ດຳ ຢູ່ ລ່າວກາຍ”.
ຊາວເຜົ່າ ຮ່າຍີ່ດຳ ຢູ່ ເມືອງ ບາດຊາດ, ແຂວງ ລ່າວກາຍ ດຳລົງຊີວິດຢູ່ເຂດພູສູງດ້ວຍຄວາມສູງ 2.000 ກວ່າແມັດ, ຢູ່ທີ່ນີ້ອາກາດໜາວຕະຫຼອດປີ ແລະ ມີນ້ຳໝອກຫຼາຍກວ່າແສງແດດ. ຍ້ອນແນວນັ້ນ, ຊາວເຜົ່າ ຮ່າຍີ່ດຳ ຈິ່ງປຸກສ້າງບັນດາເຮືອນທີ່ເຮັດດ້ວຍຝາດິນມີຄວາມໜາ 2-3 ຄືບ ເພື່ອກັນໜາວໃນຍາມໜາວຈັດ.
ທຸກຂັ້ນຕອນໃນການປຸກສ້າງເຮືອນຝາດິນ ລ້ວນແຕ່ໄດ້ກະກຽມຢ່າງຮອບຄອບ, ຖີ່ຖ້ວນຈາກຊາວເຜົ່າ ຮ່າຍີ່ດຳ . ຕົວຢ່າງເຊັ່ນ ການເລືອກໄມ້ເພື່ອປຸກສ້າງເຮືອນແມ່ນຕ້ອງກະກຽມກ່ອນນັ້ນຫຼາຍເດືອນ. ໄປເອົາໄມ້ກໍຕ້ອງເລືອກມື້ສັນວັນດີ. ທ່ານປະລິນຍາເອກ ເຈິ່ນຫຶວເຊີນ, ຮອງປະທານສະມາຄົມສິລະປະວັນນະຄະດີພື້ນເມືອງ ຫວຽດນາມ ໃຫ້ຮູ້ວ່າ:
“ເມື່ອເລືອກເອົາໄມ້ມາປຸກສ້າງເຮຶອນ ພວກເຂົາກໍຄະລຳ ບໍ່ໄປເອົາໄມ້ໃນລະດູຝົນ ແລະ ປົກກະຕິຈະເອົາໃນລະດູແລ້ງ. ການໄປເອົາໄມ້ມາເຮັດເຮືອນນັ້ນ ພວກເຂົາກໍຕ້ອງເບິ່ງວ່າມື້ນັ້ນຕາມທາງໄປໄດ້ພົບໂຕງູ ຫຼື ບັນດາລາງທີ່ບໍ່ດີ ແມ່ນພວກເຂົາຈະບໍ່ໄປເອົາ. ຍາມໃດພວກເຂົາກໍເລືອກເຟັ້ນໄມ້ເສົາຫຼັກ ແລະ ຕ້ອງແມ່ນເຈົ້າກົກເຈົ້າເຫຼົ່າ ຫຼື ຜູ້ທີ່ມີຄວາມເຊື່ອຖືໄດ້ເທົ່ານັ້ນ ຈຶ່ງສາມາດຕັດໄມ້ນັ້ນໄດ້ເພື່ອເອົາກັບເມືອປຸກສ້າງເຮືອນ”.
ການປຸກສ້າງເຮືອນໄດ້ກໍແມ່ນວຽກງານສຳຄັນກວ່າໝູ່ໃນຊີວິດມະນຸດ ສະນັ້ນ ຊາວເຜົ່າ ຮ່າຍີ່ ກໍເຊັ່ນດຽວກັນກັບຊົນເຜົ່າອື່ນໆ ບັນດາວຽກຄະລຳຍາມໃດກໍຖືເປັນສຳຄັນ ແລະ ໄດ້ປະຕິບັດຢ່າງລະມັດລະວັງ. ບັນດາຕົ້ນໄມ້ທີ່ຖືກຟ້າຜ່າ ຊາວເຜົ່າ ຮ່າຍີ່ ກໍຈະບໍ່ນຳມາປຸກສ້າງເຮືອນ. ອ້າຍ ລີ້ເມີ່ສ້າ, ຢູ່ບ້ານ ກິນຈູຟິ່ນ 2, ຕາແສງ ນ້ຳປຸງ ໃຫ້ຮູ້ວ່າ:
“ຊາວເຜົ່າ ຮ່າຍີ່ ເລືອກໄມ້ແມ່ນເຮັດແນວໃດເພື່ອພາຍພາກໜ້າໄມ້ບໍ່ເປັນແມງ. ປົກກະຕິແລ້ວ ພວກເຂົາຈະເລືອກເອົາວັນທີ 2-3 ເດືອນ 2 ໄລ່ຕາມຈັນທະປະຕິທິນ ຫຼື ປະຕິທິນສາກົນກໍໄດ້ ເພື່ອເລີ່ມຕົ້ນໄປຊອກເອົາໄມ້ມາປຸກສ້າງເຮືອນ. ເຂົາເຈົ້າເວົ້າວ່າ ມື້ນັ້ນແມ່ນມື້ດີ. ເຖິງໄມ້ຈະງາມປານໃດກໍຕາມແຕ່ຖ້າຖືກຟ້າຜ່າແລ້ວ ເດັດຂາດ ຖ້າເອົາມາ ເມື່ອໄປໃສກໍຈະພົບແຕ່ຄວາມເສຍຫາຍ”.
ຊາວເຜົ່າ ຮ່າຍີ່ດຳ ມີຄວາມສຳນຶກວ່າ ຈະມີໂຊກລາບຫຼືບໍ່ ນັ້ນແມ່ນອີງໃສ່ທີ່ຕັ້ງພູມສັນຖານຂອງເຮືອນ, ສະນັ້ນ ຊາວເຜົ່າ ຮ່າຍີ່ດຳ ມີຄວາມລະມັດລະວັງທີ່ສຸດໃນການເລືອກທີ່ຕັ້ງປຸກສ້າງເຮືອນ. ບ່ອນຕັ້ງເຮືອນຕ້ອງໃກ້ກັບສາຍນ້ຳຫຼອດພື້ນ, ຢູ່ລຸ່ມຕີນພູຕີນຜາ, ຫຼັງເຮືອນອີງໃສ່ພູ ແລະ ມຸ່ງໜ້າສູ່ທົ່ງນາ. ທິດຕັ້ງຂອງເຮືອນທີ່ມຸ່ງໜ້າສູ່ບ່ອນຝັງສົບແມ່ນຕ້ອງຫຼີກລ້ຽງຢ່າງເດັດຂາດ.
ຜູ້ຊາຍຊາວເຜົ່າ ຮ່າຍີ່ ເກືອບທັງໝົດລ້ວນແຕ່ຮູ້ເຮັດຝາເຮືອນ ແລະ ປຸກສ້າງເຮືອນ. ບັນດາເຮືອນຝາດິນແມ່ນເຮັດດ້ວຍດິນ, ສະນັ້ນ ມີພຽງແຕ່ລະດູແລ້ງ ໃນເດືອນ 8 ເຖິງເດືອນ 12 (ໄລ່ຕາມຈັນທະປະຕິທິນ) ເທົ່ານັ້ນ ເຂົາເຈົ້າຈຶ່ງປຸກສ້າງເຮືອນ. ເຮືອນຂອງອ້າຍ ລີ້ຢິ່ກໍ ຢູ່ບ້ານ ກິນຈູຟິ່ນ 1, ຕາແສງ ນ້ຳປຸງ, ປຸກສ້າງເຮືອນຝາດິນໄດ້ປະມານ 10 ປີແລ້ວ, ເບິ່ງມັນຄືປ້ອມໝັ້ນສີນ້ຳຕານດິນ ທີ່ພົ້ນເດັ່ນບົນພື້ນສີຂຽວຂອງຕົ້ນໄມ້ໃບຫຍ້າໃນປ່າ. ອ້າຍ ກໍ ມີຄວາມເອກອ້າງທະນົງໃຈຕໍ່ ເຮືອນຝາດິນຂອງຊົນເຜົ່າຕົນ:
“ເຮືອນຝາດິນຂອງຊາວເຜົ່າ ຮ່າຍີ່ ມີຝາໜາ, ປະມານ 40 ຊັງຕີແມັດ. ຢູ່ໃນນັ້ນບໍ່ພຽງແຕ່ມີດິນເທົ່ານັ້ນ ຫາກຍັງມີຫີນແຮ່ຕື່ມອີກ ເພື່ອໃຫ້ແໜ້ນໜາ ແລະ ແຫ້ງງ່າຍ. ເມື່ອເວລາເຮັດຝາດິນ, ດິນທີ່ເອົາມາເຮັດຝາຕ້ອງຂຸດເອົາຢູ່ບ່ອນເລິກ, ເອົາດິນທີ່ອ່າວແຫ້ງ, ແຕ່ຕ້ອງໜຽວຕິດເຂົ້າກັນ. ດິນໜຽວຕິດເຂົ້າກັນ ແຕ່ຖ້າແຫຼວໂພດກໍບໍ່ໄດ້”.
ເຮືອນຝາດິນຂອງຊາວເຜົ່າ ຮ່າຍີ່ ມີຝາໜາ, ປະມານ 40 ຊັງຕີແມັດ |
ຢາກເຮັດຝາດິນ ຕ້ອງມີໄມ້ແປ້ນແບບທີ່ຍາວປະມານ 2 ແມັດ, ກວ້າງປະມານ 50 - 70 ຊັງຕີແມັດ. ເຂົາເຈົ້າຖອກດິນ, ຫີນແຮ່ໃສ່ໄມ້ແບບແລ້ວເອົາສາກໄມ້ຕຳຈົນກວ່າມັນຈະແໜ້ນໜາດີ ແລະ ສືບຕໍ່ເຮັດແນວນັ້ນໄປເລື້ອຍໆຕາມລວງສູງຂອງເຮືອນ. ຝາເຮືອນທີ່ມີຄວາມສູງປະມານ 4 – 5 ແມັດ ໄດ້ຊ່ວຍໃຫ້ເຮືອນຂອງຊາວເຜົ່າ ຮ່າຍີ່ດຳ ຮັກສາຄວາມອຸ່ນໄດ້ເປັນຢ່າງດີ. ຝາເຮືອນດ້ານໃນ ແລະ ດ້ານນອກຖືກຂັດໃຫ້ກ້ຽງດີ. ອ້າຍ ລີ້ເມີ່ສາ ໃຫ້ຮູ້ວ່າ:
“ການຕຳດິນກໍແມ່ນເຕັກນິກອັນໜຶ່ງ. ຍາມຕຳລົງຕ້ອງຕຳໝົດແຮງ, ຖ້າເຮັດບໍ່ແໜ້ນແມ່ນຈະເຮັດໃຫ້ເຮືອນພັງລົງ, ຕ້ອງຕຳໃຫ້ສະໝ່ຳສະເໝີ ມັນຈຶ່ງແໜ້ນໜາດີ”.
ເຮືອນຂອງຊາວເຜົ່າ ຮ່າຍີ່ ມີຈຸດພິເສດແມ່ນຫຼັງຄາມີ 4 ດ້ານ. ຊາວເຜົ່າ ຮ່າຍີ່ ໃຊ້ຫຍ້າຄາມຸງຫຼັງຄາ. ເຂົາເຈົ້າເອົາຫຍ້າຄາເປັນມັດມາມຸງເປັນແຕ່ລະຊັ້ນຕິດເຂົ້າກັນ. ສ່ວນກົກປິ່ນລົງລຸ່ມແລ້ວໃຊ້ໄມ້ແໜບເພື່ອແໜບຫຍ້າຄາເຂົ້າກັນໃຫ້ໝັ້ນດີ. ແຕ່ລະຊັ້ນຂອງຫຍ້າຄາຍິ່ງໜາ ແມ່ນຄວາມທົນທານກໍຍິ່ງສູງ. ຖ້າໃຊ້ຫຍ້າຄາໜາປະມານ 30 ຊັງຕີແມັດ ແມ່ນສາມາດໃຊ້ໄດ້ເຖິງ 5 – 6 ປີ.
ຖ້າຫາກເຮືອນຂອງຊາວເຜົ່າ ຮ່າຍີ່ ຢູ່ ລາຍເຈົາ ເຄີຍມີຫຼັງຄາຕ່ຳ ແລະມີລະບຽງຢູ່ດ້ານໜ້າ, ດ້ານໃນເຮືອນແບ່ງເປັນ 2 ສ່ວນ, ເຄິ່ງດ້ານໃນຂັ້ນເປັນແຕ່ລະຫ້ອງ ເພື່ອໃຊ້ເປັນບ່ອນດຳເນີນຊີວິດຂອງຄອບຄົວ, ເຄິ່ງດ້ານນອກໃຊ້ເພື່ອຮັບແຂກນັ້ນ ແມ່ນເຮືອນຝາດິນຂອງຊາວເຜົ່າ ຮ່າຍີ່ດຳ ຢູ່ ລ່າວກາຍ ພັດມີໂຄງສ້າງທີ່ແຕກຕ່າງກັນ. ຕາມປົກກະຕິແມ່ນເຮືອນໄດ້ເຮັດຝາສູງ, ຫຼັງຄາຊັນ ແລະ ສັ້ນ, ບໍ່ມີລະບຽງ, ມີປະຕູເຂົ້າອອກພຽງແຕ່ 1 ປະຕູເທົ່ານັ້ນ. ດ້ານໃນຂອງເຮືອນຍັງມີຝາຊັ້ນທີ 2 ກໍໜາຄືກັບຝາຊັ້ນນອກ, ມີປະໂຫຍດໃນການຕ້ານອາກາດໜາວ ແລະ ສັດຮ້າຍ. ທ່ານປະລິນຍາເອກ ເຈິ່ນຫຶວເຊີນ ໃຫ້ຂໍ້ສັງເກດວ່າ ເຮັດຝາດິນແມ່ນວິທີການປະພຶດທີ່ດີເລີດຕໍ່ກັບສະພາບແວດລ້ອມທຳມະຊາດຂອງຊາວເຜົ່າ ຮ່າຍີ່.
“ເຮືອນຂອງຊາວເຜົ່າ ຮ່າຍີ່ ມີຮູບຈະຕຸລັດແຕ່ເບິ່ງຄ້າຍຄືກັບຮູບວົງກົບ ຍ້ອນວ່າຢູ່ແຕ່ລະຝາ 4 ດ້ານລ້ວນແຕ່ມີປ່ອງນ້ອຍເພື່ອສ່ອງອອກໄປທາງນອກ, ຄ້າຍຄືວ່າແມ່ນປ້ອມໝັ້ນ. ຝາດິນ ມີປະໂຫຍດແມ່ນເປັນເຂດປ້ອງກັນສັດຮ້າຍ ແຕ່ສຳຄັນກວ່າແມ່ນວິທີການຮັບມືກັບສະພາບແວດລ້ອມ ຍ້ອນສະພາບແວດລ້ອມເຂດຂອງຊາວເຜົ່າ ຮ່າຍີ່ດຳ ອາໄສຢູ່ຍາມໃດກໍມີລະດັບຄວາມຊຸ່ມສູງ, ນ້ຳໝອກຫຼາຍ ສະນັ້ນ ຊາວເຜົ່າ ຮ່າຍີ່ ຕ້ອງເຮັດຝາຄືແນວນັ້ນ ເພື່ອບໍ່ໃຫ້ເຄື່ອງຂອງໃນເຮືອນຕົກໂໝກ, ລະດູໜາວໃນເຮືອນອົບອຸ່ນ ແຕ່ລະດູຮ້ອນພັດເຢັນດີ”.
ຜ່ານໄລຍະເວລານັບຮ້ອຍປີນັບແຕ່ເມື່ອມາດຳລົງຊີວິດຢູ່ເຂດນີ້, ໃນຊາຍຄາເຮືອນຮູບດອກເຫັດທີ່ເປັນເອກະລັກສະເພາະນັ້ນ ມີບັນດາຮີດຄອງປະເພນີ, ຈຸດວັດທະນະທຳຫຼາຍຢ່າງໄດ້ສ້າງ ແລະ ຮັກສາໄວ້. ມາທີ່ນີ້, ທຸກຄົນຈະໄດ້ຊົມບັນດາເຮືອນຂອງຊາວເຜົ່າ ຮ່າຍີ່ດຳ ຕັ້ງຢູ່ລຽນກັນ, ອີງຫຼັງໃສ່ພູ, ສ້າງເປັນທິວທັດທຳມະຊາດທີ່ສວຍງາມ, ພ້ອມກັນນັ້ນກໍມີໂອກາດໄດ້ໄປຊອກຮູ້ບັນດາຈຸດວັດທະນະທຳຫຼາຍຢ່າງທີ່ເປັນເອກະລັກສະເພາະຂອງປະຊາຊົນຢູ່ທ້ອງຖິ່ນນັ້ນອີກດ້ວຍ.