ແທນຖາມຕອບຂອງຊາວເຜົ່າໄຕ ຢູ່ ບິ່ງລຽວ, ກວາງນິງ


(vovworld) – ສຳລັບ​ຊາວ​ເຜົ່າ​ໄຕ​ແລ້ວ, ​ແທນ​ແມ່ນ​ທຳນອງ​ເພງ, ​ແມ່ນ​ວາດ​ຟ້ອນ​ພື້ນ​ເມືອງ. ​ຊາວ​ເຜົ່າ​ໄຕ​ເຄີຍຂັບ​ແທນ​​ຢູ່​ບ່ອນ​ທີ່ສັກສິດ​ຄື​ຕໍ່ໜ້າ​ແທ່ນ​ບູຊາ. ສຳລັບ​ຊາ​ວ​ເຜົ່າ​ໄຕ​ຢູ່​ເມືອງ​ບິ່ງ​ລຽວ, ​ແຂວງ​ກວາງ​ນິງ ​ແລ້ວ, ​ແທນ​ຍັງ​ຖືກ​ນຳ​ໃຊ້​ໃນ​ການ​ຖາມ​ຕອບກັນ​ອີກ. ​ໃນ​ລາຍການ​ສີສັນ 54 ຊົນ​ເຜົ່າ​ຫວຽດນາມ​ ພາກ​ນີ້, ​ເຊີນ​ທ່ານ​ຟັງ​ບົດ​ຂອງ​ ຫາຍ​ຈ່ວຽນ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ທີ່​ມີ​ຫົວ​ຂໍ້​ວ່າ: ຂັບ​ແທນ​ຖາມຕອບກັນຂອງ​ຊາວ​ເຜົ່າ​ໄຕ ຢູ່ ບິ່ງ​ລຽວ, ​ ກວາງ​ນິງ.

ແທນຖາມຕອບຂອງຊາວເຜົ່າໄຕ ຢູ່ ບິ່ງລຽວ,  ກວາງນິງ - ảnh 1

ພາບອິນເຕີແນດ

​ເຖິງ​ວ່າ​ໄດ້​ມີ​ອາຍຸ 82 ປີ​ແລ້ວ​ກໍ່ຕາມ, ​ແຕ່​ປ້າ​ ນົງ​ທິສິນ ຍັງ​ຄົງ​ຂັບ​ແທນ​ທັງ​ມ່ວນ, ທັງ​ອ່ອນ​ຫວານຄື​ດັ່ງ​ເວລາ​ຍັງ​ເປັນ​ສາວ​ໃນ​ເມື່ອ​ກ່ອນ. ປ້າ​ສິນ ​ໃຫ້​ຮູ້​ວ່າ, ຜູ້​ຊາຍ, ຜູ້ຍິງ​ຊົນ​ເຜົ່າ​ໄຕ, ​ເມື່ອ​ເຕີບ​ໃຫຍ່​ລ້ວນ​ແຕ່​ມີ​ສິດ​ເສລີ​ໃນ​ການ​ຮັກ ແລະ ສ້າງ​ຄອບຄົວ​ນຳ​ກັນ. ​ເຂົາ​ເຈົ້າ​ສາມາດ​ຊອກ​ຫາ​ກັນ​ຜ່ານ​ການ​ຂັບ​ແທນ​ຖາມຕອບ.

ຕົວຢ່າງ​ຄື​ເຮົາ​ໄປ​ຫຼິ້ນ, ​ໄປບົນ​ເສັ້ນທາງ ຫຼື​ຢູ່​ໃນ​ຕະຫຼາດ, ​ເມື່ອ​ພົບ​ຜູ້​ໃດ​ຜູ້​ໜຶ່ງ​, ຢາກ​ໂອ້​ລົມ​ນຳ​ກັນ​ກໍ່ຂັບ​ແທນ, ຂັບ​ຍາວ​ຫຼື​ສັ້ນ​ແມ່ນ​ຕາມ​ໃຈ​ມັກ. ​ເມື່ອ​ເຫັນ​ອົກ​ເຫັນ​ໃຈ​ກັນ​ແລ້ວ​​ແມ່ນບໍ່​ຕ້ອງ​ຂັບ​ຫຼາຍ“.

​​​ເນື້ອ​ໃນ​ບົດ​​ຖາມຕອບ​ກັນ​ເຄີຍ ​ເວົ້າ​ໃກ້ວ່າ​ໄກ, ປຽບທຽບ, ​ເຢາະ​ເຢີ້ຍ… ຍ້ອນ​ເຫດ​ນັ້ນ, ​ແທນ​ຂອງ​ຊາວ​ເຜົ່າ​ໄຕ​ຈຶ່ງ​ມີ​ຄຸນຄ່າ​ວັດທະນະທຳ​ມະນຸດ​ຢ່າງ​ເລິກ​ເຊິ່ງ, ດ້ວຍ​ຄຳ​ກອນ​ທີ່​ເປັນ​ເອກະລັກ​ສະ​ເພາະ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ຮູບ​ພາບ. ອ້າຍ ​ໂງ​ຕ໋ຽນຊິງ, ຢູ່​ໜ່ວຍ​ສື່ຂ່າວ​ເຄື່ອນ​ທີ່​ຂອງ​ເມືອງ​ບິ່ງ​ລຽວ, ​ໃຫ້​ຮູ້​ວ່າ:

​ແທນ​ກໍ່ແມ່ນ​ກອນ​ຂອງ​ຊົນ​ເຜົ່າ​ໄຕ, ຄຳ​ກອນ​ທັງ​ໝົດລ້ວນ​ແຕ່ມີ​ຄວາມ​ໝາຍ​ຢ່າງ​ເລິກ​ເຊິ່ງ. ມີ​ບາງ​ຄຳ​ຊາວ​ເຜົ່າ​ທ້ອງ​ຖີ່​ນກໍ່​ບໍ່​ສາມາດ​ເຂົ້າ​ໃຈ​ໄດ້. ​ແຕ່​ຜູ້​ຂັບ​ແທນ​ພັດ​ນິຍົມ​ສິ່ງ​ດັ່ງກ່າວ, ຂັບ​ແທນ​​ແມ່ນຕາມ​​ແບບສະບາຍ​ບໍ່​ອີງ​ຕາມ​ຫຼັກການ​ໃດ, ​ເພາະວ່າ​ເຂົາ​ເຈົ້າ​ຖາມ​ອັນ​ໃດ, ​ເຮົາ​ຈະ​ຕອບ​ອັນ​ນັ້ນ“.

ຂັບ​ຖາມ​ຕອບ​ແມ່ນ​ຂາດ​ບໍ່​ໄດ້​​ໃນ​ການ​ຕ້ອນຮັບ​ແຂກ​ມາ​ຢາມຄອບຄົວ​, ມາ​ອວຍພອນ​​ເຮືອນ​ໃໝ່ ຫຼື​ໃນ​ງານ​ບຸນ​ຕ່າງໆ, ​ເມື່ອ​ຂັບ​ແທນ​ຖາມ​ຕອບ​, ບໍ່​ວ່າຜູ້ໃດ​ກໍ່​ສາມາດສ້າງ​​ເປັນ​ຄູ່, ​ເປັນ​ໜ່ວຍ​ເພື່ອ​ຂັບ​ແທນ​​ໄດ້. ຜ່ານ​ການຂັບ​ຖາມ​ຕອບ, ​ເຂົາ​ເຈົ້າ​ສາມາດ​ເຂົ້າ​ໃຈ​ກັນ, ທຳ​ຄວາມ​ລຶ້ງເຄີຍ. ​ແທນ​ຖາມ​ຕອບ​ແມ່ນ​ຂັບ​​ແບບ​ສະບາຍ, ດັ່ງ​ນັ້ນ​ບໍ່​ນຳ​ໃຊ້​ພິນ​ຕິ໋ນ ຄື​ຂັບ​ແທນ​ປະ​ເພດ​ອື່ນ. ອ້າຍ ​ໂງ​ຕ໋ຽນຊິງ, ​ໃຫ້​ຮູ້​ວ່າ:

​ເຂົາ​ເຈົ້າ​ມີ​ເພື່ອນ, ມີ​ຄູ່​ຂັບ, ຖ້າ​ຫາກ​ບໍ່​ແມ່ນ​ຄູ່​ຍິງ​ຊາຍ, ​ເຂົາ​ເຈົ້າ​ຈະ​ສ້າງ​ເປັນ​ຄູ່, ​ເປັນ​ໜ່ວຍ​, ​ໃນ​ນັ້ນຝ່າຍ​ໜຶ່ງ​ແມ່ນ​ຜູ້ຊາຍ ​ແລະ ຝ່າຍ​ໜຶ່ງ​ແມ່ນ​ຜູ້ຍິງ​ເພື່ອ​ຂັບ​ຖາມ​ຕອບ​ກັນ, ​ເມື່ອ​ຖາມ​ອັນ​ໃດ​ແມ່ນ​ຕ້ອງ​ຕອບ​ອັນ​ນັ້ນ, ຖ້າ​ຕອບ​ບໍ່​ໄດ້​ແມ່ນ​ປະລາ​ໄຊ ​ແລະ ຕ້ອງ​ກິນ​ເຫຼົ້າ. ​ເມື່ອ​ຜູ້​ເຖົ້າ​ຜູ້​ແກ່​ມາ​ອວຍພອນ​ຄອບຄົວ, ​ເຂົາ​ເຈົ້າ​ກໍ່​ຂັບ​ແທນ​ຖາມ​ຕອບ ​ແລະ ​ໃຊ້​ສັບ​ອວຍ​ໄຊ​ໃຫ້​ພອນ​ກັນ“.

ແທນຖາມຕອບຂອງຊາວເຜົ່າໄຕ ຢູ່ ບິ່ງລຽວ,  ກວາງນິງ - ảnh 2

ພາບອິນເຕີແນດ

​ແທນ​ຖາມ​ຕອບ​ຍັງ​ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ​ໃນ​ງານ​ແຕ່ງດອງ​ຂອງ​ຊາວ​ເຜົ່າ​ໄຕ​ຢູ່​ບິ່ງ​ລຽວ. ອ້າຍ ​ໂຕ​ດິ່ງ​ຫ້ຽວ, ຢູ່​ເມືອງ​ບິ່ງ​ລຽວ, ​ໃຫ້​ຮູ້​ວ່າ:

​ໃນ​ຊຸມ​ວັນ​ບຸນ, ພິ​ເສດ​ແມ່ນ​ໃນ​ງານ​​ແຕ່ງດອງ, ທັງ​ຝ່າຍ​ເຈົ້າ​ບ່າວ ແລະ ຝ່າຍ​ເຈົ້າ​ສາວລ້ວນ​ແຕ່​ຕ້ອງ​ມີ​ໜ່ວຍ​ຕາງໜ້າ​ເພື່ອຂັບ​ແທນ. ຕົວຢ່າງ​ຄື​ເມື່ອ​ຝ່າຍ​ເຈົ້າ​ບ່າວ​ມາ​ເຖິງ​ເຮືອນ​ຝ່າຍ​ເຈົ້າ​ສາວ, ກ່ອນ​ທີ່​ຈະ​ເຂົ້າ​ເຮືອນ, ຕ້ອງ​ຂັບ​ແທນ​ເພື່ອ​ຂໍ​​​ເປີດປະຕູ, ຂໍ​ປູ​ສາດ​ເພື່ອ​ນັ່ງ, ຂໍ​ເຄື່ອງ​ຂອງ​ເຊິ່ງຄອບຄົວ​ເຈົ້າ​ສາວໃຫ້​ເມື່ອ​ມາ​ຄອບຄົວ​​​ເຈົ້າ​ບ່າວ..

​ໃນ​ງານ​ດອງ, ທັງ​ຝ່າຍ​ເຈົ້າ​ບ່າວ ​ແລະ ຝ່າຍ​ເຈົ້າ​ສາວ​ກໍ່​ຂັບ​ແທນ​ຖາມ​ຕອບ​ເພື່ອ​ອວຍພອນ​ເຈົ້າ​ສາວ, ​ເຈົ້າ​ບ່າວ, ອວຍພອນ​ຍາດຕິ​ພີ່​ນ້ອງ​ທັງ​ສອງ​ຝ່າຍ ກໍ່​ຄື​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​ການ​ລ້ຽງ​ດູ​ຂອງພໍ່​ແມ່​ເຈົ້າ​ບ່າວ​, ເຈົ້າ​ສາວ.

ຂັບ​ແທນ​ຖາມ​ຕອບ​ຂອງ​ຊາວ​ເຜົ່າ​ໄຕ​ຢູ່​ບິ່ງ​ລຽວ, ກວາງ​ນິງ, ຊ້ອນ​ແຝງ​ບັນດາ​ຄຸນຄ່າ​ວັດທະນະທຳ​ຢ່າງ​ເລິກ​ເຊິ່ງ​ໃນ​ຊີວິດ​ຂອງ​ຊາວ​ເຜົ່າ​ໄຕ​ຢູ່​ທີ່​ນີ້. ບັນດາ​ຄຳ​ຖາມ​ຕອບທີ່ມີ​ຫົວຄິດ​ປະດິດ​ສ້າງ ຕາມ​ໃຈ​ມັກ, ເຊິ່ງຊາວ​ເຜົ່າ​ໄຕ​ເຄີຍ​ໃຊ້ປະຈຳ​ວັນ​ນັ້ນ​, ພວມ​ປະກອບສ່ວນ​ຮັກສາ​ບັນດາ​ຄຸນຄ່າ​ດ້ານ​ຈິດ​ໃຈ​ຂອງ​​ຊົນ​ເຜົ່າ​ໄຕ, ​ທັງ​ປະກອບສ່ວນ​ເຮັດ​ໃຫ້​ທຳນອງ​ແທນ​ຂອງ​ຊົນ​ເຜົ່າ​ໄຕ​ຢູ່​ຫວຽດນາມ​ ເວົ້າ​ລວມມີ​ຄວາມ​ອຸດົມສົມ​ບຸນ ​ແລະ ຫຼາຍ​ຮູບ​ຫຼາຍ​ແບບ​ກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ