(vovworld)- ໂຄງປະກອບໝູ່ບ້ານພື້ນເມືອງຂອງຊາວເຜົ່າກີງ(ຊາວຫວຽດ) ເຄີຍຕິດພັນກັບຮູບພາບຂອງຄັນຄູ, ປະຕູໂຂງ, ສາລາບ້ານ, ຕົ້ນໄຮ, ເຮືອນສວນ ແລະ ຊີວິດການເປັນຢູ່ຂອງປະຊາຊົນມີຄວາມໃກ້ຊິດຕິດແທດກັບທຳມະຊາດ. ໂຄງປະກອບໝູ່ບ້ານນີ້ແມ່ນສ້າງຄວາມສະດວກໃຫ້ແກ່ການປູກເຂົ້າຂອງຊາວຫວຽດໃນຫລາຍສັດຕະວັດຜ່ານມາ ແລະ ໄດ້ກາຍເປັນເຂດຊົນນະບົດທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາວຫວຽດ.
ຮູບພາບທີ່ສ້າງຄວາມປະທັບໃຈທຳອິດຂອງໝູ່ບ້ານພື້ນເມືອງຊາວຫວຽດ ນັ້ນແມ່ນຟຸ່ມໄມ້ໄຜ່ອ້ອມໝູ່ບ້ານ ທັງເປັນກຳແພງທີ່ຫນາແຫນ້ນເພື່ືອປົກປັກຮັກສາໝູ່ບ້ານ ທັງສ້າງເປັນຮົ່ມໄມ້ຂຽວເຢັນສະບາຍ. ຄຽງຂ້າງຟຸ່ມໄມ້ໄຜ່ທີ່ຂຽວອຸ່ມທຸ່ມນັ້ນ ປະຕູໂຂງໝູ່ບ້ານກໍແມ່ນກິດຈະກຳສຳຄັນໃນຊີວິດການເປັນຢູ່ຂອງບັນດາບ້ານນາຫວຽດນາມ. ແຕ່ລະປະຕູໂຂງລ້ວນແຕ່ມີສະຖາປັດຕະຍະກຳສະເພາະ ແຕ່ຍາມໃດກໍສ້າງຄວາມກົມກຽວກັບບັນຍາກາດຂອງເຂດບ້ານນາ. ຄວາມງາມດ້ານສະຖາປັດຕະຍະກຳຂອງປະຕູໂຂງໝູ່ບ້ານ ແລະ ບັນດາກິດຈະກຳອື່ນໃນບ້ານເຄີຍຕິດພັນກັບຮູບພາບງ້າວໂກ່ງໂຄ້ງມຸ່ງຂຶ້ນທ້ອງຟ້າຄືດັ່ງຄວາມມຸ້ງຫວັງຂອງປະຊາຊົນໃນບ້ານ. ໝູ່ບ້ານເດື່ອງເລີມ ຫ່າງຈາກໃຈກາງນະຄອນຫລວງ ຮ່າໂນ້ຍ ໄປທາງທິດຕາເວັນຕົກປະມານ 50 ກິໂລແມັດ ປະຈຸບັນຍັງຄົງຮັກສາຈຸດພົ້ນເດັ່ນຂອງໝູ່ບ້ານຫວຽດບູຮານ, ໃນນັ້ນ ກິດຈະກຳທີ່ເປັນເອກະລັກສະເພາະນັ້ນແມ່ນ ປະຕູໂຂງໝູ່ບ້ານ ຊື່ງໄດ້ຮັບການກໍ່ສ້າງແຕ່ປີ 1553. ນັກສະຖາປານິກ ເລກວາງງອກ ໃຫ້ຮູ້ວ່າ:
“ເມື່ອພົບເຫັນປະຕູໂຂງໝູ່ບ້ານເດື່ອງເລີມ ຜູ້ຄົນທັງຫລາຍລ້ວນແຕ່ຮູ້ສຶກວ່າມັນທຳມະດາສາມັນຄືກັນກັບປະຕູໂຂງແຫ່ງອື່ນໆ ແຕ່ຍ້ອນຖືກຕັ້ງຢູ່ໃນເຂດທັງມີຕົ້ນໄມ້ໄຮ, ມີເສັ້ນທາງ, ຫນອງບົວ, … ສະນັ້ນ ປະຕູໂຂງນີ້ໄດ້ສ້າງຄວາມດູດດື່ມກ່ຽວກັບທິວທັດທຳມະຊາດກໍຄືວັດສະດຸກໍ່ສ້າງ. ”
ເຮືອນບູຮານຢູ່ໝູ່ບ້ານເດືອງເລີມ
ພາບ: internet
|
ໃນໂຄງປະກອບບັນດາໝູ່ບ້ານພື້ນເມືອງຍັງມີກິດຈະກຳຫນຶ່ງ ຊື່ງແມ່ນສະຖານທີ່ດຳເນີນຊີວິດວົງຄະນາຍາດ ນັ້ນແມ່ນນ້ຳສ້າງ. ນ້ຳສ້າງໄດ້ຮັບການກໍ່ສ້າງຢູ່ທາງຫນ້າຂອງໝູ່ບ້ານຫລືໃຈກາງໝູ່ບ້ານ. ໃນຈິດສຳນຶກຂອງຊາວຫວຽດກ່ອນນີ້, ນ້ຳສ້າງຄືດວງຕາຂອງໝູ່ບ້ານແມ່ນແວ່ນແຍງທີ່ສ່ອງແສງຮູບພາບຊີວິດສັນຕິສຸກໃນເຂດບ້ານນາ. ທ່ານ ເຈີນມີນເຍືອງ, ນັກຄົ້ນຄ້ວາວັດທະນະທຳພື້ນເມືອງໃຫ້ຮູ້ວ່າ:
“ປະຈຸບັນຢູ່ເຂດທົ່ງພຽງພາກເຫນືອ ຍັງຄົງຮັກສາຮ່ອງຮອຍນ້ຳສ້າງເກົ່າແກ່ຢູ່ໝູ່ບ້ານຕ່າງໆ ແລະ ປະຊາຊົນຍັງນຳໃຊ້ນ້ຳສ້າງເພື່ອຮັບໃຊ້ຊີວິດການເປັນຢູ່. ແລະ ນ້ຳສ້າງຢູ່ເຂດບ້ານນາໄດ້ຮັບການກໍ່ສ້າງດ້ວຍວັດຖຸທີ່ແຕກຕ່າງກັນ ຄື: ກໍ່ສ້າງດ້ວຍ ດິນ, ຫີນຫນ້າມນໍ່ ແລະ ຫີນ. ພິເສດຢູ່ບັນດາເຂດປູຊະນີຍະສະຖານວັດວາອາຮາມ, ວິຫານ, ສຸສານຕ່າງໆ ຢູ່ທາງຫນ້າຍາມໃດກໍ່ມີນ້ຳສ້າງທີ່ເກົ່າແກ່, ສະນັ້ນບັນດານ້ຳສ້າງໄດ້ກາຍເປັນແຫ່ງທີ່ສັກສິດ.”
|
ໃນໝູ່ບ້ານ, ເສັ້ນທາງຕົ້ນຕໍເຄີຍພາໄປເຖິງສາລາບ້ານ. ຕາມການເຫລື້ອມໃສ, ສາລາບ້ານແມ່ນແຫ່ງສັກສິດ, ສະນັ້ນ ເຄີຍຖືກກໍ່ສ້າງໃນເຂດພູມທີ່ຕັ້ງ ແລະ ຫລັກຫວາງຈູ້້ຍດີທີ່ສຸດ. ສາລາບ້ານແມ່ນແຫ່ງບູຊາອໍລະຫັນຂອງໝູ່ບ້ານ, ເຊິ່ງແມ່ນຜູ້ມີຄຸນງາມຄວາມດີໃນການກໍ່ຕັ້ງບ້ານ, ບັນດາວິລະຊົນມີຄຸນງາມຄວາມດີຕໍ່ປະຊາຊົນຕໍ່ປະເທດຊາດ. ໃນຊີວິດການເປັນຢູ່, ສາລາບ້ານຍາມໃດກໍແມ່ນສູນດຳເນີນຊີວິດຂອງວົງຄະນາຍາດ ແມ່ນສະຖານທີ່ຈັດຕັ້ງບັນດາເຫດການສຳຄັນຂອງໝູ່ບ້ານ, ແມ່ນແຫ່ງຈັດງານບຸນຕ່າງໆ, ດຳເນີນຊີວິດທາງດ້ານວັດທະນະທຳຂອງທັງໝູ່ບ້ານ. ນັກສະຖາປານິກ ເລກວາງງອກ ໃຫ້ຮູ້ວ່າ:
“ສາລາບ້ານເຄີຍໄດ້ຮັບການກໍ່ສ້າງດ້ວຍຂອບຂະຫນາດໃຫຍ່ແລະຕັ້ງຢູ່ໃນບໍລິເວນທີ່ກ້ວາງຂວາງສະດວກ.ເພາະວ່າ ນີ້ແມ່ນບ່ອນເຕົ້າໂຮມຂອງປະຊາຊົນໃນໝູ່ບ້ານ. ບັນດາໝູ່ບ້ານທີ່ອຸດົມສົມບູນມັ່ງຄັ່ງມີລະດັບຄອງຊີບໄດ້ດີ, ສ່ວນຫລາຍມີສາລາບ້ານໃຫຍ່, ກວ້າງຂວາງ. ສ່ວນໝູ່ບ້ານທີ່ທຸກຍາກສາລາບ້ານກໍຄັບແຄບກວ່າ.”
ເບິ່ງລວມແລ້ວ, ໂຄງປະກອບໝູ່ບ້ານພື້ນເມືອງຂອງຫວຽດນາມ ແມ່ນເຄີຍມີ ຟຸ່ມໄມ້ໄຜ່ທີ່ຂຽວອຸ່ມທຸ່ມ ມີບັນດາເສັ້ນທາງລະຫວ່າງບ້ານທີ່ປູດິນຈີ່ຢ່າງສວຍງາມ ແລະ ສະອາດ. ໃນໝູ່ບ້ານມີຮ່ອມທາງນ້ອຍຫລາຍສາຍເຊື່ອມຕໍ່ກັນເພື່ອໃຫ້ຊາວບ້ານໄປມາຢ່າງສະດວກ. ໃນໂຄງປະກອບນັ້ນ, ສະຖາປັດຕະຍະກຳເຮືອນຢູ່ຂອງຊາວຫວຽດກໍລຽບງ່າຍ, ເໝາະສົມກັບອາກາດ ແລະ ຮີດຄອງປະເພນີໃນການຜະລິດ. ເຮືອນຊານຢູ່ເຂດຊົນນະບົດພາກເຫນືອ ແລະ ພາກກາງ ຫວຽດນາມ ລ້ວນແຕ່ໄດ້ຮັບການກໍ່ສ້າງຕາມແບບ ມີເຮືອນໃຫຍ່ ແລະ ເຮືອນສຳຮອງ, ທຳມະດາປະກອບດ້ວຍ 3 ຫ້ອງໃຫຍ່ ແລະ 2 ຫ້ອງນ້ອຍຢູ່ 2 ຂ້າງເຮືອນ ຢູ່ທາງຫນ້າມີເດີ່ນທາງຫລັງມີສວນ ແລະ ຕົ້ນໄມ້ປະດັບ. ໂຄງປະກອບຂອງໝູ່ບ້ານແມ່ນເໝາະສົມກັບຊີວິດການເປັນຢູ່ຂອງປະຊາຊົນ ປະກອບສ່ວນສ້າງເປັນຮີດຄອງປະເພນີວັດທະນະທຳສັງຄົມ, ນິດໄສໃຈຄໍຂອງຊາວບ້ານນາຄື: ຍາມໃດກໍເຊີດຊູກຽດສັກສີ, ເຄົາລົບທຳນຽມຂອງໝູ່ບ້ານ, ມີຄວາມສາມັກຄີຜ່ານຜ່າຄວາມຫຍຸ້ງຍາກ, ນັບຖືຜູ້ອາຍຸສູງ… ຜ່ານຫລາຍຮຸ່ນຄົນ, ໂຄງປະກອບຂອງໝູ່ບ້ານພ້ອມກັບບັນດາຮີດຄອງປະເພດນີວັດທະນະທຳນັ້ນ ໄດ້ສ້າງເປັນໝູ່ບ້ານສັນຕິສຸກ. ຍ້ອນເຫດນັ້ນ ຊາວຫວຽດນາມ ຜູ້ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ໄກຈາກບ້ານເກີດເມືອງນອນ, ຮູບພາບໝູ່ບ້ານຍາມໃດກໍ່ເຮັດໃຫ້ເຂົາເຈົ້າຄິດຮອດຄິດເຖິງກົກເຄົ້າເຫງົ້າກໍ ແລະ ມີຄວາມເອກອ້າງທະນົງໃຈຕໍ່ມູນເຊື້ອບ້ານເກີດເມືອງນອນຕົນ.