(VOVWORLD) -ໃນທ່າມກາງພູຜາປ່າໄມ້ຂຽວອຸ່ມທຸ່ມອັນກ້ວາງໃຫຍ່ໄພສານ ຢູ່ ແຂວງ ລາຍເຈົາ, ຫວຽດນາມ ມີໂງ່ນຫີນຄວາດທີ່ກຳເນີດຈາກທຳມະຊາດຕັ້ງຢູ່ກາງຈອມພູ ຢູ່ບ້ານ ປາຖັງ, ຕາແສງ ທູຫລູມ, ເມືອງ ເມື່ອງແຕ່ ຄ້າຍຄືກັບເປັນຫລັກຫມາຍຊາຍແດນຕັ້ງຢູ່ສຸດຂອບຟ້າທາງທິດຕາເວັນຕົກສ່ຽງເຫນືອ (ໄຕບັກ). ຕາມຄວາມສຳນຶກຂອງຊາວເຜົ່າ ຮ່າຍີ່ ຢູ່ຕາແສງ ທູຫລູມ, ເມືອງ ເມື່ອງແຕ່, ແຂວງ ລາຍເຈົາແລ້ວ, ຫີນໂງ່ນນັ້ນຮັບຖືວ່າແມ່ນ “ອາພໍ່ອູພູ” - ໝາຍເຖິງພໍ່ເຖົ້າຜົມຂາວ ໂດຍພະອິນໄດ້ແຕ່ງຕັ້ງໃຫ້ລົງມາຊ່ວຍຊາວເຜົ່າ ຮ່າຍີ່ ປ້ອງກັນເຂດຊາຍແດນ. ບົດຂຽນຂອງ ຮົ່ງຍຸງ, ນັກຂ່າວ VOV.
ຢູ່ເທິງພູຫົວໂລ້ນ, ຕັ້ງຢູ່ລະຫວ່າງກາງເຂດປ່າດົງຕຶບຫນາຢູ່ເຂດພູຜາປ່າໄມ້ ປາຖັງ ນັ້ນ ໄດ້ປະກົດມີໂງ່ນຫີນຄວາດສີຂາວ, ມີຄວາມສູງປະມານ 1,7 ແມັດ, ຕີນຂອງໂງ່ນຫີນກວ້າງຄືໂຕະໃຫຍ່ຫນ່ວຍຫນຶ່ງ ທີ່ມີຄວາມແຫນ້ນແກ່ນ. ເມື່ອເບິ່ງຢູ່ໃກ້ ຈະເຫັນວ່າ ໂງ່ນຫີນກະຕຸກກະຕັກ, ແຕ່ເມື່ອເບິ່ງຈາກໄກ ເປັນຊົງຜູ້ຊາຍທີ່ມີອາຍຸສູງ ກຳລັງນັ່ງຊຶງກັບຄວາມໂສກເສົ້າທີ່ປິດລັບໃນໃຈ, ອວ່າຍຫນ້າໄປຫາລຳຫ້ວຍທີ່ໄຫຼນິ່ງສະຫງັດ ໄປຜ່ານຕີນພູ. ຈາກຮູບພາບໂງ່ນຫີນຂາວ, ພໍ່ແມ່ພີ່ນ້ອງໄດ້ເລົ່າຂານກັນຫລາຍເລື່ອງລາວທີ່ລຶກລັບຕິດພັນກັບຂະບວນວິວັດອົບພະຍົບຂອງຊາວເຜົ່າ ຮ່າຍີ່. ຊາວເຜົ່າ ຮ່າຍີ່ ຢູ່ເຂດຊາຍແດນນີ້ໄດ້ເລົ່າສູ່ຟັງວ່າ ຕາມປະເພນີການປູກຝັງແບບເລື່ອນລອຍໃນສະໄຫມກ່ອນ, ເມື່ອເຮັດໄຮ່ເຮັດນາທຳການຜະລິດບໍ່ໄດ້ຮັບຜົນດີ, ປະຊາຊົນໃນບ້ານກໍໄປຊອກຫາດິນເພື່ອຍ້າຍບ້ານ, ເຮັດໄຮ່ໄຖນາໃຫມ່. ມີຜົວເມຍຫນຸ່ມຄູ່ຫນຶ່ງ ຕາມທາງໄປຊອກຫາເຂດດິນແດນໃຫມ່ນັ້ນ, ຜູ້ເປັນເມຍພັດຄິດອອກວ່າ ຕົນລືມແພຄຽນຫົວ ສະນັ້ນ ຈຶ່ງລຸຍນໍ້າ ຂ້າມຫ້ວຍກັບຄືນເມືອເອົາແພ. ແຕ່ໂຊກບໍ່ດີ ເວລານັ້ນບັງເອີນພັດເກີດໄພນ້ຳຖ້ວມຫລາຍມື້. ພາຍຫລັງຫລາຍມື້ ຜູ້ເປັນຜົວໄປຊອກຫາເມຍແຕ່ກໍບໍ່ເຫັນ, ມາຮອດຫ້ວຍທີ່ມີນ້ຳໄຫຼອ່າວໆແມ່ນໄດ້ນັ່ງລໍຖ້າ ແລ້ວປ່ຽນໂຕເປັນໂງ່ນຫີນຂາວ.
ໂງ່ນຫີນຂາວ ຕັ້ງຢູ່ລະຫວ່າງກາງເຂດປ່າດົງຕຶບຫນາຢູ່ເຂດພູຜາປ່າໄມ້
(ພາບ: VTC)
|
ໂງ່ນຫີນຂາວ ໄດ້ຮັບຖືວ່າແມ່ນຫລັກຫມາຍທີ່ເກີດຂຶ້ນແບບທຳມະຊາດຂອງຊາຍແດນ, ຫ່າງຈາກເສັ້ນທາງລາດຕະເວນຊາຍແດນປະມານ 20 ແມັດ ແລະ ຫ່າງຈາກຊາຍແດນລະຫວ່າງ ຫວຽດນາມ - ຈີນ ປະມານ 1 ກິໂລແມັດ. ຊາວເຜົ່າ ຮ່າຍີ່ ເອີ້ນໂງ່ນຫີນຂາວນີ້ດ້ວຍຊື່ທີ່ສະຫນິດສະໜົມກວ່າ ນັ້ນແມ່ນ: ພໍ່ເຖົ້າຜົມຂາວ.
ພິທີບູຊາເທວະດາຫີນຂາວ ຕາມປົກກະຕິໄດ້ຈັດຂຶ້ນໃນມື້ວັນຂານ, ຕິດພັນກັບພິທີບູຊາເຈົ້າປ່າເຈົ້າເຂົາ. ກ່ອນຫນ້ານີ້ຊາວເຜົ່າ ຮ່າຍີ່ ຕາມປົກກະຕິແມ່ນບູຊາເຈົ້າປ່າເຈົ້າເຂົາໃນເດືອນ (3 ໄລ່ຕາມຈັນທະປະຕິທິນ), ແຕ່ມາປັດຈຸບັນ ພິທີບູ ຊາ ຕາມປົກກະຕິໄດ້ຈັດຂຶ້ນໃນເດືອນ 12 ຕາມປະຕິທິນສາກົນ. ຊາວເຜົ່າ ຮ່າຍີ່ ຕະຫລອດປີ ຕະຫລອດຊີວິດແມ່ນອາໄສຢູ່ກັບປ່າ, ສະນັ້ນ ເມື່ອຮອດມື້ວັນຂານ ໝາຍເຖິງ ມື້ເສືອ ຕາມຄວາມສຳນຶກຂອງພໍ່ແມ່ພີ່ນ້ອງແລ້ວ ນັ້ນແມ່ນມື້ສັນວັນດີ, ເພາະວ່າເສືອແມ່ນສັດທີ່ແຂງແຮງທີ່ສຸດໃນປ່າ. ຕາມຊາວເຜົ່າ ຮ່າຍີ່ ແລ້ວ, ການເລືອກມື້ວັນຂານເພື່ອບູຊາເທວະດາຫີນຂາວນັ້ນ ກໍຍັງມີຄວາມຫມາຍອື່ນອີກ. ຕາມປົກກະຕິ ເຂົາເຈົ້າບູຊາເຈົ້າປ່າເຈົ້າເຂົາໃນມື້ວັນຂານ, ເພາະມື້ວັນຂານໄດ້ຖືວ່າແມ່ນວັນອາທິດຂອງຊາວເຜົ່າ ຮ່າຍີ່. ພໍ່ເຖົ້າ ຈູໂກປໍ, ຊາວເຜົ່າ ຮ່າຍີ່ ຢູ່ຕາແສງ ທູຫລູມ ເລົ່າສູ່ຟັງວ່າ:
“ແຕ່ລະຫມູ່ບ້ານມີປະມານ 10 ຫລື 20 ຄົນທີ່ສາມາດທຳພິທີບູຊາໄດ້, ເຂົາເຈົ້າມາເຕົ້າໂຮມນຳກັນ ແລະ ຄັດເລືອກເອົາຜູ້ເຮັດພິທີ ດ້ວຍການຈົກສະຫຼາກ ຈາກການເອົາກ້ານຫຍ້າຄາມາແບ່ງອອກ. ບາງກ້ານກໍຫັກເປັນຫນຶ່ງຂໍ້, ສອງຂໍ້. ໃນມັດຫຍ້າຄານັ້ນ ມີພຽງກ້ານດຽວທີ່ຫັກເປັນສາມຂໍ້. ແລ້ວເອົາທັງຫມົດໃສ່ໃນປ້ອງໄມ້ໄຜ່ນ້ອຍ ຫລື ປັກໃສ່ຈອກນ້ອຍ ເພື່ອໃຫ້ບັນດາຫມໍເຢົາພ້ອມກັນຈົກເອົາ. ຫມໍເຢົາຜູ້ໃດຈົກໄດ້ກ້ານຫຍ້າຄາ ທີ່ຫັກເປັນສາມຂໍ້ ແມ່ນຜູ້ນັ້ນຈະໄດ້ທຳພິທີບູຊາໃນປີນັ້ນ. ການຫັກເປັນສາມຂໍ້ນັ້ນ, ຕາມຄວາມສຳນຶກຂອງຊາວເຜົ່າ ຮ່າຍີ່ ແລ້ວແມ່ນຜູ້ນັ້ນກິນໄດ້, ເວົ້າໄດ້ ແລະ ຕິດຕໍ່ກັບເທວະດາຟ້າແຖນໄດ້”.
ເຄື່ອງບູຊາເທວະດາຫີນຂາວທີ່ບໍ່ອາດຂາດໄດ້ແມ່ນຫມູດຳ 1 ໂຕ, ໄກ່ 2 ໂຕ, ແລະ ໄຂ່ຍ້ອມສີແດງ 3 ຫນ່ວຍ, ເຂົ້າສານ 3 ຖ້ວຍ, ນ້ຳຫວານ 3 ຖ້ວຍ, ເຫລົ້າ 3 ຖ້ວຍ. ຮ້ານບູຊາໄດ້ເຮັດຈາກກິ່ງໄມ້ທີ່ຊື່ດີ 4 ກິ່ງ, ຍັງມີໃບຢູ່, ຝັງລົງດິນ, ແລ້ວເອົາໄມ້ໄຜ່ມາສານເປັນກະແຕະແບ່ງເປັນສາມຊັ້ນ. ທູບ, ກວດເຫລົ້າ, ຢາເສັ້ນ, ຢາສູບ, ເຈັ້ຍເງິນເຈັ້ຍຄຳ ໄດ້ວາງໄວ້ບໍ່ວ່າບ່ອນໃດຂອງໂງ່ນຫີນໃຫຍ່ກໍ່ໄດ້ ແຕ່ຕີນຂຶ້ນຮອດຈອມ. ໃນເຄື່ອງບູຊາເທວະດາຫີນຂາວແມ່ນຕ້ອງມີຫໍ່ຢາເສັ້ນ. ພໍ່ເຖົ້າ ຈູເສລູ່, ຕາແສງ ທູຫລູມ ອະທິບາຍວ່າ:
“ຢາເສັ້ນແມ່ນຕ້ອງມີ, ເພາະວ່າເມື່ອກ່ອນບໍ່ຈູດທູບ, ມີພຽງແຕ່ຈູດຢາເສັ້ນໂດຍຊາວເຜົ່າ ຮ່າຍີ່ ປູກເທົ່ານັ້ນ. ດຽວນີ້ພັດທະນາຫຼາຍແລ້ວ ກໍມີເຂົ້າຫນົມຕື່ມອີກ. ເມື່ອກ່ອນ ຜູ້ເຖົ້າຜູ້ແກ່ເຄີຍໃຊ້ຢາເສັ້ນ, ສະນັ້ນ ປັດຈຸບັນ ເມື່ອບູຊາກໍຕ້ອງມີຫໍ່ຢາເສັ້ນ”.
ໃນເຄື່ອງບູຊາເທວະດາຫີນຂາວແມ່ນຕ້ອງມີຫໍ່ຢາເສັ້ນ
(ພາບ: VTC)
|
ຍ້ອນໂງ່ນຫີນເປັນສີຂາວ ແມ່ນຫີນເທວະດາ ທີ່ເກີດຂຶ້ນແບບທຳມະຊາດ, ແມ່ນຫລັກຫມາຍເຂດຊາຍແດນທີ່ທຳມະຊາດສ້າງໄວ້, ສະນັ້ນ ໃນພິທີບູຊາເທວະດາຫີນຂາວ, ຄຽງຄູ່ກັບເງິນດົ່ງຂອງ ຫວຽດນາມ ແລ້ວກໍຍັງມີເງິນຢວນຂອງ ຈີນ ນຳອີກ.
ໃນພິທີບູຊາ ຕ້ອງມີໄໝຫຍິບ ຫລື ເສັ້ນຝ້າຍຫນ້ອຍຫນຶ່ງ, ພໍ່ເຖົ້າ ຈູໂກປໍ, ຢູ່ຕາແສງ ທູຫລູມ ບອກວ່າ ຕ້ອງມີໄໝຫຍິບ ຫລື ຝ້າຍ ພິທີກຳກ່ຽວກັບພາເຄື່ອງບູຊາເທວະດາຫີນ ຈຶ່ງຄົບຖ້ວນ. ພາຍຫລັງກະກຽມເຄື່ອງບູຊາຢ່າງຄົບຖ້ວນແລ້ວ, ແຕ່ລະຄອບຄົວມີຜູ້ຕາງຫນ້າ 1 ຄົນ ເຂົ້າຮ່ວມພິທີບູຊາ. ມີພຽງແຕ່ຜູ້ຊາຍເຂົ້າຮ່ວມພິທີນີ້ ເທົ່ານັ້ນ, ສ່ວນແມ່ຍິງ ແລະ ແຂກແມ່ນບໍ່ໄດ້ເຂົ້າຮ່ວມ. ພໍ່ເຖົ້າ ຈູໂກປໍ ເວົ້າອີກວ່າ:
“ມີເສັ້ນຝ້າຍໃສ່ຕື່ມ ຈຶ່ງຄົບຕາມສ່ວນປະກອບ, ຈິ່ງມີ “ເຂົ້ານ້ຳຊ້ຳປາ, ເຄື່ອງນຸ່ງຂອງຖື, ເງິນຄຳກຳແກ້ວ” ຄົບຖ້ວນ. ຍ້ອນມີຝ້າຍ ຈຶ່ງຕໍ່າເປັນແຜ່ນແພ, ຫຍິບເປັນເສື້ອໄດ້. ສ່ວນຫລຽນເງິນແມ່ນແທນໃຫ້ເງິນ”.
ແຕ່ລະປີພາຍຫລັງວັນບຸນເຕັດ, ພໍ່ແມ່ພີ່ນ້ອງຊາວເຜົ່າ ຮ່າຍີ່ ກໍພາກັນປີນ ຂຶ້ນຈອມພູເພື່ອທຳພິທີບູຊາເທວະດາຫີນ, ພາວະນາຂໍໃຫ້ໄຮ່ນາຮົ້ວສວນຈະເລີນງອກງາມດີ, ມີເຂົ້າສຸກເຫລືອງເຕັມທົ່ງ, ມີສາລີເຕັມສາງ; ພາວະນາໃຫ້ຄູ່ຜົວ ເມຍໄດ້ຢູ່ຮ່ວມກັນ, ບໍ່ໃຫ້ຕົກຢູ່ໃນສະພາບຜົວຖ້າເມຍຄອງ. ບັນດາການບູຊາຫີນທີ່ສັກກະລະບູຊານັ້ນ ກໍມີແຕ່ຜູ້ຊາຍໃນບ້ານຈຶ່ງໄດ້ເຂົ້າຮ່ວມການພາວະນາອະທິຖານ.
ບໍ່ຮູ້ວ່າຍ້ອນເພິ່ງພາຈາກເທວະດາຫີນ ເພື່ອຂັບໄລ່ຜີສາງນາງຮ້າຍ ຫລື ຍ້ອນຄວາມດຸຫມັ່ນຂະຫຍັນພຽນຂອງຊາວເຜົ່າ ຮ່າຍີ່ ທີ່ດຳລົງຊີວິດຢູ່ອ້ອມບໍລິເວນເທວະດາຫີນນີ້ ຈຶ່ງເຮັດໃຫ້ບໍ່ຈັກວ່າເທົ່າໃດລຸ້ນຄົນລ້ວນແຕ່ມີຄວາມສົມບູນພູນສຸກ. ຊາວເຜົ່າ ຮ່າຍີ່ ຍັງເລົ່າຂານກັນປາກຕໍ່ປາກບັນດາເລື່ອງລາວວ່າ ໃຜໂຊກບໍ່ດີ ເຄີຍເຈັບເປັນຫລາຍມື້ນັ້ນ ຂຶ້ນໄປບ່ອນພໍ່ເຖົ້າຜົມຂາວເພື່ອຂໍພາວະນາ ແມ່ນຜູ້ນັ້ນຈະແຂງແຮງຂຶ້ນ. ຕາມການອະທິບາຍຂອງບັນດາຜູ້ເຖົ້າຜູ້ແກ່ໃນບ້ານແລ້ວ, ສິ່ງດັ່ງກ່າວກໍມີເຫດຜົນ ອາດຈະຍ້ອນວ່າ ໂງ່ນຫີນໃຫຍ່ໄດ້ສ້າງເປັນພໍ່ເຖົ້າຜົມຂາວນັ້ນ ແມ່ນຫີນຄວາດຂາວ. ລັກສະນະພິເສດຂອງຫີນຄວາດແມ່ນມີພະລັງບວກແຮງທີ່ສຸດ, ຍ້ອນຜ່ານ 2 – 3 ລ້ານປີ ໃນການສ້າງເປັນຮູບເປັນຮ່າງ, ຫີນຄວາດຍັງດຶງດູດພະລັງບວກແຮງທີ່ສຸດ, ອາດຈະນຳມາເຊິ່ງຄວາມໂຊກດີໃນຊີວິດ ແລະ ວຽກງານ, ຕ້ານກັບການສົ່ງຜົນສະທ້ອນຂອງພະລັງລົບ.