ໄປທ່ອງທ່ຽວ ປ່າຊາຍເລນ ຢູ່ແຂວງ ແຄງຮ່ວາ

(vovworld) - ແຂວງ ​ແຄງ​ຮ່ວາ ​ແມ່ນ​ສະ​ຖານ​ທີ່​ລື​ຊື່​​ໃນ​ດ້ານ​ການທ່ອງ​ທ່ຽວ​ທະ​ເລ ​ແລະ ໝູ່​ເກາະ, ​ແຕ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ນັກ​ທ່ອງ​ທ່ຽວ​ນິຍົມ​ລາຍການ​ທ່ອງ​ທ່ຽວ​ປ່າ​ຊາຍ​ເລນ​ຢູ່​ແຄມ​ທະ​ເລ ຍາ​ຈາງ. ຮູບ​​ແບບ​ນຳ​ປ່າ​ຊາຍ​ເລນ ​ເຂົ້າ​ໃນລາຍການ​ທ່ອງ​ທ່ຽວ​ຢູ່ ​ແຄງ​ຮ່ວາ ບໍ່​ພຽງ​ແຕ່​​ເຮັດໃຫ້​ນັກ​ທ່ອງ​ທ່ຽວ​ມີ​ໂອກາດ​ເຊື່ອມ​ຕົວ​ເຂົ້າກັບ​ທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​​ເປັນ​ການສົ່ງ​ເສີມ​ປະຊາຊົນ​ສືບ​ຕໍ່​ຟື້ນ​ຟູ ​ເຂດປ່າ​ຊາຍ​ເລນ ອີກ​ດ້ວຍ.

ໄປທ່ອງທ່ຽວ ປ່າຊາຍເລນ ຢູ່ແຂວງ ແຄງຮ່ວາ - ảnh 1
ປ່າຊາຍເລນ ຢູ່ ແຂວງ ແຄງຮ່ວາ
ພາບ:internet

        ​ເຂດປ່າ​ຊາຍ​ເລນ ຢູ່​ບ້ານ ​ເຕີນ​ດ໋າວ ຕາ​ແສງ ນີງອີກ ​ເມືອງ ນີງຮ່ວາ ​ແຂວງ ​ແຄງ​ຮ່ວາ ​​ຕັ້ງຢູ່ໃກ້ກັບ​ເສັ້ນທາງ​ຫລວງ​ເລກ 1 A. ຢູ່​ທີ່​ນີ້ ມີ 20 ຄອບຄົວ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນດ້ວຍ​ອາຊີບ​ລ້ຽງ​ປູກ​ສິນ​ໃນ​ນ້ຳ. ກ່ອນ​ນີ້ ​ເຂດ​ດິນ​ແດນ​ແຫ່ງ​ນີ້​ແມ່ນ​​ເຂດ​ທີ່​ມີ​ເນື້ອ​ທີ່ ປ່າ​ຊາຍ​ເລນ​​ໃນ​ປາດົ່ງ​ດີບ​ຫລາຍນັບຮອ້ຍໆ​ເຮັກຕາ. ​ແຕ່​ມາ​ຮອດ​ປີ 1995, ​ເມື່ອ​ຂະ​ບວນການ​ລ້ຽງ​ກຸ້ງ​ອຸດສາຫະກຳ​ພັດທະນາ, ປະຊາຊົນ​ຢູ່​ແຫ່ງ​ນີ້​ທຳລາຍ ປ່າ​ຊາຍ​ເລນ​ເພື່ອ​ລ້ຽງ​ກຸ້ງອັນໄດ້​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ຢູ່​ທີ່​ນີ້​ຖືກຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ. ກ່ອນ​ນີ້ 4 ປີ, ຕາ​ແສງ ນີງອີກ​ໄດ້​ຮັບ​ການ​ອຸປະຖຳ​ຈາກ​ອົງການ ​ໂຕ​ກຽວ Marine & Nichido Fire Insurace ຂອງ​ຍີ່​ປຸ່ນ ສົມທົບ​ກັບ​ມະຫາວິທະຍາ​ໄລ​ສ້າງ​ຄູ ຮ່າ​ໂນ້ຍ ​ເພື່ອ​ປູກ​ຕົ້ນ​ໄມ້​ເປັນປ່າ​ໃນ​​ເນື້ອ​ທີ່ 5 ​ເຮັກຕາ. ຕາ​ແສງ​ນີງອີກ ຍັງ​ຂົນ​ຂວາ​ຍປະຊາຊົນ​ປູກປ່າ​ຊາຍ​ເລນດ້ວຍ​ຕົນ​ເອງ​​ໄດ້ 10 ​ເຮັກຕາ​ຕື່ມ​ອີກ, ປະ​ກອບສ່ວນ​ຂະຫຍາຍ​ເນື້ອ​ທ່ີ​ ປ່າ​ຊາຍ​ເລນ ຂຶ້ນ​ເຖິງ 40 ​ເຮັກຕາ. ສິ່ງ​ທີ່​ເປັນ​ຫນ້າ​ຊື່ນ​ຊົມນັ້ນ​ແມ່ນ ​ໃນ​​ 3 ປີ​ມາ​ນີ້ ປ່າ​ຊາຍ​ເລນ ​ກາຍ​ເປັນ​ສະຖານ​ທີ່​ອາ​ໄສ​ຂອງ​ນົກ​ຍາງນັບ 10 ຝູງ, ນີ້​ແມ່ນ​ສັນຍານ​ສະ​ແດ​ງ​ໃຫ້​ເຫັນ​ລະບົບ​ຊີວະ​ພາບ​ຢູ່​ທີ່​ນີ້​ໄດ້​ຮັບ​ການຟື້ນ​ຟູແລ້ວ. ປ່າ​ຊາຍ​ເລນ​ໄດ້​ຮັບ​ການ​ຟື້ນ​ຟູ, ລະບົບ​ນິ​ເວດ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ ​​ເປັນ​ການ​​ເປີດຊ່ອງ​ທາງ​ໃຫ້​ແກ່​ການ​ທຳ​ມາ​ຫາ​ກິນ​ໃຫມ່, ​ເປັນ​ຕົ້ນ​ແມ່ນ​ລະດົມ​ວົງ​ຄະນາ​ຍາດ​ພັດທະນາ​ການທ່ອງທ່ຽວ​ຊີວະ​ພາບ.  ກ່ອນ​ນີ້ 2 ປີ ທ່ານ ຫງວຽນ​ວັນ​ຮື​ງ , ຢູ່ຕາ​ແສງ ຫວີ້​ງທາຍ ນະ​ຄອນ ຍາ​ຈາງ ​ແມ່ນ​ຜູ້​ທຳ​ອິດ​ມີ​ແນວຄວາມ​ຄິດ​ກໍ່ສ້າງ​ສະຖາ​ນທີ່​ທ່ອງ​ທ່ຽວ​ຢູ່ປ່າ​ຊາຍ​ເລນ. ທ່ານ ຮື​ງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ, ການກໍ່ສ້າງ​ສະຖາ​ນທີ່​ທ່ອງ​ທ່ຽວ​ຢູ່​ເຂດປ່າ​ຊາຍ​ເລນ ​ແມ່ນ​ວຽກ​ງານ​ທີ່ສາມາດຮັກສາປ່າ​ຊາຍ​ເລນ​ໄດ້. ທີ​ສອງ ​​ແມ່ນ ​ພັດທະນາ​ການທ່ອງທ່ຽວ ກໍ​​ເປັນ​ການ​ປະກອບສ່ວນ​​ເຮັດໃຫ້​ສິ່ງ​ແວດ​ລ້ອມ​ມີ​ຄວາມ​ອຸດົມສົມບູນກ​ວ່າ​ເກົ່າ.”

        ປະຈຸ​ບັນ ປ່າ​ຊາຍ​ເລນ ຢູ່ ບ້ານ​ເຕີນ​ດ໋າວ​ໄດ້​ກາຍ​ເປັນ​ສ່ວນ​ຫນຶ່ງ​ທີ່​ສຳຄັນ​​ຕິດ​ພັນ​ກັບ​ເສດຖະກິດ​ຂອງ​ຊາວ​ທ້ອງ​ຖິ່ນ. ປ່າ​ຊາຍ​ເລນ ຍັງ​ແມ່ນ​ກຳ​ແພງ​ຂຽວ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ຈາກ​ລົມ​ພະຍຸ, ຕ້ານ​ການ​ທຳລາຍ​ຢູ່​ແຄມ​ທະ​ເລ. ສິ່ງ​ທີ່​ມີ​ຄວາມ​ໝາຍທີ່​ສຸດ​ເມື່ອ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ແຫ່ງ​ນີ້​ນັ້ນ​ແມ່ນ ​ເຂົາ​ເຈົ້າ​​ໄດ້​ຮັບ​ຮູ້ບົດຮຽນ​ຈາກ​ພຶດຕິ​ກຳ​ຕົວ​ຈິງ ​ເຫັນ​ໄດ້​​ເຖິງຄວາມ​ຈຳ​ເປັນ​ຕ້ອງ​ຮັກສາປ່າ​ຊາຍ​ເລນ. ​ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນທ້ອງ​ຖິ່ນທີ່​ພັດທະນາ​ການທ່ອງທ່ຽວ​ຢ່າງ​ແຂງ​ແຮງ​ຄື​ແຂວງ ​ແຄງ​ຮ່ວາ​ ​ກໍ​ຍັງ​ບໍ່​ທັນ​ມີສະຖານ​ທີ່​ທ່ອງ​ທ່ຽວຢູ່ປ່າ​ຊາຍ​ເລນ​ຫລາຍພໍ​ເທົ່າ​ໃດ. ທ່ານ ມາຍ​ວັນ​ທັງ, ຮອງ​ຫົວ​ຫນ້າ​ພະ​ແນ​ກຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ແຂວງ ​ແຄງ​ຮວ່າ ​ໃຫ້​ຮູ້​ວ່າ:

        “​ເລື່ອງ​ນຳ​ໃຊ້ປ່າ​ຊາຍ​ເລນ​ໃຫ້​ແກ່​ຂົງ​ເຂດ​ທ່ອງ​ທ່ຽວ​ຍັງ​ຈຳກັດ​ຢູ່ ​ເພາະວ່າປະຊາຊົນ ​ບໍ່​ທັນ​ເຫັນ​ໄດ້​ບົດບາດ​ສຳຄັນຂອງ​ປ່າ​ຊາຍ​ເລນ ພຽງ​ແຕ່​ເຫັນ​​ໄດ້​ເຖິງທິວ​ທັດ​ທຳ​ມະ​ຊາດ​ຂອງ​ທະ​ເລ ​ແລະ ໝູ່​ເກາະ​​ແມ່ນ​ສວຍ​ງາມ​ເທົ່າ​ນັ້ນ.”

ໄປທ່ອງທ່ຽວ ປ່າຊາຍເລນ ຢູ່ແຂວງ ແຄງຮ່ວາ - ảnh 2
ນັກທ່ອງທ່ຽວຢ້ຽມຊົມປ່າຊາຍເລນ
ພາບ: internet

        ນັບ​ແຕ່​ປີ 1995 ມາ​ຮອດ​ປະຈຸ​ບັນ, ​ເນື້ອ​ທີ່ປ່າ​ຊາຍ​ເລນ ຢູ່ ຫວຽດນາມ ​ຖືກ​ຫລຸດ​ລົງ 184.000 ​ເຮັກຕາ. ສະ​ເພາະ ຢູ່ ​ແຂວງ​ແຄງ​ຮ່ວາ ຈາກ​ເນື້ອ​ທີ່​ປ່າ​ຊາຍ​ເລນ 3000 ​ເຮັກຕາ​ໃນ​ຊຸມ​ປີ 1980 ປະຈຸ​ບັນ​ຍັງ​ເຫລືອ​ພຽງ 100 ​ເຮັກຕາ​ເທົ່າ​ນັ້ນ. ​ໃນ​ສະພາບ​ຄື​ແນວ​ນັ້ນ, ​ເລື່ອງ​ລະດົມ​ວົງ​ຄະນາ​ຍາດ​ຟື້ນ​ຟູປ່​ຊາຍ​ເລນຄືນ​ໃຫມ່​ເພື່ອ​ພັດທະນາ​ການທ່ອງທ່ຽວ​ຊີວະ​ພາບ ​ແລະ ລາຍ​ຮັບຈາກ​ການທ່ອງທ່ຽວ​ນັ້ນ​ກໍ​ນຳ​ເອົາ​ມາ​ລົງທຶນ​ໃຫ້​ແກ່​ປ່າ​ຊາຍ​ເລນນັ້ນ​ໄດ້ ​ແລະ ພວມ​​ໄດ້​ຮັບ​ການຢືນຢັນວ່າ​ແມ່ນ​​ທິດທາງ​ທີ່​ຖືກຕ້ອງ. ທ່ານ ມາຍ​ວັນ​ທັງ, ຮອງ​ຫົວຫນ້າ​ພະ​ແນ​ກຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ແຂວງ ​ແຄງ​ຮ່ວາ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ​ໃນ​ອະນາຄົດ, ບັນດາ​ນັກ​ລົງທຶນ​​ໃນ​ຂົງ​ເຂດທ່ອງ​ທ່ຽວ​ເຫັນ​ໄດ້​​ເຖິງຄວາມ​ໝາຍ​ຂອງ​ເຂດປ່າ​ຊາຍ​ເລນ ​ເພື່ອ​ລົງທຶນ​ດຳ​ເນີນ​ທຸລະ​ກິ​ດການທ່ອງທ່ຽວ​ເຂົ້າ​ເຂດ​ດິນ​ແດນ​ນີ້.”

        ບໍ່​​ແມ່ນ​ວ່າ​ເຂດ​ດິນ​ນ້ຳ​ຖ້ວມ​ແຫ່ງ​ໃດ, ​ເຂດປ່າຊາຍ​ເລນ​ແຫ່ງ​ໃດ​ກໍ​ນຳ​​ຈະ​ສາມາດເຂົ້າ​ຂຸດ​ຄົ້ນ​​ເພື່ອ​ຮັບ​ໃຊ້​ໃຫ້​ແກ່ການທ່ອງທ່ຽວ​ໄດ້. ​ເລື່ອງ​ເຮັດ​ບໍລິການ​ທ່ອງ​ທ່ຽວ​ຢູ່​ເຂດ​ດິນ​ນ້ຳ​ຖ້ວມ ​ໄດ້​ສ້າງ​ທິດ​ກ້າວ​ເດີນ​ທີ່​ມີ​ລັກສະນະ​ເປັນ​ໄປ​ໄດ້​ໃຫ້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ​ ຫວຽດນາມ ຊຶ່ງ​ແມ່ນປະ​ເທດ​ມີ​ເນື້ອ​ທີ່​ດິນ​ນ້ຳ​ຖ້ວມ​ກວ່າ 10 ລ້ານ​ເຮັກຕາ. ດ້ວຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃຫມ່​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ປະ​ຈຸ​ບັນ, ​ແນ່ນອນ​ວ່າ ປ່າ​ຊາຍ​ເລນ ຄວນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຊັບພະຍາກອນ​ທ່ອງ​ທ່ຽວ ​ເພາະວ່າ ມັນ​ບໍ່​ພຽງ​ແຕ່​ສ້າງ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​​ແຫ່ງໃຫມ່​ເທົ່າ​ນັ້ນ ຫາກ​ຍັງ​ສາມາດ​ສົ່ງ​ສານ​ເຖິງ​ວົງ​ຄະນາ​ຍາດ​ຈົ່ງພ້ອມ​ກັນ​ປົກ​ປັກ​ຮັກສາ​ປ່າ​ຊາຍ​ເລນ​ຕໍ່ຫນ້າ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທີ່​ນັບ​ມື້​ນັບຮ້າຍ​ແຮງ.

ນັກ​ຂ່າວ To Tuan

(vovworld) - ແຂວງ ​ແຄງ​ຮ່ວາ ​ແມ່ນ​ສະ​ຖານ​ທີ່​ລື​ຊື່​​ໃນ​ດ້ານ​ການທ່ອງ​ທ່ຽວ​ທະ​ເລ ​ແລະ ໝູ່​ເກາະ, ​ແຕ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ນັກ​ທ່ອງ​ທ່ຽວ​ນິຍົມ​ລາຍການ​ທ່ອງ​ທ່ຽວ​ປ່າ​ຊາຍ​ເລນ​ຢູ່​ແຄມ​ທະ​ເລ ຍາ​ຈາງ. ຮູບ​​ແບບ​ນຳ​ປ່າ​ຊາຍ​ເລນ ​ເຂົ້າ​ໃນລາຍການ​ທ່ອງ​ທ່ຽວ​ຢູ່ ​ແຄງ​ຮ່ວາ ບໍ່​ພຽງ​ແຕ່​​ເຮັດໃຫ້​ນັກ​ທ່ອງ​ທ່ຽວ​ມີ​ໂອກາດ​ເຊື່ອມ​ຕົວ​ເຂົ້າກັບ​ທຳ​ມະ​ຊາດ​ເທົ່າ​ນັ້ນ ຫາກ​ຍັງ​​ເປັນ​ການສົ່ງ​ເສີມ​ປະຊາຊົນ​ສືບ​ຕໍ່​ຟື້ນ​ຟູ ​ເຂດປ່າ​ຊາຍ​ເລນ ອີກ​ດ້ວຍ.

        ​ເຂດປ່າ​ຊາຍ​ເລນ ຢູ່​ບ້ານ ​ເຕີນ​ດ໋າວ ຕາ​ແສງ ນີງອີກ ​ເມືອງ ນີງຮ່ວາ ​ແຂວງ ​ແຄງ​ຮ່ວາ ​​ຕັ້ງຢູ່ໃກ້ກັບ​ເສັ້ນທາງ​ຫລວງ​ເລກ 1 A. ຢູ່​ທີ່​ນີ້ ມີ 20 ຄອບຄົວ​ດຳລົງ​ຊີວິດ​ຢູ່​ຮ່ວມ​ກັນດ້ວຍ​ອາຊີບ​ລ້ຽງ​ປູກ​ສິນ​ໃນ​ນ້ຳ. ກ່ອນ​ນີ້ ​ເຂດ​ດິນ​ແດນ​ແຫ່ງ​ນີ້​ແມ່ນ​​ເຂດ​ທີ່​ມີ​ເນື້ອ​ທີ່ ປ່າ​ຊາຍ​ເລນ​​ໃນ​ປາດົ່ງ​ດີບ​ຫລາຍນັບຮອ້ຍໆ​ເຮັກຕາ. ​ແຕ່​ມາ​ຮອດ​ປີ 1995, ​ເມື່ອ​ຂະ​ບວນການ​ລ້ຽງ​ກຸ້ງ​ອຸດສາຫະກຳ​ພັດທະນາ, ປະຊາຊົນ​ຢູ່​ແຫ່ງ​ນີ້​ທຳລາຍ ປ່າ​ຊາຍ​ເລນ​ເພື່ອ​ລ້ຽງ​ກຸ້ງອັນໄດ້​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ຢູ່​ທີ່​ນີ້​ຖືກຊຸດ​ໂຊມ​ຢ່າງ​ຮ້າຍ​ແຮງ. ກ່ອນ​ນີ້ 4 ປີ, ຕາ​ແສງ ນີງອີກ​ໄດ້​ຮັບ​ການ​ອຸປະຖຳ​ຈາກ​ອົງການ ​ໂຕ​ກຽວ Marine & Nichido Fire Insurace ຂອງ​ຍີ່​ປຸ່ນ ສົມທົບ​ກັບ​ມະຫາວິທະຍາ​ໄລ​ສ້າງ​ຄູ ຮ່າ​ໂນ້ຍ ​ເພື່ອ​ປູກ​ຕົ້ນ​ໄມ້​ເປັນປ່າ​ໃນ​​ເນື້ອ​ທີ່ 5 ​ເຮັກຕາ. ຕາ​ແສງ​ນີງອີກ ຍັງ​ຂົນ​ຂວາ​ຍປະຊາຊົນ​ປູກປ່າ​ຊາຍ​ເລນດ້ວຍ​ຕົນ​ເອງ​​ໄດ້ 10 ​ເຮັກຕາ​ຕື່ມ​ອີກ, ປະ​ກອບສ່ວນ​ຂະຫຍາຍ​ເນື້ອ​ທ່ີ​ ປ່າ​ຊາຍ​ເລນ ຂຶ້ນ​ເຖິງ 40 ​ເຮັກຕາ. ສິ່ງ​ທີ່​ເປັນ​ຫນ້າ​ຊື່ນ​ຊົມນັ້ນ​ແມ່ນ ​ໃນ​​ 3 ປີ​ມາ​ນີ້ ປ່າ​ຊາຍ​ເລນ ​ກາຍ​ເປັນ​ສະຖານ​ທີ່​ອາ​ໄສ​ຂອງ​ນົກ​ຍາງນັບ 10 ຝູງ, ນີ້​ແມ່ນ​ສັນຍານ​ສະ​ແດ​ງ​ໃຫ້​ເຫັນ​ລະບົບ​ຊີວະ​ພາບ​ຢູ່​ທີ່​ນີ້​ໄດ້​ຮັບ​ການຟື້ນ​ຟູແລ້ວ. ປ່າ​ຊາຍ​ເລນ​ໄດ້​ຮັບ​ການ​ຟື້ນ​ຟູ, ລະບົບ​ນິ​ເວດ​ກັບ​ຄືນ​ສູ່​ຄວາມ​ເປັນ​ປົກກະຕິ ​​ເປັນ​ການ​​ເປີດຊ່ອງ​ທາງ​ໃຫ້​ແກ່​ການ​ທຳ​ມາ​ຫາ​ກິນ​ໃຫມ່, ​ເປັນ​ຕົ້ນ​ແມ່ນ​ລະດົມ​ວົງ​ຄະນາ​ຍາດ​ພັດທະນາ​ການທ່ອງທ່ຽວ​ຊີວະ​ພາບ.  ກ່ອນ​ນີ້ 2 ປີ ທ່ານ ຫງວຽນ​ວັນ​ຮື​ງ , ຢູ່ຕາ​ແສງ ຫວີ້​ງທາຍ ນະ​ຄອນ ຍາ​ຈາງ ​ແມ່ນ​ຜູ້​ທຳ​ອິດ​ມີ​ແນວຄວາມ​ຄິດ​ກໍ່ສ້າງ​ສະຖາ​ນທີ່​ທ່ອງ​ທ່ຽວ​ຢູ່ປ່າ​ຊາຍ​ເລນ. ທ່ານ ຮື​ງ ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ, ການກໍ່ສ້າງ​ສະຖາ​ນທີ່​ທ່ອງ​ທ່ຽວ​ຢູ່​ເຂດປ່າ​ຊາຍ​ເລນ ​ແມ່ນ​ວຽກ​ງານ​ທີ່ສາມາດຮັກສາປ່າ​ຊາຍ​ເລນ​ໄດ້. ທີ​ສອງ ​​ແມ່ນ ​ພັດທະນາ​ການທ່ອງທ່ຽວ ກໍ​​ເປັນ​ການ​ປະກອບສ່ວນ​​ເຮັດໃຫ້​ສິ່ງ​ແວດ​ລ້ອມ​ມີ​ຄວາມ​ອຸດົມສົມບູນກ​ວ່າ​ເກົ່າ.”

        ປະຈຸ​ບັນ ປ່າ​ຊາຍ​ເລນ ຢູ່ ບ້ານ​ເຕີນ​ດ໋າວ​ໄດ້​ກາຍ​ເປັນ​ສ່ວນ​ຫນຶ່ງ​ທີ່​ສຳຄັນ​​ຕິດ​ພັນ​ກັບ​ເສດຖະກິດ​ຂອງ​ຊາວ​ທ້ອງ​ຖິ່ນ. ປ່າ​ຊາຍ​ເລນ ຍັງ​ແມ່ນ​ກຳ​ແພງ​ຂຽວ​ເພື່ອ​ປ້ອງ​ກັນ​ຜົນ​ກະທົບ​ຈາກ​ລົມ​ພະຍຸ, ຕ້ານ​ການ​ທຳລາຍ​ຢູ່​ແຄມ​ທະ​ເລ. ສິ່ງ​ທີ່​ມີ​ຄວາມ​ໝາຍທີ່​ສຸດ​ເມື່ອ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມຢາມ​ແຫ່ງ​ນີ້​ນັ້ນ​ແມ່ນ ​ເຂົາ​ເຈົ້າ​​ໄດ້​ຮັບ​ຮູ້ບົດຮຽນ​ຈາກ​ພຶດຕິ​ກຳ​ຕົວ​ຈິງ ​ເຫັນ​ໄດ້​​ເຖິງຄວາມ​ຈຳ​ເປັນ​ຕ້ອງ​ຮັກສາປ່າ​ຊາຍ​ເລນ. ​ແຕ່ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນທ້ອງ​ຖິ່ນທີ່​ພັດທະນາ​ການທ່ອງທ່ຽວ​ຢ່າງ​ແຂງ​ແຮງ​ຄື​ແຂວງ ​ແຄງ​ຮ່ວາ​ ​ກໍ​ຍັງ​ບໍ່​ທັນ​ມີສະຖານ​ທີ່​ທ່ອງ​ທ່ຽວຢູ່ປ່າ​ຊາຍ​ເລນ​ຫລາຍພໍ​ເທົ່າ​ໃດ. ທ່ານ ມາຍ​ວັນ​ທັງ, ຮອງ​ຫົວ​ຫນ້າ​ພະ​ແນ​ກຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ແຂວງ ​ແຄງ​ຮວ່າ ​ໃຫ້​ຮູ້​ວ່າ:

        “​ເລື່ອງ​ນຳ​ໃຊ້ປ່າ​ຊາຍ​ເລນ​ໃຫ້​ແກ່​ຂົງ​ເຂດ​ທ່ອງ​ທ່ຽວ​ຍັງ​ຈຳກັດ​ຢູ່ ​ເພາະວ່າະຊາຊົນ ​ບໍ່​ທັນ​ເຫັນ​ໄດ້​ບົດບາດ​ສຳຄັນຂອງ​ປ່າ​ຊາຍ​ເລນ ພຽງ​ແຕ່​ເຫັນ​​ໄດ້​ເຖິງທິວ​ທັດ​ທຳ​ມະ​ຊາດ​ຂອງ​ທະ​ເລ ​ແລະ ໝູ່​ເກາະ​​ແມ່ນ​ສວຍ​ງາມ​ເທົ່າ​ນັ້ນ.”

        ນັບ​ແຕ່​ປີ 1995 ມາ​ຮອດ​ປະຈຸ​ບັນ, ​ເນື້ອ​ທີ່ປ່າ​ຊາຍ​ເລນ ຢູ່ ຫວຽດນາມ ​ຖືກ​ຫລຸດ​ລົງ 184.000 ​ເຮັກຕາ. ສະ​ເພາະ ຢູ່ ​ແຂວງ​ແຄງ​ຮ່ວາ ຈາກ​ເນື້ອ​ທີ່​ປ່າ​ຊາຍ​ເລນ 3000 ​ເຮັກຕາ​ໃນ​ຊຸມ​ປີ 1980 ປະຈຸ​ບັນ​ຍັງ​ເຫລືອ​ພຽງ 100 ​ເຮັກຕາ​ເທົ່າ​ນັ້ນ. ​ໃນ​ສະພາບ​ຄື​ແນວ​ນັ້ນ, ​ເລື່ອງ​ລະດົມ​ວົງ​ຄະນາ​ຍາດ​ຟື້ນ​ຟູປ່​ຊາຍ​ເລນຄືນ​ໃຫມ່​ເພື່ອ​ພັດທະນາ​ການທ່ອງທ່ຽວ​ຊີວະ​ພາບ ​ແລະ ລາຍ​ຮັບຈາກ​ການທ່ອງທ່ຽວ​ນັ້ນ​ກໍ​ນຳ​ເອົາ​ມາ​ລົງທຶນ​ໃຫ້​ແກ່​ປ່າ​ຊາຍ​ເລນນັ້ນ​ໄດ້ ​ແລະ ພວມ​​ໄດ້​ຮັບ​ການຢືນຢັນວ່າ​ແມ່ນ​​ທິດທາງ​ທີ່​ຖືກຕ້ອງ. ທ່ານ ມາຍ​ວັນ​ທັງ, ຮອງ​ຫົວຫນ້າ​ພະ​ແນ​ກຊັບ​ພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ແຂວງ ​ແຄງ​ຮ່ວາ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ​ໃນ​ອະນາຄົດ, ບັນດາ​ນັກ​ລົງທຶນ​​ໃນ​ຂົງ​ເຂດທ່ອງ​ທ່ຽວ​ເຫັນ​ໄດ້​​ເຖິງຄວາມ​ໝາຍ​ຂອງ​ເຂດປ່າ​ຊາຍ​ເລນ ​ເພື່ອ​ລົງທຶນ​ດຳ​ເນີນ​ທຸລະ​ກິ​ດການທ່ອງທ່ຽວ​ເຂົ້າ​ເຂດ​ດິນ​ແດນ​ນີ້.”

        ບໍ່​​ແມ່ນ​ວ່າ​ເຂດ​ດິນ​ນ້ຳ​ຖ້ວມ​ແຫ່ງ​ໃດ, ​ເຂດປ່າຊາຍ​ເລນ​ແຫ່ງ​ໃດ​ກໍ​ນຳ​​ຈະ​ສາມາດເຂົ້າ​ຂຸດ​ຄົ້ນ​​ເພື່ອ​ຮັບ​ໃຊ້​ໃຫ້​ແກ່ການທ່ອງທ່ຽວ​ໄດ້. ​ເລື່ອງ​ເຮັດ​ບໍລິການ​ທ່ອງ​ທ່ຽວ​ຢູ່​ເຂດ​ດິນ​ນ້ຳ​ຖ້ວມ ​ໄດ້​ສ້າງ​ທິດ​ກ້າວ​ເດີນ​ທີ່​ມີ​ລັກສະນະ​ເປັນ​ໄປ​ໄດ້​ໃຫ້​ແກ່​ຂະ​ແຫນງ​ທ່ອງ​ທ່ຽວ​ ຫວຽດນາມ ຊຶ່ງ​ແມ່ນປະ​ເທດ​ມີ​ເນື້ອ​ທີ່​ດິນ​ນ້ຳ​ຖ້ວມ​ກວ່າ 10 ລ້ານ​ເຮັກຕາ. ດ້ວຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃຫມ່​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ປະ​ຈຸ​ບັນ, ​ແນ່ນອນ​ວ່າ ປ່າ​ຊາຍ​ເລນ ຄວນ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຊັບພະຍາກອນ​ທ່ອງ​ທ່ຽວ ​ເພາະວ່າ ມັນ​ບໍ່​ພຽງ​ແຕ່​ສ້າງ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ດູດ​ດື່ມ​​ແຫ່ງໃຫມ່​ເທົ່າ​ນັ້ນ ຫາກ​ຍັງ​ສາມາດ​ສົ່ງ​ສານ​ເຖິງ​ວົງ​ຄະນາ​ຍາດ​ຈົ່ງພ້ອມ​ກັນ​ປົກ​ປັກ​ຮັກສາ​ປ່າ​ຊາຍ​ເລນ​ຕໍ່ຫນ້າ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດທີ່​ນັບ​ມື້​ນັບຮ້າຍ​ແຮງ.

ນັກ​ຂ່າວ To Tuan



ຕອບກັບ

ຂ່າວ/ບົດ​ອື່ນ