(VOVWORLD) -ໃນຊຸມມື້ບຸນເຕັດ ພ້ອມກັບບັນດາການລະຫລິ້ນພື້ນເມືອງຕ່າງໆ, ສຽງແຄນ ໄດ້ຮັບຖືວ່າແມ່ນວິນຍານຂອງຊາວເຜົ່າມົ້ງ ເພື່ອຝາກຝັງ, ສະແດງຄວາມໃນໃຈຂອງຕົນຕໍ່ກັບວົງຄະນາຍາດ ແລະ ທຳມະຊາດທີ່ໃຫຍ່ໂຕມະໂຫຖານຢູ່ເຂດພູສູງ ໄຕບັກ (ໝາຍເຖິງພາກຕາເວັນຕົກສ່ຽງເຫນືອຫວຽດນາມ). ແຄນ ມີປະຫວັດຄວາມເປັນມາມີມາແຕ່ດົນນານແລ້ວ ແລະ ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງວົງຄະນາຍາດ. ເວົ້າເຖິງແຄນຍັງມີບັນດາເລື່ອງລາວທີ່ຕື້ນຕັ້ນໃຈກ່ຽວກັບຄວາມສາມັກຄີຂອງວົງຄະນາຍາດ, ອາລົມຈິດສະຫນິດຕິດພັນຄືອ້າຍນ້ອງຄີງໃນວົງຄະນາຍາດຊາວເຜົ່າມົ້ງ.
ແຄນ ແມ່ນເຄື່ອງດົນຕີພື້ນເມືອງສຳຄັນຕໍ່ຊີວິດດ້ານຈິດໃຈຂອງຊາວເຜົ່າມົ້ງ
ພາບ:tourdulichsapa.
|
ແຕ່ດົນນານມາແລ້ວ, ແຄນ ແມ່ນເຄື່ອງດົນຕີພື້ນເມືອງສຳຄັນຕໍ່ຊີວິດດ້ານຈິດໃຈຂອງຊາວເຜົ່າມົ້ງ. ແຄນ ໄດ້ຮັບຖືວ່າ ແມ່ນສົມບັດອັນລ້ຳຄ່າຂອງຊາວເຜົ່າມົ້ງ, ແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຕິດພັນກັບຊີວິດດ້ານວັດທະນະທຳ, ຈິດໃຈຂອງພໍ່ແມ່ປະຊາຊົນ. ສຳລັບຊາວເຜົ່າມົ້ງແລ້ວ, ແຄນ ມີຄວາມໝາຍເລິກເຊິ່ງ ນັ້ນແມ່ນພາຫະນະສື່ສານຂອງມະນຸດກັບໂລກແຫ່ງຈິດວິນຍານ, ແມ່ນສີສັນຂອງຊາດ. ນັ້ນກໍ່ແມ່ນເຫດຜົນເປັນຫຍັງຊາວເຜົ່າມົ້ງ ເຄີຍຍົກຍ້າຍໄປອາໄສຢູ່ຫລາຍແຫ່ງໃນທົ່ວປະເທດ ແຕ່ສຽງແຄນຍາມໃດກໍ່ໄດ້ຮັບການຮັກສາໄວ້ໃນການດຳເນີນຊີວິດວັດທະນະທຳຂອງເຂົາເຈົ້າ. ເລື່ອງລາວກ່ຽວກັບຕົ້ນກຳເນີດຂອງແຄນຖືກຊາວເຜົ່າມົ້ງເລົ່າຂານສືບທອດສູ່ຄົນລຸ້ນຫລັງ. ທ່ານ ທ່າວອາເຢັນ ນັກສິລະປະການພື້ນເມືອງ ແລະ ແມ່ນນັກຄົ້ນຄ້ວາເຜົ່າມົ້ງ ໃຫ້ຮູ້ວ່າ:
“ແຄນແມ່ນມີມາແຕ່ເວລາໃດຂ້າພະເຈົ້າກໍ່ບໍ່ຮູ້ໄດ້ ແຕ່ໄດ້ຍິນຜູ້ເຖົ້າຜູ້ແກ່ໃນບ້ານເລົ່າສູ່ຟັງວ່າ ກ່ອນນີ້ ມີອ້າຍນ້ອງ 7 ຄົນ, ພໍ່ແມ່ເສຍຊີວິດເມື່ອເຂົາເຈົ້າຍັງເປັນເດັກ, ພວກເຂົາບໍ່ມີເຮືອນຢູ່, ອ້າຍກົກຄິດວ່າ ອ້າຍນ້ອງ 7 ຄົນ ຕ້ອງມາຢູ່ນຳກັນໃນຊາຍຄາລວມ, ຫລັງຈາກນັ້ນ ອ້າຍນ້ອງ 7 ຄົນ ໄດ້ປະດິດຄິດສ້າງແຄນ ມີໄມ້ລູກ 6 ທ່ອນ, ທ່ອນໃຫຍ່ ແລະ ສັ້ນສຸດ ແມ່ນ ອ້າຍກົກ ແລະ ນ້ອງຫລ້າ. ແຄນ ແມ່ນສັນຍາລັກໃຫ້ ອ້າຍນ້ອງ 7 ຄົນຂອງຊາວເຜົ່າມົ້ງ ພວກຂ້າພະເຈົ້າມີຄວາມສາມັກຄີເປັນໃຈຫນຶ່ງໃຈດຽວ… ຫລັງຈາກນັ້ນ ເມື່ອມີຜູ້ເສຍຊີວິດຈຶ່ງເອົາແຄນມາເປົ່າເພື່ອສົ່ງຜູ້ຕາຍໄປສູ່ຄະຕິພົບ”.
ເລື່ອງນິທານກ່ຽວກັບ ອ້າຍນ້ອງຊາວເຜົ່າມົ້ງ 7 ຄົນກໍ່ແມ່ນການເວົ້າເຖິງແຄນຊື່ງເຮັດດ້ວຍທ່ອນໄມ້ 6 ທ່ອນ ມີຂະຫນາດແຕກຕ່າງກັນ ແລະ ທ່ອນສັ້ນສຸດ ມີບົດບາດຮັກສາການປະສານສຽງດົນຕີ. ຊາວເຜົ່າມົ້ງ ນິຍົມດົນຕີ ແລະ ເຂົາເຈົ້າເຄີຍເອົາແຄນ ມາເປົ່າ ແລະ ສະແດງໃນການດຳເນີນຊີວິດວັດທະນະທຳຄັ້ງຕ່າງໆ. ເຖິງຢ່າງໃດກໍ່ຕາມ ມີບໍ່ເທົ່າໃດຄົນຮູ້ໄດ້ວ່າ ການກຳເນີດຂອງແຄນທຳອິດແມ່ນພຽງແຕ່ເປົ່າໃນງານສົບເທົ່ານັ້ນ. ກ່ອນນີ້ ຊາວເຜົ່າມົ້ງ ສ່ວນຫລາຍເປົ່າແຄນໃນງານສົບເພື່ອອາໄລຫາເຖິງຜູ້ທີ່ເສຍຊີວິດ. ສຽງແຄນມີຄວາມໝາຍສ້າງບັນຍາກາດມ່ວນຊື່ນໃນຄອບຄົວ. ແຕ່ອີກດ້ານຫນຶ່ງ ຕາມຄວາມສຳນຶກຂອງຊາວເຜົ່າມົ້ງ ເມື່ອຄອບຄົວໃດມີຜູ້ຖືກເສຍຊີວິດ ຕ້ອງມີສຽງແຄນພາທາງເພື່ອສົ່ງຜູ້ເສຍຊີວິດໄປສູ່ຄະຕິພົບ.
ຊາວເຜົ່າມົ້ງເຄີຍເປົ່າແຄນໃນງານບຸນ
ພາບ:tourdulichsapa.
|
ປະຈຸບັນ ຊາວເຜົ່າມົ້ງເຄີຍເປົ່າແຄນໃນງານບຸນພົວພັນແລກປ່ຽນວັດທະນະທຳສິລະປະ. ຜູ້ເປົ່າແຄນບໍ່ພຽງແຕ່ເປົ່າຊື່ໆເທົ່ານັ້ນ ຫາກຍັງຟ້ອນຕາມຈັງຫວະສຽງແຄນທີ່ຫນ້າຈັບອົກຈັບໃຈອີກດ້ວຍ. ວາດຟ້ອນໃນການເປົ່າແຄນແມ່ນມີຄວາມໝາຍສະເພາະ. ສຽງແຄນ ມີຫລາຍຈັງຫວະ ແລະ ແຕ່ລະຈັງຫວະແມ່ນສະແດງໃຫ້ເຫັນຄວາມຮູ້ສຶກແຕກຕ່າງກັນ, ສະແດງອາລົມຈິດຄວາມຮັກແພງຕໍ່ທຳມະຊາດ, ມະນຸດ, ການພົວພັນລະຫວ່າງບັນດາສະມາຊິກໃນຄອບຄົວ. ສຽງແຄນຄືດັ່ງຄຳເຊີນໝູ່ເພື່ອນໄປຫລິ້ນໃນຍາມລະດູບານໃຫມ່, ຊວນໝູ່ໄປຕະຫລາດ, ອວຍພອນກັນ. ສຳລັບຊາວເຜົ່າມົ້ງແລ້ວ ເມື່ອລະດູບານໃຫມ່ວຽນມາ ໃນງານບຸນຕ່າງໆ, ເມື່ອໄປຕະຫລາດ ນອກຈາກ ບັນດາການລະຫລິ້ນພື້ນເມືອງນັ້ນ ສຽງແຄນແມ່ນສິ່ງທີ່ຂາດບໍ່ໄດ້. ຊາວເຜົ່າມົ້ງມີຄວາມສຳນຶກວ່າ ເປັນຜູ້ຊາຍເຜົ່າມົ້ງຕ້ອງຮູ້ຈັກການເປົ່າແຄນ, ຮູ້ຈັກ ຟ້ອນຕາມຈັງຫວະສຽງແຄນ ແລະ ການຟ້ອນບໍ່ແມ່ນເລື່ອງງ່າຍດາຍ ມັນປຽບເໝືອນຄືການສະແດງມວຍສິລະປະ ດ້ວຍບັນດາທ່າຟ້ອນແຕກຕ່າງກັນ ທັງອ່ອນຊອ້ຍ ທັງແຮງກ້າ. ເປົ່າແຄນເປັນ ກໍ່ແມ່ນເລື່ອງຍາກແລ້ວ ຫາກທັງເປົ່າທັງຟ້ອນຕາມຈັງຫວະສຽງແຄນຍິ່ງຍາກກວ່າ. ສະນັ້ນ ບັນດາອ້າຍບ່າວຊາວເຜົ່າມົ້ງຕ້ອງຮຽນການເປົ່າແຄນນັບແຕ່ຄາວຍັງນ້ອຍເພື່ອໃຫ້ເວລາເຕີບໃຫຍ່ຂຶ້ນສາມາດເປົ່າແຄນໄດ້ໃນການພົບປະແລກປ່ຽນກັບໝູ່ເພື່ອນ. ນັກສິລະປະການເປົ່າແຄນ ຫລີວັນຊີ່ງ ຢູ່ ແຂວງ ທາຍງວຽນ ໃຫ້ຮູ້ວ່າ:
“ຊາຍຫນຸ່ມເຜົ່າມົ້ງຜູ້ຫນຶ່ງເມື່ອເຕີບໃຫຍ່ຂຶ້ນມາຕ້ອງຮູ້ຈັກເປົ່າແຄນ. ເພື່ອເປົ່າແຄນເປັນຂ້າພະເຈົ້າຕ້ອງຮຽນໃນຄາວມີອາຍຸ 3 ປີ ແລະ ຮອດ 18 ປີ ຢາກຊອກຄົນຮັກ ຫລື ພົວພັນແລກປ່ຽນກັບໝູ່ເພື່ອນຕ້ອງເອົາແຄນມາເປົ່າ.”
ສຳລັບຊາວເຜົ່າມົ້ງ, ສຽງແຄນແມ່ນວິນຍານຂອງຊາວເຜົ່າມົ້ງ ຝາກຝັງ ຄວາມໃນໃຈຂອງຕົນຕໍ່ວົງຄະນາຍາດ, ທຳມະຊາດ, ພູຜາປ່າໄມ້, ສະແດງໃຫ້ເຫັນຄຸນຄ່າດ້ານວັດທະນະທຳ, ເຮັດໃຫ້ສີສັນເຜົ່າມົ້ງມີຈຸດພິເສດສະເພາະ. ບັນດາວາດຟ້ອນຕາມຈັງຫວະສຽງແຄນ ຍາມໃດກໍ່ມີເນື້ອໃນຄຶ້ນຄື້ນມ່ວນຊື່ນ ມີຄວາມໝາຍອວຍພອນ ເຊີນໝູ່ເພື່ອນພ້ອມກັນລະຫລິ້ນ, ປະກອບສ່ວນເຮັດໃຫ້ຄວາມຮັກລະຫວ່າງໝູ່ເພື່ອນນຳກັນ, ຄວາມຮັກຕໍ່ບ້ານເມືອງມີຄວາມສະຫນິດຕິດພັນຕື່ມອີກ.