(vovworld) - ແຂກທ່ອງທ່ຽວຫຼາຍຄົນເມື່ອມາຢ້ຽມຢາມ ລ້າງເຊີນ, ຕອນດິນເໜືອສຸດຂອງຫວຽດນາມ, ລ້ວນແຕ່ມີຄວາມປະທັບໃຈທີ່ສຸດຕໍ່ບັນດາໝູ່ບ້ານຂອງຊາວເຜົ່ານຸ່ງທີ່ຕັ້ງຢູ່ເນີນພູ, ແຄມຮ່ອມພູງຽບສະຫງົບ ແລະ ຫ້ວຍນຳ້ທີ່ງາມດັ່ງໃນຝັນ. ດ້ວຍປະເພນີດຳເນີນຊີວິດທີ່ລຽບງາຍຂອງຊາວເຜົ່ານຸ່ງຢູ່ໝູ່ບ້ານ ຈີລັງ, ເມືອງ ຈີລັງ, ໄດ້ເຮັດໃຫ້ຜູ້ມາແຫ່ງນີ້ຮູ້ສຶກວ່າມີຄວາມສະຫງົບສຸກ, ແລະ ອົບອຸ່ນທີ່ສຸດ.
(ພາບປະກອບ)
ຫ່າງຈາກນະຄອນຫຼວງ ຮ່າໂນ້ຍປະມານ 120 ກມ, ເມືອງ ຈີລັງ, ແຂວງ ລ້າງເຊີນ, ແມ່ນເຂດພູດອຍ, ທີ່ມີພູມປະເທດທຸລະກັນດານ, ດ້ວຍອາຍຈີລັງທີ່ມີຊື່ສຽງ, ຕິດພັນກັບປະຫວັດແຫ່ງການຕໍ່ສູ້ຕ້ານເສິກຕ່າງດ້າວຮັກສາປະເທດ. ນີ້ກໍ່ແມ່ນແຫ່ງທີ່ມີຊາວເຜົ່ານຸ່ງດຳລົງຊີວິດເປັນຈຳນວນຫຼວງຫຼາຍ. ທັງເມືອງ ຈີລັງມີ 19 ຕາແສງ, ຕາແສງໃດກໍ່ມີຊາວເຜົ່ານຸ່ງ. ກໍ່ເຊັ່ນດຽວກັບຊາວເຜົ່ານຸ່ງຢູ່ບັນດາທ້ອງຖີ່ນອື່ນໆ, ຊາວເຜົ່ານຸ່ງຢູ່ ຈີລັງຍັງຄົງຮັກສາບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊົນເຜົ່າຕົນໄວ້ໄດ້. ປ້າ ຈ້ຽວຖູຍຕຽນ, ພະນັກງານວັດທະນະທຳແຂວງ ລ້າງເຊີນ, ໃຫ້ຮູ້ວ່າ:
“ນັບແຕ່ກີ້ແຕ່ກ່ອນມານີ້, ຊາວເຜົ່ານຸ່ງດຳລົງຊີວິດເປັນໝູ່ບ້ານ, ບາງເທື່ອເປັນວົງຕະກຸນໃນທ້ອງຖີ່ນ. ຊາວເຜົ່ານຸ່ງມີທັດສະນະຄ້າຍຄືກັນກັບຊາວກິງທີ່ວ່າ “ຂາຍຍາດຕິພີ່ນ້ອງຢູ່ໄກ, ຊື້ເພື່ອບ້ານຢູ່ໃກ້“, ໝາຍຄວາມວ່າຍາດຕິພີ່ນ້ອງຢູ່ໄກ, ບໍ່ເທົ່າກັບຜູ້ຢູ່ຕິດກັບຕີນຂັ້ນໄດຂອງຕົນ, ຍາມໃດກໍ່ສາມາດຊ່ວຍເຫຼືອເຊິ່ງກັນແລະກັນໄດ້. ສ່ິງດັ່ງກ່າວຍັງສະແດງໃຫ້ເຫັນຄວາມເອົາໃຈໃສ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນປະຊາຄົມຊາວເຜົ່ານຸ່ງອີກ“.
ບັນດາໝູ່ບ້ານຂອງຊາວເຜົ່ານຸ່ງເຄີຍຕັ້ງຢູ່ເຂດພູສູງ. ຈາກທາງຫຼວງ 1A, ບ່ອນທີ່ມີປ້າຍໂຄສະນາປູຊະນີຍະສະຖານປະຫວັດສາດ “ອາຍຈີວັງ“ ລ້ຽວໄປຕາມເສັ້ນທາງດ້ວຍກີ່ວຊັນ, ຫີນກ້ອນກະຕຸກກະຕາດປະມານ 30-40 ກມອີກ, ຈຶ່ງມາຮອດບັນດາໝູ່ບ້ານ: ກໍເຮືອງ, ຖ້ຳນ່າ ແລະ ຫ້ວຍມ້າຂອງຊາວເຜົ່ານຸ່ງໃນຄວາມສູງ 1.200-1.300 ແມັດ ເມື່ອທຽບໃສ່ໜ້ານຳ້ທະເລ. ເຖິງວ່າໄປມາປະສົບກັບຄວາມຫຍຸ້ງຍາກ, ແຕ່ເຂດດິນແຫ່ງນີ້ພັດມີທັດສະນີຍະພາບທີ່ສວຍງາມ, ເຮັດໃຫ້ນັກທ່ອງທ່ຽວເມື່ອມາຢ້ຽມຢາມຕ່າງກໍ່ຮູ້ສຶກວ່າຕົນເອງພວມຫຼົງທາງເຂົ້າສູ່ໂລກອື່ນ. ນັ້ນແມ່ນເຂດພູພຽງທີ່ຂຽວອຸ່ມທູ່ມ, ພ້ອມກັບຝູງແບ້, ຝູງມ້າຂອງຊາວເຜົ່ານຸ່ງທີ່ພວມກິນຫຍ້າຢ່າງສະບາຍ. ນັບແຕ່ດົນນານມາແລ້ວ, ຊາວເຜົ່ານຸ່ງຢູ່ບັນດາໝູ່ບ້ານນີ້ມີຄວາມເກັ່ງກ້າທີ່ສຸດໃນການລ້ຽງສັດ. ຊີວິດການເປັນຢູ່ໃນເຂດບ້ານນາແຫ່ງນີ້ຍາມໃດກໍ່ສະຫງົບງຽບ. ຄວາມຮັກແພງແຂກ, ແບບແຜນດຳລົງຊີວິດ, ອາຫານທີ່ເປັນເອກະລັກສະເພາະຂອງເຂົາເຈົ້າໄດ້ສ້າງຄວາມປະທັບໃຈຍາກທີ່ຈະລືມໄດ້ໃຫ້ແກ່ນັກທ່ອງທ່ຽວແຕ່ລະຄົນເມື່ອມີໂອກາດມາແຫ່ງນີ້.
(ພາບປະກອບ)
ໃນຊຸມປີມໍ່ໆມານີ້, ຢູ່ບັນດາໝູບ້ານໃນເຂດຕຳ່ກວ່າ, ພໍ່ແມ່ປະຊາຊົນຍັງລ້ຽງສັດ, ປູກເຂົ້າ ສົມທົບກັບການປູກຕົ້ນໄມ້ອຸດສາຫະກຳ, ຕົ້ນໄມ້ກິນໝາກເພື່ອພັດທະນາເສດຖະກິດ. ໃນຊຸມປີ 80 ຂອງສະຕະວັດທີ 20, ມີບາງຄົນໄດ້ນຳເອົາຕົ້ນຂຽບມາປູກທົດລອງຢູ່ຕາມເນີນພູຫີນປູນ, ຮ່ອມພູທີ່ແຫ້ງແລ້ງຢູ່ ຈີລັງ. ແຕ່ຕົ້ນໝາກຂຽບພັດເໝາະສົມກັບເຂດດິນນີ້, ມາຮອດປະຈຸບັນໄດ້ກາຍເປັນຕົ້ນໄມ້ຕົ້ນຕໍ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງຊາວເຜົ່າຢູ່ທີ່ນີ້ໃຫ້ນັບມື້ນັບດີຂຶ້ນ. ປ້າ ຈ້ຽວທິເຍິດ, ຊາວເຜົ່ານຸ່ງຢູ່ຕາແສງ ຈີລັງ, ໃຫ້ຮູ້ວ່າ:
“ປະຈຸບັນ, ຄອບຄົວພວກຂ້າພະເຈົ້າທັງປູກເຂົ້າ, ທັງປູກຕົ້ນໝາກຂຽບ ແລະ ລ້ຽງສັດອີກ. ໃນນັ້ນຕົ້ນໝາກຂຽບແມ່ນແຫຼ່ງລາຍຮັບຕົ້ນຕໍຂອງຄອບຄົວ. ຍ້ອນເຫດນັ້ນຄອບຄົວຂ້າພະເຈົ້າຈຶ່ງສາມາດປຸກສ້າງເຮືອນ ແລະ ຊື້ເຄື່ອງໃຊ້ໃນຄອບຄົວຕື່ມອີກ“.
ພ້ອມກັບການພັດທະນາຂອງສັງຄົມ, ບັນດາໝູ່ບ້ານຂອງຊາວເຜົ່ານຸ່ງຢູ່ເມືອງ ຈີລັງກໍ່ມີການປ່ຽນແປງ. ບໍ່ມີເຮືອນຮ້ານ, ເຮືອນດິນທີ່ເປັນມູນເຊື້ອຫຼາຍອີກ, ແທນທີນັ້ນແມ່ນເຮືອນດິນຈີ່, ເຮືອນຕຶກທີ່ໄດ້ຮັບການກໍ່ສ້າງຢ່າງໃຫຍ່ໂຕ ແລະ ສວຍງາມ. ໃນການດຳລົງຊີວິດປະຈຸບັນນີ້, ເຖິງວ່າຍັງປະສົບກັບຄວາມຫຍຸ້ງຫຼາຍຢ່າງ, ແຕ່ລູກຫຼານວົງຕະກູນຕ່າງໆໃນໝູ່ບ້ານຂອງຊາວເຜົ່ານຸ່ງຍັງຄົງຮັກສາມູນເຊື້ອສາມັກຄີ, ພ້ອມກັນສ້າງສາບ້ານເກີດເມືອງນອນໃຫ້ນັບມື້ນັບຮັ່ງມີສວຍງາມ.