ການສູ້ຢັນກັນບົນເວທີການເມືອງອີຢິບ

ການສູ້ຢັນກັນບົນເວທີການເມືອງອີຢິບ - ảnh 1
ສຳນັກງານສະພາແຫ່ງຊາດ ອີຢິບເມື່ອວັນທີ 10/7 (ພາບ: AP)

    ຄວາມ​ເຄັ່ງ​ຕຶງ​ບົນ​ເວທີ​ການ​ເມືອງ​ອີ​ຢິບ​ພວມກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່​ພາຍຫຼັງ​ຄຳ​ຕັດສິນ​ຂອງ​ສານ​ສູງ​ສຸດ​ໃຫ້​ຍຸບ​ເລິກ​ສະພາ​​ແຫ່ງຊາດ ແລະ ສະກັດ​ກັ້ນ​ລັດຖະ ບັນຍັດຂອງ​ປະທານາ​ທິບໍດີກ່ຽວ​ກັບ​ການ​ຟື້ນ​ຟູ​ສະພາ​ແຫ່​ງຊາດ. ການ​ຜັນ​ແປ​ເຫຼົ່າ​ນັ້ນ ​ໄດ້​ເປີດ​ຊອງ​ທາງ​ໃຫ້​ແກ່​ການ​ສູ້​ຢັນ​ກັນ​ທີ່​ເຄັ່ງ​ຕຶງ​ລະຫວ່າງ​ທ່ານ Mohamed Morsy ປະທາ​ນາ​ບໍດີຜູ້​ຫາ​ກໍ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ກັບ​ກອງທັບ​ອີ​ຢິບ, ຊຶ່ງ​ໄດ້​ເຄີຍ​ກຳ​ອຳນາດ​ບົນ​ເວທີ​ການ​ເມືອງ.

      ​ໂດຍ​ບໍ່​ນອນ​ນອກ​ເໜືອ​ຈາກ​ການ​ຄາດ​ຄະ​ເນ, ພາຍຫຼັງການ​ເລືອກ​ຕັ້ງປະທາ ນາທິບໍດີຄັ້ງ​ປະຫວັດສາດ, ເວທີ​ການ​ເມືອງອີ​ຢິບ ຍັງ​ຄົງ​ຖືກ​ຕົກ​ເຂົ້າ​ສູ່​ສະພາບ​ທີ່​ສັບສົນ​ດ້ວຍ​ການ​ຍາດ​ຊິງ​ສິດ​ອຳນາດ. ພາຍຫຼັງ​ທີ່ປະທານາ​ທິບໍດີຄົນ​ໃໝ່​ທ່ານ Mohamed Morsy ອອກລັດຖະບັນຍັດກ່ຽວ​ກັບ​ການ​ຟື້ນ​ຟູ​ສະພາ​ແຫ່​ງຊາດຊຶ່ງ​​ເຄີຍ​ຖືກ​ສານ​ລັດຖະທຳ​ມະນູນ​ສູງ​ສຸດ​ອອກ​ຄຳ​ຕັດສິນ​ໃຫ້​ຍຸບ​ເລິກ​ເມື່ອ 8/7, ຫາງ​ສຽງ​ອີ​ຢິບ​ໄດ້​ມີບັນດາ​ປະຕິກິລິຍາ​ທີ່​ກົງກັນຂ້າມ​ກັນ. ​ໃນ​ຂະນະ​ທີ່​ກອງທັບ ​ແລະ ສານ​ລັດຖະທຳ​ມະນູນ​ສູງ​ສຸດຖະ​ແຫຼ​ງວ່າ ທຸກ​ຄຳ​ຕັດສິນ​ຂອງ​ສານ​ລ້ວນ​ແຕ່​ຕ້ອງ​ຮັບ​ຄວາມ​ເຄົາລົບ​ນັ້ນ, ລັດຖະບານ​ຂອງ ທ່ານປະທາ​ນາ​ບໍດີ Mohamed Morsy ຢືນຢັນ​ວ່າ ລັດຖະບັນຍັດ​ກ່ຽວ​ກັບ​ການ​ຟື້ນ​ຟູ​ສະພາ​ແຫ່​ງຊາດແມ່ນອີງບົນລະບຽບ ການລັດຖະທຳມະນູນ. ການກະທຳຂອງທ່ານປະທາ​ນາ​ບໍດີ Mohamed Morsy ເກືອບຄືວ່າຈະກໍ່ໃຫ້ເກີດຄວາມຂັດແຍ້ງກັນກັບວົງການ ນາຍທະຫານທີ່ມີສິດອຳນາດ.

    ວັນທີ 10/7 ສານ​ລັດຖະທຳ​ມະນູນ​ສູງ​ສຸດອີຢິບໄດ້ຊັດມ້ຽນ ລັດຖະບັນຍັດ ຂອງ​ປະທານາ​ທິບໍດີ Mohamed Morsy ແລະ ຖະແຫຼງວ່າຄຳຕັດສິນ ກ່ອນໜ້ານັ້ນຂອງສານທີ່ຖືວ່າ ການ​ເລືອກ​ຕັ້ງແມ່ນບໍ່ຖືກຕ້ອງຕາມລັດຖະທຳ ມະນູນ ແລະ ໃຫ້ຍຸບເລີກສະພາແຫ່ງຊາດ, ແມ່ນຕ້ອງໄດ້ຮັບການປະຕິບັດ. ກ່ອນໜ້ານັ້ນ,ຄືວັນທີ່ 8/7ສະພາສູງສຸດບັນດາກຳລັງປະກອບອາວຸດຂອງ ປະເທດ ນີ້ ຊຶ່ງ​ໄດ້​ເຄີຍ​ມອບ​ໂອນ​ສິດ​ອຳນາດ​ໃຫ້​ປະທານາທິບໍດີ​ Mohamed Morsy ສັງກັດ​ຂະ​ບວນການ​ອ້າຍ​ນ້ອງອິດສະ​ລາມ​ເມ​ື່ອ​ເດືອນ​ແລ້ວ​ນີ້, ​ໄດ້​ດຳ​ເນີນ​ການ​ປະຊຸມ​ດ່ວນ​ເພື່ອປຶກສາ​ຫາລື​ກ່ຽວ​ກັບ ລັດຖະບັນຍັດວ່າ​ດ້ວຍ​ການ​ຟື້ນ​ຟູ​ສະພາ​ແຫ່​ງຊາດທີ່​ຖືກ​ຍຸບ​ເລີກ​ກ່ອນ​ນີ້. ການ​ປະຊຸມ​ໂດຍ​ແມ່ນ​ນາຍ​ພົນ​ອາວຸ​ໂສ Hussein Tantawi ຜູ້ນຳສະພາສູງສຸດບັນດາກຳລັງປະກອບອາວຸດ ບໍລິຫານປະ​ເທດ ​ອີ​ຢິບ​ພາຍຫຼັງ​ທີ່​ອະດີດ​ປະທານາທິບໍດີ Hosni Mubarak ຖືກ​ໂຄນ​ລົ້ມ​ເມື່ອ​ປີ 2011 ​ເປັນ​ປະທານ, ​ແນ​ໃສ່​ຄົ້ນ​ຄ້ວາ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ຜົນ​ກະທົບ​ຂອງ​ຄຳ​ຕັດສິນ​ຟື້ນ​ຟູ​ສະພາ​ແຫ່ງ​ຊາດ​ຂອງທ່ານປະທາ​ນາ​ບໍດີ Mohamed Morsy . ​ໃນ​ຂະນະ​ນັ້ນ,ວັນ​ທີ 10/7 ສະພາ​ແຫ່ງ​ຊາດ​ອີ​ຢິບ​ໄດ້​ຮຽກ​ໂຮມ​ກອງ​ປະຊຸມ. ພິທີ​ໄຂ​ກອງ​ປະຊຸມ​ໄດ້​ຮັບ​ການຖ່າຍ​ທອດ​ສົດ​ທາງ​ໂທລະພາບ. ປະທານ​ສະພາ​ແຫ່ງ​ຊາດ ທ່ານ Saad al-Katatni ​ເວົ້າ​ວ່າ ກອງ​ປະຊຸມ​ແມ່ນ​ເພື່ອ​ແນ​ໃສ່​ພິຈາລະນາ​ບັນດາ​ຄຳ​ຕັດສິນ​ຂອງ ສານ​ລັດຖະທຳ​ມະນູນ​ສູງ​ສຸດ. ຫາງ​ສຽງ​ຖື​ວ່າ ຄວາມ​ຂັດ​ແຍ້​ງ​ເຫຼົ່ານີ້ພວມ​ເຮັດ​ໃຫ້​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ ປະທາ​ນາ​ບໍດີ Mohamed Morsy, ສານ​ລັດຖະທຳ​ມະນູນ​ສູງ​ສຸດ ​ແລະ ສະພາສູງສຸດບັນດາກຳລັງປະກອບ ອາວຸດ. ຕໍ່ໜ້າ​ບັນດາ​ການ​ຜັນ​ແປ​ໃໝ່​ບົນ ເວທີ​ການ​ເມືອງອີ​ຢິບ, ວັນ​ທີ 10/7, ທ່ານ​ນາງ Hillary Clinton ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ໄດ້​ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ​ຄວນ​ດຳ​ເນີນ​ການ​ເຈລະຈາ​ເພື່ອ​ຢຸດຕິ​ສະພາບ​ວິ​ກິດ​ການ.

    ຕາມລັດຖະບັນຍັດ​ເມື່ອ​ວັນ​ທີ 8/7 ຂອງ​ປະທາ​ນາ​ບໍດີ Mohamed Morsy, ສະພາ​ແຫ່ງ​ຊາດ​ຈະ​ໄດ້​ຮັບ​ການ​ຟື້ນ​ຟູ​ຈົນ​ກ່ວາ​ເວລາ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່. ລັດຖະບັນຍັດ​ສະບັບ​ນີ້​ໄດ້​ຮັບ​ຖື​ວ່າ ການ​ຕ່າວ​ປິ້ນຂໍ້​ຕົກ​ລົງ​ເມື່ອ​ເດືອນ​ແລ້ວ​ນີ້​ຂອງ ສະພາສູງສຸດບັນດາກຳລັງປະກອບອາວຸດ​ໃຫ້ຍຸບເລີກສະພາແຫ່ງຊາດ​ໂດຍ​ອີງ​ໃສ່​ຕາມ​ຄຳ​ຕັດສິນ​ຂອງສານ​ລັດຖະທຳ​ມະນູນ​ສູງ​ສຸດ. ຍ້ອນ​ວ່າ ວັນ​ທີ 14/6 ສານ​ໄດ້​ຕັດສິນ​ວ່າ 1/3 ຂອງ​ຈຳນວນ​ທີ່​ນັ່ງ​ໃນສະພາແຫ່ງຊາດຊຶ່ງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ໃນ​ຕົ້ນປີ​ນີ້ ​ແມ່ນ​ບໍ່​ຖືກຕ້ອງ, ພ້ອມ​ກັນ​ນັ້ນ ກົດໝາຍ​ວ່າ​ດ້ວຍ​ການ​ແຍກ ບັນ​ຫາ​ການ​ເມືອງ ​ເກືອດ​ຫ້າມ​ບັນ​ດາ​ເຈົ້າ​ໜ້າ​ທີ່​ໃນ​ລະບອບ​ເກົ່າ​ເຄືອ​່ນ​ໄຫວ​ດ້ານ​ການ​ເມືອງ​ແມ່ນ​ລະ​ເມີດ​ລັດຖະທຳ​ມະນູນ. ວັນ​ທີ 15/6 ກ່ອນ​ທີ່​ດຳ​ເນີນ​ການ​ເລືອກ​ຕັ້ງປະທານາທິບໍ​ດີ​ຮອບ​ທີ່ 2 ຢູ່​ອີ​ຢິບພຽງ 1 ວັນ, ສະພາສູງສຸດບັນດາກຳລັງ ປະກອບອາວຸດ​ໄດ້​ອອກ​ຄຳ​ສັ່ງຍຸບເລີກສະພາແຫ່ງຊາດຕາມ​ຕຳ​ຕັດສິນ​ຂອງສານ​ລັດຖະທຳ​ມະນູນ​ສູງ​ສຸດ. ​ໃນການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ເມື່ອ​ຕົ້ນ​ປີ​ນີ້, ພັກ​ຍຸດຕິ​ທຳ ​ແລະ ພັດທະນາ (FJP) ຂອງ​ອົງການ​ອ້າຍ​ນ້ອງ​ອິດສະ​ລາມຍາດ​ໄດ້ 235 ທີ່​ນັ່ງ​ໃນ​ຍອດ​ຈຳນວນ 508 ທີ່​ນັ່ງ, ​ເທົ່າ​ກັບ​ 47,18% ຈຳນວນ​ທີ່​ນັ່ງ​ຢູ່​ສະພາ​ຕຳ່.

  ບັນຫາ​ຢູ່​ນີ້​ແມ່ນ​ຄວາມ​ຂັດ​ແຍ້ງກັນ​ລະຫວ່າງ​ກອງທັບ ​ແລະ ອົງການ​ອ້າຍ​ນ້ອງ​ອິດສະ​ລາມ. ​ເລື່ອງ​ ທ່ານ Mohamed Morsy ກາຍ​ເປັນປະທາ​ນາ​ບໍດີຄົນ​ໃໝ່​ຂອງ​ອີ​ຢິບ ​ໄດ້​ເປັນ​ຂີດ​ໝາຍ​ບາດ​ລ້ຽວ​ໃນ​ວິວັດທະນາ​ການ​ມຸ່ງ​ໄປ​ສູ່​ພື້ນຖານປະຊາ ທິປະ​ໄຕ​ຢູ່​ອີ​ຢິບ ນັບ​ແຕ່​ພາຍຫຼັງ ປະທານາທິບໍດີ Hosni Mubarak ຖືກ​ໂຄ່ນ​ລົ້ມ. ​ໄຊຊະນະ​ຂອງ​ທ່ານ​ໄດ້​​ເປີດ​ຊອງ​ທາງ​ໃຫ້​ ອົງການ​ອ້າຍ​ນ້ອງ​ອິດສະ​ລາມຂຶ້ນ​ກຳ​ອຳນາດ​ພາຍຫຼັງ 84 ປີ ນັບ​ຕັ້ງ​ແຕ່​​ເວລາ​ອົງການ​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ. ​ແຕ່​ຍ້ອນ​ສິ່ງ​ນີ້​ເອງ, ​ໄດ້​ເປີດ​ສາກ​ໃຫ້​ແກ່​ການ​ຍາດ​ຊິງ​ສິດ​ອຳນາດ​ລະຫວ່າງ ອົງການ​ອ້າຍ​ນ້ອງ​ອິດສະ​ລາມ​ໂດຍ ທ່ານ Mohamed Morsy ​ເປັນ​ຜູ້ຕາງໜ້າ ກັບ​ຝ່າຍ​ກອງທັບ ຊຶ່ງ​ໄດ້​ກຳ​ອຳນາດ​ຢູ່​ປະ​ເທດ​ນີ້​ມາ​ແຕ່​ດົ​ນນານ. ​ເລື່ອງ ທ່ານປະທາ​ນາ​ບໍດີຄົນ​ໃໝ່​ປະກາດ​ໃຊ້ລັດຖະບັນຍັດກ່ຽວ​ກັບ​ການ​ຟື້ນ​ຟູ​ສະພາ​ແຫ່​ງຊາດ ​ໂດຍ ອົງການ​ອ້າຍ​ນ້ອງ​ອິດສະ​ລາມກວມ​ທີ່​ນັ່ງ​ສ່ວນ​ຫຼາຍ​ນັ້ນ​ ​ແມ່ນ​ເຫດການ​ທຳ​ອິດ​ທີ່​ກໍ່​ໃຫ້​ເກີດ​ຄວາມ​ຂັດ​ແຍ້​ງກັນ​ດັ່ງກ່າວ. ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ການ​ກະທຳ​ນີ້ຂອງທ່ານປະທາ​ນາ​ບໍດີ Mohamed Morsy ​ແມ່ນ​ເພື່ອ​ແນ​ໃສ່​ປະຕິບັດ​ຈຸດໝາຍ​ຍາດ​ເອົາ​ສິດ​ອຳນາດ​ຈາກ​ກຳມື​ຂອງ​ກອງທັບ. ​ການ​ຟື້ນ​ຟູການ​ເຄື່ອນ​ໄຫວ​ຂອງ ​ສະພາ​ແຫ່​ງຊາດກໍ​ເພື່ອ​ແນ​ໃສ່​ເປີດ​ກ້ວາງ​ບັນດາ​ສິດ​ອຳ​ນາດ​ຂອງ​ປະທານາທິບໍດີ ທີ່​ມີ​ຕໍ່​ບັນດາ​ນະ​ໂຍບາຍ​ທີ່​ສຳຄັນ​ຂອງ​ປະ​ເທດ​ຊາດ. ຍ້ອນ​ວ່າ​ໃນ​ຂະນະ​ທີ່​ສະພາ​ແຫ່ງ​ຊາດ​ຖືກ​ຍຸບເລີກ, ຄວາມ​ຂັດ​ແຍ້​ງກັນກ່ຽວ​ກັບ​ວິທີຈັດແບ່ງສິດອຳນາດຢູ່ ປະເທດນີ້ລະຫວ່າງກອງທັບ ແລະ ອົງການ​ອ້າຍ​ນ້ອງ​ອິດສະ​ລາມເພີ່ມທະວີຂຶ້ນ. ຍ້ອນເຫດນີ້, ໄດ້ເຮັດໃຫ້ຄວາມໝາຍຂອງໄຊຊະນະຂອງທ່ານ Mohamed Morsy ຖືກສູນເສຍໄປ.

    ຈາກບັນດາການຜັນແປຂອງສະພາບການບົນ ເວທີ​ການ​ເມືອງອີ​ຢິບ, ຫາງສາງ ຖືວ່າ ປະເທດນີ້ຈະກ້າວເຂົ້າສູ່ ວິກິດການເມືອງຄັ້ງໃໝ່. ຄວາມຂັດແຍ້ງກັນ ລະຫວ່າງອຳນາດການປົກຄອງປະຈຸບັນ ແລະ ຝ່າຍກອງທັບແມ່ນ ບໍ່ອາດຈະຢຸດຕິ ລົງໃນໄວໆນີ້.

ຕອບກັບ

ຂ່າວ/ບົດ​ອື່ນ