(vovworld)- ສະພາຕຳ່ ອາເມລິກາ ຫາກໍ່ຮັບຮອງເອົາອັນທີ່ເອີ້ນວ່າ“ຮ່າງກົດໝາຍສິດທິມະນຸດ ຫວຽດນາມປີ 2013 ດ້ວຍໝາຍເລກ: HR 1897” ທີ່ຮຽກຮ້ອງໃຫ້ລັດຖະບານອາເມລິກາ ຕ້ອງນຳບັນດາເງື່ອນໄຂກ່ຽວກັບສິດທິມະນຸດ ແລະ ປະຊາທິປະໄຕຕິດພັນກັບການຊ່ວຍເຫລືອໄຮ້ມະນຸດສະທຳທີ່ສະຫງວນໃຫ້ແກ່ຫວຽດນາມ. ເລື່ອງຮັບຮອງເອົາຮ່າງກົດໝາຍສະບັບດັ່ງກ່າວດ້ວຍບັນດາຂໍ້ມູນຂ່າວສານທີ່ຜິດເຂວ, ຂາດລັກສະນະພາວະວິໄສກ່ຽວກັບສະພາບການປະຕິບັດສິດທິມະນຸດ ແລະ ສິດເສລີພາບໃນການເຊື່ອຖືສາສະຫນາ ຢູ່ຫວຽດນາມ ເປັນທີ່ຈະແຈ້ງແລ້ວວ່າແມ່ນການກະທຳໄປຝືນກັບການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ອາເມລິກາ ທີ່ພວມໄດ້ຮັບການຜັນຂະຫຍາຍໃນຄວາມຈິງລະຫວ່າງ ການນຳ ແລະ ປະຊາຊົນສອງປະເທດ
ຮ່າງກົດໝາຍສິດທິມະນຸດຫວຽດນາມ H.R 1897 ໂດຍສະມາຊິກສະພາສອງທ່ານທີ່ຂຶ້ນກັບພັກສາທາລະນະລັດ ນັ້ນແມ່ນທ່ານ Ed Royce ແລະ ທ່ານ Chris Smith ລິເລີ່ມ. ຮ່າງກົດໝາຍສະບັບນີ້ ໄດ້ຮຽກຮ້ອງໃຫ້ລັດຖະບານ ອາເມລິກາ ຢຸດຕິບັນດາບ້ວງຊ່ວຍເຫລືອໄຮ້ມະນຸດສະທຳໃຫ້ແກ່ຫວຽດນາມ, ຮຽກຮ້ອງໃຫ້ ຫວຽດນາມ ມີບັນດາຄວາມຄືບຫນ້າສຳຄັນ ແລະ ເຂັ້ມງວດໃນຂົງເຂດສິດທິມະນຸດ, ທວງໃຫ້ຫວຽດນາມຈົ່ງປ່ອຍຕົວບັນດາຜູ້ລະເມີດກົດໝາຍ ຊື່ງເຂົາເຈົ້າເອີ້ນວ່າ : ນັກໂທດການເມືອງ ແລະ ເຄົາລົບສິດເສລີພາບໃນການເຊື່ອຖືສາສະຫນາ. ບັນດາຜູ້ລິເລີ່ມຮ່າງກົດໝາຍດັ່ງກ່າວຍັງຮຽກຮ້ອງໃຫ້ລັດຖະບານ ອາເມລິກາ ນຳຫວຽດນາມ ເຂົ້າບັນຊີລາຍຊື່“ບັນດາປະເທດຄວນເອົາໃຈໃສ່ເປັນພິເສດເຖິງບັນຫາສິດເສລີໃນການເຊື່ອຖືສາສະຫນາ.”
ກ່ອນອື່ນໝົດ ຄວນຢືນຢັນວ່າ: ຮ່າງກົດໝາຍສິດທິມະນຸດຫວຽດນາມ ປີ 2013 ບໍ່ມີຫຍັງໃຫມ່ເມື່ອທຽບໃສ່ອັນທີ່ເອີ້ນວ່າ“ຮ່າງກົດໝາຍສິດທິມະນຸດຫວຽດນາມ” ຊື່ງສະມາຊິກສະພາຈຳນວນຫນຶ່ງຂອງອາເມລິກາທີ່ຂາດເຈດຕະນາດີ ເຄີຍຍື່ນ ສະເຫນີຕໍ່ສະພາຕຳ່ໃນປະຈຳປີ. ທ່ານ ຫງວຽນແທນເຊີນ ຫົວຫນ້າຫ້ອງການປະຈຳສິດທິມະນຸດ ຫວຽດນາມ ໃຫ້ຮູ້ວ່າ: ບັນດາບັນຫາໃນຮ່າງກົດໝາຍສິດທິມະນຸດຫວຽດນາມປີ 2013 ທີ່ຖືກຍົກອອກໃນການເຈລະຈາສິດທິມະນຸດ ຫວຽດນາມ - ອາເມລິກາ ຄັ້ງທີ 17 ຊື່ງດຳເນີນໄປໃນເດືອນ 4/2013 ແລະ ຝ່າຍ ຫວຽດນາມ ມີທັດສະນະຢ່າງຈະແຈ້ງວ່າ:
“ໃນວາລະເຈລະຈາ, ຝ່າຍຫວຽດນາມ ກໍ່ໄດ້ຍົກບັນດາບັນຫາ ຊື່ງ ຝ່າຍ ອາເມລິກາ ສົນໃຈ ທີ່ກ່ຽວຂ້ອງເຖິງສິດເສລີພາບໃນການປາກເວົ້າ, ສິດເສລີດ້ານສື່ມວນຊົນ, ຄວາມເສລີໃນການນຳໃຊ້ອິນເຕີແນັດ. ຝ່າຍອາເມລິກາ ຖືວ່າ ຫວຽດນາມ ຈັບຄຸ້ມຂັງ ແລະ ປັບໄຫມລົງໂທດພົນລະເມືອງຈຳນວນຫນຶ່ງ ແມ່ນບັນດາ blogger ຫລື ບາງຄົນນຳໃຊ້ອິນເຕີແນັດ ແລະ ພວກຂ້າພະເຈົ້າໄດ້ເວົ້າຢ່າງກົງໄປກົງມາວ່າ ຫວຽດນາມ ປັບໄຫມລົງໂທດບັນດາບຸກຄົນນີ້ ຍ້ອນເຂົາເຈົ້າມີການກະທຳລະເມີດກົດໝາຍຫວຽດນາມ. ບັນດາບຸກຄົນຄື ຫງວຽນວັນຫາຍ ຫລື ຕ້າຟອງເຕີນ ໄດ້ສວຍໃຊ້ສິດເສລີໃນການປາກເວົ້າ, ສິດເສລີສື່ມວນຊົນ ເພື່ອປະຕິບັດບັນດາການກະທຳຕ້ານລັດຫວຽດນາມ, ໂຄສະນາ, ຍຸ້ແຍ່ແກ່ດຶງຜູ້ອື່ນ, ໃສ່ຮ້າຍປ່າຍສີ, ເສັກສັນປັ້ນແຕ່ງແຜນນະໂຍບາຍຂອງພັກ ແລະ ລັດຫວຽດນາມ.”
ຮ່າງກົດໝາຍສິດທິມະນຸດຫວຽດນາມ ປີ 2013 ຖືກ ຊາວອາເມລິກາເອງ ຄັດຄ້ານກ່ອນທີ່ຍື່ນສະເຫນີຕໍ່ສະພາຕຳ່ ຍ້ອນລັກສະນະຂາດພາວະວິໄສຂອງມັນ. ທ້າຍ ເດືອນ 6 ຜ່ານມາ, ທ່ານ Eni Faleomavaega ສະມາຊິກສະພາຕຳ່, ທັງເປັນສະມາຊິກຂອງອະນຸກຳມາທິການການຕ່າງປະເທດສະພາຕຳ່ ອາເມລິກາ ຮັບຜິດຊອບອາຊີ - ປາຊີຟີກ ໄດ້ຖືວ່າ: ຮ່າງກົດໝາຍສິດທິມະນຸດຫວຽດນາມ ປີ 2013 ບໍ່ສ່ອງແສງຖືກກັບຄວາມຈິງກ່ຽວກັບສະພາບການຢູ່ຫວຽດນາມ ແລະ ຖືກຜົນສະທ້ອນຈາກ ຊາວອາເມລິກາ ເຊື້ອຊາດຫວຽດນາມ ຈຳນວນຫນຶ່ງທີ່ຂາດເຈດຕະນາດີກັບຫວຽດນາມ. ທ່ານ Eni Faleomavaega ຖືວ່າ:ກົນອຸບາຍໂຄ່ນລົ້ມອຳນາດການປົກຄອງ ແລະ ຍົກອອກຂໍ້ມູນທີ່ຜິດເຂວກ່ຽວກັບສະພາບສິດທິມະນຸດຫວຽດນາມ ບໍ່ແມ່ນວິທີເຮັດທີ່ຖືກຕ້ອງ.
ທ່ານ Eni Faleomavaega
ພາບ:vov
|
ຮ່າງກົດໝາຍສິດທິມະນຸດຫວຽດນາມ ປີ 2013 ໄດ້ຮັບການຮັບຮອງເອົາຈາກສະພາຕຳ່ອາເມລິກາ ພາຍຫລັງທ່ານປະທານປະເທດຫວຽດນາມ ເຈືອງເຕີນຊາງ ຢ້ຽມຢາມອາເມລິກາ ພຽງອາທິດຫນຶ່ງ ຊື່ງ ທັງຝ່າຍ ອາເມລິກາ ແລະ ຫວຽດນາມ ລ້ວນແຕ່ຮັບຮູ້ວ່າ ການຢ້ຽມຢາມໄດ້ນຳມາເຊິ່ງໝາກຜົນທີ່ຕັ້ງຫນ້າໃນຖະແຫລງການຮ່ວມລະຫວ່າງສອງປະເທດ. ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີ່ງມີງ, ສະມາຊິກຂອງຄະນະຜູ້ແທນຂັ້ນສູງຫວຽດນາມໄປຢ້ຽມຢາມອາເມລິກາຢ່າງເປັນທາງການໃຫ້ຮູ້ວ່າ:
“ໃນຂົງເຂດສິດທິມະນຸດ, ພວກເຮົາໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບບັນດາຂົງເຂດທີ່ຍັງມີຄວາມແຕກຕ່າງກັນ ແລະ ພວກເຮົາກໍເຕື້ອງເຖິງບັນດານະໂຍບາຍຂອງຫວຽດນາມໃນຂົງເຂດຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. ໃນການຢ້ຽມຢາມອາເມລິກາຂອງປະທານປະເທດເຈືອງເຕີນຊາງ, ຫວຽດນາມ ກໍມີຜູ້ຕາງຫນ້າບັນດາສາສະຫນາເດີນທາງຮ່ວມ ເພື່ອສາມາດແລກປ່ຽນຢ່າງກົງໄປກົງມາກັບຝ່າຍ ອາເມລິກາ ກ່ຽວກັບສິ່ງທີ່ເຂົາເຈົ້າສົນໃຈໃນຂົງເຂດສາສະຫນາຢູ່ ຫວຽດນາມ,ເພື່ອເພີ່ມຄວາມເຂົ້າໃຈກ່ຽວກັບສະພາບສິດເສລີໃນການເຊື່ອຖືສາສະຫນາຢູ່ຫວຽດນາມ.”
ບັນຫາສິດທິມະນຸດ ຈະຖືກຍົກອອກມາປຶກສາຫາລືໃນການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ, ແຕ່ບໍ່ແມ່ນປັດໄຈສາມາດກີດຂວາງການພົວພັນພວມພັດທະນາດີງາມລະຫວ່າງສອງປະເທດໄດ້ຄືດັ່ງທ່ານ Murray Hiebert ຮອງຫົວຫນ້າໂຄງການຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້ ຂຶ້ນກັບສູນຄົ້ນຄ້ວາຍຸດທະສາດ ແລະ ສາກົນ ມີຄວາມເຊື່ອໝັ້ນຜ່ານເນື້ອໃນການຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມປະຈຳອາເມລິກາວ່າ:
“ແງ່ຫວັງການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ແມ່ນສົດໃສ. ສອງປະເທດໄດ້ເປີດຫນ້າປະຫວັດສາດໃຫມ່. ສອງປະເທດໄດ້ກຳນົດການພົວພັນຄູ່ຮ່ວມມືຮອບດ້ານ ແລະ ຄວນກຳນົດບັນດາເນື້ອໃນຮ່ວມມືລະອຽດໃນບັນດາຂົງເຂດຄື: ການທະຫານ, ການສຶກສາ,ສິ່ງແວດລ້ອມ…ກາລະໂອກາດພວມມີຫລາຍຢູ່ ແຕ່ທັງຫວຽດນາມ ແລະ ອາເມລິກາ ຄວນມີວິທີສຳພັດຕັ້ງຫນ້າ ແລະ ເປັນເຈົ້າການເພື່ອນຳການພົວພັນຄູ່ຮ່ວມມືຮອບດ້ານເຂົ້າສູ່ສະພາບແທດຈິງ.”
ເປັນອັນວ່າ ດ້ວຍການຮັບຮອງເອົາ ຮ່າງກົດໝາຍສິດທິມະນຸດຫວຽດນາມ 2013, ສະພາຕຳ່ ອາເມລິກາ ມີການກະທຳຝືນກັບທ່າອ່ຽງພັດທະນາອັນດີງາມຂອງສາຍພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ. ບັນດາການກະທຳນີ້ຈະບໍ່ອາດສົ່ງຜົນສະທ້ອນບໍ່ດີເຖິງການພົວພັນອັນດີງາມລະຫວ່າງສອງປະເທດໄດ້ ແລະ ບັນດາວາລະເຈລະຈາສິດທິມະນຸດລະຫວ່າງສອງປະເທດ ຍັງຄົງສືບຕໍ່ປະຕິບັດເພື່ອບັນລຸຄວາມເຂົ້າອົກເຂົ້າໃຈລວມກ່ຽວກັບບັນຫານີ້.