ຂີດໝາຍຂອງກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13


(vovworld)- ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາກວ່າ 1 ເດືອນ, ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ໄດ້ອັດ​ລົງ ແລະ ສຳ​ເລັດ​ຫລາຍ​ເນື້ອ​ໃນ​ສຳ​ຄັນ, ສືບ​ຕໍ່​ຢັ້ງ​ຢືນ​ທີ່​ຕັ້ງ​ບົດ​ບາດ​ຂອງ​ອົງ​ການ​ຜູ້​ຕາງ​ຫ​ນ້າ​ສູງ​ສຸດ​ຂອງ​ປະ​ຊາ​ຊົນ, ອົງ​ການ​ມີ​ສິດ​ອຳ​ນາດ​ແຫ່ງ​ລັດ​ສູງ​ສຸດ. ເນື່ອງ​ໃນ​ໂອ​ກາດນີ້, ນັກ​ຂ່າວ ຮົ່ງ​ເວີນ ມີ​ບົດ​ຂຽນ​ທີ່​ພາດ​ຫົວ​ເລື່ອງວ່າ: ຂີດ​ໝາຍ​ຂອງກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13.

    ໃນ​ຈຳ​ນວນ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ທີ່​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ 13 ຕ້ອງ​ເວົ້າ​ເຖິງ​ເລື່ອງ ເປັນ​ຄັ້ງ​ທຳ​ອິດ​ສະ​ພາ​ແຫ່ງ​ຊາດ​ໄດ້​ຈັດ​ຕັ້ງ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳ​ລັບ 47 ຕຳ​ແຫ​ນ່ງ ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຫລື​ໃຫ້​ສັດ​ຕະ​ຍາ​ບັນ. ນີ້​ແມ່ນ​ການ​ປ່ຽນ​ໃຫມ່​ທີ່​ສຳ​ຄັນ​ໃນການ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຂອງ​ປະ​ເທດ​ຊາດ, ເຊີດ​ຊູ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ ຜ່ານ​ການ​ປະ​ຕິ​ບັດ​ສິດ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ​ສຳ​ລັບ​ບັນ​ດາ​ພະ​ນັກ​ງານ​ຫລັກ​ແຫລ່ງ​ຂອງ​ພັກ ແລະ ລັດ. ໝາກ​ຜົນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ໄດ້​ຊ່ວຍ​ໃຫ້​ຜູ້​ຖືກ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ເຫັນ​ໄດ້​ລະ​ດັບ​ຮັບ​ຄວາມໄວ້​ວາງ​ໃຈ​ຂອງ​ຕົນ​ເພື່ອ​ສືບ​ຕໍ່​ສູ້​ຊົນ, ຝືກ​ຝົນ​ຫລໍ່​ຫລອມ​ຄຸນ​ນະ​ທາດ, ກຳ​ລັງ​ຄວາມ​ສາ​ມາດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ. ທ່ານ​ນາງ ເຈົາ​ທິ​ທູ​ງາ, ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສຊ) ນະ​ຄອນ​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ:

    “ ສ​ສ​ຊ ໄດ້​ສຳ​ເລັດ​ຫ​ນ້າ​ທີ່​ແມ່ນ​ຕາງ​ຫ​ນ້າ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເພື່ອ​ຕີ​ລາ​ຄາ​ບັນ​ດາ​ຜູ້​ດຳ​ລົງ​ຕຳ​ແຫ​ນ່ງ​ໂດຍ​ສະ​ພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຫລື​ໃຫ້​ສັດ​ຕະ​ຍາ​ບັນ ດ້ວຍ 3 ລະ​ດັບ​ໄວ້​ວາງ​ໃຈ. ຜູ້​ຖືກ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຈະ​ພະ​ຍາ​ຍາມ​ສຳ​ເລັດ​ຫ​ນ້າ​ທີ່. ດ້ວຍ​ບັນ​ດາ​ຕຳ​ແຫ​ນ່ງ​ທີ່​ມີ​ບັດ​ໄວ້​ວາງ​ໃຈ​ຕ່ຳ ສ່ວນ​ຫລາຍ​ແມ່ນ​ຂຶ້ນ​ກັບ​ບັນ​ດາ​ຂົງ​ເຂດ​ຮ້ອນ​ເຮັ່ງ ແລະ ຜ່ານ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຄັ້ງ​ນີ້ ບັນ​ດາ​​ຜູ້​ດຳ​ລົງຕຳ​ແຫ​ນ່ງ​ດັ່ງ​ກ່າວ​ຈະ​ພະ​ຍາ​ຍາມ​ສຳ​ເລັດ​ພາ​ລະ​ຫ​ນ້າ​ທີ່​ຂອງ​ຕົນ​ໃຫ້​ດີກວ່າ. ຂ້າ​ພະ​ເຈົ້າ​ຖື​ວ່າ ນີ້​ແມ່ນການ​ຕີ​ລາ​ຄາ​ ​ເຮັດ​ແນວ​ໃດ​​ເພື່ອໃຫ້ພວກ​ເຮົາ​ສຳ​ເລັດ​ຫ​ນ້າ​​ເປັນ​ຕົວ​ແທນ​ຂອງ​ປະ​ຊາ​ຊົນ​ໃຫ້​ດີກວ່າ​ເກົ່າ.”

ຂີດໝາຍຂອງກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13  - ảnh 1
ເປັນ​ຄັ້ງ​ທຳ​ອິດ​ສະ​ພາ​ແຫ່ງ​ຊາດ​ໄດ້​ຈັດ​ຕັ້ງ​ການ​ລົງ​ຄະ​ແນນ​ສຽງ
ໄວ້​ວາງ​ໃຈ​ສຳ​ລັບ 47 ຕຳ​ແຫ​ນ່ງ
ພາບ:internet


    ໃນ​ຂົງ​ເຂດ​ຕິດ​ຕາມກວດ​ກາ, ສະ​ພາ​ແຫ່ງ​ຊາດ​ໄດ້​ດຳ​ເນີນ​ການ​ຕິດ​ຕາມກວດ​ກາ​ຕາມ​ຫົວ​ເລື່ອງ​ສະ​ເພາະ: ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ຢັດ, ຕ້ານ​ການ​ຟຸມ​ເຟືອຍ​ໃນ​ການ​ນຳ​ໃຊ້​ແຫລ່ງ​ທຶນ​ພັນ​ທະ​ບັດ​ຂອງ​ລັດ​ຖະ​ບານ​ໃຫ້​ແກ່​ການ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໄລ​ຍະ 2006-2012”, ດຳ​ເນີນ​ກາ​ນ​ຊັກ​ຖາມ​​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ພ້ອມ​ດ້ວຍ​ລັດ​ຖະ​ມົນ​ຕີ 4 ທ່ານ ແລະ ຫົວ​ຫ​ນ້າ​ຂະ​ແຫນງ​ການ​ກ່ຽວ​ກັບ​ບັນ​ດາ​ບັ​ນ​ຫາ​ຊື່ງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ.

    ໃນ​ຂອບ​ເຂດກອງ​ປ​ະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 5, ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​ເພື່ອ​ໃຫ້​ຄຳ​ເຫັນ​​ໃສ່​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ປີ 1992 ສະ​ບັບ​ປັບ​ປຸງ. ບັນ​ດາ ສ​ສ​ຊ ເຫັນ​ດີ​ຕໍ່​ບົດ​ລາຍ​ງານ​ອະ​ພິ​ປາຍ, ຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ປີ 1992 ສະ​ບັບ​ປັບ​ປຸງ, ເປັນ​ຕົ້ນ​ສຳ​ລັບ​ບັນ​ດາ​ບັນ​ຫາ​ພື້ນ​ຖານ ມີ​ລັກ​ສະ​ນະ​ຫລັກ​ການ, ກ່ຽວ​ຂ້ອງ​ເຖິງ​​ເນື້ອ​ແທ້​ຂອງ​ລະ​ບອບ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ສັງ​ຄົມ, ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຕ່າງ​ປະ​ເທດ. ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ອວງ​ຈູ​ລືວ ຕີ​ລາ​ຄາ​ວ່າ:

 “ບັນ​ດາ​ສ​ສຊ ຕີ​ລາ​ຄາ​ສູງ​ເລື່ອງ​ຈັດ​ຕັ້ງ​ຮັບ​ເອົາ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ປີ 1992 ສະ​ບັບ​ປັບ​ປຸງ ແລະ ຖື​ວ່າ ວຽກ​ງານນີ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ຮີບ​ເຮັ່ງ, ກາຍ​ເປັນ​ບັ້ນ​ດຳ​ເນີນ​ຊີ​ວິດ​ການ​ເມືອງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ. ພາຍ​ຫລັງ​ກອງ​ປະ​ຊຸມ​ເທື່ອນີ້, ຄະ​ນະ​ຮຽບ​ຮຽງ​ຈະ​ສືບ​ຕໍ່​ລວບ​ລວມ​ຄຳ​ເຫັນ​ເພື່ອ​ປັບ​ປຸງ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ໃຫ້​ສົມ​ບູ​ນ​ແບບ​ເພື່ອ​ຍື່​ນ​ສະ​ເຫ​ນີ​ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 6 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ດ້ວຍ​ຄວາມ​ປາດ​ຖະ​ຫ​ນາ​ຢາກ​ໃຫ້​ລັດ​ຖະ​ທຳ​ມະ​ນູນ​ມີ​ຄຸນ​ນະ​ພາບ​ສູງ.”

    ທີ່ກອງ​ປະ​ຊຸມ​ເທື່ອນີ້, ສະ​ພາ​ແຫ່ງ​ຊາດ​ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ສຳ​ຄັນ 9 ສະ​ບັບ​ ແມ່ນ​ຮ່າງ​ກົດ​ໝາຍ​ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ເຖິງ​ທຸ​ກ​ດ້ານ​ຊີ​ວິດ​ເສດ​ຖະ​ກິດ​ສັງ​ຄົມ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ໄປ​ຄ​ຽງ​ຄູ່​ກັນ​ນັ້ນ, ສະ​ພາ​ແຫ່ງ​ຊາດ​ກໍ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ອື່ນ 7 ສະ​ບັບ. ກ່ຽວ​ກັບ​ເສດ​ຖະ​ກິດ​ສັງ​ຄົມ, ສະ​ພາ​ແຫ່ງ​ຊາດ​ໄດ້​ສະ​ຫງວນ​ເວ​ລາ​ເພື່ອ​ໄຈ້​ແຍກ, ຕີ​ລາ​ຄາ​ບັນ​ດາ​ບົດ​ລາຍ​ງານ​ເພີ່ມ​ເຕີມ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ແຜນ​​ການພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ​ປີ 2012; ສະ​ພາບ​ການ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ງົບ​ປະ​ມານ​ແຫ່ງ​ລັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2013.  ພ້ອມ​ກັບ​ໂຄງ​ການ​ດຳ​ເນີນ​ງານ​ສຳ​ຄັນ, ເປັນ​ຄັ້ງ​ທຳ​ອິດ​ທີ່ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ມີ ວາ​ລະ​ປະ​ຊຸມ 9 ຄັ້ງ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຖືກຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ, ວິທະຍຸກະ​ຈາຍ​ສຽງ​​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​ຕິດ​ຕາມ. ທ່ານ ເລ​ຍື​ຕຽນ, ສ​ສ​ຊ ແຂວງ ກວ໋າງ​ຈີ້ ຕີ​ລາ​ຄາ​ວ່າ:

    “ ໃນ​​ບັນ​ດາ​ສະ​ໄຫມ​ປະ​ຊຸມໃກ້ໆ​ນີ້, ພິ​ເສດ​ແມ່ນ​ອາ​ຍຸ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13, ສະ​ພາ​ແຫ່ງ​ຊາດ ແລະ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໄດ້​ມີ​ແຜນ​ນະ​ໂຍ​ບາຍ​ເປີດ​ເຜີຍກວ່າ. ກ່ອນນີ້ ພຽງ​​ວາ​ລະໄຂ​ກອງ​ປະ​ຊຸມ, ອັດ​ກອງ​ປະ​ຊຸມ, ວາ​ລະ​ຊັກ​ຖາມ​ຫລື​ປືກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ເສດ​ຖະ​ກິດ​ສັງ​ຄົມ. ສ່ວນ​ສະ​ໄຫມ​ປະ​ຊຸມ​ເທື່ອນີ້ ແມ່ນ​ຕິດ​ຕາມ​ຫົວ​ເລື່ອງ​ສະ​ເພາະ, ຮ່າງ​ກົດ​ໝາຍ​ບາງ​ສະ​ບັບ, ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ປີ 1992 ສະ​ບັບ​ປັບ​ປຸງ, ປຶກ​ສາ​ຫາ​ລື​ເພື່ອ​ໃຫ້​ປະ​ຊາ​ຊົນ​ກຳ​ໄດ້​ຢ່າງ​ລະ​ອຽດ​ກວ່າ, ຜ່ານນັ້ນ ແມ່ນ​ວິ​ວັດ​ການ​ເຜີຍ​ແຜ່​ກົດ​ໝາຍ​ມາ​ສູ່​ປະ​ຊາ​ຊົນ. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ສະ​ພາ​ແຫ່ງ​ຊາດ​ສົ່ງ​ຂໍ້​ມູນ​ຂ່າວ​ສານ​ມາ​ສູ່​ຜູ້​ມີ​ສິ​ດ​ເລືອກ​ຕັ້ງ.”

ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 5 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້​ອັດ​ລົງ​ພາຍ​ຫລັງ​ເຮັດ​ວຽກ​ມາ​ເປັນ​ເວ​ລາກວ່າ 1 ເດືອນ ໄດ້​ຮັບ​ການ​ການ​ຕີ​ລາ​ຄາ​ວ່າ​ແມ່ນກອງ​ປະ​ຊຸມ​ສຳ​ເລັດ​ຜົນ, ມີ​ການ​ປ່ຽນ​ໃຫມ່​ຫລາຍ​ຢ່າງ. ນີ້ກໍ​ແມ່ນ​ປັດ​ໄຈ​ສຳ​ຄັນ, ແມ່ນ​ກຳ​ລັງ​ຫ​ນູນ​ເພື່ອ​ໃຫ້​ອົງ​ການ​ມີ​ສິດ​ອຳ​ນາດ​ແຫ່ງ​ລັດ​ສູງ​ສຸດ​ ສືບ​ຕໍ່​ປະ​ຕິ​ບັດ ສາມ​ພາ​ລະ​ຫ​ນ້າ​ທີ່ຄື​ນິ​ຕິ​ບັນ​ຍັດ​, ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ ແລະ ຕິດ​ຕາມກວດ​ກາ​ສູງ​ສຸດ​ສຳ​ລັບ​ທຸກ​ການ​ເຄື່ອນ​ໄຫວ​ຂອງ​ລັດ ເປັນ​ຢ່າງ​ດີ.

  

 

           

 

ຕອບກັບ

ຂ່າວ/ບົດ​ອື່ນ