ຈາກ DOC ເຖິງ COC, ແງ່ຫວັງສັນຕິພາບໃຫ້ແກ່ເຂດທະເລຕາເວັນອອກ

(vovworld)- ທະ​ເລ​ຕາ​ເວັນ​ອອກ ມີ​ຊັບພະຍາກອນ​ ​ຢ່າງ​ຫລວງຫລາຍ ກໍ​ຄື​ມີທີ່​ຕັ້ງ​ສຳຄັນ ນັ້ນແມ່ນ​​ເສັ້ນທາງ​ຄົມມະນາຄົມ​ຕົ້ນ​ຕໍ​ບົນ​ທະ​ເລ​ຂອງ​ໂລກ. ​ແຕ່​ນີ້​ກໍ​ແມ່ນ​ເຂດ​ທີ່ຍາມ​ໃດ​ກໍ່​ຊ້ອນ​ແຝງ​ຄວາມ​ສ່ຽງ ​​ຂະນະ​ທີ່​ການ​ພິພາດ​ອັນສັບສົນ​ຍັງ​ບໍ່​ທັນ​ແກ​້​ໄຂ​ໄດ້. ​ເລື່ອງ​ສ້າງ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລະ ກ້າວ​ໄປ​ເຖິງ​ປະມວນ​ຂໍ້​ກຳນົດ​ການ​ປະ​ພຶດຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ຈະ​ແມ່ນ​ມາດ​ຕະການ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ຮັກສາ​ສະຖຽນລະ​ພາບ, ສັນຕິພາບ ​ແລະ ມິດຕະພາບ ຢູ່ ​​ເຂດ​ນີ້. ​

ຈາກ DOC ເຖິງ COC, ແງ່ຫວັງສັນຕິພາບໃຫ້ແກ່ເຂດທະເລຕາເວັນອອກ - ảnh 1
ທ່ານ​ຮອງ​ເລ​ຂາ​ທິການ​ໃຫຍ່ ອາ​ຊຽນ ​Nyan Lynn

        ຖະ​ແຫລ​ງການ​ກ່ຽວ​ກັບ​ການປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ໄດ້ຮັບ​ການ​ລົງ​ນາມ​ຈາກ​ບັນດາ​ປະ​ເທດ ອາ​ຊຽນ ​ແລະ ຈີນ ​ເມື່ອ​ວັນ​ທີ 04/11/2002 ຢູ່ ພະນົມ​ເປັນ ປະ​ເທດ ກຳປູ​ເຈຍ, ​ແມ່ນ​ເອກະສານ​ການ​ເມືອງ​ສະບັບ​ທຳ​ອິດ ຊື່​ງ ອາ​ຊຽນ ​ແລະ ຈີນ ບັນລຸ​ໄດ້ ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ນີ້​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ການ​ພົວພັນ​ລະຫວ່າງ ອາ​ຊຽນ - ຈີນ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ.

        ບັນດາ​ບາດກ້າວ​ປະຕິບັດ DOC ນຳ​ມາ​ເຊິ່ງສຽງ​ເວົ້າ​ລວມ

​ໃນ​ວິວັດທະນາ​ການ DOC, ວັນ​ທີ 21/7/2011, ຢູ່ ບາ​ລີ, ປະ​ເທດ ອິນ​ໂດ​ເນ​ເຊຍ, ອາ​ຊຽນ ​ແລະ ຈີນ ບັນລຸ​ໄດ້​ຂໍ້​ກຳນົດ​ແນະນຳ​ການ​ປະຕິບັດ DOC ພາຍຫລັງ 9 ປີ​ແຫ່ງ​ການ​ເຈລະຈາ. ​ເອກະສານ​ສະບັບ​ນີ້ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດກ້າວ​ໃນ​ວິວັດ​ທະ​ນາ​ການ​ຄຸ້ມ​ຄອງ​ການ​ພິພາດ. ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢຸູ່ທະ​ເລ​ຕາ​ເວັນ​ອອກ ​ແລະ ຂໍ້​ກຳນົດ​​ແນະນຳ​ບັນດາ​ຝ່າຍ​ປະຕິບັດ DOC ​ໄດ້​ຮັບ​ການ​ສ້າງ​ຂຶ້ນ ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ບັນດາ​ປະ​ເທດ ອາ​ຊຽນ ​ເຈລະຈາ​ກັບ​ຈີນ ​ເພື່ອ​ແກ້​ໄຂ​ບັນດາ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ໃນ​ສານ​ຂອງ​ທ່ານ​ເລຂາທິກ​ານ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມີ​ງ ສົ່ງ​ເຖິງ​ກອງ​ປະຊຸມ​ສຳ​ມະ​ນາ​ວິ​ທະຍາ​ສາດ​ສາກົນ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ຄັ້ງ​ທີ 5 ຫາ​ກໍ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ, ​ໂດຍ​ທ່ານ​ຮອງ​ເລ​ຂາ​ທິການ​ໃຫຍ່     ອາ​ຊຽນ ​Nyan Lynn ອ່ານ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ໄດ້ຢືນຢັນ​ວ່າ:

        “ DOC ​ໄດ້​ວາງ​ອອກ​ບັນດາ​ຫລັກການ​ພື້ນຖານ​ນັ້ນ​ແມ່ນ: ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງ​ຢູ່​ທະ​ເລ​ໃນ​ພາກ​ພື້ນ​ທະ​ເລ​ຕາ​ເວັນ​ອອກ ​ແລະ ກໍ​ວາງ​ອອກ​ບັນດາ​ຫລັກການ​ປະພຶດ​ໃຫ້​ແກ່​ບັນດາ​ປະ​ເທດ​ກ່ຽວຂ້ອງ​ເຖິງ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ ຮຽກຮ້ອງ​ບັນດາ​ຝ່າຍ​ຄວນ​ລະງັບ​ໃຈ, ​ແກ້​ໄຂ​ການ​ພິພາດ​ຜ່ານ​ບັນດາ​ມາດ​ຕະການ​ສັນຕິພາບ ​ແລະ ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. DOC ກໍ​ສ້າງ​ເປັນ​ພື້ນຖານ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ໂອ້​ລົມ​ສົນທະນາ​ກໍ​ຄື​ກົນ​ໄກ​ຮ່ວມ​ມື​ພາຍ​ໃນ​ພາກ​ພື້ນ ​ແລະ ສ້າງ​ພື້ນຖານ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ, ລາຍການ​ຮ່ວມ​ມື, ​ໂຄງການ.”

        ​ໃນ​​ໄລຍະ​ກວ່າ​ທົດ​ສະ​ວັດ​ຜ່ານ​ມາ, ​DOC ​ໄດ້​ກາຍ​ເປັນ​​ເສົາ​ຄ້ຳ, ສິ່ງ​ທີ່​ຫລັກ​ແຫ​ລ່ງ​ແກ່ນສານ​ໃນ​ການ​ກະທຳ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ຈີນ ທ່ີ​ກ່ຽວ​ຂ້ອງ​ເຖິງ​ບັນດາ​ບັນຫາ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ເຖິງ່ຢາງ​ໃດ​ກໍ​ຕາມ, DOC ບໍ່​ທັນ​ແມ່ນ​ຈຸດໝາຍ​ສຸດ​ທ້າຍ​ໃນ​ການ​ສະຫນອງ​ບັນດາ​ມາດ​ຕະການ​ໃຫ້​ແກ່​ບັນຫາ​ພິພາດ​ຢູ່​ທະ​ເລ. ທ່ານ​ຮອງ​ເລຂາທິການ​ໃຫຍ່ ອາ​ຊຽນ Nyan Lynn ກໍຍົກ​ສານ​ຂອງ​ທ່ານ​ເລຂາທິການ​ໃຫຍ່ອາ​ຊຽນ, ​ໃນ​ນັ້ນ ຊີ້​ແຈ້ງວ່າ:

        “COC ຕ້ອງ​ວາງ​ອອກ​ບັນດາ​ຫລັກການ​ແທດ​ຈິງ ​ແລະ ​ໄດ້​ຮັບ​ການ​ສ້າງ​ຂຶ້ນບົນ​ພື້ນຖານ​ວິວັດ​ການ​ເຈລະຈາ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ຝ່າຍ​ກ່ຽວຂ້ອງ. ​ແລະ ​ໃນ​ອະນາຄົດ, COC ຕ້ອງ​ແມ່ນ​ເຄື່ອງມື​ດ້ານ​ນິຕິ​ກຳ​ສັງ​ລວມທີ່ມີ​ລັກສະນະ​ຜູກ​ມັດ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ກໍ​ຄື ຈີນ. ​ຈາກ​ນັ້ນ ສາມາດ​ສ້າງ​ສະພາບ​ແວດ​ລ້ອມ​ໃນ​ຂອບ​ເຂດ​ສັນຕິພາບ, ສະຖຽນ​ລະ​ພາບ, ໝັ້ນ​ຄົງ ​ເພື່ອ​ແກ້​ໄຂ​ບັນດາ​ການ​ພິພາດ​ຢູ່​ເຂດ​ທະ​ເລ​ຕາ​ເວັນ​ອອກ.”

        ​ເພື່ອ​ກ້າວ​ໄປ​ເຖິງ​ການສ້າງ​COC, ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ກ່ຽວຂ້ອງ​ຄວນ​ມີ​ຄວາມ​ເປັນ​ເອກະ​ພາບ​ກ່ຽວ​ກັບ​​ເນື້ອ​ໃນ​ບັນດາ​ມາດຕາ​ທີ່​ມີ​ຢູ່​ນັ້ນ. ສິ່ງ​ດັ່ງກ່າວ​ບໍ່​ແມ່ນ​ງາຍ​ດ່າ​ຍ​ຂະນະ​ທີ່​ການ​ສຳ​ພັດກັບ​ COC ຂອງ​ອາ​ຊຽນ ​ແລະ ຈີນ​ພວມ​ມີ​ຄວາມ​ແຕກ​ຕ່າງ​ກັນ.

        ບັນດາ​​ແງ່ທັດສະນະທີ່ຄ້າຍຄື​ກັນ​ຈາກ DOC ​ເຖິງ COC

        ​​ໃນ​ສະພາບ​ການ​ໂລກ ​ແລະ ພາກ​ພື້ນ​ພວມ​ຜັນ​ແປ​ໄປ​ຫລາຍ​ຢ່າງ, ຍາມ​ໃດ​ກໍ​ຊ້ອນ​ແຝງ​ຄວາມ​ສ່ຽງ​ອາດ​ຈະ​ເກິດ​ການ​ປະ​ທະ​ກັນ, ບັນຫາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບຸລິມະສິດ​ຂອງ​ທັງ ອາ​ຊຽນ ​ແລະ ຈີນ ​ໃນ​ປີ 2013. ​ໃນ​ປີ​ນີ້ ທັງ​ຝ່າຍ​ອາ​ຊຽນ ​ແລະ ຈີນ ລ້ວນ​ແຕ່​ມີ​ບັນດາ​ການ​ກະທຳ​ທີ່​ຕັ້ງຫນ້າ​ເພື່ອ​ຍູ້​ແຮງ​ຄວາມ​ຄືບ​ຫນ້າການ​ສ້າງ COC.  ສິ່ງ​ດັ່ງ​ກ່າວ ສະ​ແດງ​ໃຫ້​ເຫັນ​ຜ່ານ​ຖະ​ແຫລ​ງການ​ຮ່ວມ​ລະຫວ່າງ​ສອງ​ຝ່າຍ ທີ່​ກອງ​ປະຊຸມ ອາ​ຊຽນ- ຈີນ ຄັ້ງທີ 6 ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 10 ປ​ີ​ແຫ່ງ​ການ​ປະຕິບັດ DOC,​ການ​ທາ​ບທາມ​ຄຳ​ເຫັນ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ​ເມື່ອ​ເດືອນ 9/2013, ພ້ອມ​ກັບ​ຄວາມ​ມານະ​ພະຍາຍາມ​ຂອງ​ແຕ່ລະ​ປະ​ເທດ​ສະມາຊິກ ອາ​ຊຽນ ​ເພື່ອ​ແກ້​ໄຂ​ບັນດາ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​ທີ່​ ການ​ເຮັດ​ວຽກ​ກັບ​ການ​ນຳ​ຂັ້ນ​ສູງ​ຝ່າຍ​ຈີນຄັ້ງ​ຕ່າງໆ. ບັນດາ​ຝ່າຍ​ລ້ວນ​ແຕ່​ເຫັນ​ດີ​ວ່າ: ​ເມື່ອ​ບັນດາ​ຝ່າຍ​ກ່ຽວຂ້ອງ​ຍັງ​ຄົງ​ຕ້ອງ​ປະ​ເຊີນ​ຫ້ນາ​ກັບ​ສິ່ງ​ທ້າ​ທາຍ​ໃນ​ພາຍ​ພາກ​ຫນ້າ, ສິ່ງ​ສຳຄັນ​ນັ້ນ​ແມ່ນ ອາ​ຊຽນ ​ແລະ ຈີນ ຕ້ອງ​ສືບ​ຕໍ່​ແບ່ງປັນ​ບັນດາ​ຜົນ​ປະ​ໂຫຍ​ດລວມ, ມີ​ຄວາມ​ຮັບຜິດຊອບ​ລວມ ​ແລະ ​ເຈດ​ຈຳນົງດ້ານ​ການ​ເມືອງ​ໃນ​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ COC ຢ່າງ​ມີ​ປະສິດທິ​ຜົນ. ທ່ານ Ralf Emmers, ຜູ້​ຊ່ຽວຊານ​ຄົ້ນ​ຄ້ວາ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ,​ ສັງກັດ​ໂຮງຮຽນ​ຄົ້ນ​ຄ້ວາ​ສາກົນ S. Rajaratnam (RSIS), ສິງ​ກະ​ໂປ ​ໄດ້​​ໃຫ້​ຂໍ້​ສັງ​ເກດ​ວ່າ:

ຕົ້ນ​ປີ​ນີ້,​ຈີນ ​ໄດ້​ເຫັນ​ດີ​ເລີ່​ມຕົ້ນ​ການ​ທາ​ບທາມ​ຄຳ​ເຫັນ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ COC. ນີ້​ແມ່ນ​ການ​ປ່ຽນ​ແປງ​ທັດສະນະ​ຢ່າງ​ຕັ້ງຫນ້າ​ຂອງ​ຈີນ ​ເພາະວ່າ ກ່ອນ​ນີ້ ຈີນ ມີ​ທັດສະນະ​ແຂງ​ກະດ້າງ​ກ່ຽວ​ກັບ​ວິວັດ​ການ​ທາ​ບທາມ COC ​ແລະ ຖື​ວ່າ ​​ບໍ່​ທັນ​ຮອດ​ເວລາ​ເພື່ອ​ດຳ​ເນີນ​ວຽກ​ງານ​ນີ້. ດ້ວຍຄວາມ​ເຫ​ັນດີ​ດັ່ງກ່າວ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ບາດກ້າວ​ຄື​ບຫນ້າ​ໃຫຍ່. ”

 ຮັບປະກັນ​ການ​ຮັກສາ​ພື້ນຖານ​ສັນຕິພາບ,​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ

ບັນດາ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ຫນຶ່ງ​ໃນ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ ອາ​ຊຽນ ​ແລະ ຈີນ. ​ເຖິງ​ຢ່າງ​​ໃດ​ກໍ​ຕາມ, ຖ້າ​ຫາກ​ບັນດາ​ບັນຫາ​ນີ້​ບໍ່​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງ​ເໝາະ​ສົມ ຈະ​ພາ​ໄປ​ເຖິງ​ຂໍ້​ຂັດ​ແຍ້​ງລະຫວ່າງ​ບັນດາ​ຝ່າຍ, ສົ່ງ​ຜົນ​ສະທ້ອນ​ທີ່​ບໍ່ດີ​ເຖິງ​ສະພາບ​ການຢູ່​​ເຂດ​ທະ​ເລ​ຕາ​ເວັນ​ອອກ ຊື່​ງ​ເຄີຍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຂດ​ພິພາດ​ທີ່​ສະດຸ​ງ​ໄວ​ໃນ​ຫລາຍ​ປີຜ່ານມາ. ທ່ານ​ນາງ Li Jianwei, ຜູ້ອຳນວຍການ​ສູນ​ຄົ້ນ​ຄ້ວາ​ເສດຖະກິດ​ທະ​ເລ, ສະ​ຖາ​ບັນ​ຄົ້ນຄວ້າ​ແຫ່ງ​ຊາດ​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ປະ​ເທດ​ຈີນ ຖື​ວ່າ​:

            ສັນຕິ​ພາບ ແລະ ຄວາມໝັ້ນຄົງ​ມີ​ບົດບາດ​ສຳຄັນ​ສຳລັບ​ທຸກ​ປະ​ເທດ, ບໍ່ພຽງ​ແຕ່​ບັນດາ​ປະ​ເທດ ອ​າຊຽນ​ ແລະ ຈິນ​ເທົ່າ​ນັ້ນ ຫາກ​ການ​ປະຕິບັດ​ຕາມ​ກົດໝາຍກໍ​ແມ່ນ​​ຄວາມສຳຄັນຍິ່ງສຳລັບອາຊຽນ ແລະ ຈິນ. ການ​ປະຕິບັດ​ຕາມ​ກົດໝາຍ​ແມ່ນ​ສວມ​ບົດບາດ​ສຳຄັນ​ຕໍ່ສັນຕິ​ພາບ ແລະ ຄວາມໝັ້ນຄົງ. ບັນດາ​ມາດ​ຕະການ​ລະອຽດ​​ໄດ້ຮັບ​ການ​ປະຕິບັດ​ເພື່ອ​ສາມາດ​ຊຸກຍູ້​ຄຳໝັ້ນສັນຍາ​ປະຕິບັດ​ຈາກ DOC ເຖິງ COC."

      ການ​ເຂົ້າຮ່ວມ​ຂອງ​ ຈິນ ກັບ ອາຊຽນ ກ່ຽວກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຈະ​ຊ່ວຍ​ເພິ່ມທະວີ​ບົດບາດ​​ໃຈ​ກາງຂອງ​ ອາຊຽນ ​ໃນບັນດາ​ບັນຫາ​ຄວາມ​ໝັ້ນຄົງ​ຢູ່ ອາຊີຕາເວັນອອກສ່ຽງໃຕ້. ຈິນ ​ແລະ ອາຊຽນ ດຳ​ເນີນ​ບັນດາ​ໂຄງການ​ຮ່ວມ​ມື​ບົນ​ພື້ນຖານ DOC, ​ສິ່ງ​ດັ່ງກ່າວເປີດ​ກາລະ​ໂອກາດສ້າງ​ຄວາມ​ໄວ້​​ເນື້ອ​ເຊື່ອ​ໃຈ ​ແລະ ຈາກ​ນັ້ນສ້າງ​ສະພາບແວດ​ລ້ອມທີ່​ສະດວກ​ໃຫ້​ແກ່​ບັນດາ​ການ​ປຶກສາ​ຫາລື​ກ່ຽວກັບ COC. ບັນດາ​ສັນຍານ​ຕັ້ງໜ້ານີ້​ອາດ​ຈະ​ນຳ​ມາ​ເຊິ່ງຄວາມມຸ້ງ​ຫວັງ​ກ່ຽວ​ກັບການ​ຮ່ວມ​ມື​ລະຫວ່າງ​ບັນດາ​ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຮັບປະກັນ​ການ​ຮັກສາ​ພື້ນຖານ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ