ລະດູບານໃຫມ່ວຽນມາ ແລະ ປະຊາຊົນຫວຽດນາມ ພວມຕ້ອນຮັບບຸນປີໃຫມ່ປະຈຳຊາດ (ບຸນເຕັດ) ປີມະໂຣງ 2012. ໂດຍເຈືອຈານກັບບັນຍາກາດຕ້ອນຮັບບຸນເຕັດຂອງປະຊາຊົນຫວຽດນາມ, ບັນດາຊາວຕ່າງປະເທດທີ່ພວມດຳລົງຊີວິດ ແລະ ເຮັດວຽກ ກໍຄືນັກທ່ອງທ່ຽວສາກົນຢູ່ນະຄອນໂຮ່ຈິມີນ ມີຄວາມຮູ້ສຶກເບີກບານມ່ວນຊື່ນທີ່ໄດ້ເຂົ້າຮ່ວມບັນຍາກາດຂອງບຸນເຕັດ ແລະ ຄົ້ນຫາບັນດາຈຸດທີ່ເປັນເອກະລັກຂອງບຸນປີໃຫມ່ປະຈຳຊາດຫວຽດນາມ.
ເຖິງວ່າ ຫາກໍມາເຮັດວຽກຢູ່ນະຄອນ ໂຮ່ຈິມີນໃນເວລາຫນຶ່ງປີເຄິ່ງກໍຕາມ ແຕ່ທ່ານ Elio Machilada ຜູ້ອຳນວຍການໃຫຍ່ ບໍລິສັດ Oreo Kraft Foods ມີຄວາມໂຊກດີທີ່ໄດ້ຕ້ອນຮັບບຸນເຕັດຫວຽດນາມເປັນເທື່ອທີສອງ. ທ່ານ Elio Machilada ເວົ້າວ່າ: ສິ່ງທີ່ເຮັດໃຫ້ທ່ານມີຄວາມປະທັບໃຈກ່ຽວກັບບຸນເຕັດຢູ່ຫວຽດນາມ ນັ້ນແມ່ນການເຕົ້າໂຮມກັນຂອງບັນດາສະມາຊິກໃນຄອບຄົວ ແລະ ຂອງໝູ່ເພື່ອນ. ໃນຊຸມມື້ນີ້ ແລະ ເປັນຕົ້ນແມ່ນໄດ້ຮັບປະທານເຍື່ອງອາຫານພື້ນເມືອງຕ່າງໆຂອງຫວຽດນາມ ດ້ວຍລົດຊາດພິເສດ ຊຶ່ງບໍ່ມີຢູ່ແຫ່ງໃດ. ເພາະສະນັ້ນ ປີນີ້ ທ່ານເຊີນຍາດຕິພີ່ນ້ອງຈາກ Venezuela ມານະຄອນໂຮ່ຈິມີນເພື່ອຕ້ອນຮັບບຸນເຕັດພ້ອມກັບຄອບຄົວຂອງຕົນ. ເຖິງວ່າຄາວຽກງານຫລາຍກໍຕາມ, ແຕ່ທ່ານຍັງຄົງຍາດເວລາເພື່ອພ້ອມກັບເມຍ ແລະ ລູກສາວໄປຊື້ເຄື່ອງຂອງເພື່ອຕ້ອນຮັບບຸນເຕັດ. ກໍຄ້າຍຄືກັນກັບຊາວຫວຽດນາມ, ໃນລາຍການອາຫານເພື່ອກະກຽມຕ້ອນຮັບບຸນເຕັດຂອງທ່ານ ມີເຂົ້າຕົ້ມ, ຢໍ່, ເຂົ້າໜົມ, ເບຍ ນອນນັ້ນ ທ່ານຍັງຊື້ຕົ້ນເໝີຍຕື່ມອີກເພື່ອປະດັບປະດາເຮືອນຊານ. ທ່ານ Elio Machilada ເວົ້າວ່າ:
“ຂ້າພະເຈົ້າໄດ້ຕ້ອນຮັບບຸນເຕັດຢູ່ຫວຽດນາມ ໃນ 2 ປີຢ່າງລຽນຕິດ ແລະ ຂ້າພະເຈົ້າມັກຫລາຍ. ປະຈຸບັນ ທັງຄອບຄົວຂ້າພະເຈົ້າພວມດຳລົງຊີວິດຢູ່ທີ່ນີ້ ແລະ ພວກຂ້າພະເຈົ້ານິຍົມວັດທະນະທຳບຸນເຕັດຂອງຫວຽດນາມ ເຖິງວ່າມັນແຕກຕ່າງກັບວັດທະນະທຳຂອງປະຊາຊົນ ອາເມລິກາລາຕີນ ຊຶ່ງແມ່ນແຫ່ງທີ່ພວກຂ້າພະເຈົ້າໄດ້ເຕີບໃຫຍ່ແລະດຳລົງຊີວິດກໍຕາມ.ແຕ່ຊາວຫວຽດນາມ ແມ່ນໃກ້ຊິດສະຫນິດສະຫນົມ ແລະ ພິເສດຂ້າພະເຈົ້າມັກເຍື່ອງອາຫານຫວຽດນາມທີ່ສຸດ. ເພາະສະນັ້ນ ນີ້ແມ່ນຈຸດເວລາ ເພື່ອໃຫ້ຂ້າພະເຈົ້າປຸງແຕ່ງບັນດາເຍື່ອງອາຫານພື້ນເມືອງໃນໂອກາດບຸນເຕັດຫວຽດນາມ ເພື່ອໃຫ້ຄອບຄົວ ແລະ ເພື່ອນມິດຂອງຕົນຮັບປະທານ.”
ຊາວຕ່າງປະເທດຜູ້ຫນຶ່ງມີຄວາມເບີກບານມ່ວນຊື່ນເມື່ອໄດ້ຕ້ອນຮັບບຸນເຕັດ
ສ່ວນ ເອື້ອຍ Edina, ອາຍຸ 36 ປີ ຊຶ່ງແມ່ນ ຊາວ Rumani ປະຈຸບັນ ແມ່ນພາລະກອນເປັນທີ່ປຶກສາໃຫ້ແກ່ບໍລິສັດເຄື່ອງສຳອາງໃຫຍ່ຢູ່ນະຄອນ ໂຮ່ຈິມີນ, 8 ປີມານີ້ ເອື້ອຍ ໄດ້ຕອ້ນຮັບບຸນເຕັດຢູ່ນະຄອນໂຮ່ຈິມີນ ແລະ ຢູ່ ຫລາຍເຂດຢູ່ຫວຽດນາມ. ເອື້ອຍ Edina ໃຫ້ຮູ້ວ່າ: ລະດູບານໃຫມ່ ທິວທັດທຳມະຊາດຢູ່ຫວຽດນາມແມ່ນສວຍງາມ, ອາກາດຢູ່ພາກໃຕ້ແມ່ນອົບອຸ່ນຄືດັ່ງອາລົມຈິດຂອງປະຊາຊົນຢູ່ທີ່ນີ້. ພິເສດ ບັນຍາກາດອັນອົບອຸ່ນໃນແຕ່ລະຄອບຄົວຂອງຫວຽດນາມ ແລະ ບັນດາເຍື່ອງອາຫານຂອງບຸນເຕັດ ລ້ວນແຕ່ເຮັດໃຫ້ເອື້ອຍຍິ່ງມີຄວາມຮັກແພງຫວຽດນາມກວ່າ. ບໍ່ສະເພາະແຕ່ເອື້ອຍເທົ່ານັ້ນ ຊາວຕ່າງປະເທດຫລາຍຄົນກໍຢາກຕ້ອນຮັບບຸນເຕັດຫວຽດນາມອີກດ້ວຍ. ສິ່ງທີ່ສ້າງຄວາມປະທັບໃຈ, ແມ່ນໄດ້ພ້ອມກັບໝູ່ເພື່ອນໄປຢ້ຽມຊົມຕະຫລາດດອກໄມ້ໃນລະດູບານໃຫມ່ ຢູ່ຖະໜົນຫງວຽນເຫ້ວ ຊຶ່ງແມ່ນຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວ ໄຊງ່ອນ ໃນເມື່ອບຸນເຕັດວຽນມາ. ເອື້ອຍ Edina ເວົ້າວ່າ:
“ບຸນເຕັດຫວຽດນາມແມ່ນສ້າງຄວາມປະທັບໃຈທີ່ສຸດ. ພິເສດ ມີເຍື່ອງອາຫານຫລາຍແນວເມື່ອທຽບກັບປະເທດພວກຂ້າພະເຈົ້າ ແລະ ຂ້າພະເຈົ້າມັກບັນດາເຍື່ອງອາຫານຫວຽດນາມ, ເຍື່ອງອາຫານໃດກໍແຊບ ແລະ ເປັນເອກະລັກສະເພາະ. ນະຄອນ ໂຮ່ຈິມີນ ແມ່ນນະຄອນສວຍງາມ, ປະຊາຊົນກໍມີຄວາມຈິງໃຈ ແລະ ໃກ້ຊິດສະຫນິດສະຫນົມ. ຂ້າພະເຈົ້າຄິດວ່າ ບໍ່ສະເພາະແຕ່ຂ້າພະເຈົ້າເທົ່ານັ້ນ ຫາກນັກທ່ອງທ່ຽວສາກົນຜູ້ອື່ນອື່ນລ້ວນແຕ່ມີຄວາມຮູ້ສຶກປະທັບໃຈຕໍ່ບັນຍາກາດບຸນເຕັດຂອງຫວຽດນາມ.“
ຊາວຕ່າງປະເທດຫລາຍຄົນທີ່ມາຮຳ່ຮຽນ ແລະ ເຮັດວຽກຢູ່ຫວຽດນາມ ເມື່ອມີໂອກາດຢູ່ຫວຽດນາມກົງກັບໂອກາດບຸນເຕັດ ລ້ວນແຕ່ຮູ້ສືກປະທັບໃຈກ່ຽວກັບຮີດຄອງປະເພນີຕ້ອນຮັບບຸນເຕັດ ກໍຄືໄດ້ຮັບປະທານອາຫານພື້ນເມືອງຕ່າງໆຂອງຫວຽດນາມ. ທ່ານ Amudha Cribb ນັກທ່ອງທ່ຽວມາຈາກ Kurdistan ໃຫ້ຮູ້ວ່າ: ທ່ານຮູ້ຈັກເຖິງຫວຽດນາມຜ່ານປື້ມ, ຫນັງສືພີມ ແລະ ຜ່ານໂທລະພາບ, ທ່ານຢາກເຫັນປະຈັກຕາບຸນເຕັດຂອງຫວຽດນາມ. ສະນັ້ນ ໃນໂອກາດໄປພັກຜ່ອນລະດູຫນາວປີນີ້ ທ່ານໄດ້ຕົກລົງພ້ອມກັບໝູ່ເພືອ່ນມາທ່ອງທ່ຽວຢູ່ ຫວຽດນາມ ດ້ວຍຄວາມປາດຖະຫນາຢາກຊອກຮູ້ກ່ຽວກັບບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງຊາວຫວຽດນາມຢ່າງລະອຽດກວ່າ, ເປັນຕົ້ນແມ່ນຮີດຄອງປະເພນີຕ້ອນຮັບບຸນປີໃຫມ່ປະຈຳຊາດ. ທ່ານ Amudha Cribb ມາຈາກ Kurdistan ເວົ້າວ່າ:
“ນີ້ເປັນຄັ້ງທຳອິດ ຂ້າພະເຈົ້າມີຫນ້າຢູ່ທີ່ນີ້. ຂ້າພະເຈົ້ານິຍົມບັນດາງານບຸນຢູ່ຫວຽດນາມ. ມັນມີລັກສະນະພິເສດສະເພາະເມື່ອທຽບກັບຮີດຄອງປະເພນີຕ້ອນຮັບປີໃຫມ່ຢູ່ປະເທດພວກຂ້າພະເຈົ້າ. ໃນຊຸມມື້ນີ້ ເມື່ອລົງຖະໜົນ, ຂ້າພະເຈົ້າເຫັນວ່າ ທຸກຄົນໄປຊື້ເຄື່ອງຂອງກະກຽມຕ້ອນຮັບບຸນເຕັດແມ່ນຟົດຟື້ນທີ່ສຸດ, ບັນດາເຍື່ອງອາຫານຂອງຫວຽດນາມກໍແຊບຫລາຍ ແລະ ດູດດື່ມ.”
ສຳລັບຊາວຫວຽດນາມແຕ່ລະຄົນ, ບຸນເຕັດແມ່ນສິ່ງທີ່ສັກກະລະບູຊາ ທັງໃກ້ຊິດສະຫນິດສະໜົມ ດ້ວຍອາລົມຈິດຮັກແພງບ້ານເກີດເມືອງນອນ, ປະເທດຊາດ ແລະຄອບຄົວ. ສ່ວນສຳລັບຊາວຕ່າງປະເທດແລ້ວ ເມື່ອມີໂອກາດຕ້ອນຮັບບຸນເຕັດຂອງຫວຽດນາມ ເຂົາເຈົ້າຍິ່ງມີຄວາມຮັກແພງປະເທດຫວຽດນາມ ແລະ ຊາວຫວຽດນາມກວ່າອີກ./.
ລານແອນ