(vovworld)- ມະຕິສູນກາງພັກຄັ້ງທີ 4 ຊຸດທີ 11 ກ່ຽວກັບ “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ“ ໄດ້ຮັບການຜັນຂະຫຍາຍຢ່າງເປັນທາງການມາເປັນເວລາ 1 ປີແລ້ວ. ໃນຊຸມມື້ນີ້, ບັນດາການນຳພັກໄດ້, ພວມກວດກາ ແລະ ຕີລາຄາໝາກຜົນແຫ່ງການປະຕິບັດມະຕິໃນແຕ່ລະຂັ້ນ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ. ທ້ອງຖິ່ນຕ່າງໆ…ດ້ວຍຈຸດປະສົງສະຫລຸບບັນດາວຽກງານທີ່ປະຕິບັດໄດ້ເພື່ອສືບຕໍ່ຜັນຂະຫຍາຍປະສິດທິຜົນຂອງມະຕິດັ່ງກ່າວໃນໄລຍະທີ່ຈະມາເຖິງ.
ປັບປຸງພັກຕາມມະຕິສູນກາງພັກຕັ້ງທີ 4 ຊຸດທີ 11
(ພາບປະກອບ: wru.edu.vn)
ເນື້ອໃນມະຕິສູງກາງພັກຄັ້ງທີ 4 ຊຸດທີ 11 ມີລັກສະນະຕໍ່ສູ້, ຕອບສະໜອງຄວາມມຸ້ງມາດປາດຖະໜາ, ຄວາມລໍຄອຍຂອງທົ່ວພັກ, ທົ່ວປວງຊົນດ້ວຍບັນດາມາດຕະການລະອຽດ ຊື່ງຈຸດສຸມແມ່ນປັບປຸງພັກຈາກຂັ້ນເທິງລົງຮອດຂັ້ນລຸ່ມ. ວິວັດແຫ່ງການຜັນຂະຫຍາຍການປະຕິບັດມະຕິສູນກາງພັກຄັ້ງທີ 4 ໄດ້ກາຍເປັນບັ້ນດຳເນີນຊີວິດການເມືອງອັນເລິກເຊິ່ງກ້ວາງຂວາງ, ປະກອບສ່ວນປັບປຸງ ແລະ ສ້າງຄວາມເປັນເອກະພາບດ້ານແນວຄິດ, ເພີ່ມທະວີນ້ຳໃຈສາມັກຄີໃນພັກ. ກ່າວຄຳເຫັນທີ່ກອງປະຊຸມສູນກາງພັກຄັ້ງທີ 7 ຊຸດທີ 11 ຈັດຂຶ້ນໃນເດືອນ 5/2013 ຜ່ານມາ ກ່ຽວກັບການສືບຕໍ່ຜັນຂະຫຍາຍການປະຕິບັດມະຕິສູນກາງພັກຄັ້ງທີ 4 ໃນພັກ, ທ່ານເລຂາທິການໃຫ່ຍຫງວຽນຟູຈ້ອງ ຕີລາຄາວ່າ:
“ອົງຄະນະພັກ, ອົງການຈັດຕັ້ງພັກຂັ້ນຕ່າງໆ ແລະ ຖັນແຖວພະນັກງານ, ສະມາຊິກພັກ ມີຄວາມຮັບຮູ້ຢ່າງຄົບຖ້ວນ, ເລິກເຊິ່ງກ່ວາ ກ່ຽວກັບຄວາມສຳຄັນຂອງວຽກງານກໍ່ສ້າງພັກໃນສະພາບການໃໝ່, ເຫັນແຈ້ງລັກສະນະຮີບດ່ວນ ແລະ ຄວາມຈຳເປັນຕ້ອງສືບຕໍ່ປ່ຽນໃໝ່ ແລະ ປັບປຸງພັກ, ເຮັດໃຫ້ພັກຂອງພວກເຮົານັບມື້ນັບປອດໄສແລະ ໝັ້ນຄົງເຂັ້ມແຂງ. ໃນສະພາບການທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ການຜັນຂະຫຍາຍການປະຕິບັດມະຕິສູນກາງພັກຄັ້ງທີ 4 ໄດ້ປະກອບສ່ວນຊຸກຍູ້ບັນດາໜ້າທີ່ພັດທະນາເສດຖະກິດສັງຄົມປີ 2012, ສຳເລັດບັນດາຈຸດໝາຍ, ໜ້າທີ່ໄດ້ວາງອອກໂດຍພື້ນຖານ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້. ຮັບປະກັນຊີວິດສັງຄົມ…”
(ພາບ:qdnd.vn)
ອາດຈະເຫັນໄດ້ຢ່າງຈະແຈ້ງວ່າ: ໃນເບື້ອງຕົ້ນ, ມະຕິສູນກາງພັກຄັ້ງທີ 4 ໄດ້ສະກັດກັ້ນສະພາບເສື່ອມເສຍດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດໃນພັກ, ແກ້ໄຂບາງຂໍ້ຈຳກັດ, ຂໍ້ຂາດຕົກບົກຜ່ອງໃນວຽກງານພະນັກງານ ແລະ ໃນການປະຕິບັດບັນດາຫຼັກການຈັດຕັ້ງການດຳເນີນຊີວິດພັກ, ໂດຍສະເພາະແມ່ນລັກການລວມສູນປະຊາທິປະໄຕ, ໝູ່ຄະນະນຳພາ, ສ່ວນບຸກຄົນຮັບຜິດຊອບ. ຜ່ານການສຳຫຼວດກວດກາຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ, ຮັບຟັງຄຳເຫັນປະກອບຂອງພະນັກງານ, ສະມາຊິກພັກ, ປຊຊ, ກົມການເມືອງ, ຄະນະເລຂາ, ອົງຄະນະພັກ, ອົງການຈັດຕັ້ງພັກ ແລະ ພະນັກງານ, ສະມາຊິກພັກແຕ່ລະຄົນມີຄວາມຮັບຮູ້ຈຸດດີ, ຈຸດອ່ອນຢ່າງເລິກເຊິ່ງກ້ວາງຂວາງ ແລະ ມີມາດຕະການແກ້ໄຂ. ຍ້ອນເຫດນັ້ນ, ອິດທິພົນຊື່ສຽງຂອງສະມາຊິກພັກແຕ່ລະຄົນ ແລະ ຂອງທົ່ວພັກໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ທ່ານ ກຊໍເຟືອກ ກຳມະການສູນກາງພັກ, ປະທານສະພາຊົນເຜົ່າຂອງສະພາແຫ່ງຊາດຫວຽດນາມ ຕີລາຄາວ່າ:
“ຜ່ານວຽກງານນີ້, ຂ້າພະເຈົ້າເຫັນວ່າ ພັກກ້າປະເຊີນໜ້າກັບບັນດາຂໍ້ຂາດຕົກບົກຜ່ອງ ແລະ ຕັດສິນໃຈແກ້ໄຂບັນດາຂໍ້ຂາດຕົກບົກຜ່ອງຂອງຕົນ. ແລະເພື່ອແກ້ໄຂບັນດາຂໍ້ຂາດຕົກບົກຜ່ອງນີ້, ໃນພັກຕ້ອງເພີ່ມທະວີການເສີມຂະຫຍາຍປະຊາທິປະໄຕ, ເພີ່ມທະວີການຕຳນິຕິຊົມຕົນເອງ ແລະ ຕຳນິຕິຊົມເພື່ອນສະຫາຍ. ພິເສດ, ຍາມໃດພັກກໍ່ຕ້ອງຕິດພັນກັບ ປຊຊ, ຮັບຟັງຄຳເຫັນຂອງ ປຊຊ ແລະ ອີງໃສ່ ປຊຊ ເພື່ອກໍ່ສ້າງພັກໃຫ້ດີກ່ວາອີກ“.
ໃນໄລຍະຈະມາຖິງ, ບັນຫາຕ້ອງມີຄວາມເອົາໃຈໃສ່ໃນການປະຕິບັດມະຕິສູນກາງພັກຄັ້ງທີ 4 ນັ້ນແມ່ນຖືເປັນສຳຄັນວິທີການຈັດຕັ້ງ, ຜັນຂະຫາຍການປະຕິບັດມະຕິສຳຄັນເປັນພິເສດນີ້. ຕາມນັ້ນແລ້ວ, ການກໍ່ສ້າງພັກແມ່ນຄວາມຮັບຜິດຊອບຂອງສະມາຊິກພັກແຕ່ລະຄົນ ແຕ່ຄວາມຮັບຜິດຊອບຂອງບັນດາພະນັກງານຫຼັກແຫຼ່ງ, ຫົວໜ້າບັນດາຫົວໜ່ວຍ ແລະ ຂັ້ນຕ່າງໆແມ່ນສຳຄັນກ່ວາໝູ່. ພະນັກງານ, ການນຳຕ້ອງນຳໜ້າ, ເປັນແບບຢ່າງໃນການປະຕິບັດມະຕິສູນກາງພັກຄັ້ງທີ 4 ຢ່າງເຂັ້ມງວດເພື່ອໃຫ້ຂັ້ນລຸ່ມປະຕິບັດຕາມ ເພື່ອແນໃສ່ສ້າງການຫັນປ່ຽນໃນທົ່ວພັກ ແລະ ທົ່ວສັງຄົມ. ທ່ານຟານຢ້ຽນ, ອະດີດກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ເນັ້ນໜັກວ່າ:
“ພວກເຮົາຕ້ອງພິຈາລະນາ, ຕີລາຄາຄືນບັນດາສາຍເຫດກ່ຽວກັບຂໍ້ກຳນົດກົດລະບຽບຄື: ກ່ຽວກັບວຽກງານພະນັກງານ, ການຄັດເລືອກ, ແຕ່ງຕັ້ງພະນັກງານ, ການຄຸ້ມຄອງພະນັກງານ, ຕິດຕາມກວດກາພະນັກງານຄືແນວໃດ ເພື່ອຊອກຫາບັນດາຜູ້ມີຄວາມສາມາດ, ມີຄຸນສົມບັດໄດ້, ຈຳກັດບັນດາພາກສ່ວນບໍ່ດີ ຫລືຜູ້ບໍ່ສົມເປັນຜູ້ນຳໃນກົງຈັກນຳພາຂອງພັກ ແລະ ລັດ. ເມື່ອຄົ້ນພົບຄວາມຜິດພາດ, ພະນັກງານບໍ່ເໝາະສົມ ພວກເຮົາຕ້ອງມີບັນດາລະບຽບການເພື່ອແກ້ໄຂໂດຍທັນທີ່“.
ຍິ່ງກ່ວາເວລາໃດໝົດ, ການກໍ່ສ້າງພັກໃຫ້ມີຄວາມສາມັກຄີ, ປອດໄສ, ໝັ້ນຄົງເຂັ້ມແຂງແມ່ນຄຳຮຽກຮ້ອງພາວະວິໄສຂອງພາລະກິດປະຕິວັດທົ່ວປວງຊົນ, ແມ່ນຄວາມເປັນຕາຍຂອງພັກ, ລະບອບ, ຂອງປະເທດຊາດ. ມະຕິສູນກາງພັກຄັ້ງທີ 4 ໄດ້ຊີ້ແຈ້ງບັນດາຄຳຮຽກຮ້ອງ ແລະ ມາດຕະການຖືກຕ້ອງ. ສະມາຊິກພັກທຸກຄົນ ໄດ້ຕັ້ງຄວາມຫວັງຫຼາຍເຂົ້າໃນບັ້ນຂົນຂວາຍນີ້. ບັ້ນດຳເນີນຊີວິດດ້ານການເມືອງນີ້ມີຂອບຂະໜາດໃຫ່ຍ, ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ ແລະ ຕ້ອງເດັດດ່ຽວ, ປະຕິບັດໃນໄລຍະຍາວ. ການສະຫລຸບ, ຖອດຖອນບົດຮຽນໃນການປະຕິບັດມະຕິສູນກາງພັກຄັ້ງທີ 4 ໃນປີຜ່ານມາ ແລະ ວາງມາດຕະການປະຕິບັດຢ່າງເດັດດ່ຽວກ່ວາອີກ ແມ່ນສິ່ງທີ່ທົ່ວພັກ, ທົ່ວປວງຊົນມີຄວາມປາດຖະໜາ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ./.