ບັນດາຄວາມແຕກຕ່າງກ່ຽວກັບສິດທິມະນຸດຄວນແລກປ່ຽນຢ່າງກົງໄປກົງມາ

(vovworld) - ວັນ​ທີ 7/3/2012, ກຳມາ​ທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ຕຳ່ ອາ​ເມ​ລິ​ກາ ​ໄດ້​ຮັບ​ຮອງ​ເອົາ​ສິ່ງ​ທີ່​ເອີ້ນ​ວ່າ​ “ຮ່າງ​ສິດທິ​ມະນຸດ​ຫວຽດນາມ”, ​ໃນ​ນັ້ນ​ໄດ້​ຍົກ​ອອກ​ບັນດາ​ຂໍ້​ມູນ​ຂ່າວ​ທີ່ຜິດ​ເຂວ, ຂາດ​ຄວາມ​ພາວະ​ວິ​ໄສ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ສິດທິ​ມະນຸດ​ຢູ່​ຫວຽດນາມ. ​ເລື່ອງ​ຮັບຮອງ​ເອົາ​ຮ່າງ​ສິດທິ​ມະນຸດ​ຫວຽດນາມບໍ່​ພຽງ​ແຕ່​ສອ່ງ​ແສງ​ສິດທິ​ມະນຸດ​ຢູ່​ຫວຽດນາມບໍ່​ຖືກ​ກັບ​ຄວາມ​​ເປັນຈິງ ​ເທົ່າ​ນັ້ນ ຫາກ​ຍັງ​ໄປ​ຝືນກັບ​ທ່າ​ອ່ຽງຂອງ​ບັນດາ​ປະຊາ​ຊາດ, ​ໃນ​ນັ້ນ​ມີ​ຫວຽດນາມ ​ແລະ ອາ​ເມ​ລິ​ກາທີ່​ພວມ​ນັບ​ມື້​ນັບ​ຕັ້ງຫນ້າ​ໂອ້​ລົມ​ສົນທະນາ​ນຳ​ກັນ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ.

ບັນດາຄວາມແຕກຕ່າງກ່ຽວກັບສິດທິມະນຸດຄວນແລກປ່ຽນຢ່າງກົງໄປກົງມາ - ảnh 1
ສະມາຊິກສະພາຕຳ່ ອາເມລິກາ Eni Faleomaraga ຖືວ່າ: ເລື່ອງຮັບຮອງເອົາຮ່າງສິດທິມະນຸດຫວຽດນາມບໍ່ສະເໝີພາບທີ່ມີຕໍ່ຫວຽດນາມ
ພາບ:ຈາກ internet

        ຫວຽດນາມ ​ແລະ ອາ​ເມ​ລິ​ກາ ມີ​ຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ, ນັ້ນ​ແມ່ນ​ຄວາມ​ຈິງທີ່​ບໍ່​ອາດ​ປະຕິ​ເສດ​ໄດ້. ​ແຕ່​ສິ່ງ​ນັ້ນ​ບໍ່​ໝາຍ​ຄວາມ​ວ່າ ຫວຽດນາມ​ບໍ່​ມີ​ສິດທິ​ມະນຸດ. ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ຫວ່າງ​ແລ້ວ​ນີ້, ທ່ານ ດັ້ງ​ຢູງຈີ ຮອງ​ຫົວຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສິດທິ​ມະນຸດ, ສັງກັດ​ສະຖາບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມີນ ​ໃຫ້​ຮູ້​ວ່າ: ພາຍຫລັງ​ກາຍ​ເປັນ​ສະມາຊິກ​ຂອງ​ສະ​ຫະປະຊາ​ຊາດ​ເມື່ອ​ປີ 1977, ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ບັນດາ​ສົນທິສັນຍາ​ສາກົນ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ສິດທິ​ມະນຸດ​ໂດຍ​ໄວ ​ແລະ ມາຮອດ​ປະຈຸ​ບັນ​ໄດ້​ກາຍ​ເປັນ​ສະມາຊິກ​ຂອງ​ສົນທິສັນຍາ​ສິດທິ​ມະນຸດ​ທີ່​ສຳຄັນ​ເກືອ​ບທັງ​ໝົດ. ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ໄດ້​ປະຕິບັດ​ບັນດາ​ພັນທະ​ຂອງ​ປະ​ເທດ​ສະມາຊິກ​ຂອງ​ສົນທິສັນຍາ​ກ່ຽວ​ກັບ​ສິດທິ​ມະນຸດ​ເປັນ​ຢ່າງ​ດີ ​ແລະ ​ເດືອນ 9/2009, ຫວຽດນາມ ​ໄດ້​ປ້ອງ​ກັນ​ບົດ​ລາຍ​ງານ​ສຳ​ຫລວດ​ກວດກາ​​​ຕາມ​ໄລຍະ​ກຳນົດທີ່ສະພາ​ສິດທິ​ມະນຸດ​ຂອງ​ສະ​ຫະປະຊາ​ຊາດ​ສຳ​ເລັດ​ຜົນ. ສິ່ງ​ເປັນ​ພິ​ເສດ​ນັ້ນ​ແມ່ນ ​ໃນ​ຕະຫລອດ​ໄລຍະ​​ແຫ່ງ​ການ​ປ່ຽນ​ແປງ​ໃຫມ່, ຫວຽດນາມ ນັບ​ມື້​ນັບ​ມີ​ຄວາມ​ເອົາ​ໃຈ​ໃສ່​ພິ​ເສດ​ເຖິງ​ການ​ສ້າງລະບົບ​ກົດໝາຍ​ໃຫ້​ສົມບູນ​ແບບຕາມ​ທິດ​ນັບ​ມື້​ນັບ​ຮັບປະກັນ​ສິດທິ​ມະນຸດດີກ​ວ່າ. ທີ່​ຈິງ​ແລ້ວ ບັນດາ​ສິດທິ​ມະນຸດ​ ຢູ່ ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ເປີດ​ກວ້າງ ​ແລະ ​​ຍົກ​ສູງ​ຂຶ້ນ. ທ່ານ ດັ້ງ​ຢູງຈີ ​ເວົ້າ​ວ່າ:

        “ຖ້າ​ອີງ​ຕາມ​ບັນດາ​ມາດຕະຖານ​ກ່ຽວ​ກັບ​ສິດທິ​ມະນຸດ​ຂອງ​ສະ​ຫະປະຊາ​ຊາດ ​ອາດ​ຈະ​ເຫັນ​ໄດ້​ວ່າ ບັນດາ​ຜົນງານ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່​ຫວຽດນາມ​ ​ແມ່ນ​ສະ​ແດງ​ອອກຢູ່​ບ່ອນ​ວ່າ ປະຊາຊົນ​ຫວຽດນາມ ນັບ​ມື້​ນັບ​ມີ​ຄວາມ​ເສ​ລີ​ກວ່າ, ບໍ່​ພຽງ​ແຕ່​​ໃນ​ການ​ເຄື່ອນ​ໄຫ​ວທາງ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ເສ​ລີ​ໃນການ​ເລືອກ​ເຟັ້ນບ່ອນ​ຢູ່ອາ​ໄສ, ບ່ອນ​ເຮັດ​ວຽກ​ຂອງ​ຕົນ, ​ເຂົ້າອອກເມືອງຢ່າງເສລີ, ​ໄດ້​ຮັບ​ການ​ປົກ​ປ້ອງ​ຢ່າງ​ສະ​ເໝີ​ພາບ​ລະຫວ່າງ​ທຸກ​ຄົນ ​ແລະ ຕໍ່ຫນ້າ​ກົດໝາຍ. ປະຊາຊົນ​ມີ​ຄວາມ​ເສລີ​​ເມື່ອ​ສະ​ແດງ​ບັນດາ​ທັດສະນະ​ຂອງ​ຕົນ​ຜ່ານ​ພາຫະນະ​ສື່​ມວນ​ຊົນ, ມີ​ສິດ​ຮ້ອງທຸກ, ຮ້ອງຟ້ອງ​ສຳລັບ​ບັນດາ​ການ​ເຄື່ອນ​ໄຫວ, ວຽກ​ງານທີ່​ຜິດ​ພາດຂອງ​ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ. ສິດ​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວສານ​ກໍ​ໄດ້​ຮັບ​ການ​ຕອບ​ສະຫນອງ​ເທື່ອ​ລະ​ກ້າວ. ຊີວິດ​ທາງ​ດ້ານ​ເສດຖະກິດ ວັດທະນະທຳ ສັງຄົມ ກໍ​ໄດ້​ຮັບການຍົກ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ບັນດາ​ສິ່ງ​ດັ່ງກ່າວ​ບໍ່​ແມ່ນ​ປະຊາຊົນ​ເຂດ​ຕົວ​ເມືອງ​​ໄດ້​ຊົມ​ໃຊ້ເທົ່າ​ນັ້ນ ຫາກ​ປະຊາຊົນບັນດາເຜົ່າ​ຢູ່​ທຸກ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ, ປະຊາຊົນ​ຢູ່​ເຂດ​ຫ່າງ​ໄກ​ສອກຫລີກ​ກໍ​ໄດ້​ຊົມ​ໃຊ້​ອີກ​ດ້ວຍ.”

        ​ໃນ​ຫລາຍ​ປີຜ່ານມາ ຫວຽດນາມ ບໍ່​ພຽງ​ແຕ່​ບັນລຸ​ບັນດາ​ຜົນງານ​ໃນ​ການ​ຮັບ​ປະກັນ​ສິດທິ​ມະນຸດ​ໃນ​ທຸກ​ຂົງ​ເຂດ ​ແລະ ​ໄດ້​ຮັບການຮັບ​ຮູ້​ຈາກ​ປະຊາ​ຄົມ​ໂລກ​ເທົ່ານັ້ນ ຫາກ​ຍັງ​ມານະ​ພະຍາຍາມ​ຊ່ວຍ​ປະຊາ​ຄົມ​ໂລກ​ມີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ​ຂອງ​ຫວຽດນາມ​ກວ່າອີກ. ​ເມື່ອ​ເຕື້ອງ​ເຖິງ​ບັນຫາ​ນີ້ ທ່ານ​ດັ້ງ​ຢູງຈີ ​ເນັ້ນ​ຫນັກ​ວ່າ:

        “ຫວຽດນາມ ນັບ​ມື້​ນັບ​ຕັ້ງຫນ້າ​​ໃນ​ການ​ໂອ້​ລົມ​ສົນທະນາ​ກັບ​ປະ​ຊາ​ຊາດຕ່າງໆ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ກ່ຽວ​ກັບ​ບັນຫາ​ສິດທິ​ມະນຸດ. ມີ​ຫລາຍ​ຮູບ​ການ​ໂອ້​ລົມ​ສົນທະນາ​ກ່ຽວ​ກັບ​ສິດທິ​ມະນຸດ​ຄື: ​ໂອ້ລົມ​ສົນ​ທະ​ນາ​ລະຫວ່າງ​ລັດ ກັບ​ລັດ, ລະຫວ່າງ​ລັດຖະບານ​ກັບ​ລັດຖະບານ, ລະຫວ່າງ​ສະມາຊິກ​ສະພາ​ແຫ່ງ​ຊາດນຳ​ກັນ ລະຫວ່າງ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ນຳ​ກັນ. ຂ້າພະ​ເຈົ້າ​ຄິດ​ວ່າ ນີ້​ແມ່ນ​ຈຸດ​ຕັ້ງຫນ້າ ​ເພາະວ່າ ມັນ​ບໍ່​ພຽງ​ແຕ່​ຜ່ານ​ການ​ໂອ້​ລົມ​ສົນ​ທະ​ນາ​ພວກ​ເຮົາ​ຈຶ່ງ​ສາມາດ​ຊ່ວຍ​ໃຫ້​ບັນດາ​ຝ່າຍ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ມີ​ຄວາມ​ສົນ​ໃຈ​ຂອງ​ຕົນ ​ແລະ ບັນດາ​ຜູ້​ໂອ້​ລົມ​ສົນທະນາ​ກໍ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ບັນຫາ​ຊຶ່ງ​ຫວຽດນາມ​ພວມ​ມີ​ຄວາມ​ສົນ​ໃຈ.”

        ອາດ​ຈະ​​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ ບັນຫາ​ສິດທິ​ມະນຸດ​ມີ​ບັນດາ​ຄວາມ​ແຕກ​ຕ່າງ ​ໂດຍ​ອີງ​ໃສ່​ລະດັບ​ການ​ພັດທະນາ ​ແລະ ​ເງື່ອນ​ໄຂ​ຄວາມ​ເປັນ​ຈິງ​ຂອງ​ແຕ່ລະ​ປະ​ເທດ ​ແຕ່​ຫວຽດນາມ ຍາມ​ໃດ​ກໍ​ພ້ອມ​ແລ້ວ​ຮ່ວມ​ມື ​ແລະ ​ໂອ້​ລົມ​ສົນທະນາ​ກັບ​ບັນດາ​ປະ​ເທດ, ອົງການ​ຈັດ​ຕັ້ງສາກົນ, ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ ກ່ຽວ​ກັບ​ຄວາມ​ແຕກ​ຕ່າງ, ບໍ່​ສະ​ເພາະ​ບັນຫາ​ກ່ຽວຂ້ອງ​ເຖິງ​ສິດທິ​ມະນຸດ. ​ແຕ່​ການ​ໂອ້​ລົມ​ສົນທະນາ ​ແລະ ການ​ຮ່ວມ​ມື​ສາກົນ​ໃນ​ຂົ​ງ​ເຂດ​ສິດທິ​ມະນຸດ​ຕ້ອງ​ອີງ​ໃສ່​ພື້ນຖານ​ຄວາມສ​ະ​ເໝີ​ພາບ, ​ເຄົາລົບ​ເຊິ່ງກັນ ​ແລະ ກັນ, ບໍ່​ແຊກ​​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ​ເພື່ອ​ຈຸດໝາຍ​ລວມ​ແມ່ນ​ປົກ​ປັກ​ຮັກສາ, ຊຸກຍູ້​ສິດ​ທິມະນຸດ​ໃຫ້​ນັບ​ມື້​ນັບ​ດີກ​ວ່າ​ເກົ່າ. ​ເລື່ອງ​ກຳມາ​ທິການ​ການ​ຕ່າງປະ​ເທດສະພາຕຳ່ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ​ຮ່າງ​ສິດທິ​ມະນຸດ​ຫວຽດນາມ ​ແມ່ນ​ວຽກ​ທີ່​ຂາດ​​ເຈດ​ຕະນາ​ດີ ​ໄປ​ຝືນ​ກັບ​ສາຍ​ພົວພັນ​ທີ່​ຈົບງາມລະຫວ່າງຫວຽດນາມ ​ແລະ ອາ​ເມ​ລິ​ກາປະຈຸ​ບັນ. ຫາງ​ສຽງ​ຖື​ວ່າ ບັນດາ​ຄວາມ​ແຕກ​ຕ່າງ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໃນ​ຂົງ​ເຂດ​ສິດທິ​ມະນຸດ​ຄວນ​ສືບ​ຕໍ່​ໄດ້​ຮັບ​ການ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ບົນ​ຈິດ​ໃຈ​ສ້າງສັນ ​ແລະ ​ເຄົາ​ລົບ​ເຊິ່ງກັນ ​ແລະ ກັນ, ​ເພື່ອ​ເພີ່ມ​ທະວີ​ຄວາມເຂົ້າອົກ​ເຂົ້າ​ໃຈ ​ແລະ ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທ​ດ ກວ່າ​ການ​ປະຕິບັດ​ບັນດາ​ວຽກ​ງານ​ທີ່​ມີ​ລັກສະນະ​ບັງຄັບ ​ແລະ ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ຫວຽດນາມ.

                                                                                         ນັກ​ຂ່າວ​ທູ​ຮວາ

ຕອບກັບ

ຂ່າວ/ບົດ​ອື່ນ