ບໍ່ອາດຈັດວາງແຕ່ພຽງຝ່າຍດຽວ ຫາກຕ້ອງອີງໃສ່ກົດໝາຍສາກົນ

(vovworld) - ຫວ່າງ​ແລ້ວ​ນີ້, ຈີນ​ໄດ້​ມີ​ບັນດາ​ບາດກ້າວ​ເພື່ອ​ແນ​ໃສ່​ປະຕິບັດ​ການຮຽກ​ສິດ ”​ເສັ້ນ​ລີ້ນ​ງົວ” ​ໂດຍ​ປະ​ເທດ​ນີ້​ຂີດ​ຂັ້ນ​ເອງ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ໃນ​ນັ້ນ​ກຳນົດ​ອະທິປະ​ໄຕ​ຜືນ​ແຜ່ນດິນ​ໃນ​ເຂດ​ທະ​ເລ​ຕາ​ເວັນ​ອອກ​ເກືອບ​ທັງ​ໝົດ, ​ໃນ​ນັ້ນ​ມີ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ​ຫວຽດນາມ.​ເຊິ່ງບໍ່​ອີງ​ໃສ່​ພື້ນຖານ​ນິຕິ​ກຳ​ໃດໆ. ບໍ່​ສະ​ເພາະແຕ່​ຫວຽດນາມ​​ແລະ ​ບັນດາ​ປະ​ເທດ​ແຄມ​ທະ​ເລ ອາ​ຊຽນ ​ເທົ່າ​ນັ້ນ, ຫາກ​ປະຊາ​ຄົມ​ໂລກ​ຜູ້​ຮັກຫອມ​ສັນຕິພາບ, ຄວາມ​ຍຸຕິ​ທຳ ກໍ່​ລ້ວນ​ແຕ່​ມີ​ບັນດາ​ຄຳ​ເຫັນ​ກ່ຽວ​ກັບ​ບັນຫາ​ນີ້. ​

ບໍ່ອາດຈັດວາງແຕ່ພຽງຝ່າຍດຽວ ຫາກຕ້ອງອີງໃສ່ກົດໝາຍສາກົນ - ảnh 1


ຮຽກສິດກ່ຽວກັບອະທິປະໄຕຢູ່ທະເລຕາເວັນອອກຂອງຈີນ

(ເສັ້ນລີນງົວສີຂຽວ)

(ພາບ: google.com.vn)

ວັນ​ທີ 28/10 ຜ່ານ​ມາ, ນັກຮຽນ​ຮູ້​ກຸ່ມໜຶ່ງ​ຂອງ​ຈີນ ​ແລະ ​ໄຕ້​ຫວັນ ຂື້ນ​ກັບຈີນພ້ອມ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ຍູ້​ແຮງ​ການ​ຄົ້ນ​ຄ້ວາ​ອັນ​ທີ່​ເອື້​ນວ່າ ”​ເສັ້ນ​ລີ້ນ​ງົວ”, ​ເຊິ່ງ​ກວມ​ເອົາ​ທະ​ເລ​ຕາ​ເວັນ​ຕາ​ເວັນ​ອອກ​ເກືອບ​ທັງ​ໝົດ, ​ໃນ​ນັ້ນ​ມີ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ​ຫວຽດນາມ. ກຸ່ມ​ນັກຮຽນ​ຮູ້​ນີ້ ​ໄດ້​ສະ​ເໜີ​​ໃຫ້ອຳນາດ​ການ​ປົກຄອງ ”​ເລືອກ​ເອົາ​ເອກະສານ​ທີ່​ເໝາະ​ສົມ​ເພື່ອ​ອ້າງ​ເຫດຜົນ” ພ້ອມ​ທັງ​ສະ​ເໜີ​ໃຫ້​ບັນດາ​ບໍລິສັດ​ນ້ຳມັນ​ອາຍ​ແກ​ດຂອງ​ຈີນ ​ແລະ ​ໄຕ້​ຫວັນ​ທີ່​ຂຶ້ນ​ກັບ​ຈີນ ​ເປີດ​ກວ້າງ​ການ​ຮ່ວມ​ມື​ເພື່ອ​ສຳ​ຫຼວດ​ແຫຼ່ງຊັບພະຍາກອນ​ຢູ່​ອ້ອມ​ໝູ່​ເກາະ​ເຈື່ອງ​ຊາ ຂອງ​ຫວຽດນາມ. ນີ້​ແມ່ນ​ການ​ກະທຳ​ທີ່​ຝືນ​ກັບ​ກົດໝາຍ​ສາກົນ ​ແລະ ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆໃນ​ເຂດ​ທະ​ເລຕາ​ເວັນ​ອອກ (DOC) ​ເຊິ່ງຈີນ​ໄດ້​ລົງ​ນາມ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຖ້າ​ຫາກ​ມີ​ພະຍານ ຫຼັກ​ຖານ​ດ້ານ​ກົດໝາຍ, ​ເຂົາ​ເຈົ້າ​ຈະ​ບໍ່​ຕ້ອງ​ເລືອກ​ເຟັ້ນອັນ​ທີ່​ເອີ້ນ​ວ່າ ”​ເອກະສານ​ປະຫວັດສາດ​ທີ່​ເໝາະ​ສົມ”. ຊ້ຳ​ບໍ່​ໜຳ, ກ່ອນ​ນັ້ນ, ​ໃນ​ການ​ຕອບ​ສຳພາດ​ຕໍ່​ໜັງສືພິມ​ຈີ​ນສະບັບ​ໜຶ່ງ, ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ໜານ​ໄຮ້, ຈີນ ອູ່​ຈືຊຸນ ​ໄດ້​ຍອມຮັບ​ວ່າ ”ສິ່ງ​ສົມ​ເຫດ​ສົມ​ຜົນ” ​ໃນ​ການຖະ​ແຫຼ​ງອະທິປະ​ໄຕ​ຂອງ​ປັກ​ກິ​ງຢູ່​ທະ​ເລ​ຕາ​ເວັນ​ອອກ ພຽງ​ແຕ່​ອິງ​ໃສ່​ກົດໝາຍ​ຂອງ​ປະ​ເທດ​ນີ້​ເທົ່າ​ນັ້ນ, ຫາກ​ບໍ່​ອິງ​ໃສ່​ກົດໝາຍ​ສາກົນ. ​ເບິ່ງ​ຄື​ວ່າ, ກອງ​ປະຊຸມ​ສຳ​ມະ​ນາ​ນີ້ພວມ​ຕັ້ງ​ໃຈ​ເມີນ​ເສີຍ​ຕໍ່​ລັກສະນະ​ຕົວ​ຈິງ​ຂອງ​ປະຫວັດສາດ ​ແລະ ກົດໝາຍ​ສາກົນ​ທີ່​ວ່າ ຫວຽດນາມ​ມີ​ອະທິປະ​ໄຕ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້​ສຳ​ຫຼັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ກ່ຽວ​ກັບ​ບັນຫາ​ນີ້, ຫາງ​ສຽງ​ໂລກລ້ວນ​ແຕ່ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ທັດສະນະຂອງ​ຫວຽດນາມ ກໍ່​ຄື​ຂອງ​ບັນດາ​ປະ​ເທດ​ຢູ່​ແຄມ​ທະ​ເລ ອາ​ຊຽນ ນັ້ນ​ແມ່ນ​ຖືກົດໝາຍ​ສາກົນ​ແມ່ນ​ພື້ນຖານ​ເພື່ອ​ແກ້​ໄຂ​ທຸກ​ການ​ພິພາດ. ຍ້ອນ​ເຫດ​ນັ້ນ, ຂໍ້​ສະ​ເໜີ​ດັ່ງກ່າວ​ຂອງ​ນັກຮຽນ​ຮູ້​ຈີນ ​ແລະ ​ໄຕ້​ຫວັນ​ທີ່​ຂຶ້ນ​ກັບ​ຈີນ ​ແມ່ນ​ໄປ​ຝືນ​ກັບ​ທັດສະນະ​ລວມຂອງ​ບັນດາ​ນັກ​ຄົ້ນ​ຄ້ວາ​ສາກົນ ກໍ່​ຄື​ຫາງ​ສຽງ​ເວົ້າ​ລວມ.ມີ​ກອງ​ປະຊຸມ​ສຳ​ມະ​ນາ​ວິທະຍາສາດ​ສາກົນ​ຕ່າງໆ​ທີ່​ຖືກ​ຈັດ​ຕັ້ງ​ໃນ​ໄລຍະ​ຜ່ານ​ມາ ລ້ວນ​ແຕ່​ອອກສຽງ​ຄັດຄ້ານ ​ແລະ ຕຳ​ໜິວ່າ ຄຳ​ນິຍາມ ”​ເສັ້ນ​ລີ​ນງົວ” ​ໂດຍ​ຈີນ​ຍົກ​ອອກນັ້ນ​ແມ່ນ​ຂາດ​ພື້ນຖານ​ດ້ານ​ວິທະຍາສາດ, ພື້ນຖານ​ນິຕິ​ກຳ ​ແລະ ພຶດຕິ​ກຳ​ຕົວ​ຈິງ. ສາດສະດາຈານ​ດ້ານ​ກົດໝາຍ Erik Franckx ສັງກັດ​ມະຫາວິທະຍາ​ໄລ Vrije, ລາຊະ​ອານາຈັກ​ແບນ​ຊິກ​ເນັ້ນ​ໜັກ​ວ່າ ​ແຜນ​ທີ່​ເສັ້ນ​ລີ​ນງົວ​ນີ້​ບໍ່ແມ່ນຫຼັກ​ຖານ​ດ້ານ​ກົດໝາຍ​ກ່ຽວ​ກັບ​ອະທິປະ​ໄຕ​ຢ່າງ​ເດັດຂາດ, ​ເພາະມັນ​ຂາດ​ລັກສະນະ​ຊັດ​ເຈນ​ດ້ານ​ເຕັກນິກ ​ແລະ ບໍ່​ມີ​ພື້ນຖານ​ນິຕິ​ກຳ. ສ່ວນ​ສາດສະດາຈານ​ດ້ານ​ກົດໝາຍ David Scott ຂອງ​ລາຊະ​ອານາຈັກ​ອັງກິດ ກໍ່​ຖື​ວ່າ ​ເມື່ອ​ຍື່ນ​ແຜນ​ທີ່​ດັ່ງກ່າວ​ຂຶ້ນ​ຕໍ່​ສະຫະ​ປະຊາ​ຊາດ, ຈີນ​ໄດ້​ປະຕິ​ເສດ​ຍົກ​ອອກ​ບັນດາ​ພະຍານ​ຫຼັກ​ຖານ​ດ້ານ​ເຕັກນິກ​ໃຫ້​ແກ່​ແຜນ​ທີ່​ສະບັບ​ນີ້, ​ແລະ ປະຕິ​ເສດ​ການ​ປະຕິບັດ​ສົນທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ ​ແລະ​ກໍ່​ບໍ່​ຢາກ​ຍົກ​ອອກ​ບັນດາ​ບັນຫາ​ພິພາດ​ກັບ​ບັນດາ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ. ອະທິບາຍ​ໃຫ້​ແກ່​ສິ່ງ​ດັ່ງກ່າວ, ສາດສະດາຈານ​ດ້ານ​ກົດໝາຍ Monique Chemillier – Gendreau, ສັງກັດ​ມະຫາວິທະຍາ​ໄລ Paris – Diderot, ສ ຝລັ່ງ ​ໄດ້​ຢືນ​ຢັນ​ວ່າ, ຈີນບໍ່​ສະໜອງ​ບັນດາ​ພະຍານຫຼັກ​ຖານ​ວິ​ຍາ​ສາດຄືດັ່ງກ່າວ​ແມ່ນ​ຍ້ອນ​ເຂົາ​ເຈົ້າ​ບໍ່​ມີ​, ​ແລະ ປັກ​ກິ​ງກໍ່ບໍ່​ຢາກ​ໃຫ້​ສານ​ສາກົນ​ໃດໆ​ພິພາກສາກ່ຽວ​ກັບ​ການ​ພິພາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ​ຄວາມ​ຈິງ​ແລ້ວ, ໃນ​ກໍລະນີ​ທວງ​ເອົາ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ປະ​ເທດ​ທີ່​ທວງ​ເອົາ​ນ້ັນຈະ​ຕ້ອງ​ອິງ​ໃສ່​ກົດໝາຍ. ​ແຕ່​ຈີນ​ພຽງ​ແຕ່​ອິງ​ໃສ່​ເອກະສານ​ເມື່ອ​ປີ 1930 ​ເທົ່າ​ນັ້ນ, ​ໃນ​ຂະນະ​ນັ້ນ​ບັນດາ​ເຈົ້າຂູ​ນມູນ​ນາຍສະ​ໄໝ​ ອານ​ນາມ ​ຂອງ​ຫວຽດນາມ ​ໄດ້​ສ້າງ​ແຜນ​ທີ່​ກ່ຽວ​ກັບ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ນັບ​ແຕ່​ສະຕະວັດ​ທີ 17. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ, ບັນດາ​ເອກະສານ​ໂດຍ​ຫວຽດນາມ ຍົກ​ອອກ ​ແມ່ນ​ມີ​ໄລ​ຍະ​ເວລາ​ດົນ​ນານ​ກວ່າ, ຫວຽດນາມ​ແມ່ນ​ລັດ​ທີ່ ​ໄດ້​ປະຕິບັດ​ອະທິປະ​ໄຕ​ສຳລັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ​ຜ່ານ​ໄລຍະ​ປະຫວັດສາດ​ອັນ​ຍາວ​ນານ ​ເຊິ່ງບໍ່​ມີ​ປະ​ເທດ​ໃດ​ສາມາດ​ອອກສຽງ​ຄັດຄ້ານ​ໄດ້. ​ເປັນ​ອັນວ່າ, ຫວຽດນາມ​ໄດ້​ກຳນົດ​ອະທິປະ​ໄຕ​ຂອງໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ບໍ່​ພຽງ​ແຕ່​ອີງ​ໃສ່ບັນດາ​ຫຼັກ​ຖານ​ປະຫວັດສາດ​ເທົ່າ​ນັ້ນ, ຫາກ​ຍັງ​ອີງ​ໃສ່​ພື້ນຖານ​ກຳມະສິດ​ຢ່າງ​ແທ້​ຈິງ, ມີ​ສັນຕິພາບ ​ແລະ ຕໍ່​ເນື່ອງ​ຢ່າງ​ຖືກຕ້ອງ​ຕາມ​ຫຼັກ​ຖານ​ນິຕິ​ກຳ​ສາກົນ.

​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ເລື່ອງ​ທວງ​ເອົາ​ອະທິປະ​ໄຕ ​ແຕ່​ຂາດ​ພື້ນຖານ​ນິຕິ​ກຳ, ພື້ນຖານ​ວິທະຍາສາດ, ພຶດຕິ​ກຳ​ຕົວ​ຈິງ, ບໍ່​ປະຕິບັດ​ຕາມ​ກົດໝາຍ​ສາກົນ​ນັ້ນ ​ແມ່ນ​ຍາກ​ທີ່​ຈະ​ເຮັດ​ໃຫ້ຫາ​ງສຽງ​ຮັບ​ຮູ້​ໄດ້. ຄວາມ​ມຸ້ງ​ມາດ​ປາຖະໜາ​ຢາ​ກ​ໃຫ້​ສະພາບ​ແວດ​ລ້ອມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ມີ​ສັນຕິພາບ​ນັ້ນບໍ່​ພຽງ​ແຕ່​ແມ່ນ​ຄວາມ​ມຸ້ງ​ຫວັງ​ຂອງ​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ແລະ ປະ​ເທດ​ອື່ນໆ ທີ່​ກ່ຽວຂ້ອງ. ຫາງ​ສຽງ​ສາກົນ​ຖື​ວ່າ, ບໍ່​ອາດ​ທວງ​ເອົາ​ອະທິປະ​ໄຕ, ​ແລະ ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕາມ​ວິທີ​ຈັດ​ວາງ​ແຕ່ພຽງ​ຝ່າຍ​ດຽວ ຄື​ດັ່ງ​ບັນດາ​ນັກຮຽນ​ຮູ້​ຈີນ ​ແລະ ​ໄຕ້​ຫວັນ​ທີ່​ຂຶ້ນ​ກັບ​ຈີນ ປະຕິບັດ​​ໄດ້ຢ່າງ​ແນ່ນອນ.

ຕອບກັບ

ຂ່າວ/ບົດ​ອື່ນ