(vovworld) - ຫວຽດນາມ ພວມຢູ່ໃນວິວັດທະນາການອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດສະຫະປະຊາຊາດ (ສປຊ) ອາຍຸການ 2013 - 2016. ເຖິງຢ່າງໃດກໍຕາມ, ໃນໄລຍະມໍ່ໆມານີ້ ມີບຸກຄົນຈຳນວນຫນຶ່ງ ແລະ ອົງການປົກປ້ອງສິດທິມະນຸດຂອງຊາວ ຫວຽດນາມ ຢູ່ຕ່າງປະເທດພັດຖືວ່າ ຫວຽດນາມບໍ່ທັນສົມທີ່ຈະເຂົ້າຮ່ວມອົງປະກອບລະຫວ່າງລັດຖະບານຂອງ ສປຊ ເພື່ອພິຈາລະນາກ່ຽວກັບສະພາບສິດທິມະນຸດໃນທົ່ວໂລກ ຍ້ອນຍັງມີບັນດາການກະທຳທີ່ບໍ່ຖືກຕ້ອງກ່ຽວກັບບັນຫາສິດທິມະນຸດພາຍໃນປະເທດ. ນີ້ແມ່ນການຕີລາຄາຂາດລັກສະນະຕົວຈິງກ່ຽວກັບຜົນງານດ້ານສິດທິມະນຸດຂອງ ຫວຽດນາມ ແນໃສ່ເຮັດໃຫ້ອິດທິພົນຊື່ສຽງ, ບົດບາດຂອງ ຫວຽດນາມໃນເວທີສາກົນຖືກຫລຸດລົງ.
ຢູ່ຫວຽດນາມ, ເດັກນ້ອຍໄດ້ຮັບການລະຫຼິ້ນ, ຮ່ຳຮຽນຢ່າງເສລີ
(ພາບປະກອບ)
ໃນຄຳອ້າງເຫດຜົນຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນດັ່ງກ່າວ, ເຂົາເຈົ້າຖືວ່າ ອຳນາດການປົກຄອງຫວຽດນາມ ໄດ້ມີບັນດາຮູບການປາບປາມ ແລະ ນາບຂູ່ບັນດາຜູ້ຕໍ່ສູ້ປົກປ້ອງສິດທິມະນຸດພາຍໃນປະເທດ. ໂດຍລະອຽດແມ່ນ, ເຂົາເຈົ້າເຕື້ອງເຖິງເປົ້າໝາຍຈຳນວນຫນຶ່ງ ແລະ ບາງ blogger ຫາກໍຖືກຕັດສິນລົງໂທດ ຍ້ອນລະເມີດກົດໝາຍຂອງຫວຽດນາມ ແລະ ຖືວ່າ ອຳນາດການປົກຄອງ ຫວຽດນາມ ບໍ່ເຄົາລົບສິດທິມະນຸດ. ເຂົາເຈົ້າຖືວ່າ, ຕ້ອງອອກສຽງເພື່ອໃຫ້ທົ່ວໂລກເຂົ້າໃຈວ່າ: ຫວຽດນາມບໍ່ປະຕິບັດຖືກຕ້ອງຕາມຄຳໝັ້ນສນຍາເຄົາລົບສິດທິມະນຸດ ແລະ ຮຽກຮ້ອງໃຫ້ຫວຽດນາມ ກ່ອນອື່ນໝົດຕ້ອງປັບປຸງຜົນງານດ້ານສິດທິມະນຸດ, ປ່ອຍນັກໂທດການເມືອງ ແລະ ສາສະຫນາ ເພື່ອມີຖານະອອກສະໝັກຮັບເລືອກຕັ້ງຢ່າງຄົບຖ້ວນ ຫລື ກາຍເປັນສະມາຊິກຂອງສະພາສິດທິມະນຸດ ສປຊ.
ກ່ອນອື່ນໝົດຕ້ອງຢືນຢັນວ່າ ບັນດາຜົນງານກ່ຽວກັບ ສິດທິມະນຸດຂອງ ຫວຽດນາມ ໄດ້ຮັບການຮັບຮູ້ຈາກປະຊາຄົມໂລກດ້ວຍການປະກາດບົດລາຍງານແຫ່ງຊາດຕາມກົນໄກສຳຫລວດກວດກາເປັນປະຈຳກ່ຽວກັບ ສິດທິມະນຸດຂອງ ຫວຽດນາມ ທີ່ສະພາສິດທິມະນຸດ ສປຊ ເມື່ອເດືອນ 9/2009. ບັນດາປະເທດຕີລາຄາສູງຜົນງານ, ຄວາມມານະພະຍາຍາມຕ່າງໆຂອງ ຫວຽດນາມ ໃນການເສີມຂະຫຍາຍ ແລະ ປົກປ້ອງ ສິດທິມະນຸດ. ປະຊາຄົມໂລກລ້ວນແຕ່ເຫັນແຈ້ງນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ ແມ່ນເຄົາລົບບັນດາ ສິດທິມະນຸດດ້ານການເມືອງ, ພົນລະເຮືອນ, ເສດຖະກິດ, ວັດທະນະທຳ ແລະ ສັງຄົມ. ຍ້ອນມີການຮັບປະກັນ ສິດທິມະນຸດ, ບັນດາຂົງເຂດເສດຖະກິດ, ສັງຄົມ, ວັດທະນະທຳຢູ່ ຫວຽດນາມ ໄດ້ມີຄວາມກ້າວໜ້າອັນໃຫຍ່ຫຼວງ, ເປັນຕົ້ນແມ່ນ ໃນຊຸມປີແຫ່ງການປະຕິບັດກິດຈະການປ່ຽນແປງໃຫມ່. ລະດັບຈະເລີນເຕີບໂຕດ້ານເສດຖະກິດຂອງ ຫວຽດນາມ ບັນລຸລະດັບສູງຢ່າງລຽນຕິດ ຄື 7%/ປີ ໃນກວ່າທົດສະວັດຜ່ານມາ, ການເຕີບໂຕເສດຖະກິດຕິດພັນກັບການແກ້ໄຂບັນດາບັນຫາສັງຄົມເປັນຢ່າງດີ ນັ້ນແມ່ນບັນດາບາດກ້າວປະຕິບັດນະໂຍບາຍເພື່ອມະນຸດຂອງ ຫວຽດນາມ ຢ່າງມີປະສິດທິຜົນ. ບັນດາຜົນງານອັນໃຫຍ່ຫລວງໃນກິດຈະການປ່ຽນແປງໃຫມ່ຂອງຫວຽດນາມ ໃນໄລຍະ 35 ປີຜ່ານມາໄດ້ສ້າງເງື່ອນໄຂໃຫ້ແກ່ ຫວຽດນາມ ນັບມື້ນັບຮັບປະກັນບັນດາສິດພື້ນຖານຂອງປະຊາຊົນກວ່າ, ພິເສດແມ່ນສິດກ່ຽວກັບເສດຖະກິດ, ສັງຄົມ ແລະ ວັດທະນະທຳ.
ສະນັ້ນ ບັນດາຖ້ອຍທຳນອງໂຕ້ຕອບຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນທີ່ຖືວ່າ ອຳນາດການປົກຄອງ ຫວຽດນາມ ຈຳກັດສິດເສລີໃນການປາກເວົ້າ, ສື່ມວນຊົນ, ສິດເສລີດ້ານຂ່າວສານ, ຜູ້ລະເມີດດ້ານກົດໝາຍຖືກຕັດສິນລົງໂທດເຊັ່ນດຽວກັນກັບບັນດານັກເຄື່ອນໄຫວດ້ານການເມືອງ ແລະ ຖືວ່າ ຫວຽດນາມ ບໍ່ປະຕິບັດຖືກຕ້ອງຕາມບັນດາຄຳໝັ້ນສັນຍາກ່ຽວກັບການເຄົາລົບ ສິດທິມະນຸດ ຫລື ຂາດຄວາມເຄົາລົບ ສິດທິມະນຸດ ທັງໝົດເຫຼົ່ານັ້ນແມ່ນບໍ່ມີມູນຄວາມຈິງ, ບໍ່ອາດຫລອກລວງໃຜໄດ້ ເພື່ອຜົນປະໂຫຍດຂອງສ່ວນບຸກຄົນ ຫລື ກຸ່ມຄົນໃດຫນຶ່ງ. ລັດຖະທຳມະນູນ, ກົດໝາຍຂອງຫວຽດນາມ ຫ້າມບັນດາການກະທຳສວຍໃຊ້ສາສະຫນາ, ສິດທິມະນຸດ ເພື່ອກໍ່ຄວາມຂາດສະຖຽນລະພາບດ້ານການເມືອງ ສັງຄົມ, ເຮັດໃຫ້ຄວາມສະຫງົບປອດໄພແຫ່ງຊາດຖືກຜົນສະທ້ອນ, ທຳລາຍກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ບັນດາຜູ້ລະເມີດ, ບໍ່ວ່າຊົນເຜົ່າຫລືສາສະຫນາໃດກໍ່ລ້ວນແຕ່ຖືກສານຫວຽດນາມຕັດສິນລົງໂທດຕາມການກຳນົດຂອງກົດໝາຍ. ນັ້ນແມ່ນສິ່ງທີ່ບໍ່ວ່າປະເທດໃດໃນໂລກລ້ວນແຕ່ປະຕິບັດເພື່ອປົກປ້ອງສິດຂອງກົດໝາຍ. ແລະ ຫວຽດນາມ ກໍເຊັ່ນດຽວກັນ. ສະນັ້ນ ຢູ່ ຫວຽດ,ນາມ ບໍ່ມີສິ່ງທີ່ເອີ້ນວ່າ ນັກໂທດຈັນຍາບັນ, ນັກໂທດການເມືອງ ຫລື ນັກໂທດສາສະຫນາ ຫາກພຽງແຕ່ມີບັນດາພົນລະເມືອງດຳລົງຊີວິດ ແລະ ເຮັດວຽກຕາມລັດຖະທຳມະນູນ, ກົດໝາຍ ຫລື ລະເມີດກົດໝາຍຖືກຕັດສິນລົງໂທດຕາມກົດໝາຍເທົ່ານັ້ນ.
ສິ່ງຈຳເປັນເພື່ອພິຈາລະນາກ່ຽວກັບ ສິດທິມະນຸດພາຍໃນປະເທດໃດຫນຶ່ງ, ກ່ອນອື່ນໝົດຕ້ອງພິຈາລະນາລັດຖະບານຂອງປະເທດນັ້ນໄດ້ເຮັດຫຍັງແດ່ເພື່ອຊ່ວຍປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມຫນຳສຳລານກວ່ານັບທັງດ້ານວັດຖຸ ແລະ ຈິດໃຈ, ເປັນຕົ້ນຢູ່ປະເທດທຸກຍາກ ຫລື ພວມພັດທະນາຄືຢູ່ ຫວຽດນາມ. ນັ້ນແມ່ນບັນຫາຕົ້ນຕໍຂອງ ສິດທິມະນຸດ. ມີບຸກຄົນຈຳນວນຫນຶ່ງທີ່ເຂົາເຈົ້າຖືວ່າ:ແມ່ນນັກການເມືອງ, ນັກໂທດສາສະຫນາ, ... ເນື້ອແທ້ແມ່ນບັນດາຜູ້ລະເມີດກົດໝາຍ, ຖືກຕັດສິນລົງໂທດຕາມປະມວນກົດໝາຍອາຍາຂອງ ສສ ຫວຽດນາມ. ເລ່ືອງອຳນາດການປົກຄອງທຸກຂັ້ນ ມີບັນດາມາດຕະການສະກັດກັ້ນບັນດາການກະທຳຕ້ານ ຫລື ສານຕັດສິນລົງໂທດເຂົາເຈົ້າບໍ່ແມ່ນລະເມີດ ສິດທິມະນຸດ ຫາກນັ້ນແມ່ນເພື່ອໃຫ້ປະຊາຊົນໄດ້ດຳລົງຊີວິດໃນຄວາມສັນຕິພາບ ສະຖຽນລະພາບ.
ມະຕິກ່ຽວກັບການສ້າງຕັ້ງສະພາ ສິດທິມະນຸດ ສປຊ ວັນທີ 15/3/2006 ໄດ້ຊີ້ແຈງວ່າ ບັນດາສະມາຊິກໃນສະພາ ສິດທິມະນຸດ ຕ້ອງບັນລຸມາດຕະຖານສູງສຸດໃນການຊຸກຍູ້ ແລະ ປົກປ້ອງບັນດາສິດເປັນພື້ນຖານຂອງມະນຸດ. ດ້ວຍເລື່ອງຕັ້ງໝັ້ນສືບຕໍ່ສູ້ຊົນເຮັດໃຫ້ການເຕີບໂຕດ້ານເສດຖະກິດ, ຄວາມຍຸຕິທຳສັງຄົມ ແລະ ຊຸກຍູ້ການເຄື່ອນໄຫວຂອງລັດແຫ່ງອຳນາດນິຕິບັນຍັດ, ບັນດາ ສິດທິມະນຸດ ຢູ່ ຫວຽດນາມ ນັບມື້ນັບໄດ້ຮັບປະກັນໃນຕົວຈິງ ແລະ ສະແດງໃຫ້ເຫັນວ່າ ບັນດາຂ່າວຄາວຊຶ່ງອົງການຈັດຕັ້ງ, ສ່ວນບຸກຄົນທີ່ກ່າວຫາ ຫວຽດນາມວ່າຂາດສິດທິມະນຸດ ແມ່ນບໍ່ຖືກກັບຄວາມຈິງ. ຄຽງູຄູ່ກັນນັ້ນ ນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນສູ້ຊົນພ້ອມກັບປະຊາຄົມໂລກຊຸກຍູ້ການຊົມໃຊ້ ແລະ ປົກປ້ອງ ສິດທິມະນຸດໃຫ້ແກ່ປະຊາຊົນປະເທດຕ່າງໆ. ເພາະສະນັ້ນ ຫວຽດນາມ ຄວນເຂົ້າເປັນສະມາຊິກຂອງ ສະພາ ສິດທິມະນຸດ ເພື່ອພ້ອມກັບບັນດາປະເທດປະຕິບັດ ສິດທິມະນຸດ ພ້ອມກັນແບ່ງປັນບົດຮຽນສຳເລັດຜົນຂອງ ຫວຽດນາມ ໃນຂົງເຂດນີ້. ດ້ວຍຄຳໝັ້ນສັນຍາຢ່າງແຮງຕໍ່ການຮັບປະກັນ ສິດທິມະນຸດ ແລະ ບັນດາບົດຮຽນພຶດຕິກຳຕົວຈິງ, ແນ່ນອນວ່າ ຫວຽດນາມ ຈະປະຕິບັດຫນ້າທີ່ນີ້ເປັນຢ່າງດີ ແລະ ຈະມີການປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນວຽກງານລວມຂອງສະພາ ສິດທິມະນຸດ, ເພື່ອໂລກແຫ່ງສັນຕິພາບ, ວັດທະນາຖາວອນ ແລະ ຍຸຕິທຳ;