ປະຄວາມຂັດແຍ້ງກັນໄວ້ເພື່ອພ້ອມກັນຮ່ວມມື

(vovworld) - ວັນ​ທີ 21/8, ບັນດາ​​ເຈົ້າ​ຫນ້າ​ທີ່​ການ​ຄ້າ 3 ປະ​ເທດ ຈີນ - ຍີ່​ປຸ່ນ ​ແລະ ສ​ເກົາຫລີ ​ໄດ້​ພົບ​ປະກັນ​ຢູ່​ນະ​ຄອນ ຈິງຕາວ ພາກ​ເຫນືອ​ຂອງ​ຈີນ ​ເພື່ອ​ສືບ​ຕໍ່​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA) 3 ຝ່າຍ. ​ເຖິງ​ວ່າ​ໃນ​ສະພາບ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 3 ປະ​ເທດ​ພວມ​ເຄັ່ງ​ຕຶງ​ຍ້ອນ​ການ​ພິພາດ​ໝູ່​ເກາະ, ​ແຕ່​ວົງ​ການໄຈ້​ແຍກ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ບັນດາ​ການ​ປະ​ທະ​ກັນ​ດັ່ງກ່າວ​ຈະ​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ວິວັດ​ການ​ເຊັນ​ສັນຍາ FTA ຍ້ອນ​ບັນດາ​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ອັນ​ໃຫຍ່​ຫລວງ ຊຶ່ງ FTA ນຳ​ມາ​ໃຫ້​​​ແຕ່ລະ​ປະ​ເທດ.

ປະຄວາມຂັດແຍ້ງກັນໄວ້ເພື່ອພ້ອມກັນຮ່ວມມື - ảnh 1
ໝູ່ເກາະພິພາດລະຫວ່າງ ສ ເກົາຫລີ ແລະ ຍີ່ປຸ່ນ
ພາບ: internet

        ຕາມ​ແຫ​ລ່ງຂ່າວ​ຈາກ​ຫນ້າ​ເວັບ​ຂອງ ວິທະຍຸ KBS ຂອງ​ສ​ເກົາຫລີ ​ແລ້ວ, ທີ່​ການ​ພົບ​ປະ​ຄັ້ງ​ນີ້, ບັນດາ​ຝ່າຍ​ຈະ​ແກ້​ໄຂ​ບັນຫາ​ຕ່າງໆ​ໃນ​ເບື້ອງ​ຕົ້ນ​ຄື: ຫລັກການ​ພື້ນຖານ​ຂອງ​ສັນຍາ​ການ​ຄ້າ 3 ຝ່າຍ, ຂອບ​ເຂດ​ຂົງ​ເຂດ​ເສດຖະກິດ​ກໍ​ຄື​ບັນດາ​ບັນຫາ​ລະບຽບ​ການ, ສືບ​ຕໍ່​ຜັນ​ຂະຫຍາຍ​ຄຳ​ໝັ້ນ​ສັນຍາ​ກ່ອນ​ນີ້, ​ເປັນ​ຕົ້ນ​ແມ່ນ​ຄຳ​ໝັ້ນ​ສັນຍາ​ທີ່​ໄດ້​ຮັບຮອງ​ເອົາ​ໃນ​ການ​ເຈລະຈາ​ຮອບ​ທຳ​ອິດ​ກ່ຽວ​ກັບ FTA ຢູ່ ຍີ່​ປຸ່ນ ​ເມື່ອ​ເດືອນ 6/2012 ຜ່ານ​ມາ, ຄວາມ​ຕັດສິນ​ໃຈ​ສືບ​ຕໍ່​ການ​ປຶກສາ​ຫາລື​ສຳຄັນ​ກ່ອນ​ທ້າຍ​ປີ​ນີ້​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ຂໍ້​ຕົກລົງ​ດ້ານ​ການ​ຄ້າ​ເສລີ 3 ຝ່າຍ ​ໃນ​ໄລຍະ​ໃກ້ທີ່​ສຸຸດ.

        ຄວາມ​ຈິງ​ສະແດງໃຫ້​ເຫັນ​ວ່າ, ນີ້​ບໍ່​ແມ່ນ​ຄັ້ງ​ທຳ​ອິດ​ທີ່ບັນດາ​ຝ່າຍ​ຍົກ​ບັນຫາ​ກ່ຽວ​ກັບ FTA ມາ​ປຶກສາ​ຫາລື. ນັບ​ແຕ່​ເມື່ອ​ປັກ​ກິ່ງ ສະ​ເຫ​ນີຂໍ້​ລິ​ເລີ່​ມສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ​ໃນ​ທ້າຍ​ປີ 2002, 3 ປະ​ເທດ ​ໄດ້​ຕັດສິນ​ໃຈ​ສືບ​ຕໍ່ເດີນຕາມ​ວິວັດ​ການ​ເຈລະຈາ FTA. ສິ່ງ​ດັ່ງກ່າວ​ໄດ້​ຊ່ວຍ​ຊຸກຍູ້​ການ​ຄ້າ​ລະຫວ່າງ​ບັນດາ​ຝ່າຍ​ພັດທະນາ. ລະອຽດ​ຄື: ​ໃນ​ຫນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ, ວົງ​ເງິນ​ການ​ຄ້າ​ລະຫວ່າງ​ສາມ​ປະ​ເທດ ​ໄດ້​ເພີ່ມ​ຂຶ້ນ​ທົບ 5 ​ເທົ່າ ​ແລະ ປະຈຸ​ບັນ ​ໄດ້​ລື່ນ​ກາຍ​ 690 ຕື້ USD. ຈີນ ກາຍ​ເປັນ​ປະ​ເທດ​ຄູ່​ຮ່ວມ​ມື​ລາຍ​ໃຫຍ່​ຂອງ ຍີ່​ປຸ່ນ ​ແລະ ສ ​ເກົາຫລີ, ​ໃນ​ຂະນະ​ຍີ່​ປຸ່ນ ​ແລະ ສ​ເກົາຫລີ ຢືນ​ອັນ​ດັບ​ທີ 4 ​ແລະ ທີ 6 ​ໃນ​ຈຳນວນ​ບັນດາ​ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າ​ລາຍ​ໃຫຍ່​ຂອງ​ຈີນ. ປີ 2011, ວົງ​ເງິນ​ການ​ຄ້າ ຈີນ - ຍີ່​ປຸ່ນ ບັນລຸ​ກວ່າ 340 ຕື້ USD, ​ເພີ່ມ​ຂຶ້ນ 22% ​ເມື່ອ​ທຽບ​ໃສ່​ປີ 2010. ວົງ​ເງິນ​ການ​ຄ້າ ຈີນ ​ແລະ ສ ​ເກົາຫລີ ບັນລຸ​ກວ່າ 250 ຕື້ USD ​ແລະ ຄາດ​ວ່າ ປີ 2015 ສາມາດ​ບັນລຸ​ 300 ຕື້ USD.

        ພ້ອມ​ກັບ​ບັນດາ​ກຳລັງ​ແຮງ​ທາງ​ດ້ານ​ເສດຖະກິດ​ໂດຍ  FTA ນຳ​ມາ​ໃຫ້, ​ແຕ່ລະ​ປະ​ເທດ​ລ້ວນ​ແຕ່​ມີ​ການ​ຄິດ​ໄລ່​ສະ​ເພາະ​ຂອງ​ຕົນ​ກ່ຽວກັບ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ. ກ່ອນ​ນີ້ ຈີນ ບໍ່​ສົນ​ໃຈ​ເຖິງ FTA ລະຫວ່າງ 3 ປະ​ເທດປານ​​ໃດ, ​ແຕ່​ໃນ​ສະພາບ​ການ​ທີ່ ສ​ເກົາຫລີ ​ແລະ ອາ​ເມ​ລິ​ກາ ​ໄດ້​ສ້າງ​ຕັ້ງ FTA, ຍີ່​ປຸ່ນ ​ໄດ້​ເຂົ້າ​ຮ່ວມ​ສັນຍາ​ເສດຖະກິດ​ເຂດ​ປາຊີ​ປີກ (TPP) ​ໂດຍ​ອາ​ເມ​ລິ​ກາ ປຸກລະດົມ, ສະ​ນັ້ນ ຈີນ ບໍ່​ຢາກ​ຖື​ກ​ຕົກຢູ່ໂດດດ່ຽວ​ໃນອາຊີ ປາຊີ​ຟີ​ກ ​ເປັນ​ຕົ້ນ​ແມ່ນຢູ່​ເຂດ​ຕາ​ເວັນ​ອອກສຽງ​ເຫນືອ. ນອກ​ນັ້ນ, ດ້ວຍ​ກຳລັງ​ແຮງ​ທາງ​ດ້ານ​ເສດຖະກິດ​ຂອງ​ຕົນ, ພາຍຫລັງ FTA ລະຫວ່າງ 3 ປະ​ເທດ​ໄດ້​ຮັບ​ການ​ສ້າງ​ຂຶ້ນ, ຈີນ ຢາກ​ນຳ​ໃຊ້ FTA ​ເພື່ອ​ຮັກສາ​ທີ່​ຕັ້ງ​ບົດບາດ​ເປັນ​ປະ​ເທດ​ແຜ່​ອຳນາດ​ທາງ​ດ້ານ​ເສດຖະກິດ​ຂອງ​ຕົນ. ສຳລັບ ຍີ່​ປຸ່ນ, FTA ທັງ​ຊ່ວຍ​ປະ​ເທດ​ນີ້​ເປີດ​ກວ້າງ​ຕະຫລາດ​ສິນຄ້າ​ຂອງ​ຕົນ​ຢູ່ ຈີນ, ດ້ານ​ອື່ນ​​ໂດຍອີງ​ໃສ່ TPP ​ເພື່ອ ຈຳກັດ​ຈີນ. ສ່ວນ ສ​ເກົາຫລີ, ນັບ​ແຕ່​ເມື່ອ​ບືນ​ຕົວ​ຂຶ້ນ​ກາຍ​ເປັນ​ປະ​ເທດ​ມີ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ​ຢ່າງ​ແຂງ​ແຮງ, ສ​ເກົາຫລີ ບໍ່​ອາດ​ເມີນ​ເສີຍ​ຕໍ່ຫນ້າ​ສອງ​ປະ​ເທດ ຈີນ ​ແລະ ຍີ​ປຸ່ນ ສ້າງ​ຕັ້ງ FTA ​ເພື່ອ​ຍູ້​ສິນຄ້າ​ຂອງ​ຕົນ​ອອກ​ຈາກ​ຕະຫລາດ​ສອງ​ປະ​ເທດ​ນີ້​.
 

ປະຄວາມຂັດແຍ້ງກັນໄວ້ເພື່ອພ້ອມກັນຮ່ວມມື - ảnh 2
ຜູ້ນຳ 3 ປະເທດ ຈີນ, ເກົາຫລີ ແລະ ຍີ່ປຸ່ນ
ພາບປະກອບ: internet

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, FTA ​ແມ່ນ​ສິ່ງ​ທີ່​ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດອັນ​​ໃຫຍ່​ຫລວງ​ບໍ່​ຄວນ​ຖື​ເບົາ, ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ວິວັດທະນາ​ການ​ເຈລະຈາ​ນີ້​ຖືກ​ປະສົບ​ກັບ​ສິ່ງ​ກີດ​ຂວາງ​ຍ້ອນ​ຄວາມ​ບໍ່​ລົງ​ລອຍກັນ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ທູດ, ການ​ທະຫານ ​ແລະ ຜົນ​ປ​​ະ​ໂຫຍ​ດຍຸດ​ທະ​ສາດ. ຍ້ອນ​ສິ່ງ​ດັ່ງກ່າວ​ໄດ້​ເຮັດ​​ໃຫ້​ບັນດາ​ຝ່າຍ​ບໍ່​ທັນ​ຊອກ​ໄດ້​ສຽງ​ເວົ້າ​ລວມ​ໃນ​ຕະຫລອດ 10 ປີ ຜ່ານ​ມາ. ​ໃນ​ຂະນະ​ສະພາບ​ຫນິ້ສິນ​ຂອງ​ລັດ​ຢູ່ ​ເອີ​ລົບ ນັບ​ມື້​ນັບ​ຮ້າຍ​ແຮງ, ​ພື້ນຖານເສດຖະກິດ​ຂອງອາເມລິກາ ບໍ່​ເຕີບ​ໂຕ​ປານ​ໃດ, ​ພາກ​ພື້ນ​ອາຊີ ​ປາຊີ​ຟີ​ກ ພວມ​ກາຍ​ເປັນ​ເຂດ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ຂອງ​ໂລກ ​ໄດ້​ເຮັດ​ໃຫ້ 3 ປະ​ເທດ​ມີ​ການ​ສັງ​ເກດ​ຢ່າງ​ຕັ້ງຫນ້າ​ກວ່າ. ​ເພາະສະ​ນັ້ນ ​ເລື່ອງບັນດາ​ຝ່າຍປະຄວາມ​ເຄັ່ງ​ຕຶງ, ການ​ພິພາດ​ທີ່​ກ່ຽວຂ້ອງ​ເຖິງ​ເຂດ​ໝູ່​ເກາະ ໄວ້ກ່ອນເພື່ອພ້ອມ​ກັນປຶກສາ​ຫາລື, ຊອກ​ຫາ​ເສັ້ນທາງ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ການ​ເຈລະຈາ​ດ້ານ​ການ​ຄ້າ ​ແມ່ນ​ສິ່ງທີ່​ໄດ້​ຮັບການຮັບ​ຮູ້​ວ່າ​ແມ່ນ​ສອດຄ່ອງ​ກັບ​ທ່າ​ອ່ຽງປະຈຸ​ບັນ.

        ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ພົບ​ປະ​ສຳຄັນ​ຢູ່​ນະຄອນຈິງຕາວນີ້, ​ເດືອນ 6/2012, ​ເຈົ້າ​ຫນ້າ​ທີ່​ການ​ຄ້າ 3 ປະ​ເທດ ​ໄດ້​ພົບ​ປະຢູ່ ນະຄອນຫລວງ ​ໂຕ​ກຽວ ຂອງ ຍີ່ປຸ່ນ ​ເພື່ອ​ດຳ​ເນີນ​ການ​ປຶກສາ​ຫາລື​ຄັ້ງ​ທຳ​ອິດ​ກ່ຽວ​ກັບ FTA. ກ່ອນ​ຫນ້າ​ນັ້ນ ​ໃນ​ເດືອນ 5/2012, ບັນດາ​ທ່ານ​ລັດຖະມົນຕີກະຊວງ​ການ​ຄ້າ 3 ປະ​ເທດ ​ໄດ້​ພົບ​ປະກັນ​ຢູ່ ນະຄອນຫລວງ ປັກ​ກ່ີງ ປະ​ເທດ ຈີນ ​ແລະ ​ໄດ້​ເຫັນ​ດີ​ສືບ​ຕໍ່​ການ​ເຈລະຈາ​ສຳຄັນ​ກ່ອນ​ທ້າຍ​ປີ 2012 ​ເພື່ອ​ສ້າງສັນ​ຍາການ​ຄ້າເສລີ​ 3 ຝ່າຍ. ທີ່​ກອງ​ປະຊຸມ​ຂັ້ນ​ສູງ ຈີນ, ຍີ່​ປຸ່ນ ​ແລະ ສ​ເກົາຫລີ ຄັ້ງ​ທີ 5 ດຳ​ເນີນ​ໄປ​ຢູ່ ປັກ​ກີ່​ງ ​ເມື່ອ​ກາງ​ເດືອນ 5/2012 ຜ່ານ​ມາ, 3 ປະ​ເທດ ​ໄດ້​ອອກ​ຖະ​ແຫລ​ງການ​ຮ່ວມ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ຮອບດ້ານ 3 ຝ່າຍ ​ໂດຍ​ໝັ້ນ​ໝາຍ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ມຸ່ງ​ໄປ​ເຖິງ​ອະນາຄົດ. ບັນດາ​ການ​ນຳ​ໄດ້​ຢືນຢັນ​ວ່າ ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ວຍ​ລັກສະນະ​ສ້າງ​ສະພາບແວດລ້ອມ​ການ​ແກ້ງ​​ແຍ້​ງ​ໃຫ້​ແກ່​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ. ກ່ອນ​ດຳ​ເນີນ​ການ​ພົບ​ປະ, ວັນ​ທີ 20/8,  ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ທີ​່ຫາ​ກໍ່​ເກີດ​ຂຶ້ນ​ໃນ​ການ​ພົວພັນ​ລະຫວ່າງ ຈີນ ​ແລະ ຍີ່​ປຸ່ນ ທີ່​ກ່ຽວຂ້ອງ​ເຖິງ​ການ​ພິພາດ​ຢູ່​ໝູ່​ເກາາະ Sensaku, ກ່າວ​ຄຳ​ເຫັນ​ໃນ​ການ​ປະຊຸມ​ຂ່າວ, ທ່ານ Osamu Fujimura ຫົວຫນ້າ​ຫ້ອງ​ວ່າການ​ຄະນະ​ລັດຖະບານ ຍີ່​ປຸ່ນ ຊີ້​ແຈງ​ວ່າ: ທັງ​ສອງ​ປະ​ເທດ ລ້ວນ​ແຕ່​ບໍ່​ຢາກ​ໃຫ້ບັນຫາ​ພິພາດ​ໝູ່​ເກາະ​ດັ່ງກ່າວ​ສົ່ງຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ສອງ​ຝ່າຍ. ການ​ພົວພັນ ກັບ​ຈີນ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ສາຍ​ພົວພັນ​ສຳຄັນ​ທີ່​ສຸດ​ສຳລັບ ຍີ່​ປຸ່ນ ​ແລະ ຂາດ​ບໍ່​ໄດ້ສຳລັບ​ຄວາມ​ສະຖຽນລະ​ພາບ ​ແລະ ວັດ​ທະນາ​ຖາວອນ​ຂອງ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ. ​ໂຕ​ກຽວ ປາດ​ຖະຫນາ​ຢາກ​ສືບ​ຕໍ່​ເພ່ີມ​ພູນ​ຄູນ​ສ້າງການ​ພົວພັນ​ທີ່​ນຳ​ມາ​​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້ແກ່​ທັງ​ສອງ​ປະ​ເທດ.

        Le Phuong

ຕອບກັບ

ຂ່າວ/ບົດ​ອື່ນ