(vovworld)- ຫນຶ່ງໃນບັນດາເນື້ອໃນຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຊື່ງໄດ້ຮັບຄວາມສົນໃຈ ແລະ ປະກອບຄຳເຫັນຈາກຫາງສຽງ ນັ້ນແມ່ນມາດຕາ 4 ໂດຍເຕື້ອງເຖິງບົດບາດຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ. ຫລາຍຄຳເຫັນໄດ້ຢືນຢັນວ່າ ຂໍ້ກຳນົດໃນມາດຕາ 4 ຂອງ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງແມ່ນມີຄວາມຈຳເປັນທີ່ສຸດ, ສອດຄ່ອງກັບລະບອບການເມືອງຂອງຫວຽດນາມ.
ມາດຕາ 4 ໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຮັບການຕີລາຄາວ່າ ມີຫລາຍຈຸດໃຫມ່ເມື່ອທຽບໃສ່ລັດຖະທຳມະນູນກ່ອນນີ້. ນັ້ນແມ່ນຢັ້ງຢືນຢ່າງຈະແຈ້ງພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ແມ່ນອົງການນຳຫນ້າຂອງຊົນຊັ້ນກຳມະກອນເທົ່ານັ້ນ ຫາກຍັງແມ່ນອົງການນຳຫນ້າຂອງປະຊາຊົນຊາວຜູ້ອອກແຮງງານ ແລະ ປະເທດຊາດຫວຽດນາມ ອີກດ້ວຍ. ຄວາມຈິງໃນໄລຍະກວ່າ 80 ປີແຫ່ງສ້າງຕັ້ງ, ຄົງຕົວ ແລະ ພັດທະນາຂອງພັກກອມມູນິດ ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ພັກບໍ່ພຽງແຕ່ເພື່ອຜົນປະໂຫຍດຂອງຊົນຊັ້ນກຳມະກອນເທົ່ານັ້ນ ຫາກຍັງເພື່ອຜົນປະໂຫຍດຂອງປະຊາຊົນຊາວຜູ້ອອກແຮງງານ ແລະ ຂອງທັງຊາດອີກດ້ວຍ. ສະນັ້ນ ບົດບາດຊີ້ນຳນຳພາຂອງພັກໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກວ່າໃນມາດຕາ 4 ແມ່ນຄວາມຮຽກຮ້ອງຢ່າງຮີບເຮັ່ງ, ສອດຄອ່ງກັບສະພາບຕົວຈິງຢ່າງພາວະວິໄສກໍຄືສະພາບການພັດທະນາຂອງປະເທດຊາດໃນໄລຍະໃຫມ່. ທ່ານ ຫງວຽນວັນແທງ, ພະນັກງານອອກກິນເບ້ຍບຳນານຖືວ່າ:
“ພັກໄດ້ນຳພາການປະຕິວັດ, ປະເທດຊາດ, ສັງຄົມ ແມ່ນພັກກຳອຳນາດ ໂດຍອີງໃສ່ພື້ນຖານຄວາມໄວ້ວາງໃຈຂອງປະຊາຊົນຕໍ່ພັກ. ສະນັ້ນ ພວກເຮົາ ຢືນຢັນຢ່າງຈະແຈ້ງບົດບາດທີ່ຕັ້ງຂອງພັກໃນໄລຍະປ່ຽນແປງໃຫມ່ແຕ່ເຕັມໄປດ້ວຍການຜັນແປຢ່າງສັບສົນ ແມ່ນມີຄວາມຈຳເປັນທີ່ສຸດ.”
ແລະກໍໃນມາດຕາ 4 ຂອງ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ເພ່ີມເຕີມຂໍ້ກຳນົດທີ່ວ່າພັກສະຫນິດຕິດພັນຢ່າງແຫນ້ນແຟ້ນກັບປະຊາຊົນ, ຮັບໃຊ້ປະຊາຊົນ ແລະ ພາຍໃຕ້ການຕິດຕາມກວດກາຂອງປະຊາຊົນ, ຮັບຜິດຊອບຕໍ່ປະຊາຊົນກ່ຽວກັບບັນດາຄວາມຕັດສິນຂອງຕົນ. ການເພີ່ມເຕີມນີ້ໄດ້ກຳນົດທາດແທ້, ຄວາມຮັບຜິດຊອບຂອງພັກຕໍ່ປະຊາຊົນ. ບົດບາດຊີ້ນຳນຳພາຂອງພັກຕ້ອງໄປຄຽງຄູ່ກັບການເສີມຂະຫຍາຍຄວາມຮັບຜິດຊອບຂອງພັກຕໍ່ປະຊາຊົນ. ພິເສດແມ່ນເຊີດຊູບົດບາດຕິດຕາມກວດກາຂອງປະຊາຊົນ ໝາຍຄວາມວ່າປະຊາຊົນມີສິດໄຈ້ແຍກຕີລາຄາແຜນນະໂຍບາຍ, ແນວທາງຂອງພັກ. ທ່ານ ຫງວຽນຕວັນແອງ, ຄູສອນວິຊາກົດໝາຍ ຢູ່ມະຫາວິທະຍາໄລແຫ່ງຊາດ ຍົກຄຳເຫັນວ່າ:
“ໃນ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ລະບຸວ່າ ພັກພາຍໃຕ້ການຕິດຕາມກວດກາຂອງປະຊາຊົນ. ແຕ່ ການຕິດຕາມກວດກາຄືແນວໃດ. ຂ້າພະເຈົ້າສະເຫນີວ່າ ຄວນເພີ່ມເຕີມປະຊາຊົນປະຕິບັດການຕິດຕາມກວດກາສຳລັບພັກຕາມຂໍ້ກຳນົດຂອງກົດໝາຍກ່ຽວກັບການຕິດຕາມກວດກາສັງຄົມ ແລະ ໄຈ້ແຍກຕີລາຄາສັງຄົມ. ຈຳເປັນຕ້ອງສ້າງກົດໝາຍນີ້ເພື່ອກຳນົດຢ່າງຈະແຈ້ງການຕິດຕາມກວດກາຕໍ່ພັກຄືແນວໃດ, ຕໍ່ລັດຖະບານແມ່ນຄືແນວໃດ.”
ຫນັງສືພິມ ກວນໂດ້ຍເຍີນເຢີນ(Quan doi nhan dan) ຈັດການພົບປະສົນທະນາປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992
ສະບັບປັບປຸງ
ພາບ:qdnd.vn
|
ສຸດທ້າຍ, ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ກໍຢືນຢັນວ່າ: ບໍ່ພຽງແຕ່ອົງການຈັດຕັ້ງຂອງພັກເທົ່ານັ້ນ ຫາກສະມາຊິກພັກທຸກຄົນຕ້ອງເຄື່ອນໄຫວໃນຂອບເຂດຂອງລັດຖະທຳມະນູນ ແລະ ກົດໝາຍ. ເມື່ອເຕື້ອງເຖິງເນື້ອໃນດັ່ງກ່າວ, ຮອງສາດສະດາຈານ ດຣ ໂດ໋ຫງອກນີງ ອາຈານຂັ້ນສູງກ່ຽວກັບການກໍ່ສ້າງພັກ ຂຶ້ນກັບສະຖານບັນການເມືອງ ການປົກຄອງແຫ່ງຊາດ ໂຮ່ຈິມິນ ຍົກຄຳເຫັນວ່າ:
“ມາດຕາ 4 ໄດ້ລະບຸການເຄື່ອນໄຫວຂອງບັນດາອົງການຈັດຕັ້ງພັກ ແລະ ສະມາຊິກພັກ ລ້ວນແຕ່ໃນຂອບເຂດລັດຖະທຳມະນູນ ແລະ ກົດໝາຍ. ນີ້ແມ່ນການກຳນົດຢ່າງເຂັ້ມງວດກ່ຽວກັບນິຕິກຳສຳລັບການເຄື່ອນໄຫວຂອງພັກ, ຂອງອົງການຈັດຕັ້ງພັກ ແລະ ສະມາຊິກພັກ. ການກຳນົດນີ້ກໍໄດ້ລະບຸໄວ້ໃນກົດລະບຽບພັກ ແລະ ໄດ້ຮັບການກຳນົດວ່າ ແມ່ນຫລັກການເຄື່ອນໄຫວຂອງພັກ. ເປັນອັນວ່າ ຖ້າອົງການຈັດຕັ້ງພັກ ແລະ ສະມາຊິກພັກລະເມີດກົດໝາຍ ບໍ່ພຽງແຕ່ຖືກລົງໂທດຕາມກົດໝາຍເທົ່ານັ້ນ ຫາກຍັງຖືກລົງໂທດຕາມການກຳນົດຂອງກົດລະບຽບພັກອີກດ້ວຍ. ພັກບໍ່ອະນຸຍາດຖືການແກ້ໄຂຕາມກົດໝາຍແທນໃຫ້ການປະຕິບັດວິໄນຂອງພັກ”
ບໍ່ອາດປະຕິເສດບົດບາດຊີ້ນຳນຳພາຂອງພັກສຳລັບປະເທດຊາດໄດ້ ແຕ່ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ, ມີຫລາຍຄຳເຫັນຖືວ່າ ພັກຄວນມີການປ່ຽນໃຫມ່ກວ່າອີກ, ພະນັກງານ,ສະມາຊິກພັກແຕ່ລະຄົນຕ້ອງຍົກສູງຄຸນນະທາດດ້ານການເມືອງ, ຄຸນສົມບັດ ແລະ ບັນດາເນື້ອໃນດັ່ກກ່າວຄວນລະບຸໄວ້ໃນລັດຖະທຳມະນູນ.
ບົດບາດຊີ້ນຳນຳພາຂອງພັກໃນມາດຕາ 4 ຂອງ ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຖືກກຳນົດຢ່າງຈະແຈ້ງກວ່າ ນັ້ນແມ່ນຄຳຮຽກຮ້ອງຕ້ອງການຈຳເປັນທີ່ສຸດຈາກຄວາມຈິງຢ່າງພາວະວິໄສກໍຄືສະພາບການພັດທະນາຂອງປະເທດຊາດໃນໄລຍະໃຫມ່.