(vovworld)- ໃນໄລຍະເກືອບ 3 ເດືອນແຫ່ງການຜັນຂະຫຍາຍການຮັບເອົາຄຳເຫັນຈາກປະຊາຊົນກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຮັບການຕອບສະຫນອງຈາກປະຊາຊົນທຸກຊັ້ນວັນນະ, ນັກຮຽນຮູ້, ປັນຍາຊົນ, ນັກທຸລະກິດ, ຊາວຫນຸ່ມ ແລະ ກຳມະກອນ. ບັນດາຜົນງານໃນເບື້ອງຕົ້ນຂອງບັ້ນຮັບເອົາຄຳເຫັນໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສິດ ແລະ ບົດບາດເປັນເຈົ້າຂອງປະຊາຊົນ, ລະດົມພູມປັນຍາຢ່າງເລິກເຊິ່ງ, ກວ້າງຂວາງໃນທົ່ວປວງຊົນສຳລັບບັນຫາສຳຄັນຍິ່ງຂອງປະເທດຊາດ.
ຜ່ານໄລຍະ 3 ເດືອນແຫ່ງການຜັນຂະຫຍາຍຂອບເຂດທົ່ວປະເທດ ການຮັບເອົາຄຳເຫັນຂອງປະຊາຊົນປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໄດ້ສ້າງເປັນບັ້ນດຳເນີນຊີວິດການເມືອງນິຕິກຳທີ່ສຳຄັນ. ຜ່ານການສະຖິຕິໃນເບື້ອງຕົ້ນແລ້ວ, ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ, ສະມາຄົມ, ອົງການຈັດຕັ້ງມະຫາຊົນໃນທົ່ວປະເທດໄດ້ຈັດຕັ້ງກອງປະຊຸມ, ການສຳມະນາຮັບເອົາຄຳເຫັນປະກອບເກືອບ 30.000 ຄັ້ງ ແລະ ຮັບເອົາຄຳເຫັນປະກອບຂອງປະຊາຊົນໃສ່ບັນດາເນື້ອໃນຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ເກືອບ 20 ລ້ານເທ່ືອຄົນ.ຈຳນວນຄຳເຫັນປະກອບຈາກອົງການຈັດຕັ້ງ, ສ່ວນບຸກຄົນແມ່ນຫລວງຫລາຍທີ່ສຸດ. ໃນນັ້ນ ພ້ອມກັບຈຳນວນຄຳເຫັນສະແດງຄວາມເຫັນດີເຫັນພ້ອມກັບບັນດາເນື້ອໃນຂອງບັນດາຂໍ້ມາດຕາລະອຽດຂອງຮ່າງລັດຖະທຳມະນູນແລ້ວ, ປະຊາຊົນກໍ່ມີຂໍ້ສະເຫນີຫລາຍຢ່າງເພື່ອປັບປຸງ, ເພີ່ມເຕີມ ແນໃສ່ຍົກສູງຄຸນນະພາບ, ສ້າງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໃຫ້ສົມບູນແບບ. ອາດຈະເວົ້າໄດ້ວ່າ, ທົ່ວປວງຊົນໄດ້ຮັບຟັງ ແລະ ເຂົ້າໃຈບັນດາເນື້ອໃນພື້ນຖານຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ເຂົ້າໃຈກ່ຽວກັບລະບອບການເມືອງຂອງປະເທດຊາດ, ສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ພາລະບົດບາດ, ຫນ້າທີ່ຂອງບັນດາອົງການແຫ່ງລັດ, ຫລັກການການຈັດຕັ້ງສິດອຳນາດແຫ່ງລັດ, ການພົວພັນລະຫວ່າງລັດ ກັບປະຊາຊົນ. ເມື່ອຕີລາຄາກ່ຽວກັບບັ້ນປະກອບຄຳເຫັນຈາກບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ ໂດຍລັດຖະບານຜັນຂະຫຍາຍ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຫົວຫນ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການສະຫລຸບການປະຕິບັດລັດຖະທຳມະນູນປີ 1992 ໃຫ້ຮູ້ວ່າ:
“ພວກເຮົາໄດ້ປະຕິບັດຢ່າງຮີບເຮັ່ງ, ເຂັ້ມງວດແລ້ວ. ພິເສດມີຄຳເຫັນຫລາຍຂໍ້ມີຄວາມໝາຍແທດຈິງ, ເປັນເຫນ້າເຄົາລົບ, ທັງໝົດລ້ວນແຕ່ຢາກຮ່ວມແຮງຮ່ວມໃຈປັບປຸງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງໃຫ້ສົມບູນແບບ. ອາດຈະເວົ້າໄດ້ວ່າ ບັ້ນເຄື່ອນໄຫວຮັບເອົາຄຳເຫັນຄັ້ງນີ້ ພວກເຮົາໄດ້ຈັດຕັ້ງສຳເລັດຜົນໃນຂອບເຂດທົ່ວປະເທດ.”
ຂະແຫນງຖະແຫລງຂ່າວ ແລະ ສື່ສານຈັດ ກອງປະຊຸມປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992
ພາບ:internet
|
ບໍ່ພຽງແຕ່ໃນຈຳນວນຄຳເຫັນເທົ່ານັ້ນ, ມີວິທີປະຕິບັດທີ່ມີຫົວຄິດປະດິດສ້າງຫລາຍຢ່າງກໍໄດ້ຮັບການຜັນຂະຫຍາຍຢູ່ທ້ອງຖິ່ນຕ່າງໆໃນວິວັດການຮັບເອົາຄຳເຫັນຈາກປະຊາຊົນປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທ່ານ ໂດວັນເດືອງ, ສະມາຊິກສະພາແຫ່ງຊາດ ນະຄອນໂຮ່ຈິມີນ ໄດ້ໃຫ້ຂໍ້ສັງເກດວ່າ. ມີວິທີປະຕິບັດທີ່ມີຫົວຄິດປະດິດສ້າງໄດ້ຮັບການຈັດຕັ້ງຂຶ້ນຄື: ມີຖັນແຖວນັກບັນລະຍາຍ, ພິມຮ່າງລັດຖະທຳມະນູນ, ບັດຮັບເອົາຄຳເຫັນສົ່ງເຖິງແຕ່ລະຄອບຄົວ. ທ່ານໂດ໋ວັນເດືອງເວົ້າວ່າ:
“ຈຳນວນຜູ້ເຂົ້າຮ່ວມການປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງນັບມື້ນັບຫລາຍຂຶ້ນ, ປະຈຸບັນ ນະຄອນໂຮ່ຈິມີນພວມຕັ້ງຫນ້າຜັນຂະຫຍາຍຫລາຍຮູບການກວ່າອິກ ເພາະວ່າບັ້ນຮັບເອົາຄຳເຫັນຄັ້ງນີ້ບໍ່ພຽງແຕ່ແມ່ນການປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນເທົ່ານັ້ນ ຫາກຍັງແມ່ນບັ້ນດຳເນີນຊີວິດການເມືອງຢ່າງເລິກເຊິ່ງ ແລະ ກວ້າງຂວາງເພື່ອໃຫ້ປະຊາຊົນເຫັນໄດ້ທາດແທ້ປະຊາທິປະໄຕຂອງສັງຄົມຫວຽດນາມ ຫາກເຫັນໄດ້ເຖິງຈຸດໝາຍເຮັດໃຫ້ປະຊາຊົມຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມຍຸຕິທຳ ປະຊາທິປະໄຕ ແລະ ສິວິໄລອີກດ້ວຍ.”
ປະຈຸບັນ, ເລ່ື່ອງຮັບເອົາຄຳເຫັນຈາກປະຊາຊົນຍັງຄົງສືບຕໍ່ໄດ້ຮັບການຜັນຂະຫຍາຍເຖິງບັນດາຫນ່ວຍພັກ, ຫນ່ວຍຊາວຫນຸ່ມ, ກຸ່ມຊຸມຊົນ, ຕາແສງ, ບ້ານຕ່າງໆ ແລະ ພິເສດແມ່ນຜັນຂະຫຍາຍເຖິງແຕ່ລະຄອບຄົວ.ທ່ານ ຟ້າມວັນແກງ, ຊາວຄຼິດຢູ່ ແຂວງນີງບີ່ງ ຍົກຄຳເຫັນວ່າ:
“ຢູ່ບໍລິເວນຂອງພວກຂ້າພະເຈົ້າໄດ້ຈັດຕັ້ງບັນດາການປະຊຸມເພື່ອໃຫ້ຊາວຄຼິດທຸກຄົນເຂົ້າຮ່ວມການປະກອບຄຳເຫັນໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ພໍ່ແມ່ນພີ່ນ້ອງຊາວຄຼິດມີຄວາມປິຕິຊົມຊື່ນ ເພາະວ່າມັນກ່ຽວຂ້ອງເຖິງສິດຜົນປະໂຫຍດຂອງປະຊາຊົນ. ຂ້າພະເຈົ້າກໍເຫັນດີເຫັນພ້ອມກັບບັນດາມາດຕາຂອງຮ່າງງລັດຖະທຳມະນູນສະບັບປັບປຸງນີ້.”
ຕາມແຜນການແລ້ວ, ບັ້ນເຄື່ອນໄຫວຮັບເອົາຄຳເຫັນຈາກປະຊາຊົນປະກອບໃສ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຈະສຳເລັດໃນວັນທີ 30/9/2013 ກ່ອນທີ່ຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ຖືກຍື່ນສະເຫນີຕໍ່ສະພາແຫ່ງຊາດຮັບຮອງເອົາ. ແລະ ກ່ອນຈຸດເວລານີ້ ການປະກອບຄຳເຫັນຂອງປະຊາຊົນທຸກຊັ້ນວັນນະຍັງຄົງສືບຕໍ່ປະຕິບັດເພື່ອປັບປຸງຮ່າງລັດຖະທຳມະນູນປີ 1992 ໃຫ້ມີຄຸນນະພາບສູງ.