(vovworld)-ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດ ນາມຫງວຽນເຕິນຢຸງ, ທ່ານນາຍົກລັດຖະມົນຕີມາເລເຊຍ Najip Tun Razak ແລະ ພັນລະຍາ ໄດ້ເດີນທາງມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການນັບແຕ່ວັນທີ 3-5/4. ການຢ້ຽມຢາມຂອງການນຳມາເລເຊຍ ເພື່ອແນໃສ່ປັບປຸງສາຍພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ມາເລເຊຍ, ພ້ອມທັງເປີດບັນດາໂອກາດຮ່ວມມືໃໝ່ລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນໃນຕໍ່ໜ້າ.
ທ່ານນາຍົກລັດຖະມົນຕີມາເລເຊຍ Najip Tun Razak
(ພາບ: Asiatribune)
ຫວຽດນາມ ແລະ ມາເລເຊຍ ໄດ້ສ້າງຕັ້ງສາຍພົວພັນທາງການທູດນັບແຕ່ເດືອນ 3/1973. ປີ 1976, ສອງປະເທດໄດ້ສ້າງຕັ້ງສະຖານທູດຢູ່ນະຄອນຫຼວງຂອງແຕ່ລະປະເທດ ແລະ ຮອດປີ 2004, ສອງປະເທດໄດ້ອອກ “ຖະແຫຼງການຮ່ວມກ່ຽວກັບຂອບເຂດຄູ່ຮ່ວມມືຮອບດ້ານໃນສັດຕະ ວັດທີ 21“. ນັບແຕ່ຈຸດເວລານີ້, ສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ມາເລເຊຍ ໄດ້ຮັບການພັດທະນາຢ່າງດີງາມໃນທຸກຂົງເຂດຢ່າງລຽນຕິດ. ສອງຝ່າຍໄດ້ຮັກສາການຢ້ຽມຢາມ ແລະ ພົບປະຂັ້ນສູງຄັ້ງຕ່າງໆ, ໃນໄລຍະມໍ່ໆມານີ້ແມ່ນການຢ້ຽມຢາມມາເລເຊຍ ທາງລັດຖະກິດຂອງທ່ານປະທານປະເທດ ເຈືອງເຕິນຊາງ (9/2011), ທ່ານນາງຮອງປະເທດປະເທດຫງວຽນທິຢວານ ເຂົ້າຮ່ວມກອງປະຊຸມສຸດຍອດທົ່ວໂລກ (3/2013) ແລະ ທ່ານຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ ເຂົ້າຮ່ວມກອງປະຊຸມສຸດຍອດນັກທຸລະ ກິດທົ່ວໂລກ ຢູ່ມາເລເຊຍ (10/2013)….
ທ່ານປະທານປະເທດ ເຈືອງເຕິນຊາງ
ພົບປະກັບກະສັດມາເລເຊຍ Abdul Halim Mu’adzam Shah
(ພາບ:TTXVN)
ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນທຸກຂົງເຂດ
ສຳລັບຫວຽດນາມ ແລ້ວ, ມາເລເຊຍ ແມ່ນຄູ່ຮ່ວມມືດ້ານການຄ້າລາຍໃຫ່ຍທີ 3 ໃນອາຊຽນ ແລະ ໃຫ່ຍອັນດັບທີ 9 ໃນທົ່ວໂລກ. ມາຮອດປະຈຸບັນ, ມາເລເຊຍ ໄດ້ລົງທຶນກ່ວາ 400 ໂຄງການດ້ວຍຍອດຈຳນວນທຶນຈົດທະບຽນກ່ວາ 10 ຕື້ USD. ວົງເງິນການຄ້ານສອງສົ້ນເພີ່ມຂຶ້ນຢ່າງສະເໝີ,ບັນລຸ 7,9 ຕື້ USD ໃນປີ 2012, ເພີ່ມຂຶ້ນ 16% ເມື່ອທຽບກັບໄລຍະດຽວກັນຂອງປີ 2011 ແລະ ສືບຕໍ່ບັນລຸລະດັບ 9 ຕື້ USD ໃນປີ 2013. ສອງປະເທດໄດ້ເຊັນສັນຍາຮ່ວມມືຫຼາຍສະບັບ, ສ້າງເງື່ອນໄຂເພື່ອເປີດກ້ວາງການພົວພັນລະຫວ່າງຫວຽດນາມ-ມາເລເຊຍ ໃນຫຼາຍຂົງເຂດ. ຕີລາຄາກ່ຽວກັບການພົວພັນລະຫວ່າງສອງປະເທດໃນປະຈຸບັນ, ທ່ານ ໂດ້ຫິ້ວຮ່າວ, ປະທານສະມາຄົມມິດຕະພາບ ຫວຽດນາມ-ມາເລເຊຍ ຖືວ່າ:
“ການຮ່ວມມືໃນຂົງເຂດອຸດສາຫະກຳການຄ້າລະຫວ່າງສອງປະເທດນັບມື້ນັບໄດ້ຮັບການພັດທະນາ. ຍອດວົງເງິນການຄ້ານັບມື້ນັບເພີ່ມຂຶ້ນ. ພິເສດ, ການລົງທຶນໂດຍກົງຂອງມາເລເຊາ ເຂົ້າຫວຽດນາມ ນັບມື້ນັບເພີ່ມຂຶ້ນ, ໂດຍສະເພາະແມ່ນໃນຂົງເຂດນ້ຳມັນອາຍແກດ, ການທ່ອງທ່ຽວ, ກໍ່ສ້າງໂຮງງານອຸດສາຫະກຳຢູ່ຫວຽດນາມ. ໃນຂົງເຂດວັດທະນະທຳ, ສອງປະເທດກໍ່ມີການແລກປ່ຽນຄະນະຜູ້ແທນຫຼາຍຄັ້ງ. ນີ້ແມ່ນການພົວພັນມິດຕະພາບ ແລະ ສະໜິດສະໜົມຢ່າງແທ້ຈິງ, ໂດຍສະເພາະແມ່ນປະຈຸບັນໃນມະຫາຄອບຄົວອາຊຽນ, ການພົວພັນນີ້ຍິ່ງໄດ້ຮັບການປັບປຸງ“
(ພາບ: . Nguyễn Khang/TTXVN)
ນັບແຕ່ເມື່ອສອງປະເທດຍົກເວັ້ນວີຊາໃຫ້ພົນລະເມືອງຖືໜັງສືຜ່ານແດນສາມັນ (ເມື່ອເດືອນ 9/2001), ຈຳນວນແຂກທ່ອງທ່ຽວມາເລເຊຍ ມາ ຫວຽດນາມ ເພີ່ມຂຶ້ນຢ່າງວ່ອງໄວ. ຂໍ້ຕົກລົງຂັ້ນລັດຖະບານກ່ຽວກັບການຮ່ວມມືດ້ານແຮງງານລະຫວ່າງ ຫວຽດນາມ-ມາເລເຊຍ ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ຄົນງານຫວຽດນາມ 80.000 ຄົມມາເຮັດວຽກຢູ່ມາເລເຊຍ. ການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຂົງເຂດອື່ນໆກໍ່ບັນລຸໄດ້ຫຼາຍຜົນງານທີ່ຕັ້ງໜ້າ.
ນະໂຍບາຍການຕ່າງປະເທດຄ້າຍຄືກັນ
ໃນນະໂຍບາຍການຕ່າງປະເທດຂອງຕົນ, ທັງ ຫວຽດນາມ ແລະ ມາເລເຊຍ ລ້ວນແຕ່ມີແຜນນະໂຍບາຍສ້າງສະພາບແວດລ້ອມສະຖຽນລະພາບ ແລະ ສັນຕິພາບໃນພາກພື້ນ, ຮັບປະກັນ ແລະ ເສີມຂະຫຍາຍຜົນປະໂຫຍດເສດຖະກິດສາກົນຂອງຕົນຜ່ານການຮັດແໜ້ນການພົວພັນໂດຍກົງກັບປະເທດຕ່າງໆ ຫຼືບັນດາເວທີປາໄສຫຼາຍຝ່າຍ, ເພີ່ມທະວີການຮ່ວມມືດ້ານເສດຖະກິດກັບບັນດາປະເທດພວກມພັດທະນາ ໂດຍຜ່ານການສະໜັບສະຫນູນຢ່າງແຮງ ແລະ ການຊຸກຍູ້ການຮ່ວມມືໃຕ້-ໃຕ້. ພິເສດ, ສອງປະເທດຖືການຊຸກຍູ້ການພົວພັນກັບປະເທດຕ່າງໆໃນອາຊຽນ ເປັນສຳຄັນທີ່ສຸດ. ທ່ານ Dato Azmil Zabidi ເອກອັກຄະລັດຖະທູດມາເລເຊຍ ປະຈຳ ຫວຽດນາມ ເນັ້ນໜັກວ່າ:
“ພວກຂ້າພະເຈົ້າມີການຮ່ວມມືນຳກັນໃນອາຊຽນ ຢ່າງແໜ້ນແຟ້ນ. ຂ້າພະເຈົ້າຖືວ່າ, ການຮ່ວມມືນີ້ໄດ້ນຳມາເຊິ່ງບັນດາຜົນປະໂຫຍດອັນແທດຈິງໃຫ້ແກ່ອາຊຽນ, ບໍ່ພຽງແຕ່ໄດ້ປີດກ້ວາງການພົວພັນຮ່ວມມືກັບບັນດາປະເທດອື່ນໆໃນພາກພື້ນຢ່າງບໍ່ຢຸດຢັ້ງເທົ່ານັ້ນ ຫາກຍັງໄດ້ເພີ່ມທະວີການເຊື່ອມໂຍງເຂົ້າກັບໂລກ, ເພື່ອຈຸດປະສົງມຸ້ງໄປສູ່ການສ້າງປະຊາຄົມອາຊຽນແຫ່ງສາມັກຄີ, ວັດທະນາຖາວອນໃນປີ 2015 ອີກດ້ວຍ“.
ບົນພື້ນຖານສາຍພົວພັນອັນດີງາມລະຫວ່າງ ຫວຽດນາມ-ມາເລເຊຍ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງ ທ່ານນາຍົກລັດຖະ ມົນຕີມາເລເຊຍ Najip Tun Razak ແມ່ນໂອກາດເພື່ອໃຫ້ການນຳສອງປະເທດປຶກສາຫາລືບັນດາມາດຕະການເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ, ປຶກສາຫາລືທິດທາງຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ແຮງງານ; ພ້ອມທັງແລກປ່ຽນບັນດາບັນຫາພາກພື້ນ ແລະ ສາກົນຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ ./.