(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ ເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນ (G20) ແຕ່ວັນທີ 05 – 08 ກໍລະກົດ.
ການຢ້ຽມຢາມ ບໍ່ພຽງແຕ່ປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສາທາລະນະລັດ ສະຫະພັນ ເຢຍລະມັນ ເວົ້າສະເພາະ, ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ G20 ເວົ້າລວມ, ພັດທະນາໃນທຸກຂົງເຂດຢ່າງເລິກເຊິ່ງກ້ວາງຂວາງກ່ວາອີກເທົ່ານັ້ນ, ຫາກຍັງແມ່ນກາລະໂອກາດ ເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມປະກອບຄຳເຫັນ, ສ້າງໂລກແຫ່ງການເຊື່ອມຕໍ່ເປັນຮູບປະທຳພ້ອມກັບ G20 ດ້ວຍຖານະເປັນປະເທດເຈົ້າພາບ APEC 2017 ອີກດ້ວຍ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ |
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ສາທາລະນະລັດສະຫະພັນ ເຢຍລະມັນ ໃນສະພາວະການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ເຢຍລະມັນ ພວມພັດທະນາຢ່າງເລິກເຊິ່ງກ້ວາງຂວາງໃນທຸກຂົງເຂດ; ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ບັນດາປະເທດສະມາຊິກ G20 ພັດທະນາອັນດີງາມ. ປະຈຸບັນ 10 ປະເທດສະມາຊິກ G20 ມີການພົວພັນຄູ່ຮ່ວມມືຍຸດທະສາດ ແລະ 02 ປະເທດສະມາຊິກມີການພົວພັນຄູ່ຮ່ວມມືຮອບດ້ານກັບ ຫວຽດນາມ.
ຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ເຢຍລະມັນ
ພາຍຫລັງສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດເປັນເວລາກ່ວາ 5 ປີ, ເຢຍລະມັນ ໄດ້ກາຍເປັນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ໃນສະຫະພາບ ເອີຣົບ (ອີຢູ). ການແລກປ່ຽນການຄ້າລະຫວ່າງ 2 ປະເທດບັນລຸປະມານ10 ຕື້ USD ແລະ ບັນດາຂົງເຂດຮ່ວມມືບັນລຸໄດ້ໝາກຜົນລະອຽດຫລາຍຢ່າງ. ຕາມທ່ານ ດ່ວານຊວນຮຶງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ແລ້ວ, ຄວາມສາມາດຊົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດ ຍັງໃຫຍ່ຫລວງຢູ່ ແລະ ແຜ່ຂະຫຍາຍໃນທຸກຂົງເຂດ. ປະຈຸບັນການເພີ່ມເຕີ່ມແກ່ກັນລະຫວ່າງ 2 ພື້ນຖານເສດຖະກິດແມ່ນໃຫຍ່ຫລວງຢູ່:
ເຢຍລະມັນ ແມ່ນພື້ນຖານເສດຖະກິດຢືນອັນດັບທີ 4 ໃນໂລກ, ແມ່ນປະເທດກ້າວໜ້າແຖວໜ້າຂອງໂລກ, ອຸດສາຫະກຳມີຄວາມແມ່ນຢຳດ້ານກົນຈັກຢູ່ໃນລະດັບສູງ, ສະພາບແວດລ້ອມດີ. ບັນດາລັດຂອງ ເຢຍລະມັນ ໃຫຍ່ ແລະ ເປັນເອກະລາດກັບອຳນາດການປົກຄອງສູນກາງ. ຕົວຢ່າງຄື: ລັດມີພົນລະເມືອງ 10 ລ້ານຄົນ, ແຕ່ GDP ບັນລຸ 480 ຕື້ USD, ຫລາຍທົບ 2 ເທົ່າເມື່ອທຽບໃສ່ເສດຖະກິດ ຫວຽດນາມ ແລະ ເຂົາເຈົ້າມີຄວາມສາມາດບົ່ມຊ້ອນຫລາຍຢ່າງ. ສິ່ງທີ່ເປັນໜ້າຊົມຊຶ່ນແມ່ນ ປະຈຸບັນ ເຢຍລະມັນ ກໍ່ມີຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ.
ການຢ້ຽມຢາມຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນມີຄວາມໝາຍໃຫ້ເລື່ອງຊຸກຍູ້ການພົວພັນລະຫວ່າງ 2 ຝ່າຍ. ໂດຍຜ່ານບັນດາກອງປະຊຸມເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງນາຍົກລັດຖະມົນຕີ Angela Merkel ແລະ ການນຳ ເຢຍລະມັນ ອີກຫລາຍທ່ານ, 2 ຝ່າຍຈະເຂົ້າໃຈກັນກ່ວາ ແລະ ຈະໃຫ້ບັນດາຄຳໝັ້ນສັນຍາທີ່ແຂງແຮງໃນການຮ່ວມມື. ພ້ອມກັນນັ້ນ, ປະຊາຄົມວິສາຫະກິດ ເຢຍລະມັນ ພວມເອົາໃຈໃສ່ທີ່ສຸດເຖິງ ຫວຽດນາມ, ກໍ່ມຸ່ງຫວັງໄດ້ຮັບຄວາມຮັບປະກັນ ແລະ ສານຢ່າງແຂງແຮງຈາກທ່ານນາຍົກລັດຖະມົນຕີ ເພື່ອສ້າງເປັນພະລັງແຮງໃໝ່ໃຫ້ການຮ່ວມມື 2 ຝ່າຍ. ທ່ານ ດ່ວານຊວນຮຶງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຢຍລະມັນ ຖືວ່າ:
ພໍ່ພຽງແຕ່ຝ່າຍ ຫວຽດນາມ ເທົ່ານັ້ນ ຫາກຍັງທັງຝ່າຍ ເຢຍລະມັນ ອີກດ້ວຍ, ຂ້າພະເຈົ້າຖືວ່າ ນີ້ແມ່ນກາລະໂອກາດໃຫຍ່ສຸດ. ມີເພື່ອນມິດ ເຢຍລະມັນ ຫລາຍຄົນ ເຄີຍແບ່ງປັນກັບຂ້າພະເຈົ້າວ່າ ໄລຍະກ່ອນນີ້ ເຂົາເຈົ້າບໍ່ສົນໃຈເຖິງ ຫວຽດນາມ ຢ່າງຖືກຕ້ອງ ແລະ ປະຈຸບັນເຂົາເຈົ້າເຫັນວ່າ ຫວຽດນາມ ພວມແມ່ນປະເທດນຳໜ້າໃນການເປີດປະຕູຕະຫລາດຢ່າງແທ້ຈິງ. ເຂົາເຈົ້າຖືວ່າ ນີ້ແມ່ນກາລະໂອກາດໃຫຍ່ສຸດ ແລະ 2 ຝ່າຍຕ້ອງຍາດແຍ່ງກາລະໂອກາດນັ້ນ ເພື່ອເຊື່ອມຕໍ່ 2 ພື້ນຖານເສດຖະກິດ.
ຫວຽດນາມ ປະກອບສ່ວນເຂົ້າການສ້າງໂລກແຫ່ງການເຊື່ອມຕໍ່ເປັນຮູບປະທຳຈອດ
ກອງປະຊຸມສຸດຍອດ G20 ປີນີ້ມີຫົວຂໍ້ວ່າ “ສ້າງໂລກແຫ່ງການເຊື່ອມຕໍ່ເປັນຮູບປະທຳ” ແລະ ຄາດວ່າ ຈະດຳເນີນວາລະປຶກສາຫາລື 5 ຄັ້ງດ້ວຍ 3 ຈຸດສຸມດຳເນີນງານ ລວມມີ: ສ້າງພື້ນຖານສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ເພີ່ມທະວີລັກສະນະໝັ້ນຄົງ; ເພີ່ມທະວີຄວາມຮັບຜິດຊອບ. ດ້ວຍຖານະເປັນປະເທດເຈົ້າພາບຈັດຕັ້ງ APEC 2017, ຫວຽດນາມ ໄດ້ຮັບການເຊື້ອເຊີນເຂົ້າຮ່ວມບັນດາກອງປະຊຸມ ແລະ ການປະຊຸມໃນຂອບເຂດ G20. ຈຸດສຸມດຳເນີນງານຂອງ G20 ໃນຄັ້ງນີ້ ມີເນື້ອໃນຫລາຍຢ່າງທີ່ຄ້າຍຄືນກັບບັນດາບຸລິມະສິດຂອງ ຫວຽດນາມ ແລະ APEC ໃນ “ປີ APEC 2017” ດ້ວຍຫົວຂໍ້ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”. ເວທີປາໄສທັງສອງ ລ້ວນແຕ່ວາງເປົ້າໝາຍຊຸກຍູ້ການເຕີບໂຕໃຫ້ໝັ້ນຄົງ ແລະ ກວມລວມ, ເພີ່ມທະວີການຮ່ວມສຳພັນທາງດ້ານການຄ້າ ແລະ ການລົງທຶນ, ສົ່ງເສີມການປ່ຽມແປງໃໝ່ - ປະດິດຄິດສ້າງ, ແກ້ໄຂບັນດາບັນຫາທາງດ້ານເສດຖະກິດ - ສັງຄົມ, ແຮງງານ, ວຽກເຮັດງານທຳໃນພື້ນຖານເສດຖະກິດດີຈີຕອນ ດ້ວຍຜົນກະທົບຈາກການປະຕິວັດອຸດສາຫະກຳຄັ້ງທີ 4, ຮ່ວມມືຕ້ານການປ່ຽນແປງຂອງດິນຟ້າອາກາດ. ສິ່ງທີ່ໜ້າໃສ່ໃຈ ແມ່ນມີເຖິງ 9 ປະເທດສະມາຊິກ G20 ແມ່ນບັນດາພື້ນຖານເສດຖະກິດ APEC. ນີ້ແມ່ນຄວາມສະດວກເພື່ອໃຫ້ກຸ່ມ G20 ແລະ APEC, ດ້ວຍຖານະແມ່ນບັນດາເວທີປາໄສທີ່ສຳຄັນແຖວໜ້າຂອງໂລກ, ແບ່ງປັນ ແລະ ສົມທົບກັນແກ້ໄຂບັນດາບັນຫາລວມຂອງພື້ນຖານເສດຖະກິດທົ່ວໂລກ. ໂດຍແມ່ນປະເທດເຈົ້າພາບຈັດກອງປະຊຸມ APEC 2017, ຫວຽດນາມ ໄດ້ຮັບຮູ້ ການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ສ້າງສັນເຂົ້າໃນວິວັດທະນາການຂອງ G20 ແລະ ກອງປະຊຸມສຸດຍອດ, ພ້ອມກັນສົມທົບກັບປະເທດເຈົ້າພາບ ເຢຍລະມັນ ເພື່ອພ້ອມກັນຊອກຫາວິທີການແກ້ໄຂ ກໍ່ຄືແກ່ດຶງບັນດາພື້ນຖານເສດຖະກິດສະມາຊິກເຂົ້າຮ່ວມຊອກຫາມາດຕະການແກ້ໄຂ ຈະແມ່ນກຳລັງໜູນຊ່ວຍກອງປະຊຸມສາກົນ 2 ຄັ້ງທີ່ສຳຄັນໃຫ້ສຳເລັດຜົນ, ຜ່ານນັ້ນ ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາຂອງໂລກ.
ໃນສະພາບການໂລກທີ່ມີການຜັນແປສັບສົນຫລາຍຢ່າງ, ຫານຢ້ຽມຢາມ ເຢຍລະມັນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແມ່ນເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບ ເຢຍລະມັນ, ພ້ອມກັນນັ້ນ ກໍ່ສົ່ງສານກ່ຽວກັບພາບພົດປະເທດ ຫວຽດນາມ ພັດທະນາຂະຫຍັນຂັນເຄື່ອນ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະ ມີຄວາມຮັບຜິດຊອບໃນປະຊາຄົມໂລກ, ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຂອງທົ່ວໂລກ ແນໃສ່ຊອກຫາວິທີການແກ້ໄຂໃຫ້ແກ່ບັນຫາລວມ, ຜ່ານນັ້ນ ເພື່ອຍົກສູງອິດທິພົນຊື່ສຽງ, ບົດບາດກໍ່ຄືຜົນສະທ້ອນຂອງ ຫວຽດນາມ ໃນໂລກ.