( ພາບ :baomoi.com )
ຫວຽດນາມໄດ້ເຂົ້າຮ່ວມໃນບັນດາອົງການການຄ້າ ແລະ ອົງການການເງິນໃຫຍ່ນັນມື້ນັບເລິກເຊິ່ງ, ນີ້ກໍ່ແມ່ນກາລະໂອກາດທີ່ດີ, ແຕ່ກໍ່ຍັງມີສິ່ງທ້າທາຍບໍ່ໜ້ອຍ, ເປັນຕົ້ນແມ່ນໃນສະພາບວິກິດການຄືປະຈຸບັນ. ຕ້ອງເຮັດແນວໃດທັງ ປົກປັກຮັກສາຜົນປະໂຫຍດແຫ່ງຊາດເປັນຢ່າງດີ, ທັງສາມາດເຊື່ອມໂຍງເຂົ້າກັບ ສາກົນໄດ້, ນັ້ນແມ່ນໜ້າທີ່ໄດ້ວາງອອກໃຫ້ຂະແໜງການທູດ, ໃນນັ້ນມີບັນດາ ເອກອັກຄະລັດຖະທູດ, ທີ່ປຶກສາດ້ານການຄ້າຫວຽດນາມຢູ່ຕ່າງປະເທດ. ນີ້ກໍ່ແມ່ນເນື້ອໃນຖືກເຕື້ອງເຖິງໃນກອງປະຊຸມ ທີ່ປຶກສາດ້ານການຄ້າປີ 2011 ໃນຂອບເຂດກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ່ 27 ຊຶ້ງພວມຖືກຈັດຂຶ້ນຢູ່ຮ່າໂນ້ຍດ້ວຍຫົວຂໍ້ວ່າ “ ການເຊື່ອມໂຍງເຂົ້າກັບສາກົນ ແລະໜ້າທີ່ການພົວພັນດ້ານເສດຖະກິດກັບຕ່າງປະເທດໃນໄລຍະໃໝ່ ”
ໃນບັນຍາກາດຟົດຟື້ນຍາມທ້າຍປີ 2011, ບັນດາເອກອັກຄະລັດຖະທູດ, ທີ່ປຶກສາດ້ານການຄ້າ, ທູດການຄ້າຫວຽດນາມທີ່ປະຈຳຢູ່ປະເທດຕ່າງໆໃນໂລກ ໄດ້ກັບມານະຄອນຫຼວງຮ່າໂນ້ຍເພື່ອເຂົ້າຮ່ວມກອງປະຊຸມ ທີ່ປຶກສາດ້ານການຄ້າປີ 2011. ທາງດ້ານສຳພາລະຂອງເຂົາເຈົ້າບໍ່ພຽງແຕ່ມີຂໍ້ມູນຂ່າວສານຈາກ ຕະຫຼາດທີ່ເຂົາເຈົ້າຮັບຜິດຊອບເທົ່ານັ້ນ, ຫາກຍັງແມ່ນບັນດາຄຳຄິດຄຳເຫັນຢ່າງສຸມຈິດສຸມໃຈປະກອບສ່ວນເຂົ້າໃນວຽກງານຂອງປະເທດຊາດ. ກອງປະຊຸມທີ່ປຶກສາດ້ານການຄ້າຄັ້ງນີ້ເລັ່ງໃສ່ຕີລາຄາ, ໄຈ້ແຍກສະພາບການຢູ່ພາຍໃນປະເທດ ແລະສາກົນ, ຈາກນັ້ນຈະວາງອອກໜ້າທີ່ລະອຽດເພື່ອສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ ເພື່ອຈຸດໝາຍສູງສຸດແມ່ນນຳຜົນຜະໂຫຍດ ມາສູ່ປະເທດຊາດ. ແຕ່ໃນໄລຍະໃໝ່ນີ້, ຂະນະທີ່ການເປີດກ້ວາງຂອງພື້ນຖານເສດຖະກິດຫວຽດນາມແມ່ນນັບມື້ນັບເລິກເຊິ່ງກ້ວາງຂວາງ ແລະເພື່ອປົກປັກຮັກສາຜົນປະໂຫຍດແຫ່ງຊາດເປັນຢ່າງດີ, ປະຕິບັດແນວທາງການຕ່າງປະເທດຂອງພັກນັ້ນ, ມີຄຳຄິດຄຳເຫັນຫຼາຍຂໍ້ຖືວ່າ ຄວນມີການສົມທົບກັນເປັນຢ່າງດີກ່ວາອີກລະຫວ່າງບັນດາກະຊວງ, ຂະແໜງການ, ພິເສດແມ່ນຄວາມເປັນເຈົ້າການຂອງບັນດາວິສາຫະກິດຫວຽດນາມ. ທ່ານຫງວຽນກວກເກືອງເອກອັກຄະລັດ ຖະທູດຫວຽດນາມປະຈຳອາເມລິກາແບ່ງປັນຄຳເຫັນວ່າ ການທູດພຽງແຕ່ໜູນຊ່ວຍ ແລະສ້າງສະພາບແວດລ້ອມ, ຫາກບໍ່ສາມາດເຮັດແທນວິສາຫະກິດໄດ້, ກຳລັງພາຍໃນຂອງວິສາຫະກິດຈຶ່ງແມ່ນປັດໃຈທີ່ສຳຄັນທີ່ສຸດ, ຕັດສິນປະສິດທິຜົນການແກ່ງແຍ້ງ ແລະເໜືອກ່ວາສິ່ງໃດໝົດແມ່ນຕ້ອງກຳແໜ້ນກົດໝາຍການຄ້າສາກົນ, ຫຼີກລ້ຽງຄວາມສ່ຽງເມື່ອດຳເນີນທຸລະກິດຢູ່ບັນດາຕະຫຼາດຈຸດສຸມ. ທ່ານເກືອງໃຫ້ຮູ້ວ່າ : “ແຕ່ລະອາທິດ, ຂ້າພະເຈົ້າກໍ່ລ້ວນແຕ່ຕ້ອນຮັບບັນດາ ຄະນະວິສາຫະກິດອາເມລິກາ ແລະໃນທຸກເດືອນໃດ ກໍມີສະຫະສະມາຄົມວິສາຫະກິດຕ່າງໆຂອງ ອາເມລິກາພົບປະກັນເພື່ອຊອກຮູ້ກາລະໂອກາດດຳເນີນທຸລະກິດ ແລະ ລົງທຶນເຂົ້າຫວຽດນາມ. ສຳລັບວິສາຫະກິດຫວຽດນາມແລ້ວ, ຂ້າພະເຈົ້າກໍ່ໄດ້ຕ້ອນຮັບບາງ ວິສາຫະກິດມາຊອກຮູ້ກ່ຽວກັບການລົງທຶນທຳມາຄ້າຂາຍຢູ່ອາເມລິກາ, ແຕ່ຂ້າພະເຈົ້າເຫັນວ່າ ຄວາມເປັນເຈົ້າການຂອງວິສາຫະກິດຫວຽດນາມເຂົ້າເຄື່ອນໄຫວຢູ່ຕະຫຼາດອາເມລິກາ, ພິເສດແມ່ນຄວາມເປັນເຈົ້າການຂອງວິສາຫະກິດຫວຽດນາມໃນວິວັດການຫວຽດນາມເຂົ້າຮ່ວມເຈລະຈາ ສັນຍາຄູຮ່ວມມືຍຸດທະສາດເຊື່ອມຕໍ່ປາຊີຟິກ ( TPP ) ແມ່ນຍັງອ່ອນຫຼາຍເມື່ອທຽບໃສ່ວິສາຫະກິດອາເມລິກາ ”
ທ່ານຫງວຽນກວກເກືອງໃຫ້ຮູ້ວ່າ ປະຈຸບັນໃນການເຈລະຈາ TPP ກັບອາເມລິການັ້ນ, ມີສະຫະສະມາຄົມວິສາຫະກິດຫວຽດນາມພຽງແຫ່ງດຽວ, ນັ້ນແມ່ນສະຫະສະທາຄົມຕ່ຳແຜ່ນຕັດຫຍິບ ໄດ້ເປັນເຈົ້າການແຕ່ງຕັ້ງຜູ້ຕາງໜ້າເຂົ້າຮ່ວມຄະນະນັກເຈລະຈາຫວຽດນາມ. ໃນຂະນະນັ້ນ, ບັນດາວິສາຫະກິດອາເມລິກາ ມີການເອົາໃຈໃສ່ຢ່າງຫຼວງຫຼາຍ, ເຂົາເຈົ້າຂົນຂວາຍຄະນະນັກເຈລະຈາເພື່ອປົກປ້ອງສິດຜົນປະໂຫຍດຂອງຕົນ. ທ່ານຫງວຽນກວກເກືອງເນັ້ນໜັກວ່າ ຍິ່ງເຂົ້າຮ່ວມຢ່າງຕັ້ງໜ້າເທົ່າໃດ ກໍ່ຍິ່ງສາມາດ ປົກປ້ອງສິດຜົນປະໂຫຍດຂອງຕົນໄດ້ເທົ່ານັ້ນ. ພ້ອມກັນນັ້ນກໍ່ຍັງກ່າວເຕືອນວິສາຫະກິດວຫວຽດນາມ ເມື່ອດຳເນີນທຸລະກິດຢູ່ຕະຫຼາດອາເມລິກາ ແມ່ນຕ້ອງປະຕິບັດຕາມລະບຽບກົດໝາຍ, ທັງນີ້ຈຶ່ງ ສາມາດ ກຽມພ້ອມຮັບມືກັບບັນດາກໍລະນີຮ້ອງຟ້ອງ.
ທ່ານຫງວຽນຟູບີງ ເອກອັກຄະລັດຖະທູດຫວຽດນາມປະຈຳຍີປຸ່ນ ເນັ້ນໜັກວ່າ ບັນດາເອກອັກຄະລັດຖະທູດ, ທີ່ປຶກສາດ້ານການຄ້າຫວຽດນາມຢູ່ຕ່າງປະເທດ ຄວນເປັນເຈົ້າການສັງເກດຕີລາຄາສະພາບການຢ່າງຖືກຕ້ອງ, ເພື່ອຈາກນັ້ນຈະຊອກຫາບັນດາທ່າໄດ້ປຽບໃນການແກ່ງແຍ້ງ, ເພີ່ມທະວີການຄ້າ, ດຶງດູດການລົງທຶນ. ຕາມ ທ່ານຫງວຽນຟູບີງ ແລ້ວ, ເຖິງວ່າໃນປີທີ່ຜ່ານມາ ຍີປຸ່ນປະສົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດຍ້ອນຜົນຮ້າຍຢ່ອນຫຼັງຈາກເຫດແຜ່ນດິນໄຫວ ແລະ ຄື້ນຟອງຍັກກໍ່ຕາມ, ແຕ່ຍີປຸ່ນຍັງຄົງແມ່ນຕະຫຼາດໃຫຍ່ຂອງຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫງວຽນຟູບີງ ເວົ້າວ່າ: “ຍີປຸ່ນສາມາດເພິ່ງຕົນເອງກຸ້ມຕົນເອງກ່ຽວກັບສະບຽງອາຫານໄດ້ພຽງ 40%ເທົ່ານັ້ນ, ດັ່ງນັ້ນ ການສົ່ງຜະລິດຕະພັນກະເສດ, ສິນໃນນ້ຳໄປຂາຍໃຫ້ຕະຫຼາດຍີປຸ່ນ ແມ່ນຈຳເປັນທີ່ສຸດ. ແຕ່ພວກເຮົາຕ້ອງເອົາໃຈໃສ່ເຖິງວຽກງານກວດໂລກພະຍາດ. ຖ້າຫາກວ່າພວກເຮົາປະຕິບັດຂອດນີ້ເປັນຢ່າງດີ, ພວກເຮົາກໍ່ສາມາດສົ່ງອອກສິນຄ້າໄດ້ຫຼາຍກ່ວາ. ນອກຈາກນັ້ນ, ກໍ່ຕ້ອງເພີ່ມກຳລັງແກ່ງແຍ້ງ, ເຮັດໄດ້ເຊັ່ນນັ້ນ, ພວກເຮົາຈະສາມາດດຶງດູດເງິນລົງທຶນຈາກຍີປຸ່ນໄດ້ຫຼາຍຂຶ້ນ”
ສຳລັບບັນຫາແຮງງານຫວຽດນາມຢູ່ຕ່າງປະເທດ, ມີຜູ້ແທນຫຼາຍທ່ານໄດ້ຖືວ່າ ນີ້ແມ່ນພາກສ່ວນໜຶ່ງທີ່ມີການປະກອບສ່ວນບໍ່ໜ້ອຍເຂົ້າໃນວິວັດການພັດທະນາເສດຖະກິດຢູ່ພາຍໃນປະເທດ. ປະຈຸບັນ ຫວຽດນາມໄດ້ບັນດາຂອບເຂດຮ່ວມມືກັບຫຼາຍປະເທດໃນພາກພື້ນ, ແຕ່ໃນໄລຍະທີ່ຈະເຖິງ, ຄວນມີການສົມທົບກັນຢ່າງແໜ້ນແຟ້ນກ່ວາອີກລະຫວ່າງບັນດາກະຊວງຂະແໜງການ ເພື່ອສືບຕໍ່ຮັກສາພາບພົດທີ່ດີກ່ຽວກັບແຮງງານຫວຽດນາມ. ທ່ານ ເຈີນຈ້ອງຕວານ ເອກອັກ ຄະລັດຖະທູດຫວຽດນາມປະຈຳ ສ. ເກົ່າຫຼີ ໃຫ້ຮູ້ວ່າ :“ຫວຽດນາມໄດ້ມີຫຼາຍມາດຕະການ, ຈາກການສຶກສາຈົນເຖິງການຊີ້ນຳໃຫ້ແກ່ບັນດາທ້ອງຖິ່ນຈົ່ງເອົາໃຈໃສ່ປັບປຸງສະພາບການນີ້, ແລ້ວກໍ່ກະທົບເຖິງຄອບຄົວ ແລະ ມີທັງມາດຕະການສຶກສາອົບຮົມແຮງງານຢູ່ ສ. ເກົ່າຫຼີ ເພື່ອໃຫ້ເຂົາເຈົ້າມີຄວາມຮັບຮູ້ໄດ້ເຖິງບັນຫາແມ່ນຮັກສາຕະຫຼາດແຮງງານຂອງຫວຽດນາມ”
ໂດຍຖືກດຳເນີນໃນຈຸດເວລາທີ່ປະເທດຊາດພວມມີການປ່ຽນແປງໃໝ່ຫຼາຍຢ່າງ, ກອງປະຊຸມ ທີ່ປຶກສາດ້ານການຄ້າກໍ່ຄືກອງປະຊຸມວຽກງານການທູດຄັ້ງນີ້ ແມ່ນມີຄວາມໝາຍທີ່ສຳຄັນ. ບັນດາຄຳຄິດຄຳເຫັນປະກອບສ່ວນຢ່າງສຸມຈິດສຸມໃຈ ຂອງບັນດາອົງການຕາງໜ້າທາງການທູດຢູ່ຕ່າງປະເທດ ຈະເປັນການປະກອບສ່ວນຜັນຂະຫຍາຍແນວທາງການຕ່າງປະເທດ, ນະໂຍບາຍເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ ແລະ ມີປະສິດທິຜົນ, ນຳມາຊຶ່ງຜົນງານໃຫ້ແກ່ປະເທດຊາດຫຼາຍກ່ວາອີກ ພ້ອມທັງຍົກສູງທີ່ຕັ້ງບົດບາດຂອງຫວຽດນາມໃນພາກພື້ນ ແລະ ໃນໂລກອີກດ້ວຍ .
ແອງຮ່ວຽນ