ວັນທີ 28/1 ຜ່ານມາ, ທ່ານເລຂາທິການໃຫຍ່ສະຫະພັນ ອາຮັບ (AL) Nabil Al – Arabi ໄດ້ປະກາດຢຸດຕິການເຄື່ອນໄຫວທັງໝົດຂອງຄະນະນັກສັງເກດການຢູ່ ຊີຮີ ຍ້ອນ ”ສະພາບໃຊ້ຄວາມຮຸນແຮງນັບມື້ນັບເພີ່ມຂຶ້ນ”. ນັບແຕ່ເບື້ອງຕົ້ນຫາງສຽງໄດ້ມີຄວາມລະແວງສົງໄສຕໍ່ລະດັບຄວາມໄວ້ເນື້ອເຊື່ອໃຈໃນສະຫະພັນ (AL) ຍ້ອນມີການແບ່ງແຍກ ແລະ ການກົດໜ່ວງພາຍໃນກຸ່ມ (AL). ແລະປະຈຸບັນ, ຫາງສຽງໄດ້ຕັ້ງຄຳຖາມກ່ຽວກັບປິດສະໜາຢູ່ເບື້ອງຫຼັງຂໍ້ຕົກລົງເມື່ອວັນທີ 28/1 ຜ່ານມາຂອງອົງການນີ້.
ຕາມຂໍ້ຕົກລົງລະຫວ່າງ ຊີຮີ ກັບ (AL) ແລ້ວ, ເພື່ອແນໃສ່ຢຸດຕິການປະທະກັນຢູ່ ຊີຮີ, ນັບແຕ່ວັນທີ 26/12/2011, (AL) ໄດ້ຈັດສົ່ງຄະນະນັກສັງເກດການ, ເຊິ່ງລວມມີ 163 ທ່ານໄປຍັງ ຊີຮີ, ແລະ ຄາດວ່າຈຳນວນນັກສັງເກດການຈະເພີ່ມຂຶ້ນເຖິງ 300 ຄົນ. ແຕ່, ອາທິດຜ່ານມາ, ສະພາຮ່ວມມືເຂດອ່າວເປີເຊຍ (GCC) ໄດ້ຖອນນັກສັງເກດການຂອງຕົນອອກຈາກ ຊີຮີ ແລະ ຮອດວັນທີ 28/1, (AL) ກໍ່ຕົກລົງຢຸດຕິການເຄື່ອນໄຫວທັງໝົດຂອງຄະນະນັກສັງເກດການຢູ່ຊີຮີ ດ້ວຍສາຍເຫດທີ່ວ່າ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ບັນດານັກສັງເກດການ ຍ້ອນສະພາບການໃຊ້ຄວາມຮຸນແຮງໄດ້ເພີ່ມຂຶ້ນໃນ 3 ມື້ທີ່ຜ່ານມາ. ຂໍ້ຕົກລົງຢຸດຕິພາລະກຳສັງເກດການຂອງ (AL), ຖືກຍົກອອກມາ ພາຍຫຼັງອຳນາດການປົກຄອງ ຊີຮີ ຕໍ່ກຳນົດເວລາເຄື່ອນໄຫວຂອງ (AL) ຕື່ມອີກ 1 ເດືອນນັ້ນ ໄດ້ກໍ່ຄວາມຕົກສະເງີ້ໃຫ້ແກ່ຫາງສຽງ. ປະຕິກິລິຍາທີ່ມີຕໍ່ຂໍ້ຕົກລົງຂອງ (AL), ທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ໄດ້ປະກາດວ່າ ”ພວກເຮົາຢາກຮູ້ສາຍເຫດທີ່ພາໃຫ້ເຂົາເຈົ້າມີການກະທຳຄືດັ່ງກ່າວ, ຂ້າພະເຈົ້າສະໜັບສະໜູນເລື່ອງເພີ່ມຈຳນວນນັກສັງເກດການ. ພວກຂ້າພະເຈົ້າຮູ້ສຶກຕົກສະເງີ້ທີ່ສຸດ ເພາະວ່າ ຄຳປະກາດຖືກຍົກອອກມາ ພາຍຫຼັງທີ່ມີຂໍ້ຕົກລົງຕໍ່ກຳນົດເວລາເຄື່ອນໄຫວຂອງ (AL) ຕື່ມອີກ 1 ເດືອນ, ມີບາງປະເທດ, ພິເສດແມ່ນ ບັນດາປະເທດຢູ່ເຂດອ່າວ ໄດ້ຮຽກໂຮມບັນດານັກສັງເກດການຂອງຕົນແລ້ວ. ທ່ານ Lavrov ຖືວ່າຄຳວິຈານຂອງບັນດາປະເທດຝ່າຍຕາເວັນຕົກທີ່ວ່າ ພາລະກຳຂອງ (AL) ຢູ່ ຊີຮີ ແມ່ນບໍ່ມີຄວາມໝາຍ ແລະ ເລື່ອງໂອ້ລົມສົນທະນາກັບລະບອບຂອງປະທານາທິບໍດີ ຊີຮີ Nabil Al – Arabi ແມ່ນບໍ່ສາມາດປະຕິບັດໄດ້ນັ້ນ ແມ່ນບໍ່ມີຄວາມຮັບຜິດຊອບ ແລະ ເລື່ອງຊອກຫາວິທີ ເພື່ອທຳລາຍກາລະໂອກາດຮັກສາສະຖຽນລະພາບນັ້ນ ແມ່ນການກະທຳທີ່ບໍ່ອາດໃຫ້ອະໄພໄດ້. ຄຳເຫັນຂອງທ່ານລັດຖະມົນຕີການຕ່າງປະເທດລັດເຊຍ Sergei Lavrov ແມ່ນອະທິບາຍໄດ້ສ່ວນໃດສ່ວນໜຶ່ງ ກ່ຽວກັບສາຍເຫດຢູ່ເບື້ອງຫຼັງຂໍ້ຕົກລົງຢຸດຕິພາລະກຳຕິດຕາມກວດກາຂອງ (AL) . ນັ້ນແມ່ນການແບ່ງແຍກພາຍໃນກຸ່ມຂອງ (AL) ແລະ ພາລະກຳນີ້ບໍ່ນອນຢູ່ໃນແຜນການໂຄ່ນລົ້ມອຳນາດການປົກຄອງ Damascus ຂອງຝ່າຍຕາເວັນຕົກ. ໃນຕະຫຼອດຂະບວນວິວັດແຫ່ງການຄົງຕົວ ແຕ່ປີ 1945 ມາຮອດປະຈຸບັນ, ຍາມໃດ (AL) ກໍ່ປະສົບກັບການແບ່ງແຍກ ແລະ ການກົດໜ່ວງຍ້ອນຜົນປະໂຫຍດແຫ່ງຊາດ. ສຳຫຼັບກໍລະນີ ລີບີ, ເປັນຄັ້ງທຳອິດທີ່ (AL) ເຫັນດີຕໍ່ມະຕິສ້າງຕັ້ງເຂດຫ້າມບິນຢູ່ປະເທດນີ້. ເຖິງວ່າ, ພຽງແຕ່ມີລັກສະນະເປັນສັນຍາລັກກໍ່ຕາມ, ແຕ່ການສະໜັບສະໜູນຂອງຂອງ (AL) ໃນບັນຫາລີບີ ໄດ້ນຳມາເຊິ່ງພາບພົດໃໝ່ໃຫ້ແກ່ກຸ່ມນີ້. ແຕ່ໃນບັນຫາ ຊີຮີ, ການເຂົ້າຮ່ວມຂອງ (AL) ໄດ້ກໍ່ໃຫ້ເກີດຫາງສຽງທີ່ແຕກຕ່າງກັນ ບໍ່ສະເພາະແຕ່ຢູ່ພາຍໃນກຸ່ມເທົ່ານັ້ນ, ຫາກລະຫວ່າງຝ່າຍຕາເວັນຕົກກັບ ລັດເຊຍ ແລະ ຈີນ. ພາຍຫຼັງ (AL) ຕົກລົງຢຸດຕິຖານະເປັນສະມາຊິກຂອງ ຊີຮີ ເມື່ອວັນທີ 12/11/2011, ແລະ ຈັດວາງບັນດາມາດຕະການລົງໂທດລະບອບ Nabil Al – Arabi ນັ້ນ, ໄດ້ມີປະເທດສະມາຊິກຈຳນວນໜຶ່ງຄື: Lebanon, Jordania ຫຼື ອີຮັກ ໄດ້ສະເຫນີຢືນຢູ່ນອກເຫດການເພື່ອປົກປັກຮັກສາຜົນປະໂຫຍດທາງດ້ານການເມືອງ ແລະ ເສດຖະກິດກັບ Damascus, ສ່ວນ ອານເຊຮີ ພັດຖະແຫຼງຄັດຄ້ານການແຊກແຊງທັງໝົດເຂົ້າ ຊີຮີ. ລະຫວ່າງລັດເຊຍ, ຈີນ ແລະ ຝ່າຍຕາເວັນຕົກ ກໍ່ບໍ່ມີສຽງເວົ້າລວມ ກ່ຽວກັບພາລະກຳຕິດຕາມກວດກາຂອງ (AL) ຢູ່ ຊີຮີ. ໃນຂະນະທີ່ລັດເຊຍ ແລະຈີນ ສະໜັບສະໜູນ ພາລະກຳຂອງ (AL) ຢູ່ຊີຮີ ແລະ ຖືວ່າ ນັ້ນແມ່ນການແກ້ໄຂໂດຍສັນຕິວິທີນັ້ນ, ອາເມລິກາ, ຝລັ່ງ ແລະ ບາງປະເທດພັນທະມິດອື່ນໆ ພັດມີຄວາມລະແວງສົງໄສຕໍ່ຄວາມສາມາດຂອງ (AL), ແລະ ຖືວ່າ, ການຕິດຕາມກວດກາຂອງ (AL) ປຽບເໝືອມາດຕະການຕໍ່ກຳນົດເວລາໃຫ້ແກ່ປະທານາທິບໍດີ Nabil Al – Arabi ແລະ ພຽງແຕ່ລໍຖ້າ ”ມາດຕະການຂັນແຂງທີ່ມີລັກສະນະສາກົນ” ໂດຍຜ່ານສະພາຄວາມໝັ້ນຄົງ ສະຫະປະຊາຊາດ ເທົ່ານັ້ນ. ຍ້ອນເຫດນັ້ນເອງ, ບັນດາມາດຕະການ ໂດຍ (AL) ຍົກອອກມາ ລ້ວນແຕ່ບໍ່ໄດ້ຮັບການສະໜັບສະໜູນຈາກຝ່າຍຕາເວັນຕົກ, ນັບທັງຝ່າຍຄ້ານ ແລະ ອຳນາດການປົກຄອງ Damascus, ປະຈຸບັນ ການຕິດຕາມກວດກາ ເຊິ່ງ (AL) ພວມປະຕິບັດນັ້ນ ພວມກາຍເປັນພາລະໜ້າທີ່ອັນໜັກໜ່ວງ ສຳຫຼັບ (AL). ແລະ ສາຍເຫດເໝາະສົມທີ່ສຸດເພື່ອຢຸດຕິການເຄື່ອນໄຫວຕິດຕາມກວດກາຂອງຕົນນັ້ນແມ່ນ ”ສະພາບໃຊ້ຄວາມຮຸນແຮງເພີ່ມຂຶ້ນ”, ແລະ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຄະນະນັກສັງເກດການ.
ຫາງສຽງຍັງຖືວ່າ ການກະທຳຢຸດຕິການເຄື່ອນໄຫວຕິດຕາມກວດກາທັງໝົດຂອງ (AL) ກ່ອນກອງປະຊຸມຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 31/1/2012 ເພື່ອແນໃສ່ປຶກສາຫາລືມະຕິ ກ່ຽວກັບສະພາບການຢູ່ ຊີຮີ ນັ້ນ, ແມ່ນການກໍ່ຄວາມກົດດັນຕື່ມອີກ ໃຫ້ແກ່ປະຊາຄົມໂລກ ແລະ ທັງເປັນການສ້າງເງື່ອນໄຂໃຫ້ຝ່າຍຕາເວັນຕົກແຊກແຊງເຂົ້າ ຊີຮີ.
ດ່່ວຽນທິຈູງ