ເຫດການທີ 1: ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ຮັບຮອງເອົາລັດຖະທຳມະນູນແຫ່ງ ສ.ສ ຫວຽດນາມ (ສະບັບປັບປຸງ)
ກອງປະຊຸມສະໄໝສາມັນເທື່ອທີ6 ສະພາແຫ່ງຊາດຫວຽດນາມຊຸດທີ 13
|
ວັນທີ 28/11/2013, ທີ່ກອງປະຊຸມສະໄໝສາມັນເທື່ອທີ 6, ດ້ວຍອັດຕາ 97,59% ຈຳນວນບັດເຫັນດີ, ສະພາແຫ່ງຊາດຫວຽດນາມຊຸດທີ 13 ໄດ້ຮັບຮອງເອົາລັດຖະທຳມະນູນແຫ່ງ ສ.ສ ຫວຽດນາມ (ສະບັບປັບປຸງ). ນີ້ແມ່ນລັດຖະທຳມະນູນຂອງໄລຍະປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດທາງດ້ານເສດຖະກິດ ແລະ ການເມືອງ; ເຊີດຊູສິດທິມະນຸດ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ຢັ້ງຢືນສິດອຳນາດແຫ່ງລັດທັງໝົດແມ່ນຂຶ້ນກັບປະຊາຊົນ.
ເຫດການທີ 2 : ກອງປະຊຸມສູນກາງພັກກອມມູນິດຫວຽດນາມຄັ້ງທີ 7 ແລະ ທີ 8 ໄດ້ປະກາດໃຊ້ບັນດາລັດຖະນະໂຍບາຍທີ່ສຳຄັນເພື່ອພັດທະນາ ປະເທດຊາດແບບຍືນຍົງ.
ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຄັ້ງທີ ທີ 8 ຊຸດທີ 11
|
ກອງປະຊຸມຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຄັ້ງທີ 7 ແລະ ທີ 8 (ຊຸດທີ 11) ໄດ້ຮັບຮອງເອົາບັນດາມະຕິກ່ຽວກັບການສືບຕໍ່ ປ່ຽນແປງໃໝ່, ສ້າງລະບົບການເມືອງຈາກສູນກາງລົງຮອດຮາກຖານໃຫ້ສົມບູນແບບ; ວາງແຜນກຳນົດຊັ້ນຊ້ອນພະນັກງານຂັ້ນຍຸດທະສາດ; ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍູ້ແຮງວຽກງານປົກປັກຮັກສາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ; ປ່ຽນແປງໃໝ່ການສຶກສາໂດຍພື້ນຖານ ແລະ ຮອບດ້ານ; ຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່.
ເຫດການທີ 3 : ການເຄື່ອນໄຫວພົວພັນຕ່າງປະເທດໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ ແລະ ບັນລຸໄດ້ຫຼາຍຜົນງານທີ່ພົ້ນເດັ່ນ.
(ພາບປະກອບ)
|
ຫວຽດນາມສ້າງການພົວພັນຄູ່ຮ່ວມມືຍຸດທະສາດກັບໄທ, ອິນໂດເນເຊຍ, ສິງກະໂປ, ອີຕາລີ ແລະ ຝະລັ່ງ. ຫວຽດນາມ ແລະ ສະຫະລັດອາເມລິກາ ກໍໄດ້ສ້າງຂອບເຂດ ການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ. ນອກຈາກນັ້ນ, ຫວຽດນາມກໍໄດ້ຮັບເລືອກຕັ້ງເຂົ້າເປັນສະມາຊິກສະພາສິດທິມະນຸດແຫ່ງສະຫະປະຊາຊາດ ແລະ ຄະນະກຳມາທິການມໍລະດົກໂລກ. ສານຂອງຫວຽດນາມທີ່ວ່າ “ ສ້າງຄວາມເຊື່ອໝັ້ນຍຸດທະສາດ” ໃນການພົວພັນສາກົນ, ໄດ້ຮັບການຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຈາກຫາງສຽງສາກົນ.
ເຫດການທີ 4 : ເສດຖະກິດມະຫາພາກມີສະຖຽນລະພາບໂດຍພື້ນຖານ, ການເຕີບໂຕໄດ້ຮັບການຮັກສາຢູ່ໃນລະດັບເໝາະສົມ, ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການຮັບປະກັນຊີວິດສັງຄົມ ໄດ້ຮັບການປະຕິບັດເປັນຢ່າງດີ.
(ພາບປະກອບ)
|
ປີ 2013, ຍອດຜະລິດຕະພັນພາຍໃນ GDP ເພີ່ມຂຶ້ນ 5,42%; ເງິນເຟີ້ໄດ້ຮັບການຄວບຄຸມຢູ່ໃນລະດັບ 6,04%; ອັດຕາຄອບຄົວທຸກຍາກຕ່ຳກ່ວາ 8%. ວິວັດການສ້າງໂຄງປະກອບເສດຖະກິດຄືນໃໝ່, ປ່ຽນໃໝ່ຮູບແບບການເຕີບໂຕ ໄດ້ຮັບການຍູ້ແຮງ, ໂດຍສະເພາະແມ່ນ ການສ້າງໂຄງປະກອບຂົງເຂດການເງິນ, ທະນາຄານ ແລະ ບັນດາລັດວິສາຫະກິດຄືນໃໝ່.
ເຫດການທີ 5 : ທ່ານພົນເອກ ວໍ້ງວຽນຢາບ, ນາຍພົນແຫ່ງເທບນິຍາຍໄດ້ເຖິງແກ່ມໍລະນະກຳ, ມີອາຍຸຍືນ 103 ປີ.
ທ່ານພົນເອກ ວໍ້ງວຽນຢາບ
|
ທ່ານພົນເອກ ວໍ້ງວຽນຢາບ, ນາຍພົນຜູ້ມີຄວາມປິຊາສາມາດ, ນັກຍຸດທະສາດ ແລະ ຜູ້ບັນຊາການທະຫານທີ່ດີເລີດ, ລູດສິດທີ່ດີເດັ່ນ ແລະ ໃກ້ຊິດຂອງປະທານໂຮ່ຈິມິນ, ແມ່ນລູກຮັກຂອງຊາດຫວຽດນາມ ໄດ້ເຖິງແກ່ມໍລະນະກຳ, ມີອາຍຸຍືນ 103 ປີ. ການລວງລັບໄປຂອງ ທ່ານພົນເອກ ວໍ້ງວຽນຢາບ, ບຸກຄົນມີບຸກຄະລິກກະພາບອັນໃຫຍ່ຫຼວງ, ມີຄວາມເກັ່ງກ້າສາມາດ ແລະ ຄຸນສົມບັດ, ມີກຳລັງແຜ່ຂະຫຍາຍ, ເຊື່ອມຈອດທົ່ວທັງທັງຊາດ; ທະວີຄູນກຳລັງແຮງແຫ່ງຄວາມເປັນທຳ, ວັດທະນະທຳມະນຸດ, ເຮັດໃຫ້ຄຸນຄ່າຫວຽດນາມເພີ່ມສູງຂຶ້ນ.
ເຫດການທີ 6 : ເດັດດຽວປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ ເພື່ອນຳຄວາມເຊື່ອໝັ້ນມາສູ່ປະຊາຊົນ.
ຄະດີສໍ້ລາດບັງຫຼວງຢູ່ບໍລິສັດໃຫຍ່ການເດີນທະເລຫວຽດນາມ Vinalines
|
ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງທີ່ຂຶ້ນກັບກົມການເມືອງສູນກາງພັກ ໄດ້ຊີ້ນຳບັນດາອົງການສຳນັກງານທີ່ມີໜ້າທີ່ ໄດ້ເປີດການສືບສວນ, ສອບສວນ, ນຳຂຶ້ນສານດຳເນີນຄະດີສຳລັບຄະດີໃຫຍ່ 8 ລາຍ, 2 ກໍລະນີສໍ້ລາດບັງຫຼວງລາຍໃຫຍ່, ໃນນັ້ນມີບັນດາຄະດີສໍ້ລາດບັງຫຼວງຢູ່ບໍລິສັດບໍລິການການເງິນ 2 ສັງກັດທະນາຄານກະສີກຳ ແລະ ພັດທະນາຊົນນະບົດຫວຽດນາມ Agribank; ບໍລິສັດໃຫຍ່ການເດີນທະເລຫວຽດນາມ Vinalines ; ທະນາຄານການຄ້າຫຸ້ນສ່ວນອາຊີ ACB . ມີຈຳເລີຍຫຼາຍຄົນຖືກຕັດສິນໂທດປະຫານຊີວິດ.
ເຫດການທີ 7 : ພາຍຸລູກຕ່າງໆ ແລະ ຄວາມກົດດັນອາກາດຕ່ຳ ທີ່ສົ່ງຜົນສະທ້ອນຕໍ່ຫວຽດນາມໂດຍກົງ ໄດ້ເກີດຂຶ້ນເຖິງລະດັບສະຖີຕິ.
ພາຍຸເລກ 10 ດ້ວຍແຮງລົມ ລະດັບ 12 ໄດ້ພັດຖະຫຼົ່ມພາກກາງຫວຽດນາມ
|
ໄດ້ເກີດມີພາຍຸ ແລະ ຄວາມກົດດັນອາກາດຕ່ຳເຖິງ 19 ຄັ້ງທີ່ສົ່ງຜົນສະທ້ອນຕໍ່ຫວຽດນາມໂດຍກົງໃນປີນີ້. ໃນຈຳນວນພາຍຸດັ່ງກ່າວ, ມີພາຍຸເລກ 10 ແລະ 11 ດ້ວຍລະດັບແຮງລົມ ລະດັບ 12 ໄດ້ພັດຖະຫຼົ່ມພາກກາງຫວຽດນາມ. ລັດຖະບານໄດ້ຊີ້ນຳຢ່າງຂ້ຽວຂາດ ເພື່ອຮັບມືຢ່າງທັນການ, ມີປະສິດທິຜົນ, ຈຳກັດຄວາມເສຍຫາຍໃນລະດັບຕ່ຳສຸດ. ແຕ່ເຖິງຢ່າງໃດກໍຕາມ, ໄພທຳມະຊາດໄດ້ເຮັດໃຫ້ມີຜູ້ເສຍຊີວິດເກືອບ 300 ຄົນ, ຄວາມເສຍຫາຍທາງດ້ານວັດຖຸໄດ້ຂຶ້ນເຖິງ 25.000 ຕື້ດົງ. ສະພາບຕົວຈິງດັ່ງກ່່າວໄດ້ສະແດງໃຫ້ເຫັນບັນດາຜົນກະທົບທີ່ຍາກຈະຄາດຄະເນໄວ້ລ່ວງໜ້າຂອງການປ່ຽນແປງດິນຟ້າອາກາດ, ອັນໄດ້ພາໃຫ້ມະນຸດເຮົາຕ້ອງຖອດຖອນບົດຮຽນກ່ຽວກັບການປ້ອງກັນ ແລະ ຕ້ານໄພທຳມະຊາດ ແລະ ດັດປັບການກະທຳ, ວິທີຮັບມືກັບໄພທຳມະຊາດ .
ເຫດການທີ 8 : ຈຳນວນປະຊາກອນຫວຽດນາມບັນລຸລະດັບ 90 ລ້ານຄົນ
ພົນລະເມືອງຄົນທີ 90 ລ້ານຂອງຫວຽດນາມໄດ້ຖືກກຳເນີດ
|
ວັນທີ 1/11/2013, ພົນລະເມືອງຄົນທີ 90 ລ້ານຂອງຫວຽດນາມໄດ້ຖືກກຳເນີດ, ອັນໄດ້ນຳປະເທດຫວຽດນາມກາຍເປັນປະເທດທີ່ມີຈຳນວນປະຊາກອນຫຼາຍອັນດັບ 14 ໃນທົ່ວໂລກ, ດ້ວຍໂຄງປະກອບປະຊາກອນທີ່ດີທີ່ສຸດ, ໝາຍຄວາມວ່າ ໃນຈຳນວນພົນລະເມືອງໃນເກັ່ນອາຍຸອອກແຮງງານຢ່າງໜ້ອຍ 2 ຄົນ ກໍມີພົນລະເມືອງໃນເກັ່ນອາຍຸຕ້ອງຮັບການລ້ຽງດູ 1 ຄົນ. ນີ້ແມ່ນກາລະໂອກາດ ແຕ່ທັງເປັນຄວາມທ້າທາຍເມື່ອຈຳນວນປະຊາກອນຕ້ອງຕິດພັນກັບຄຸນນະພາບປະຊາກອນ ແລະ ໂຄງປະກອບປະຊາກອນທີ່ດີທີ່ສຸດຕ້ອງຕິດພັນກັບຄຸນນະພາບແຫຼ່ງຊັບພະຍາກອນມະນຸດ.
ເຫດການທີ 9 : ສາທາລະນະສຸກ, ສະພາບມົນລະພິດສິ່ງແວດລ້ອມ, ຄວາມປອດໄພຫຼັກອະນາໄມສະບຽງອາຫານ....ຍັງແມ່ນຄວາມເປັນຫ່ວງໄຍຢູ່.
ເກີດກໍລະນີຜ່າຕັດຕົກແຕ່ງຢູ່ໂຮງໝໍເອກະຊົນ ກາດເຕືອງ
|
ມີຫຼາຍກໍລະນີໄດ້ເກີດຂຶ້ນໃນຂົງເຂດສາທາລະນະສຸກ ເຊັ່ນ : ກໍລະນີປອມແປງຜົນຂອງການວິໄຈເລືອດຢູ່ໂຮງໝໍຫຼາຍຂະແໜງ ຮ່ວາຍດຶກ, ຮ່າໂນ້ຍ. ກໍລະນີຜ່າຕັດຕົກແຕ່ງຢູ່ໂຮງມໍໝໍເອກະຊົນ ກາດເຕືອງ; ສະພາບຂາດຫຼັກອະໄມສະບຽງອາຫານ... ໄດ້ເຮັດໃຫ້ປະຊາຊົນມີຄວາມເປັນຫ່ວງໄຍຕໍ່ຄຸນນະພາບຂອງການດຳລົງຊີວິດ. ນອກຈາກນັ້ນ, ບັນດາກໍລະນີອຸບັດຕິເຫດຄົມມະນາຄົມ, ອັກຄີໄພ, ລະເບີດທີ່ຮ້າຍແຮງ, ການປ່ອຍນ້ຳຢູ່ບັນດາອ່າງເກັບນ້ຳເຂື່ອນໄຟຟ້ານ້ຳຕົກ ກໍລ້ວນແຕ່ສົ່ງຜົນສະທ້ອນຢ່າງຮ້າຍແຮງເຖິງຊີວິການເປັນຢູ່ຂອງປະຊາຊົນ.
ເຫດການທີ 10 : ສິລະປະເດີນກາຕາຍຕື ພາກໃຕ້ໄດ້ຮັບການຮັບຮອງຈາກ UNESCO ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງ.
ລາຍການສະແດງສິລະປະເດີນກາຕາຍຕື
|
ສິລະປະເດີນກາຕາຍຕື ໄດ້ມີມາກ່ອນນີ້ກ່ວາ 100 ປີ ຢູ່ເຂດພາກໃຕ້. ສິລະປະປະເພດນີ້ ມີສົ່ງຜົນກະທົບທາງດ້ານວັດທະນະທຳທີ່ກ້ວາງໃຫຍ່, ຄຸນຄ່າດ້ານສິລະປະທີ່ເປັນເອກະລັກສະເພາະ. ເປັນອັນວ່າ ຫວຽດນາມໄດ້ມີ 8 ປະເພດ ສິລະປະ, ການເຫຼື້ອມໃສໄດ້ຮັບການຮັບຮອງຈາກ UNESCO ແມ່ນມໍລະດົກວັດທະນະທຳບໍ່ມີຮູບຮ່າງຂອງມວນມະນຸດ.