(vovworld)- ໃນຊຸມວັນຕົ້ນເດືອນ 10 ນີ້, ຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ ສົມທົບກັບ TVT5, ເຊິ່ງແມ່ນຊ່ອງໂທລະພາບຊົນເຜົ່າຂອງໂທລະພາບຫວຽດນາມ ໄດ້ເປີດຫ້ອງວາງສະແດງ ແລະ ສາຍຮູບເງົາ ”ຈັ່ງຫວະສຽງຄ້ອງ 9X”(ໝາຍເຖິງພວກນ້ອງທີ່ເກີດໃນຊຸມປີ 90 ຂອງສະຕະວັດທີ 20), ເພື່ອສະແດງໃຫ້ເຫັນແນວຄິດ, ຈິດໃຈ, ຄວາມມຸ້ງຫວັງຂອງກອງລັ່ນຄ້ອງໜຸ່ມຊາວເຜົ່າບານາ ຢູ່ບ້ານກອນຕຸມເກີເປິງ.
ນັ້ນແມ່ນສຽງຄ້ອງດ້ວຍໄມ້ໄຜ່, ທີ່ເປັນມູນເຊື້ອແບບພິເສດຂອງເຜົ່າບານາ ໂດຍພວກນ້ອງນ້ອຍໃນກອງລັ່ນຄ້ອງ - ຟ້ອນຊວາງບ້ານກອນຕຸມເກີເປິງ, ຕາແສງທັ໋ງເລີ້ຍ, ນະຄອນກອນຕຸມ ສະແດງ. ກອງລັ່ນຄ້ອງ - ຟ້ອນຊວານນີ້ ລວມມີສະມາຊິກ 21 ຄົນ, ຜູ້ມີອາຍຸຫຼາຍສຸດແມ່ນ16 ປີ, ສ່ວນຍັງເຫຼືອແມ່ນມີອາຍຸແຕ່ 12 – 14 ປີ. ພວກນ້ອງທັງໝົດໄດ້ຮັບການແນະນຳຢ່າງລະອຽດກ່ຽວກັບວິທີເຮັດຄ້ອງ, ລັ່ນຄ້ອງຄືແນວໃດໃຫ້ຖືກ, ໃຫ້ມ່ວນ.
ການເຄື່ອນໄຫວດຳເນີນຊີວິດປະຈຳວັນທັງໝົດຂອງພວກນ້ອງນ້ອຍໃນບ້ານກອນຕຸມເກີເປິງ, ຖືກວາດພາບຢ່າງມີຊີວິດຊີວາໃນການວາງສະແດງ ”ຈັ່ງຫວະສຽງຄ້ອງ 9X” ຜ່ານບັນດາວັດຖຸພັນ ໂດຍພວກນ້ອງສະສົມເອງ, ນັ້ນແມ່ນຄ້ອງ, ໂສ້ງເສື້ອຂອງເຜົ່າບານາ, ເຮືອນຮົງ (ເຮືອນຍາວຂອງເຜົ່າບານາຢູ່ກອນຕຸມ)... ເອື້ອຍ Nguyen Phuong Thao, ພະນັກງານຄົ້ນຄ້ວາຂອງຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ, ໃຫ້ຮູ້ວ່າ:
”ບັນດາວັດຖຸພັນທີ່ວາງສະແດງຢູ່ທີ່ນີ້, ບາງເທື່ອແມ່ນວັດຖຸ, ສິ່ງຂອງທີ່ພວກນ້ອງພວມນຳໃຊ້ໃນຄອບຄົວ. ໃນຫ້ອງວາງສະແດງຍັງມີບັນດາຮູບພາບກ່ຽວກັບຊີວິດປະຈຳວັນຂອງພວກນ້ອງຄືເວລາໄປເຮັດໄຮ່, ຕຳຫຸກ,ລະຫຼິ້ນ... ໂດຍພວກນ້ອງເປັນຜູ້ຖ່າຍເອົາເອງ”.
ແລະ ໃນບໍລິເວນວາງສະແດງນັ້ນ, ຜູ້ມາຢາມຈະໄດ້ຊົມຮູບເງົາຍາວປະມານ 30 ນາທີ, ດ້ວຍບັນດາເລື່ອງລາວ ໂດຍພວກນ້ອງເຍົາວະຊົນບານາເປັນຜູ້ເລົ່າ, ອັນໄດ້ສ່ອງແສງໃຫ້ເຫັນແນວຄິດ, ຈິດໃຈ, ຄວາມໄຝ່ຝັນຂອງພວກນ້ອງໃນກອງລັ່ນຄ້ອງໜຸ່ມ. ບັນດາເລື່ອງລາວໃນຮູບເງົາໂດຍພວກນ້ອງເປັນຜູ້ເລືອກເອົາ ແລະ ຕົກລົງເອງ. ເອື້ອຍ Nguyen Dieu Huyen, ນັກຂ່າວ VTV5, ຂອງໂທລະພາບຫວຽດນາມ ໄດ້ແບ່ງປັນວ່າ:
”ເນື້ອໃນຮູບເງົາໄດ້ເວົ້າເຖິງຄວາມເມົາມົວກັບສິລະປະລັ່ນຄ້ອງ, ການແອບລັ່ນຄ້ອງ ແລະ ຄວາມໄຝ່ຝັນຂອງພວກນ້ອງ. ນອກນັ້ນ, ຮູບເງົາຍັງມີບັນດາຮູບພາບ, ເລື່ອງລາວກ່ຽວກັບຊີວິດປະຈຳວັນ, ຄວາມຮັກໃຄ່ຂອງພວກນ້ອງໃນກອງລັ່ນຄ້ອງນຳກັນອີກ”
ດ້ວຍການເຄື່ອນໄຫວ ແອບລັ່ນຄ້ອງ, ຂັບຊວາງປະຈຳວັນນັ້ນ, ພວກນ້ອງໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການຮັກສາວັດທະນະທຳທີ່ເປັນເອກະລັກສະເພາະຂອງປະຊາຄົມໄວ້. ນັ້ນກໍ່ແມ່ນຄວາມໝາຍອັນເລິກເຊິ່ງທີ່ພວກນ້ອງນ້ອຍໃນບ້ານ ກອນຕຸມເກີເປິງ ຢາກຝາກຝັງໃນຮູບເງົາ.
ການເຄື່ອນໄຫວວາງສະແດງ ແລະ ສາຍຮູບເງົາ ”ຈັ່ງຫວະສຽງຄ້ອງ 9X” ໄດ້ຊ່ວຍໃຫ້ທຸກຄົນມີຄວາມເຂົ້າໃຈກວ່າກ່ຽວກັບວັດທະນະທຳທີ່ເປັນກະລັກສະເພາະຂອງປະຊາຄົມຕົນ, ທັງແມ່ນສານກ່ຽວກັບຄວາມຮັບຜິດຊອບໃນການປະກອບສ່ວນຮັກສາ ແລະ ສືບທອດວັດທະນະທຳນັ້ນໃຫ້ຄົນລຸ້ນຫຼັງ.