(VOVWORLD) -ເປັນເວລາເກືອບ 10 ປີພາຍຫຼັງໄດ້ຮັບການເຊີດຊູຢູ່ SEA Games 2009, ແຊັມກິລາ billards – snooker ຫງວຽນຟຸ໋ລອງ ຍັງເມົາມົວກັບຄວາມຫວັງຢາກນຳໃຊ້ບັນດາສິ່ງທີ່ຕົນເອງໄດ້ຄົ້ນຫາ, ໄດ້ເຂົ້າຮ່ວມເພື່ອບຳລຸງສ້າງລຸກສິດຍາດໄດ້ໄຊຊະນະໃນການແຂ່ງຂັນ ແລະ ຍິ່ງກວ່ານັ້ນ.
ຫງວຽນຟຸ໋ກລອງ ໄດ້ຮັບການເຊີດຊູຢູ່ SEA Games 2009
(ພາບ: Mai Hương)
|
ຫງວຽນຟຸ໋ກລອງ ເມື່ອຄາວຍັງເປັນນັກຮຽນລົງເລິກຂະແໜງຄະນິດສາດ ຢູ່ໂຮງຮຽນ ມັດທະຍົມຕອນປາຍ Marie Curie ຢູ່ຮ່າໂນ້ຍ ໄດ້ເປັນທີ່ໜຶ່ງໃນກິລາປະເພດເຕາະບານ, ເຕາະປີກໄກ່, ຕີປິງປອງ ຢູ່ໂຮງຮຽນ. ອ້າຍຍັງແມ່ນສະມາຊິກລຸ່ນທຳອິດຂອງທິມ billards ຮ່າໂນ້ຍ. ພາຍຫຼັງທີ່ເດີນຕາມອາຊີບເປັນນັກກິລາ, ຫງວຽນຟຸ໋ກລອງ ຍາດໄດ້ຫຼຽນຄຳທົ່ວປະເທດເມື່ອປີ 1997, ຍາດໄດ້ຊະນະເລີດລະດັບຊາດ 2003, ຫຼຽນທອງ ໃນລາຍການແຂ່ງຂັນເປັນທິມຢູ່ SEA Games 22. ຈຸດສຸດຍອດໃນພາລະກິດຂອງ ຫງວຽນຟຸ໋ກລອງ ນັ້ນແມ່ນຍາດໄດ້ຫຼຽນຄຳ billards – snooker ດ່ຽວ SEA Games 25 ເຊິ່ງໄດ້ຈັດຕັ້ງຢູ່ລາວ. ປະຈຸບັນ, billards – snooker ຍັງແມ່ນສ່ວນໜຶ່ງໃນຊີວິດຂອງ ຫງວຽນຟຸ໋ກລອງ.
“ພາຍຫຼັງຍາດໄດ້ຊະນະເລີດໃນການແຂ່ງຂັນ SEA Games ປີ 2009 ມາຮອດປະຈຸບັນ, ໂຊກດີເມື່ອຄວາມໄຝ່ຝັນຢາກສຶກສາຮ່ຳຮຽນເພື່ອປ່ຽນແປງໃໝ່ສະຕິຄວາມຮັບຮູ້ກ່ຽວກັບຂະແໜງ billards ຂອງຫວຽດນາມ ເວົ້າລວມ, ກໍຄືການຄົ້ນຄວ້າ ແລະ ຄົ້ນຫາບາງນິຍາມໃໝ່, ບັນດາການປະຕິຮູບໃໝ່ ເພື່ອໜູນຊ່ວຍໃຫ້ຜູ້ຫຼິ້ນກິລາປະເພດນີ້ກ່ຽວກັບການຝຶກແອບ ແລະ ພັດທະນາຢ່າງໄວກວ່າ ຍັງຝັງເລິກຢູ່ໃນຕົວຟຸ໋ລອງ ແລະ ຍັງເດີນຕາມເສັ້ນທາງຄວາມໄຝ່ຝັນນັ້ນ”.
ຫງວຽນຟຸ໋ກລອງ ເຄີຍເປັນຫົວໜ້າສະໂມສອນ billards – snooker ແຫ່ງໜຶ່ງ. ລາວມີຄວາມຫວັງຢາກຈັດຕັ້ງການແຂ່ງຂັນ billards ຢູ່ຫວຽດນາມ, ດ້ວຍຄວາມປາດຖະໜາຢາກເຕົ້າໂຮມບັນດາຜູ້ຫຼີ້ນ billards ທີ່ມີຊື່ສຽງໃນໂລກເຂົ້າຮ່ວມ. ລາວກໍ່ມີຄວາມເພິ່ງພໍໃຈກັບໂຕະ billards ຢູ່ໃນເຮືອນ ເພື່ອຖ່າຍທອດຄວາມໄຝ່ຝັນຂອງຕົນໃຫ້ບັນດາລູກສິດທີ່ມາຈາກເທດສະບານເມືອງເຊີນໄຕ, ທ໋າຍງວຽນ, ບັກນິງ… ອ້າຍ ຫງວຽນຟຸ໋ກລອງ ແບ່ງປັນວ່າ.
“ປະຈຸບັນ, ກ່ຽວກັບເນື້ອໃນທີ່ຈະເລີ່ມຕົ້ນສອນໃຫ້ພວກເພື່ອນໜຸ່ມ ແລະ ສ້າງບັນດາເນື້ອໃນເພື່ອຊ່ວຍໃຫ້ເຂົາເຈົ້າໃນວິວັດການຝຶກແອບນັ້ນ ຍັງຕ້ອງພັດທະນາຢ່າງແຮງກວ່າອີກ. ສິ່ງດັ່ງກ່າວກໍ່ຄືການສ້າງລະບົບເຕັກໂນໂລຊີເພື່ອໂຮມລະບົບນິເວດເຂົ້າກັນ, ຊ່ວຍໃຫ້ຜູ້ຫຼີ້ນມີການພັດທະນາຢ່າງປອດໃສ”.
ຟຸ່ງວັນກຸຍ, ລູກສິດ ແລະ ປະຈຸບັນກາຍເປັນຜູ້ຊ່ວຍສອນໃຫ້ ຟຸ໋ກລອງ, ໃຫ້ຮູ້ວ່າ.
“ຂ້າພະເຈົ້າຮູ້ສຶກເພິ່ງພໍໃຈ, ທີ່ໜຶ່ງແມ່ນສະພາບແວດລ້ອມແຫ່ງການເຮັດວຽກຂອງຄູຝຶກ ຟຸ໋ກລອງ, ທີ່ 2 ແມ່ນທາງດ້ານຄວາມຮູ້, ຂ້າພະເຈົ້າໄດ້ຮັບຄວາມຮູ້ຫຼາຍຢ່າງທີ່ມີປະໂຫຍດຈາກວິທີດຳລົງຊີວິດ ຕະຫຼອດຮອດວິຊາການຂອງປະເພດກິລາ billards, ຂ້າພະເຈົ້າຮູ້ສຶກມີຄວາມດຶງດູດໃຈກັບກິລາທີ່ເປັນອາຊີບຂອງຄູຝຶກ ຟຸ໋ກລອງ”.
ໂດຍບໍ່ເຫຼືອບ່າກວ່າແຮງໃນການຍາດໄດ້ຜົນງານໃນການແກ່ງຂັນ billards ເປັນອາຊີບ, ຫງວຽນຟຸ໋ກລອງ ພວມເດີນຕາມຄວາມໄຝ່ຝັນໃນການສ້າງຫຼັກສູດການສອນປະເພດກິລາ billards ໃຫ້ບັນດາຜູ້ຫາກໍ່ຝຶກ, ກໍຄືສ້າງລະບົບກວດກາລະດັບຂອງຜູ້ຮຽນ billards . ອ້າຍຢືນຢັນວ່າ.
“ເນື້ອໃນຂອງຫຼັກສູດການສອນນັ້ນແມ່ນແກ່ນສານ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າຈະຍູ້ແຮງການນຳໃຊ້ບັນດາເຕັກໂນໂລຊີເຂົ້າໃນລະບົບຂອງຜູ້ຫຼິ້ນ online ແລະ ພັດທະນາລະບົບສະໂມສອນ ແລະ ສົມທົບກັບການບໍລິການຕາມບັນດາມາດຕະຖານໃໝ່, ຕອບສະໜອງໃຫ້ຄົນສະມັກຫຼີ້ນເປັນຈຳນວນຫຼາຍ”.
ເຜີຍແຜ່ billards – snooker, ບຳລຸງສ້າງຜູ້ຮຽນ, ຈັດຕັ້ງງານ billards – snooker ລະດັບສາກົນ ເຊິ່ງແມ່ນເສັ້ນທາງເຊິ່ງ ຫງວຽນຟຸ໋ກລອງ ພວມເດີນຕາມ ຍັງຫຍຸ້ງຍາກຫຼາຍ. ແຕ່ອ້າຍຖືວ່າ, ນັ້ນແມ່ນບັນດາຄວາມເມົາມົວຂອງຕົນ ແລະ ນັ້ນກໍ່ແມ່ນການກຳນົດທິດໃນຊີວິດຂອງອ້າຍ ໃນໄລຍະຈະມາເຖິງ.