ປະຊາຄົມຊາວຫວຽດນາມຢູ່ເອີລົບສົ່ງຈົດໝາຍເຖິງEPກ່ຽວກັບສະພາບການທະເລຕາເວັນອອກ

ປະຊາຄົມຊາວຫວຽດນາມຢູ່ເອີລົບສົ່ງຈົດໝາຍເຖິງEPກ່ຽວກັບສະພາບການທະເລຕາເວັນອອກ - ảnh 1
ທ່ານ​ນາງ Barbara Lochbihler ໄດ້ຮັບຈົດໝາຍ
(ພາບ: vietnam+)

(vovworld) - ວັນ​ທີ 14/03, ສາດ​ສະ​ດາ​ຈານ - ປະລິນຍາ​ເອກ ຫງວຽນ​ວັນ​ທ້ວາຍ, ປະທານສະຫະສະມາຄົມ​ຊາວ​ ຫວຽນ​ດາມ ທົ່ວ​ສະຫະພັນ ​ເຢຍລະ​ມັນ, ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ອົງການ​ອື່ນ​ໆ​ຂອງ​ຊາວ ຫວຽນ​ດາມ ຢູ່​ສາທາລະນະ​ລັດ​ສະຫະພັນ ​ເຢຍລະ​ມັນ, ຝະລັ່ງ, ​ແບນ​ຊິກ ​ແລະ ອັງກິດ ​ໄດ້​ມອບ​ຈົດໝາຍ​ໃຫ້​ທ່ານ​ນາງ Barbara Lochbihler ສະມາຊິກ​ລັດຖະສະພາ​ຂຶ້ນ​ກັບ​ກຸ່ມ​ບັນດາ​ສະມາຊິກ​ລັດຖະສະພາ​ການ​ຕ່າງປະ​ເທດ​ຮັບຜິດ ຊອບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ຂຶ້ນ​ກັບ​ລັດຖະສະພາ ​ເອີ​ລົບ (EP) ກ່ຽວ​ກັບ​ບັນດາ​ການ​ກະທຳພຽງ​ລຳພັງ​ຝ່າຍ​ດຽວຂອງ ຈີນ ທີ່​ກໍ່​ຄວາມ​ເຄັ່ງ​ຕຶງຂຶ້ນ​ຕື່ມ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ຜ່ານ​ມາ. ສາດ​ສະ​ດາ​ຈານ - ປະລິນຍາ​ເອກ ຫງວຽນ​ວັນ​ທ້ວາຍ ​ເນັ້ນ​ໜັກ​ວ່າ: ​ເຖິງ​ວ່າ​ເປັນ​ປະ​ເທດ​ນ້ອຍແຕ່​ ຫວຽດນາມ ຍັງ​ແມ່ນ​ປະ​ເທດ​ຮັກຫອມ​ສັນຕິພາບ. ພ້ອມ​ກັບ​ພໍ່​​ແມ່​ປະຊາຊົນ​ພາຍ​ໃນ​ປະ​ເທດ, ປະຊາ​ຄົມ​ຊາວ​ ຫວຽດນາມ ​ຢູ່ຕ່າງປະ​ເທດ​ປາ​ດ​ຖະໜາ​ຢາກ​ມີກຳລັງ​ແຮງ​​ແຫ່ງຄວາມ​ສາມັກຄີ​ສາກົນ ​ເພື່ອສະກັດ​ກັ້ນ​ບັນດາ​ການ​ກະທຳ​ທີ່​ລະ​ເມີດ​ກົດໝາຍ​ສາກົນ​ຂອງ​ ຈີນ ບົນ​ທະ​ເລ​ຕາ​ເວັນ​ອອກ. ​ໂດຍ​ຜ່ານ​ຈົດໝາຍສະບັບ​ນີ້, ປະຊາ​ຄົມ​ຊາວ​ ຫວຽດນາມ ຢູ່​ຕ່າງປະ​ເທດ​ປາດ​ຖະໜາ​ວ່າ: ບັນດາ​ສະມາ​ຊິກ​ລັດຖະສະພາ ​ເອີ​ລົບ  ອອກສຽງສະໜັບສະໜູນ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ອັນຊອບ​ທຳ​ຂອງ​ປະຊາຊົນ ຫວຽດນາມ ​ແລະ ຮຽກຮ້ອງ ຈີນ ຕ້ອງ​ເຄົາລົບ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວກັບ​ກົດໝາຍ​ວ່າ​ດ້ວຍການ​ເດີນ​ທະ​ເລ (UNCLOS) ປີ 1982.

        ສ່ວນ​ທ່ານນາງ Lochbihler ​ໃຫ້​ຮູ້​ວ່າ: ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​​ເຄີຍເຕື້ອງ​ເຖິງ​ໃນ​ບັນດາ​ການ​ເຮັດ​ວຽກ, ການພົບ​ປະລວມຂອງ​ຄະນະ​ກຳມະການ ​ເອີ​ລົບ (EC) ​ກັບ​ບັນ​ດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ເປັນ​ປະຈຳ. ທ່ານ​ນາງ Lochbihler ສະ​ແດງ​ຄວາມ​ຫວັງ​ວ່າ: ທຸກ​ການຂັດ​ແຍ້​ງກັນ​ບົນ​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ໄດ້ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ.

 

ຂ່າວ/ບົດ​ອື່ນ