ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມລາຍການ“ ລະດູບານໃໝ່-ຄອບຄົວ-ເຂດໝູ່ເກາະທະເລ ”

ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມລາຍການ“ ລະດູບານໃໝ່-ຄອບຄົວ-ເຂດໝູ່ເກາະທະເລ ” - ảnh 1
ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ​ດ້ວຍ​ຫົວ​ຂໍ້ : “ ລະ​ດູ​ບານ​ໃໝ່-ຄອບ​ຄົວ-ເຂດ​ໝູ່​ເກາະ​ທະ​ເລ ”


(vovworld)-  ຕອນ​ຄ່ຳ​ວັນ​ທີ 9/4, ຢູ່​ຮ່າ​ໂນ້ຍ, ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງທ່ຽວຫວຽດ​ນາມ​ໄດ້​ຈັດ​ລາຍ​ການ​ພົບ​ປະ​ແລກ​ປ່ຽນ​ສະ​ແດງ​ສິ​ລະ​ປະ​ດ້ວຍ​ຫົວ​ຂໍ້ : “ ລະ​ດູ​ບານ​ໃໝ່-ຄອບ​ຄົວ-ເຂດ​ໝູ່​ເກາະ​ທະ​ເລ ” ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽ​ນ​ທິ​ກິມ​ເງິນ. ລາຍ​ການ​ລວມ​ມີ​ບັນ​ດາ​ລາຍ​ການ​ຟ້ອນ​ລຳ​ທຳ​ເພງ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ກ່ຽວ​ກັບ ເຂດ​ໝູ່​ເກາະ​ທະ​ເລຂອງ​ປະ​ເທດ​ຊາດ, ຍ້ອງ​ຍໍ​ສັນ​ລະ​ເສີນ​ຄວາມ​ຮັກ​ຕໍ່​ປະ​ເທດ​ຊາດ ແນ​ໃສ່​ປະ​ກອບ​ສ່ວນ​ຍົກ​ສູງ​ລະ​ດັບ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ບົດ​ບາດ, ທີ່​ຕັ້ງ​ຍຸດ​ທະ​ສາດ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ​ຂອງ ເຂດ​ໝູ່​ເກາະ​ທະ​ເລ​ຫວຽດ​ນາມ. ທີ່​ລາຍ​ການ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽ​ນ​ທິ​ກິມ​ເງິນ ແລະ ລັດ​ຖະ​ມົນ​ຕີ​ວ່າ​ການ ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງທ່ຽວຫວຽດ​ນາມ ຫງວຽນ​ງອກ​ຖ້ຽນ ໄດ້​ມອບ​ປຶ້ມ​ເງິນ​ຟາກ​ປະ​ຢັດ 20 ຫົວ ແຕ່​ລະ​ຫົວ​ມີ​ມູນ​ຄ່າ 10 ລ້ານ​ດົງ ໃຫ້​ແກ່​ບັນ​ກາ​ພະ​ນັກ​ງານ, ນົກ​ຮົບ​ສັງ​ກັດ​ກອງ​ບັນ​ຊາ​ການ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ, ກອງ​ບັນ​ຊາ​ການ​ທະ​ຫານເຮືອ, ກອງ​ບັນ​ຊາ​ການ​ຕຳຫຼວດ​ທະ​ເລ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ.

 

 

 

ຂ່າວ/ບົດ​ອື່ນ