ຫວຽດນາມສະໜັບສະຫນູນເລື່ອງແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ

ຫວຽດນາມສະໜັບສະຫນູນເລື່ອງແກ້ໄຂບັນດາຄວາມຂັດແຍ້ງກັນຢູ່ທະເລຕາເວັນອອກດ້ວຍສັນຕິວິທີ - ảnh 1
​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ

(vovworld) - ວັນ​ທີ 12/7, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຕໍ່​ເລື່ອງສານ​ກຳມະການ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຕາມສ່ວນ​ເພີ່ມ​ທີ 7 ຂອງ​ສົນທິສັນຍາ​ສະຫະ​ປະຊາຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ບົນ​ພື້ນຖານ​ຂໍ້​ສະ​ເໜີ​ຂອງ ຟີ​ລິບ​ປິນ, ​ໄດ້​ຍົກ​ອອກ​ຄຳ​ຕັດສິນ​ສຸດ​ທ້າ​ຍນັ້ນ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຊີ້​ແຈ້ງວ່າ: ຫວຽດນາມ​ຊົມ​ເຊີຍ​ເລື່ອງ​ສານ​ກຳມະການ​ໄດ້​ຍົກ​ອອກ​ຄຳ​ຕັດສິນ​ສຸດ​ທ້າ​ຍ​ໃນ​ວັນ​ທີ 12/7/2016. ຫວຽດນາມ​ຈະ​ມີ​ຖະ​ແຫຼ​ງການ​ກ່ຽວ​ກັບ​ເນື້ອ​ໃນ​ຄຳ​ຕັດສິນນີ້. ຫວຽດນາມ​ຢັ້ງຢືນ​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຕົນອີກ​ເທື່ອ​ໜຶ່ງ ກ່ຽວ​ກັບ​ກໍລະນີ​ຟ້ອງ​ຮ​້ອງນີ້, ຄື​ດັ່ງ​ໄດ້​ສະ​ແດງ​ຢ່າງ​ຄົບ​ຖ້ວນ​ໃນ​ຖະ​ແຫຼ​ງການ​ວັນ​ທີ 5/12/2014 ຂອງ​ກະຊວງ​ການ​ຕ່າງປະ​ເທດ​ ຫວຽດນາມ ທີ່​ສົ່ງ​ເຖິງ​ສານ​ກຳມະການ. ບົນ​ຈິດ​ໃຈ​ນັ້ນ, ຫວຽດນາມ​ສະໜັບສະໜູນ​ເລື່ອງ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ສັນຕິ​ວິທີ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ເຄົາລົບ​ຫຼັກການ​ນັບຖື​ກົດໝາຍ​ໃນ​ບັນດາ​ເຂດ​ທະ​ເລ ​ແລະ ມະຫາ​ສະໝຸດ.

        ​ເນື່ອງ​ໃນ​ໂອກາດ​ນີ້ ຫວຽດນາມ​ສືບ​ຕໍ່​ຢືນຢັນ​ອະທິປະ​ໄຕ​ຂອງ​ຕົນ​ທີ່​ມີ​ຕໍ່​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ, ​ອະທິປະ​ໄຕສຳລັບ​ເຂດ​ນ່ານນຳ້, ​ເຂດ​ທະ​ເລ ​ແລະ ສິດພິພາກສາ​ສຳລັບ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ ຫວຽດນາມ ​ເຊິ່ງ​ໄດ້​ຮັບ​ກຳນົດ​ເໝາະ​ສົມ​ກັບ​ສົນທິສັນຍາ ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ກໍ່​ຄື​ສິດ​ຕ່າງໆ ​ແລະ ຜົນ​ປະ​ໂຫຍ​ດດ້ານ​ກົດໝາຍ​ຂອງ​ຫວຽດນາມ ທີ່​ກ່ຽວຂ້ອງ​ເຖິງ​ໂຄງ​ປະກອບພູມ​ສາດ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ.

ຂ່າວ/ບົດ​ອື່ນ