ເກືອບ 14 ຕື້ດົງທີ່ສະໜັບສະນູນກອງທຶນ “ ເພື່ອເຈື່ອງຊາທີ່ຮັກແພງ”


ເກືອບ 14 ຕື້ດົງທີ່ສະໜັບສະນູນກອງທຶນ “ ເພື່ອເຈື່ອງຊາທີ່ຮັກແພງ” - ảnh 1
ທ່ານ​ວູ້​ຮົ່ງ​ແຄງ ປະ​ທານ ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ນະ​ຄອນ​ຮ່າ​ໂນ​້ຍກ່າວ​ຄຳ​ເຫັນທີ່​ພິ​ທີ​ມອບ​ຮັບ​ເງິນ  (daidoanket)

(vovworld)- ຕອນບ​່າຍວັນ​ທີ 8/4, ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ນະ​ຄອນ​ຮ່າ​ໂນ​້ຍ​ໄດ້​ຮັບ​ເອົາ​ເງິນ​ຈຳ​ນວນ ເກ​ືອບ 14 ຕື້​ດົງ​ທີ່​ສະ​ໜັບ​ສະ​ນູນກອງ​ທຶນ “ ເພື່ອ​ເຈື່ອງ​ຊາ​ທີ່​ຮັກ​ແພງ” . ທີ່​ພິ​ທີ​ມອບ​ຮັບ​ເງິນ, ທ່ານ​ວູ້​ຮົ່ງ​ແຄງ ປະ​ທານ ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ​ນະ​ຄອນ​ຮ່າ​ໂນ​້ຍໃຫ້​ຮູ້​ວ່າ : ນີ້​ແມ່ນ​ໝາກ​ຜົນ​ເບື້ອ​ງຕົ້ນທີ່​ເປັນ​ໜ້າ​ຊົມ​ເຊີຍ, ສະ​ແດງ​ໃຫ້​ເຫັນ​ອາ​ລົມ​ຈິດ, ຄວາມ​ຮັກ​ແພງ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ອຳ​ນາດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ນະ​ຄອນຫຼວງ. ເງິນ​ຈຳ​ນວນ​ທັງ​ໝົດ​ທີ່​ໄດ້ຂົນຂວາຍ​ແຜ່​ບໍ​ລິ​ຈາກນີ້, ຄະ​ນະ​ຂົນ​ຂວາຍ ກອງ​ທຶນ “ ເພື່ອ​ເຈື່ອງ​ຊາ​ທີ່​ຮັກ​ແພງ” ຈະ​ສົ່ງ​ໄປ​ຍັງ​ກອງ​ທັບ ແລະ ປະ​ຊາ​ຊົນເມືອງ​ເກາະ​ເຈື່ອງ​ຊາ​ໃນ​ໄວໆ​ນີ້.
ຂ່າວ/ບົດ​ອື່ນ