ບໍ່ວ່າຜູ້ໃດເມື່ອມີໂອກາດແວ່ຢາມໝູ່ບ້ານຟູ້ຍີ, ເທດສະບານ ເຊີນໄຕ, ຮ່າໂນ້ຍ, ແນ່ນອນວ່າຈະໄດ້ຊິມລົດຊາດພິເສດຂອງເຂົ້າໜົມ ບັນແຕ໋. ບັນແຕ໋ແມ່ນເຂົ້າໜົມຊະນິດໜຶ່ງທີ່ຫຼາຍໆຄົນນິຍົມບໍລິໂພກ, ຍອ້ນນຳໃຊ້ບັນດາວັດຖຸດິບທີ່ລຶ້ງເຄີຍໃນຊີວິດປະຈຳວັນຂອງຊາວກະສີກອນເພື່ອປຸງແຕ່ງເຂົ້າໜົມ, ເປັນຕົ້ນແມ່ນເຂົ້າຈ້າວ, ຊີ້ນໝູ, ເຫັດສະນຸ່ນ, ຜັກຫອມບົວ, ໃບຕອງກ້ວຍເພື່ອຫໍ່ເຂົ້າໜົມ ແລະ ເຂົ້າໜົມ ບັນແຕ໋ ໄດ້ກາຍເປັນອາຫານພິເສດຂອງໝູ່ບ້ານຟູ້ຍີ.
ເຂົ້າໜົມ ບັນແຕ໋ ແມ່ນອາຫານພິເສດຢູ່ເຂດທົ່ງພຽງພາກເໜືອ
|
ຮອດເວລາເກືອບ 17 ໂມງແລ້ວ, ແຕ່ເສັ້ນທາງເຂົ້າ ໝູ່ບ້ານຟູ້ຍີ ຍັງມີກິ່ນຫອມຂອງຂອງຊີ້ນ ແລະ ຜັກຫອມບົວຂົ້ວ. ນີ້ແມ່ນ ໝູ່ບ້ານທີ່ມີຊື່ສຽງດ້ວຍການເຮັດເຂົ້າໜົມ ບັນແຕ໋ ຊຶ່ງແມ່ນອາຫານພິເສດຢູ່ເຂດທົ່ງພຽງພາກເໜືອ.
ເຮືອນຂອງປ້າ ຮ່ວາງທິເວີນຕັ້ງຢູ່ແຄມທາງໃນ ໝູ່ບ້ານຟູ້ຍີ. ບ່ອນໃຊ້ເພື່ອຜະລິດ ເຂົ້າໜົມ ບັນແຕ໋ແມ່ນເຮືອນຄົວຂອງຄອບຄົວປ້າ. ໃນເຮືອນຄົວ, ມີຄຸ, ຊາມພ້ອມວັດຖຸດິບຊະນິດຕ່າງໆເພື່ອຜະລິດເຂົ້າໜົມຖືກວາງເດຍລະດາດ. ປ້າ ຮ່ວາງທິເວີນພວມຂຸ້ນຂ້ຽວເຊັດໃບຕອງກ້ວຍໃຫ້ແຫ້ງເພື່ອຫໍ່ເຂົ້າໜົມບັນແຕ໋. ປ້າເວີນ ໃຫ້ຮູ້ວ່າ :
“ ສຳລັບ ໃບຕອງກ້ວຍແຫ້ງ ແມ່ນຕ້ອງໄປເອົາແຕ່ຮຸ່ງເຊົ້າ, ເພາະເວລານັ້ນ, ຍັງອຸ່ນ, ດັ່ງນັ້ນບໍ່ຖືກຂາດງ່າຍ. ຖ້າຫາກເອົາຍາມແດດ, ໃບຕອງກ້ວຍມັກຂາດ, ເປັນການຍາກເມື່ອຫໍ່ເຂົ້າໜົມ ”
ນອກຈາກເລື່ອງເລືອກເອົາໃບຕອງກ້ວຍເພື່ອຫໍ່ເຂົ້າໜົມແລ້ວ, ປ້າເວີນຍັງແບ່ງປັນວ່າ : ຂັ້ນຕອນເລືອກເອົາວັດຖຸດິບກໍສຳຄັນທີ່ສຸດ. ເພື່ອໃຫ້ເຂົ້າໜົມຂາວ, ຫອມ ແລະ ແຊບ, ກໍຕ້ອງເລືອກເອົາເຂົ້າສານຊະນິດທີ່ມີຄຸນນະພາບສູງ. ເຂົ້າສານທີ່ເຮັດຊັ້ນນອກຂອງເຂົ້າໜົມ ບັນແຕ໋ ແມ່ນໃຊ້ພຽງແຕ່ເຂົ້າຈ້າວເທົ່ານັ້ນ. ປ້າ ຮ່ວາງທິເວີນ ໃຫ້ຮູ້ວ່າ :
“ ເມື່ອເລືອກເອົາເຂົ້າຈ້າວ, ພວກເຮົາຄວນໃຊ້ເຂົ້າສານເກົ່າຈາກລະດູເກັບກ່ຽວປີກ່ອນ. ຫຼັງຈາກນັ້ນ, ຕ້ອງໝ່າເຂົ້າປະມານ 4-5 ວັນ, ແຕ່ລະວັນຕ້ອງຖ່າຍນ້ຳ 2 ເທືຶ່ອ, ເຮັດເຊັ່ນນັ້ນ, ເຂົ້າຈະບໍ່ສົ້ມ ແລະ ໜຽວເມື່ອບົດ ”
ເມື່ອໝ່າເປັນເວລາພຽງພໍແລ້ວ, ກໍຕ້ອງຕັກແປ້ງຂຶ້ນ, ໃສ່ເກືອເລກນ້ອຍ, ປ່ອຍນ້ຳເກົ່າອອກເພື່ອບໍ່ໃຫ້ສົ້ມ, ແລ້ວປະໃຫ້ນ້ຳຄ່ອຍຍ້ອຍລົງ. ນີ້ແມ່ນເຄັດລັບສະເພາະຂອງຜູ້ເຮັດເຂົ້າໜົມ ບັນແຕ໋ຢູ່ໝູ່ບ້ານຟູ້ຍີ. ປ້າຮ່ວາງທິເວີນເວົ້າວ່າ :
“ ສະເພາະຊັ້ນນອກຂອງເຂົ້າໜົມ ບັນແຕ໋, ເມື່ອປຸງແຕ່ງພຽງແຕ່ໃຊ້ເກືອ ແລະ ແປ້ງນົວເທົ່ານັ້ນ. ເມື່ອເອົາແປ້ງໃສ່ໝໍ້ ເພື່ອຕົ້ມໃຫ້ສຸກນັ້ນ, ກໍຕ້ອງຄົນໄວ ເພື່ອໃຫ້ແປ້ງມີຄວາມໜຽວ. ສຳລັບໄສ້ຂອງເຂົ້າໜົມ ບັນແຕ໋ ແມ່ນຖືກເຮັດດ້ວຍເຫັດສະນຸ່ນ, ຊີ້ນໝູ 3 ຊັ້ນ ແລະ ຫົວຜັກບົວແຫ້ງຖືກຟັກໃຫ້ມຸ່ນ, ຫຼັງຈາກນັ້ນເອົາວັດຖຸດິບທັງໝົດເຫຼົ້ານັ້ນປະສົມເຂົ້າກັນ, ໃສ່ເກືອ ແລະ ໝາກພີກໄທຕື່ມນ້ອຍໜຶ່ງ, ຫຼັງຈາກນັ້ນ, ເອົາໄປຂົ້ວໃຫ້ສຸກ ”
ເມື່ອຫໍ່ເຂົ້າໜົມ, ແມ່ນຕ້ອງຫໍ່ໃຫ້ສະໝ່່ຳສະເໝີ, ບໍ່ເຮັດໜາ ຫຼື ບາງເກີນໄປ. ສຳລັບໄສ້ຂອງເຂົ້າໜົມ ກໍຕ້ອງໃສ່ພໍດີເພື່ອຫຼີກລ້ຽງໃຫ້ຊັ້ນນອກຖືກຂາດ. ເຂົ້າໜົມແຕ່ລະກ້ອນເມື່ອຫໍ່ສຳເລັດ ແມ່ນມີຄວາມຍາວປະມານ 25 ຊັງຕີແມັດ. ພາຍຫຼັງຫໍ່ເຂົ້າໜົມເປັນທີ່ຮຽບຮ້ອຍແລ້ວ, ກໍນຳໄປຕົ້ມປະມານ 30 ນາທີ່ຈຶ່ງສຳເລັດ. ເມື່ອກິນເຂົ້າໜົມ ບັນແຕ໋ ແມ່ນຕ້ອງກິນຮ້ອນ ແລະ ຈ້ຳກັບນ້ຳປາພິເສດ, ໃສ່ໝາກພີກໄທຕື່ມເລກນ້ອຍເພື່ອໃຫ້ຫອມ. ນາງເຟືອງ ລູກຄ້າມາຊື້ ເຂົ້າໜົມ ບັນແຕ໋ ຂອງປ້າເວີນ ໃຫ້ຮູ້ວ່າ :
“ເຂົ້າໜົມ ບັນແຕ໋ ຢູ່ຮ່າໂນ້ຍຖືກເຮັດແບບອຸດສາຫະກຳຫຼາຍກວ່າເມື່ອທຽບໃສ່ຢູ່ເຂດບ້ານນາ. ຢູ່ຊັ້ນນອກຂອງເຂົ້າໜົມ ກໍເຫັນມີຄວາມແຕກຕ່າງກັນ. ຢູ່ຊົນນະບົດ, ການຫໍ່ ແລະ ມັດເຂົ້າໜົມກໍແຕກຕ່າງກັນ. ຂ້າພະເຈົ້າມັກກິນ ເຂົ້າໜົມ ບັນແຕ໋ຢູ່ນີ້. ລາຄາຂາຍເຂົ້າໜົມ ກໍເໝາະສົມ. ແຕ່ 5 ຫາ 7 ພັນດົງ/ກ້ອນ ”
ເຂົ້າໜົມ ບັນແຕ໋ ແມ່ນອາຫານຊະນິດໜຶ່ງຢູ່ເຂດບ້ານນາທີ່ລຽບງ່າຍ, ຊຶ່ງບໍ່ວ່າຜູ້ໃດຈາກຜູ້ອາຍຸສູງຕະຫຼອດຮອດເດັກນ້ອຍ ລ້ວຍແຕ່ສາມາດກິນໄດ້ໝົດ. ເມື່ອກິນ, ຕ້ອງໃຊ້ມິດຕັດເຂົ້າໜົມເປັນແຕ່ລະຕອນ, ແລ້ວເອົາໃສ່ຈານ. ເມື່ອກິນເຂົ້າໜົມ ບັນແຕ໋, ຜູ້ບໍລິໂພກ ຕ່າງກໍສາມາດເຫັນໄດ້ເຖິງຄວາມໜຽວຂອງຊັ້ນນອກເຂົ້າໜົ້ມ, ລົດເຂັ້ມຂົ້ນຂອງໄສ້ ແລະ ລົດຫອມຂອງໝາກພີກໄທ ແລະ ຜັກຫອມບົວ. ເຂົ້າໜົມ ບັນແຕ໋ ອາດຈະກິນໄດ້ໃນຍາມເຊົ້າ ແລະ ຕອນທ່ຽງ, ຕອນຄ່ຳກໍແລ້ວແຕ່, ກິນຫຼາຍກໍບໍ່ຮູ້ສຶກເບື່ອແຕ່ຢ່າງໃດ.