ກຸ່ມບໍລິສັດ Samsung ລົງທຶນຢ່າງມີປະສິດທິຜົນຢູ່ຫວຽດນາມ

(vovworld)- ໃນ 9 ເດືອນ​ຕົ້ນ​ປີ 2014, ເງິນ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ FDI ເຂົ້າ​ຫວຽດ​ນາມ ບັນ​ລຸກວ່າ 11 ຕື້ USD. ເປັນ​ຫ​ນ້າ​ສົນ​ໃຈ ກະ​ແສ​ທຶນ FDI ລົງ​ທຶນ​ເຂົ້າ​ຂົງ​ເຂດອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ​ກາ​ນ​ຜະ​ລິດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ໃນ​ນັ້ນ​ສະ​ເພາະ ກຸ່ມ​ບໍ​ລິສັດ Samsung ໄດ້​ລົງ​ທຶນ​ຈຳ​ນວນ​ເງິນ​ນັບ​ຕື້ USD ເຂົ້າ​ບັນ​ດາ​ໂຄງ​ການ​ໂຮ​ງ​ງານ​ຜະ​ລິດ​ໂທ​ລະ​ສັບ​ມື​ຖ​ື ແລະ ເຄື່ອງ​ອາ​ໄ​ຫລ່, ກາຍ​ເປັນນັກ​ລົງ​ທຶນ​ອັນ​ດັບ​ຫ​ນຶ່ງຢູ່ຫວຽດ​ນາມ. ​ບົດ​ຂຽນ​ຂອງ​ນັກ​ຂ່າວ ຕວນ​ຟອງ ທີ່​ພາດ​ຫົວ​ເລື່ອງວ່າ: “ກຸ່ມ​ບໍ​ລິ​ສັດ Samsung ລົງ​ທຶນ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ​ຢູ່​ຫວຽດ​ນາມ”

ກຸ່ມບໍລິສັດ Samsung ລົງທຶນຢ່າງມີປະສິດທິຜົນຢູ່ຫວຽດນາມ - ảnh 1
ພາບ:sforum.vn

        ເລີ່ມ​​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ເມື່ອ​ເດືອນ 4/2009, ພ້ອມ​ກັບ​ວິ​ວັດ​ການ​ເພີ່ມ​ເງິນ​ລົງ​ທຶນ, ໂຮງ​ງານ Samsung Electronics ຫວຽດ​ນາມ (SEV) ຢູ່ ແຂວງ ບັກ​ນີງ ໄດ້​ປະ​ກອບ​ສ່ວນ​ອັນ​ໃຫ​ຍ່​ຫລວງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ເອ​ເລັກ​ໂຕ​ນິກ​ຂອງ​ຫວຽດ​ນາມ. ປີ 2013, ໂຮງ​ງານ SEV ໄດ້​ສົ່ງ​ອອກ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໂທ​ລະ​ສັບ ແລະ ເຄື່ອງ​ອາ​ໄລ່ ປະ​ກອບ​ສ່ວນ​ປະ​ມານ 18% ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ​ທັງ​ປະ​ເທດ. ຄາດ​ວ່າ ເມື່ອ​ໂຮງ​ງານ Samsung Electronics ຫວຽດ​ນາມ ຢູ່​ແຂວງ ທາຍງວຽນ ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການນັ້ນ ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ Samsung ປະ​ກອບ​ສ່ວນ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ເພີ່ມ​ຂຶ້ນຫລາຍກວ່າ​. ສະ​ເພາະ​ປີນີ້, ​ຈຳ​ນ​ວ​ນ​ສິ​ນ​ຄ້າ​ສົ່ງ​ອອກ​ຄາດ​ວ່າ​ບັນ​ລຸ​ມູ​ນ​ຄ່າ​ປະ​ມານ 30 ຕື້ USD. ຫວ່າງ​ແລ້ວນີ້, ໃນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ ສ ເກົາ​ຫລີ, ທ່ານ​ເລ​ຂາ​ທິ​ການ​ໃຫ​ຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ໄປ​ຢ້ຽມ​ຢາມ​ກຸ່ມ​ບໍ​ລິ​ສັດ Samsung ແລະ ເປັນ​ສັກ​ຂິ​ພິ​ຍານ​ພິ​ມີ​ມອບ​ຫ​ນັງ​ສື​ອະ​ນຸ​ຍາດ​ໃຫ້​ລົງ​ທຶນ ສ້າງ​ຕັ້ງ​ບໍ​ລິ​ສັດ​ເອ​ເລັກ​ໂຕ​ນິກ Samsung CE COMPLEX ຈຳ​ກັດ ຢູ່​ເຂດ​ເຕັກ​ໂນ​ໂລ​ຊີ​ສູງ ນະ​ຄອນ​ໂຮ່​ຈິ​ມີນ. ນີ້​ແມ່ນ​ໂຄງ​ການ​ມີ​ຍອດ​ຈຳ​ນວນ​ເງິນ​ລົງ​ທຶນ 1,4 ຕື້ USD ເພື່ອ​ລົງ​ທຶນກໍ່​ສ້າງ​ໂຮງ​ງານປະ​ກອບ ຜະ​ລິດ​ເຄື່ອງ​ອາ​ໄລ່, ດຳ​ເນີນ​ທຸ​ລະ​ກິດ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ​ເຕັກ​ໂນ​ໂລ​ຊີ​ສູງ​ດ້ວຍ​ຍີ່​ຫໍ້ Samsung, ຄາດ​ວ່າ​​ຈະ​ນຳ​ເຂົ້າ​ໃຊ້​ການໃນ​ຕົ້ນ​ປີ 2016. ປະ​ຈຸ​ບັນ Samsung ກໍ​ພວມ​ຜັນ​ຂະ​ຫ​ຍາຍ​ໂຄງ​ການ​ຈຳ​ນວນ​ຫ​ນຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ, ພະ​ລັງ​ງານ, ຕໍ່​ກຳ​ປັ່ນ​ຢູ່​ບັນ​ດາ​ແຂວງ ດົງ​ນາຍ, ຮ່າ​ຕີ້ງ ແລະ ແຄງ​ຮ່​ວາ. ໃນ​ຍຸດ​ທະ​ສາດ​ພັດ​ທະ​ນາ​ຂອງ​ຕົນ, Samsung ​ຢາກ​ພ້ອມ​ກັບ​ຫວຽດ​ນາມ ກໍ່​ສ້າງ​ຮາກ​ຖານ​ຜະ​ລິດ ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ຜະ​ລິດ​ຕະ​ພັນ​ຂອງ​ຕົນ​ໃນ​ທົ່ວ​ໂລກ. ທ່ານ Ha Chan Ho, ຜູ້​ໃຫ້​ຄຳ​ປຶກ​ສາຍ​ຸດ​ທະ​ສາດ​ຂອງ​ກຸ່ມ​ບໍ​ລິ​ສັດ Samsung, ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​ເກົາ​ຫລີ ປະ​ຈຳ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ປະ​ຈຸ​ບັນ, ການ​ລົງ​ທຶນ​ຂອງ Samsung ຢູ່​ຫວຽດ​ນາມ ບັນ​ລຸ​ເຖິງ 5,5 ຕື້ USD. ເມື່ອ​ໂຄງ​ການ​ໂຮ​ງ​ງານ​ເອ​ເລັກ​ໂຕ​ນິກ, ​ເຄື່ອງໄຟ​ຟ້າ​ໃຊ້​ໃນ​ເຮືອນ​ຢູ່​ນະ​ຄອນ ໂຮ່​ຈິ​ມີນ ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ ຈະ​ຍົກ​ຕົວ​ເລກ​ດັ່ງ​ກ່າວ​ເພີ່ມ​ຂຶ້ນ​ເຖິງ 7 ຕື້ USD. ນອກນັ້ນ, ບັນ​ດາ​ບໍ​ລິ​ສັດ​ລູກ​ອື່ນ​ຂອງ Samsung ໄດ້ ແລະ ພວມ​ເລືອກ​ເຟັ້ນ​ຫວຽດ​ນາມ ແມ່ນ​ຈຸດນ​ັດ​ພົບ​ໃຫ​້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຂອງ​ຕົນ. ສະ​ນັ້ນ, ຂ້າ​ພະ​ເຈົ້າ​ຄິດ​ວ່າ ຂອບ​ຂະ​ຫ​ນາດ​ການ​ລົງ​ທຶນ​ຂອງ Samsung ຢູ່ ຫວຽດ​ນາມ ໃນ​ອະ​ນາ​ຄົດ ຈະ​ເພີ່ມ​ຂຶ້ນ​ກ​ວ່າອີກ.”

        ເລື່ອງ Samsung ເພີ່ມ​ທະ​ວີ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ​ຜະ​ລິດຢູ່​ຫວຽດ​ນາມ ແມ່ນ​ເລີ່ມ​ມາ​ຈາກ​ຫລາຍ​ສາຍ​ເຫດ, ໃນ​ນັ້ນ ຕ້ອງ​ເວົ້າ​ເຖິງ​ເລື່ອງ​ລັດ​ຖະ​ບານ​ຫວຽດ​ນາມ ໄດ້ ແລະ ພວມ​ປະ​ກາດ​ໃຊ້​ຫລາຍ​ນະ​ໂຍ​ບາຍ​ຫ​ນູນ​ຊ່ວຍ ແລະ ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ 2 ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ປາຍ​ແຫລມ ນັ້ນ​ແມ່ນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ ແລະ ອຸດ​ສາ​ຫະ​ກຳ​ຫ​ນູນ​ຊ່ວຍ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ. ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ອຸ​ດົມ​ສົມ​ບູນ, ມີ​ລະ​ດັບ​ຄວາມ​ຮູ້​ພ້ອມ​ກັບ​ເລື່ອງ ລັດ​ຖະ​ບານ​ຫວຽດ​ນາມ ສະ​ຫ​ນັບ​ສະ​ຫ​ນູນ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ​​ກ່ຽວ​ກັບ​ລະ​ບອບ​ນະ​ໂຍ​ບາຍເປັນ​ຢ່າງ​ດີ, ສ້າງ​ເງື່ອນ​ໄຂ​ແຫ່ງ​ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ ສືບ​ຕໍ່​ເພີ່ມ​ແຫລ່ງ​ທຶນ​ເຂົ້າ​ຫວຽດ​ນາມ. ຜູ້​ຕາງ​ຫ​ນ້າ​ຂອງ Samsung ໃຫ້​ຮູ້​ວ່າ: ມາ​ຮອດ​ປະ​ຈຸ​ບັນ, ພາຍ​ຫລັງ 5 ປີ​ເຄື່ອນ​ໄຫວ​ລົງ​ທຶນ​ຢູ່​ຫວຽດ​ນາມ, Samsung ໄດ້​ຮັບ​ມື​ກັບ​ບັນ​ດາ​ເງື່ອ​ນ​ໄຂ​ຢູ່​ຫວຽດ​ນາມ ເປັນ​ຢ່າງ​ດີ, ສະ​ນັ້ນ ການ​ເຄື່ອ​ນ​ໄຫວ​ຜະ​ລິດກ​ໍ​ໄດ້​ຮັບ​ຜົນ​ງານ​ດີ​ພໍ​ສົມ​ຄວນ. ເລື່ອງ​ກ​ຳໄດ້​ກາ​ລະ​ໂອ​ກາດ​ການ​ລົງ​ທຶນ ກໍ່​ສ້າງ​​ຕື່ມ​ອີກບັນ​ດາ​ໂຮງ​ງານ​ຢູ່​ຫວຽດ​ນາມ ໄດ້​ຊ່ວຍ​ໃຫ້ Samsung ຕອບ​ສະ​ຫນອງ​ຄວາມ​ຕ້ອງ​ການ​ນຳ​ໃຊ້​ໂທ​ລະ​ສັບ​ມື​ຖື​ນັບ​ມື້​ນັບ​ສູງ​ຢູ່​ຕະ​ຫລາດ​ໂລກ. ກຸ່ມ​ບໍ​ລິ​ສັດ Samsung ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໄດ້ ແລະ ພວມ​ສົ່ງ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ຫ​ນ້າ​ເຖິງ​ການ​ພັດ​ທະ​ນາ​ບັນ​ດາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ສຳ​ຮອງ​ພາຍ​ໃນ​ປະ​ເທດ. ທ່ານ ຫງວຽນ​ໂນ້ຍ, ຮອງ​ຫົວ​ຫ​ນ້າ​ກົມ​ລົງ​ທຶນ​ຕ່າງ​ປະ​ເທດ ສັງ​ກັດ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຖື​ວ່າ:

        “​ບັນ​ດາ​ໂຄງ​ການ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ຂ້າມ​ຊາດ(TNC) ສວມ​ບົດ​ບາດ​ອັນ​ໃຫ​ຍ່​ຫລວງ​ໃນ​ການ​ກະ​ທົບ​ທີ່​ແຜ່​ລາມ​ອອກ. ບັນ​ດາ​ໂຄງ​ການ​ຂອງ​ກຸ່ມ​ບໍ​ລິ​ສັດ​ຂ້າມ​ຊາດ​ເຂົ້າ​ຫວຽດ​ນາມ ຈະ​ດຶງ​ດູດ​ບັນ​ດາ​ບໍ​ລິ​ສັດ​ຜະ​ລິດ​ເຄື່ອງ​ອາ​ໄລ່, ຕົວ​ຢ່າງ​ຄື Samsung ດຶງ​ດູດ​ປະ​ມານ 100 ບໍ​ລິ​ສັດ​ຜະ​ລິດ​ເຄື່ອງ​ອາ​ໄລ່. ປະ​ຈຸ​ບັນ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ກໍ​ໄດ້​ສ້າງ​​ຫົວຫ​ນ່ວຍ​ຫ​ນູນ​ຊ່ວຍ​ບັນ​ດາ​ໂຄງ​ການ​ຂອງ Samsung”

        ກຸ່ມ​ບໍ​ລິ​ສັດ Samsung ພ້ອມ​ດ້ວຍ​ບັນ​ດາ​ວິ​ສາ​ຫະ​ກິດ FDI ອື່ນ ໄດ້​ປະ​ກອບ​ສ່ວນ​ນຳ​ຫວຽດ​ນາມ ກາຍ​ເປັນ​ຫ​ນຶ່ງ​ໃນ​​ບັນ​ດາສູນ​ຜະ​ລິດ​ອຸ​ປະ​ກອນ​ເອ​ເລັກ​ໂຕ​ນິກ​ຊັ້ນ​ນຳ​ຂອງ​ໂລກ 10 ແຫ່ງ ​ຊຶ່ງບໍ່​ທັນ​ຮອດ 1 ທົດ​ສະ​ວັດ ດ້ວຍ​ມູນ​ຄ່າ​ການ​ຜະ​ລິດ​ໃນ​ປີ  2013 ບັ​ນ​ລຸ 40 ຕື້ USD ແລະ ຄາດ​ວ່າ​ເພ​ີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ຜູ້​ຕາງ​ຫ​ນ້າ​ຂອງ​ກຸ່ມ​ບໍ​ລິ​ສັດ Samsung ຖື​ວ່າ: ທ່າ​ອ່ຽງ​ການ​ລົງ​ທຶນ​ຂອງ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ໂຄງ​ການ​ເຕັກ​ໂນ​ໂລ​ຊີ​ສູງ ຍັງ​ຈະ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຫລາຍກວ່າອີ​ກ, ເພາະ ວ່າ ປະ​ຈຸ​ບັນ ເງື່ອນ​ໄຂ​ລົງ​ທຶນ​ຢູ່​ຫວຽດ​ນາມ ແມ່ນ​ສະ​ດວກ​ພໍ​ສົມ​ຄວນ, Samsung ກໍ​ຄື​ບັນ​ດາ​ວິ​ສາ​ຫະ​ກິດ FDI ອື່ນ​ພວມ​ຮັບ​ກາ​ລະ​ໂອ​ກາດ​ການ​ພັດ​ທະ​ນາ​ລົງ​ທຶນ ເມື່ອ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຂ້າມ​ປາ​ຊີ​ຟີກ (TPP), ສັນ​ຍາ​ການ​ຄ້າ​ເສ​ລີ FTA ຕາມ​ວິ​ວັດ​ການ​ໄດ້​ລົງ​ນາມ. ແລະ ຄຽງ​ຄູ່​ກັບ​ການ​ສ້າງ​ຕັ້ງ​ຂອງ​ປະ​ຊາ​ຄົມເສດ​ຖະ​ກິດ ອາ​ຊຽນ (AEC) ໃນ​ປີ 2015, ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ ຍັງ​ຈະ​ສືບ​ຕໍ່​ໄດ້​ຮັບ​ປັບ​ປຸງ ແລະ ດູດ​ດື່ມກ

ຕອບກັບ

ຂ່າວ/ບົດ​ອື່ນ