ກະສິກຳ, ເສົາຄ້ຳຂອງພື້ນຖານເສດຖະກິດ ຫວຽດນາມ ໃນປີ 2012

(vovworld)- ປີ 2012 ຜ່າ​ນມາ​ແມ່ນ​ປີ​ທີ່​ພື້ນຖານ​ເສດຖະກິດ ຫວຽດນາມ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂົງ​ເຂດ​ກະສິກຳ​ຍັງ​ຄົງ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຈຸ​ດພົ້ນ​ເດັ່ນ​ໃນຂະ​ນະ​ທີ່​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ​ບັນລຸ​ລະດັບສະຖິຕິ​ໃຫມ່​ຕື່ມ​ອີກ, ນຳ ຫວຽດນາມ ຢືນ​ອັນ​ດັບ​​ແຖວ​ໜ້າຂອງ​ໂລກ​ ກ່ຽວ​ກັບ​ການ​ສົ່ງ​ອອກ​ເຂົ້າສານ, ກາ​ເຟ. ​​ແຕ່​ສິ່ງ​ທີ່ມີ​ຄວາມ​ໝາຍ​ກວ່າ​ນັ້ນ, ​ແມ່ນ​ໃນ​ຄວາມ​ຫຍຸ້ງຍາກ ກະສິກຳ​ໄດ້​ກາຍ​ເປັນ​ບ່ອນ​ອີງ​ທີ່​ໝັ້ນ​ແກ່ນ​ເພື່ອ​ໃຫ້​ພື້ນຖານ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ. ​

        ​ໃນ​ປີຜ່ານມາ, ຍ້ອນຖືກ​ຜົນ​ກະທົບ​ຈາກ​ວິ​ກິດ​ການ​ເສດຖະກິດ​ໂລກ, ຕະຫລາດ​ຖືກ​ຮັດ​ແຄບ, ລາຄາ​ສິນຄ້າ​ບາງ​ປະ​ເພດ​ຖືກ​ຫລຸດ​ລົງ​ຢ່າງ​ແຮງ, ​ແຕ່​ການ​ຜະລິດ​ກະສິກຳ​ເວົ້າ​ລວມຍັງ​ຄົງ​ຮັກສາ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ດີ​ພໍ​ສົມຄວນ ​ແລະ ປະກອບ​ສ່ວນ​ສຳຄັນ​ໃຫ້​ແກ່​ການ​ສົ່ງ​ອອກ​ຂອງ​ທັງ​ປະ​ເທດ. ​ໄລ່​​ໝົດ​ປີ 2012, ຍອດ​ວົງ​ເງິນ​ສົ່ງ​ອອກ​ກະສິກຳ​ບັນລຸ 27,54 ຕື້ USD (​ເພີ່ມ​ຂຶ້ນ 9,7% ​ເມື່ອ​ທຽບ​​ໃສ່​ປີ 2011). ​ໃນ​ຂະນະ​ນັ້ນ, ວົງ​ເງິ​ນສົ່ງ​ອອກ​ບັນດາ​ປະ​ເພດ​ສິນຄ້າ​ຄື: ວັດ​ສະ​ດຸກໍ່ສ້າງ, ຝຸ່ນ​ເຄມີ​ຮັບ​ໃຊ້​ການ​ຜະລິດ​ກະສິກຳ​ບັນລຸ​ 16,94 ຕື້ USD (​ເພີ່ມ​ຂຶ້ນ 5%). ​ເປັນ​ອັນວ່າ ສະ​ເພາະ​ຂະ​ແຫນງ​ກະສິກຳ​ສົ່ງ​ອອກ​ເກີນ​ດຸນ​ເຖິງ 10,6 ຕຶ້ USD. ​ໃນ​ຈຳນວນ​ປະ​ເພດ​ສິນຄ້າ​ກະສິກຳ​ສົ່ງ​ອອກ, ມີ​ເຖິງ 7 ປະ​ເພດ​ບັນລຸ​ວົງ​​ເງິນ​ສົ່ງ​ອອກ 1 ຕື້ USD ຂຶ້ນ​ໄປ ນັ້ນ​ແມ່ນ: ​ເຂົ້າສານ, ກາ​ເຟ, ຢາງພາລາ, ​ເຄື່ອງ​ເຟນີ​ເຈີ, ໝາກມ່ວງ​ຫິມະພານ, ມັນ​ຕົ້ນ ​ແລະ ສິນ​ໃນ​ນ້ຳ. ພິ​ເສດ, ການ​ສົ່ງ​ອອກ​ເຂົ້າສານ​ບັນລຸ​ສະຖິຕິ​ໃຫມ່ ດ້ວຍ 8,1 ລ້ານ​ໂຕນ (​ເພີ່ມ​ຂຶ້ນ 13,9%), ມູນ​ຄ່າ​ເກັບ​ມາ​ໄດ້​ແມ່ນ 3,7 ຕື້ USD, ນຳ ຫວຽດນາມ ຢືນ​ອັນ​ດັບ​ຫນຶ່ງ​ຂອງ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກ​ເຂົ້າສານ. ​ເມື່ອ​ເວົ້າ​ເ​ຖິງບັນດາ​ຜົນງານ​ຂອງ​ກະສິກຳ, ​ເປັນ​ຕົ້ນ​ແມ່ນ​ການ​ສົ່ງ​ອອກ​ເຂົ້າສານ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ທ່ານ ຫງວຽນ​ງອກ​ຈີງອກ​, ຜູ້​ຊ່ຽວຊານ​ກົມ ​ປູກຝັງ ຂຶ້ນ​ກັບ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ຖື​ວ່າ:

        “ ຫວຽດນາມ ທັງມີ​ຍຸດ​ທະ​ສາດ​ກໍ່ສ້າງ​ຕະຫລາດ, ​ທັງມີ​ການຫັນປ່ຽນ​ແນວ​ພັນ​ປູກ​ຢ່າງ​ແຂ​ງ​ແຮງ ​ເພື່ອ​ຍົກ​ສູງ​ຄຸນ​ນະພາ​ບຂອງ​ເຂົ້າສານ, ສະ​ນັ້ນ ຕອບ​ສະຫນອງ​ຄວາມ​ຕ້ອງການ​ທີ່​ມີ​ຫຼາຍ​ຮູບ​ຫຼາບ​ແບບຂອງ​ຕະຫລາດ​ໂລກ​ໄດ້.”

ກະສິກຳ, ເສົາຄ້ຳຂອງພື້ນຖານເສດຖະກິດ ຫວຽດນາມ ໃນປີ 2012 - ảnh 1
ພາບປະກອບ:internet

        ປີ 2012 ກໍ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ປີ​ມີ​ບາດກ້າວ​ບຸກທະລຸ​​ໃຫຍ່​ເມື່ອ​ແຜນ​ນະ​ໂຍບາຍ​ພັດທະນາ​ບັນດາ​ຮູບ​ແບບ​ທົ່ງ​ນາຂະໜາດ​ໃຫຍ່​ ໂດຍ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ປຸກລະດົມ ​ໄດ້​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ ​ແລະ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ໃນ​ທົ່ວ​ປະ​ເທດ. ພ້ອມ​ກັບ​ການ​ພັດທະນາ​ຮູບ​​ແບບ​ທົ່ງ​ນາ​ຂະໜາດໃຫຍ່, ​ເລ່ືອງ​ສະຫລຸບ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃຫມ່​ ດ້ວຍ​ບັນດາ​ມາດ​ຕະການ​ຕັ້ງຫນ້າ ​ກ່ຽວ​ກັບ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ, ດຳ​ເນີນ​ການວາງ​ແຜນ​​ສັງ​ລວມ, ສົມທົບກັນ​ລະຫວ່າງ​ບັນດາ​ນັກ​ວິທະຍາສາດ, ວິ​ສາ​ຫະກິດ ​ແລະ ຊາວ​ກະສິກອນ ​ເພື່ອ​ນ​ຳ​ໃຊ້​ກົນ​ຈັກ​​ເຂົ້າ​ໃນ​ການ​ຜະລິດກະ​ສີ​ກຳ, ສ້າງ​ເຄື່ອງໝາຍ​ຜະລິດ​ຕະພັນ​ກະ​ເສດ​ ສົມທົບ​ກັບ​ການ​ເປີດ​ກວ້າງ​ຕະຫລາດ​ຈຳຫນ່າຍ ​ແລະ ສົ່ງ​ອອກ ພວມ​ແມ່ນ​ທິດ​ໃຫມ່​ໃນ​ການ​ເປີດ​ກວ້າງ​ການ​ຜະລິດ ​ແລະ ສົ່ງ​ອອກ. ​ໃນ​ປີຜ່ານ​ມາ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ສືບ​ຕໍ່​ປະຕິບັດ​ແຜນ​ຮ່າງ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະສິກອນ ຊຶ່ງ​ລັດຖະບານ​ໄດ້​ວາງ​ອອກ​ນັບ​ແຕ່​ປີ 2010 ດ້ວຍ​ຈຸດປະສົງ​ ​ແຕ່ລະ​ປີ ສອນ​ວິຊາ​ຊີບ​ໃຫ້​ແກ່​ຊາວ​ກະສິກອນ​ໃຫ້​ໄດ້ 1.000.000 ລ້າ​ນຄົນ. ​ແຜ​ນຮ່າງ​ດັ່ງກ່າວ​ໄດ້ ​ແລະ ພວມ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ, ສ້າງ​ການ​ຫັນປ່ຽນ​ໃນການຊຸກຍູ້​ກາ​ນຜະລິດ ​ແລະ ການ​ສົ່ງ​ອອກ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ຢ່າງ​ໝັ້ນຄົງ.

        ທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ຊີ້​ນຳ, ບໍລິຫານ​ປີ 2012 ​ແລະ ວາງ​ອອກ​ໂຄງການ​ຈຸດ​ສຸມ​ປີ 2013 ທີ່​ຫາ​ກໍ່​ດຳ​ເນີນ​ຢູ່ ຮ່າ​ໂນ້ຍ, ທ່ານ ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ຖື​ວ່າ: ​ໃນ​ສະພາບ​ຫຍຸ້ງຍາກ​ລວມຂອງ​ພື້ນຖານ​ເສດຖະກິດ, ​ເລື່ອ​ງຮັດ​ກຸມ​ສິນ​ເຊື່ອ, ການ​ຜັນ​ແປ​​ຂອງຕະຫລາດ​ຜະລິ​ດຕະພັນ​ກະ​ເສດບໍ່​ອຳນວຍ​ຄວາມ​ສະດວກ​, ສິນຄ້າ​ຫລາຍ​ປະ​ເພດ​ຖືກ​ຕົກ​ລາຄາ, ​ໃນ​ຂະນະ​ໄພ​ທຳ​ມະ​ຊາດ​ເກິ​ດຂຶ້ນ​ຢ່າງ​ຜິດ​ປົກກະຕິ​ນັ້ນ, ບັນດາ​ຜົນງານ​​ເຊິ່ງ​ຂະ​ແຫນງ​ກະສິກຳ ຫວຽດນາມ ບັນລຸ​ໄດ້ ​ແມ່ນ​ມີ​ຄວາມ​ໝາຍ​ຫຼາຍ​ຢ່າງ ​. ບັນດາ​ຜົນງານ​ດັ່ງກ່າວ ​ໄດ້​ປະກອບສ່ວນ​ສຳຄັນ​​ເຂົ້າໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້.

        ​ໂດຍ​ກຳນົດ​ວ່າ​​ຜະລິດ​ຕະພັນ​ກະ​ເສດ ​ແມ່ນ​ປະ​ເພດ​ສິນຄ້າ​ນຳ​ມາ​ເຊິ່ງວົງ​ເງິນ​ສົ່ງ​ອອກ​ສູງ ​ແລະ ຊ່ວຍ​​ເຮັດ​ໃຫ້ຜະ​ລິດ​ຕະພັນ​ກະ​ເສດ ຫວຽດນາມ ຮັກສາ​​ໄດ້ທີ່​ຕັ້ງ​ແກ້ງ​ແຍ້​ງ​ໃນ​ການ​ສົ່ງ​ອອກ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ກໍ​ສະ​​ເຫ​ນີກົນ​ໄກ​​ລົງທຶນ​ຢ່າງເໝາະ​ສົມ ​ເພື່ອ​ໃຫ້​ພື້ນຖານ​ກະສິກຳ​ພັດທະນາ​ແບບ​ຍືນ​ຍົງ, ​ເປັນ​ຕົ້ນ​​​ແມ່ນສ້າງ​ຜະລິດ​ຕະພັນ​ກະ​ເສດ​ທີ່ມີ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ. ທ່ານ ກາວ​ດືກຟາດ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ສົມທົບ​ກັບ​ບັນດາ​ອົງການ​ສາກົນ​ເພື່ອ​ສ້າງບັນດາ​ຂັ້ນ​ຕອນ​ເຕັກນິກ, ​ໃນ​ນັ້ນ ວິ​ສາ​ຫະກິດພ້ອມ​ກັບ​ລັດ​ຫນູນ​ຊ່ວຍ​ຊາວ​ກະສິກອນ​ຜະລິດ​ຕາມ​ຂັ້ນ​ຕອນ​ດ້ານ​ເຕັກນິກ ຮັບປະກັນ​ຄວາມ​ປອດ​ໄພ, ສະມັດ​ຕະພາບ, ຄຸນ​ນະພາ​ບສູງ​ກວ່າ, ​ເປີດ​ທິດ​ໃຫມ່​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ເກ​ັບຊື້, ຈຳຫນ່າຍສິນຄ້າ…”

        ປີ 2012 ​ໄດ້​ຜ່ານ​ໄປ​ແລ້ວ, ​ໃນ​ສະພາບ​ປະສົບ​ກັບຄວາມ​ຫຍຸ້ງຍາກຫລາຍ​ຢ່າງ, ​ແຕ່​ວົງ​ເງິນ​ການ​ສົ່ງ​ອອກ​ຍັງ​ຄົງ​ປະກອບ 27,54 ຕື້ USD ​ໃນ​ຍອດ​ວົງ​ເງິນ​ສົ່ງ​ອອກ​ຂອງ​ທັງ​ປະ​ເທດ 114,6 ຕື້ USD, ນີ້​ແມ່ນ​ໝາກຜົນ​ດີ​ພໍ​ສົມຄວນ. ບັນດາຜົນ​ງານທີ່ ຂະ​ແຫນງ​ກະສິກຳ ຫວຽດນາມ ບັນລຸ​ໄດ້ ​​ໃນ​ປີ 2012 ຈະ​ເປັນ​ກຳລັງ​ຫນູນ​ສຳຄັນ​ເພື່ອ​ໃຫ້​ກະສິກຳ, ຊົນນະບົດ ​ແລະ ຊາວ​ກະສິກອນ ບັນລຸ​ບາດກ້າວ​ພັດທະນາ​ໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ