ຂຸດຄົ້ນຄວາມສາມາດບົ່ມຊ້ອນຫນ້ານ້ຳເພື່ອພັດທະນາສິນໃນນ້ຳແບບຍືນຍົງ

(vovwordl) - ປີ 2011, ມູນ​ຄ່າ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງ ຫວຽດນາມ ບັນລຸ​ການ​ເຕີບ​ໂຕ​ໃນ​ລະດັບ 6,11 ຕື້ USD ນຳ​ຫວຽດນາມ ກາຍ​ເປັນ​ຫນຶ່ງ​​ໃນ 10 ປະ​ເທດ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ຫລາຍ​ກວ່າ​ໝູ່​ຢູ່​ໃນ​ໂລກ. ​ເຖິງ​ວ່າ ມີການເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ​ໃນ​ຫລາຍ​ປີກໍ​ຕາມ, ​ແຕ່​ຂະ​ແຫນງ​ສິນ​ໃນ​ນ້ຳ​ຍັງ​ຄົງ​ມີ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ບາງ​ຢ່າງ​ຄື: ການວາງ​ແຜນ​ກຳນົດ​ບໍ່​ທ່ວງທັນ​ກັບຄວາມ​ໄວ​ຂອງການ​ພັດທະນາ, ພັດທະນາ​ຕາມ​ຂະ​ບວນ, ບ່ອນ​ເຫລືອ​ເຝື່ອ, ບ່ອນ​ຂາດ​​ແຄນ, ບໍ່​ທັນ​ເສີມ​ຂະຫຍາຍ​ໝົດ​ຄວາມ​ສາມ​າດບ່ົມ​ຊ້ອນ​ຂອງ​ເນື້ອ​ທີ່ຫນ້າ​ນ້ຳ​ຢູ່​ເຂດ​ທີ່​ມີ​ທ່າ​ໄດ້​ປຽບ​ເທື່ອ. ​ເພື່ອ​ແກ້​ໄຂ​ຂໍ້​ຈຳກັດ​ດັ່ງກ່າວ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ ພວມ​ວາງ​ແຜນ​ກຳນົດ​ສັງ​ລວມກ່ຽວ​ກັບ​ການ​ພັດທະນາ​ລ້ຽງ​ປູກ​ສິນ​ໃນ​ນ້ຳ ຫວຽດນາມ ຮອດ​ປີ 2020, ວິ​ໄສ​ທັດ​ປີ 2030 ​ໃຫ້​ສົມບູນ​ແບບ ​ເພື່ອ​ນຳ​ຂະ​ແຫນງ​ສິນ​ໃນ​ນ້ຳ ຫວຽດນາມ ພັດທະນາ​​ແບບ​ຍືນ​ຍົງ.

ຂຸດຄົ້ນຄວາມສາມາດບົ່ມຊ້ອນຫນ້ານ້ຳເພື່ອພັດທະນາສິນໃນນ້ຳແບບຍືນຍົງ - ảnh 1
ລ້ຽງປູກສິນໃນນ້ຳຢູ່ເຂດທົ່ງພຽງແມ່ນ້ຳຂອງ
ພາບ: tinkinhte.com

        ປະ​ຈຸ​ບັນ, ການ​ລ້ຽງ​ປູກ​ສິນ​​ໃນ​ນ້ຳ​ກວມ​ກວ່າ 60% ປະລິມານ​ການ​ຜະລິດ​ໃນ​ຂົງ​ເຂດກະສິກຳ - ​ເຄ່ືອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳຂອງ​ທັງປະ​ເທດ, ສວມ​ບົດບາດ​ສຳຄັນ​ໃນ​ການ​ສົ່ງ​ອອກ ​ແລະ ຈຳຫນ່າຍ​ອາຫານ​ຢູ່ພາຍ​ໃນ​ປະ​ເທດ. ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ ບໍ່​ພຽງ​ແຕ່​ສ້າງ​ວຽກ​ເຮັດ​ງານ​ທຳ, ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ​​ເທົ່າ​ນັ້ນ ຫາກ​ຍັງ​ຊຸກ​ຍູ້​ການ​ພັດທະນາ​ເສດຖະກິດ​ຂອງ​ເຂດ​ອີກ​ດ້ວຍ. ຮອດ​ປີ 2011, ​ເນື້ອ​ທີ່​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຢູ່ ຫວຽດນາມ ​​ໄດ້​ເປີດ​ກວ້າງອອກ​ສູ່​ເກ​ືອບ 1 ລ້ານ​ເຮັດ​ຕາ ​ແລະ ດ້ວຍ​​ເນື້ອ​ທີ່ຫນ້າ​ນ້ຳ 762.000 ​ເຮັກ​ຕາ, ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້ ຫວຽດນາມ ຍາມ​ໃດ​ກໍ​ແມ່ນ​​ແຫ່ງ​ສະ​ຫນອງແຫ​ລ່ງສິນ​ໃນ​ນ້ຳ​ຫລາຍ​ກວ່າ​ໝູ່, ປະກອບ​ເຖິງ 2/3 ຍອດ​ວົງ​ເງິນ​ສົ່ງ​ອອກ​ສິນ​ໃນ​ນ້ຳຂອງ​ທັງ​ປະ​ເທດ. ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ ຫວຽດນາມ ​ໄດ້​ພ້ອມ​ກັບ​ບັນດາ​ທ້ອງ​ຖິ່ນ​ພວມ​ວາງ​ແຜນ​ກຳນົດ​ໃຫ້​ແຕ່​ລະ​ບໍລິ​ເວນ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ເປົ້າ​ໝາຍ​ລ້ຽງ​ສິນ​ໃນ​ນ້ຳ​ຕົ້ນຕໍ, ມີ​ມູນ​ຄ່າ​​ເສດຖະກິດ​ສູງ, ພັດທະນາ​ຕາມ​ທິດ​ກະ​ເສດ​ສຸມ, ສົ່ງ​ເສີມ​ເປົ້າ​ໝາຍ ​ແລະ ຮູບ​ການ​ລ້ຽງ​ເປັນ​ຫລາຍ​ຮູບ​ຫລາຍ​ແບບ ​ແລະ ສອດ​ຄອ່ງກັບ​ແຕ່ລະ​ເຂດ, ​ລະ​ດູ​ການ. ພິ​ເສດ ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຢູ່​ບັນດາ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເນື້ອ​ທີ່​ຫນ້າ​ນ້ຳ ​ຊຶ່ງ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ເທື່ອ ຕົວຢ່າງ​ຄື​ຢູ່​ແຂວງ ດັກ​ລັກ, ຊຶ່ງ​ແມ່ນ​ແຂວງ​ຢູ່​ເຂດ​ພູດ​ອຍ ​ແຕ່​ມີ​ຫນອງ, ບື​ງ ​ເກືອບ 500 ​ແຫ່ງ ພ້ອມ​ກັບ​​ແມ່​ນ້ຳ​ 5 ລຳໄຫລ​ຜ່ານ. ທ່ານ Nguyen Van Thao ພະນັກງານ​ຂະ​ແຫນງ​ສິນ​ໃນ​ນ້ຳ​ແຂວງ ດັກ​ລັກ ​ໃຫ້​ຮູ້​ວ່າ:

        “ການ​ກຳນົດ​ທິດ​ໃນ​ໄລຍະ​ຈະ​ມາ​ເຖິງ, ທາງ​ຂະ​ແຫນງສິນ​ໃນ​ນ້ຳ​ ​ແຂວງ​ດັກ​ລັກຈະ​ເປັນ​ເສນາ​ທິການ​ໃຫ້​ແກ່​ພະ​ແນ​ກສິນ​ໃນ​ນ້ຳ​ດັກ​ລັກ ສະ​ເຫ​ນີຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ລັກ, ວາງ​ອອກ​ບັນດາ​ນະ​ໂຍບາຍ​ລົງທຶນ​ພັດທະນາ​ກ່ຽວ​ກັບ​ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ. ປະຈຸ​ບັນ, ທາງ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ດັກ​ລັກ ກໍ​ໄດ້​ມອບ​ໃຫ້ ​ຂະ​ແຫນງສິນ​ໃນ​ນ້ຳ​ ​ແຂວງ​ດັກ​ລັກ ແຜນ​ຮ່າງ​ເພື່ອ​ລົງທຶນ​ເຂົ້າ​ໃນ​ເຂດ​ລ້ຽງ​ສິນ​ໃນ​ນ້ຳ​ບາງ​ແຫ່ງ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ໃນ​ແຂວງ.”

        ຄວາມ​ຈິງ​ແລ້ວ, ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ເລື່ອງ​ນຳ​ໃຊ້​ເນື້ອ​ທີ່​ຫນ້າ​ນ້ຳ​ເພື່ອ​ລ້ຽງ​ປູກ​ສິນ​ໃນ​ນ້ຳ ​ໄດ້​ປະກອບສ່ວນ​ຍົກ​ສູງ​ທ່າ​ໄດ້​ປຽບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫນ້າ​ນ້ຳ​ຢູ່ ​ແຂວງ​ດັກ​ລັກ, ສ້າງ​ວຽ​ກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ, ສ້າງ​ເຂດ​ຜະລິດ​ໃຫຍ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ກິດຈະການ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ຊາວ​ກະສິກອນ. ຄຽງ​ຄູ່​ກັນ​ນັ້ນ ຍັງ​​ເປັນແຫລ່ງສະຫນອງ​ວັດຖຸ​ດິບ​ອຸດົມສົມບູນ, ​ຮັກສາ​ຄວາມ​ເປັນ​ປົກກະຕິ​ໃຫ້​ແກ່​ໂຮງງານ​ປຸງ​ແຕ່ງ​ສິນ​ໃນ​ນ້ຳ, ສິນ​ທະ​ເລ, ຮູບ​ແບບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຢູ່​ທ້ອງ​ຖິ່ນ​ອາດ​ຈະ​ເປັນ​ບົດຮຽນ​ສຳລັບທ້ອງ​ຖິ່ນ​ອື່ນ, ​ເພືອຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຂະ​ແຫນງ​ສິນ​ໃນ​ນ້ຳ​ພັດທະນາ​ແບບ​ຍືນ​ຍົງ.

ຂຸດຄົ້ນຄວາມສາມາດບົ່ມຊ້ອນຫນ້ານ້ຳເພື່ອພັດທະນາສິນໃນນ້ຳແບບຍືນຍົງ - ảnh 2
ລ້ຽງປາ ຢູ່ ຫນອງ ທາກບ່າ
ພາບປະກອບ: internet

        ການລ້ຽງ​ປູກ​ສິນ​ໃນ​ນ້ຳ ປະຈຸ​ບັນ​ໄດ້​ຮັບ​ຖື​ວ່າ​ເໝືອນ​ດັ່ງ​ຂະ​ແຫນງ​ເສດຖະກິດ​ສຳຄັນ​​ເພື່ອພັດທະນາ​ເສດຖະກິດ​ກະສິກຳ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍ້ອນ​ຈຸ​ດ​ເລີ່​ມຕົ້ນ​ຈາກ​ພື້ນຖານ​ການ​ຜະລິດ​ຂະຫນາດ​ນ້ອຍ ​ແລະ ບໍ່​ທັນ​ຄົບ​ຊຸດ ສະ​ນັ້ນ ບາງ​ແຫ່ງ​ປະກົດ​ມີ​ສະພາບ​ລ້ຽງ​ສິນ​ໃນ​ນ້ຳຢ່າງຫນາ​ແຫນ້ນ, ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ຖືກ​ຊຸດ​​ໂຊມ, ​ເກິ​ດ​ໂລກລະບາດ ​ແລະ ຂາດ​ຄວາມ​ດຸນ​ດຽງ​ລະຫວ່າງ​ການ​ສະຫນອງ ​ແລະ ຄວາມ​ຕ້ອງການ. ​ໃນ​ຂະນະ​ນັ້ນ, ປະຈຸ​ບັນ ຢູ່ ຫວຽດນາມ ຍັງ​ມີ​ເຂດ​ດິນ, ​ເຂດ​ນ້ຳ​ຫລາຍ​ແຫ່ງ​ທີ່​ມີ​ເງື່ອນ​ໄຂ​ສະດວກ​ເພື່ອ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ຄື: ກາ​ເມົາ, ບາກ​ລຽວ, ນີງທ້ວນ, ກຽນ​ຢາງ ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ເນື້ອ​ທີ່ຫນ້າ​ນ້ຳ​ຫລາຍ​​ແຫ່ງຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ໝົດ​ເທື່ອ. ທ່ານ Truong Dinh Hoa ​ເລຂາທິກ​ານ​ໃຫຍ່​ສະຫະ​ສະມາຄົມ​ສິນ​ໃນ​ນ້ຳ ຫວຽດນາມ (Vasep) ຖື​ວ່າ:

        “ຍ້ອນ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ, ​ແຫ​ລ່ງຜົນ​ປະ​ໂຫຍ​ດເຫືອດ​ແຫ້ງ ​ແລ້ວ​ກໍຖື​ວ່າ​ ນີ້​ແມ່ນ​ບັນດ​າ​ໂຄງການ​ຕົ້ນຕໍ​ເພື່ອ​ສ້າງ​ແຫ​ລ່ງລາຍ​ຮັບ, ສະ​ນັ້ນ ​ເລື່ອງ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ບໍ່​ສະ​ເພາະ​ຢູ່ ຫວຽດນາມ ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ຫລາຍ​ປະ​​ເທດກໍ່ ມີ​ການພັດທະນາຢ່າງ​ວ່ອງ​ໄວ​ໃນ​ທົດ​ສະ​ວັດ​ທີ 90. ມາ​ຮອດ​ປະຈຸ​ບັນ ການ​ສົ່ງ​ອອກ​ກຸ້ງ​ຂອງ ຫວຽດນາມ ພວມ​ຢືນ​ອັນ​ດັບ​ທີ 4 ຢູ່​ໃນ​ຕະຫລາດ​ໂລກ, ສະ​ເພາະ​ປາຈາ, ປະ​ຈຸ​ບັນ ຫວຽດນາມ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ຫລາຍ​ທີ່​ສຸດ, ​ແຕ່ລະ​ປີ ສະຫນອງ​ປາຈາ​ປະມານ 600.000 ​ໂຕນ, ສະ​ນັ້ນ ອາດ​ຈະ​ເວົ້າ​ໄດ້​ວ່າ ​ແຫ່ລງສະຫນອງ​ສິນ​ໃນ​ນ້ຳ​ຈາກ​ການ​ລ້ຽງ​ສິນ​ໃນ​ນ້ຳ​ແມ່ນ​ສຳຄັນ​ທີ່​ສຸດ. ​​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ການ​ພັດທະນາ​ລ້ຽງ​ປູກ​ສິນ​ໃນ​ນ້ຳ ຍັງ​​ເກີດມີ​ບັນຫາ​​ກ່ຽວຂ້ອງ​ເຖິງ​ຄຸນ​ນະພາ​ບ, ກ່ຽວຂ້ອງ​ເຖິງ​ບັນຫາ​ສິ່ງ​ແວດ​ລ້ອມ. ນີ້​ແມ່ນ​ບັນຫາ​ຊຶ່ງ​ພວກ​​ເຮົາ​ຕ້ອງ​ແກ້​ໄຂ.”

        ​ ຕາມ​ອົງການ​ອາຫານ ​ແລະ ​ການກະ​ເສດ ຂອງ​ສະ​ຫະປະຊາ​ຊາດ (FAO) ​ແລ້ວ, ປະຈຸ​ບັນ ສິນ​ໃນ​ນ້ຳ ພວມ​ແມ່ນ​ປະ​ເພດ​ອາຫານ​ໄດ້​ຮັບ​ການຈຳຫນ່າຍ​ຢ່າງ​ແຂງ​ແຮງ​ທີ່​ສຸດ​ຢູ່​ໃນ​ໂລກ, ຄາດ​ຄະ​ເນ​ວ່າ ຮອດ​ປີ 2015 ການ​ບໍລິ​ໂພ​ກ​ສິນຄ້າ​ນີ້​ໃນ​ທົ່ວ​ໂລກ​ຈະ​ເ​ພີ່​ມຂຶ້ນ 0,5%/ປີ. ດ້ວຍ​ແຜນກຳ​ນົດສັງ​ລວມທີ່​ວາງ​ອອກ​ບັນດາ​ຈຸດໝາຍ​ຢ່າງ​ຈະ​ແຈ້ງ, ພ້ອມ​ກັບ​ບັນດາ​ມາດ​ຕະການ​ທັງຮີບ​ດ່ວນ​, ທັງໃກ້ຊິດຕິດ​​ແທດ​ກັບ​ເງື່ອນ​ໄຂ​ຕົວ​ຈິງ ພວມ​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ສິນ​ໃນ​ນ້ຳ ຫວຽດນາມ ຊອກ​ຫາ​ກາລະ​ໂອກາດ​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ